ມີບາງປໍ້ານໍ້າມັນເຊື້ອໄຟຢູ່ນະຄອນຫລວງວຽງຈັນ ເອົາປຽບລູກຄ້າ ໃນເວລາປັບຂຶ້ນລາຄາຈໍາໜ່າຍນໍ້າມັນ

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ກວດພົບ 2 ປໍ້ານໍ້າມັນເຊື້ອໄຟ ເຮັດຜິດລະ ບຽບ ຫລັງຈາກທີ່ລັດຖະບານປະກາດປັບຂຶ້ນລາຄານໍ້າມັນເຊື້ອໄຟຄັ້ງຫລ້າສຸດ, ເລີ່ມແຕ່ເວລາ 14 ໂມງ 00 ຂອງວັນທີ 18 ມີນາ 2022. ໃນນີ້ ມີ 1 ປໍ້າ ປັບຂຶ້ນລາຄາກ່ອນເວລາທີ່ກໍານົດ ແລະ ອີກ 1 ປໍ້າໄດ້ປິດປໍ້າກ່ອນ ເພື່ອລໍຖ້າຂາຍລາຄາໃໝ່ທີ່ລັດຖະບານປະກາດໄວ້.

ທ່ານ ນາງ ວັນມະນີ ພິມມະສານ, ຫົວໜ້າພະແກນອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ໃຫ້ສໍາພາດ ຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 18 ມີນາ 2022 ວ່າ: ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂອງພະແນກ ແລະ ເຈົ້າໜ້າກວດກາການຄ້າ ເພື່ອຮ່ວມກັບເຈົ້າໜ້າທີ່ກ່ຽວຂ້ອງຢູ່ແຕ່ລະເມືອງ ເຄື່ອນໄຫວກວດກາບັນດາປໍ້ານໍ້າມັນເຊື້ອໄຟ ໂດຍສະເພາະໃນເວລາມີແຈ້ງການປັບຂຶ້ນລາຄານໍ້າມັນ ດ້ວຍການນໍາເອົາເຄື່ອງມືໄປກວດກາວັດແທກຢູ່ບັນດາປໍ້າທີ່ປິດໂດຍອ້າງວ່ານໍ້າມັນໝົດ ເພື່ອກວດກາວ່າໝົດແທ້ ຫລື ບໍ່. ຜ່ານກວດກາຕົວຈິງ ພົບເຫັນມີບາງປໍ້າສວຍໂອກາດເອົາປຽບລູກຄ້າດ້ວຍການປິດປໍ້າກ່ອນ ເພື່ອລໍຖ້າຂາຍໃນລາຄາໃໝ່ ໂດຍອ້າງວ່ານໍ້າມັນໝົດ. ໃນນີ້ ສະເພາະການປັບຂຶ້ນລາຄານໍ້າມັນ ຄັ້ງທີ 6 ທີ່ເລີ່ມປະຕິບັດ ເວລາ 6 ໂມງ 00 ຂອງວັນທີ 10 ມີນາ, ກວດພົບ 4 ປໍ້າທີ່ເຮັດຜິດລະບຽບ ແລະ ຄັ້ງຫລ້າສຸດທີ່ມີການປັບຂຶ້ນລາຄານໍ້າມັນເປັນຄັ້ງທີ 7ດ ເລີ່ມປະຕິບັດ ເວລາ 14 ໂມງ 00 ຂອງວັນທີ 18 ມີນາ, ກວດພົບ 2 ປໍ້າທີ່ເຮັດຜິດລະບຽບ.

ທ່ານໃຫ້ຮູ້ຕື່ມວ່າ: ຕໍ່ບັນດາປໍ້າທີ່ເຮັດຜິດລະບຽບທີ່ກໍານົດໄວ້ນີ້, ເຈົ້າໜ້າທີ່ກ່ຽວຂ້ອງໄດ້ເຮັດບົດບັນທຶກ, ແລະ ກ່າວເຕືອນ, ລວມເຖີງມີການປັບໄໝຕາມດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ, ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017. ພ້ອມນີ້ ທ່ານຍັງຝາກມາຍັງສັງຄົມ ຖ້າພົບເຫັນປໍ້ານໍ້າມັນເຊື້ອໄຟໃດປະຕິບັດບໍ່ຖືກຕ້ອງໃນເວລາມີແຈ້ງການປັບຂຶ້ນລາຄານໍ້າມັນ ຫລື ໃນການບໍລິການທົ່ວໄປ ໃຫ້ແຈ້ງໄປຍັງພະແນກອຸດສາຫະກໍາ ແລະ ການຄ້ານະຄອນ ຫລວງວຽງຈັນ ຫລື ແຈ້ງຜ່ານສາຍດ່ວນ 1510 ເພື່ອໃຫ້ເຈົ້າໜ້າທີ່ກ່ຽວຂ້ອງໄປກວດກາ ແລະ ໄກໄຂຢ່າງທັນການ. ນອກຈາກນີ້, ອີງໃສ່ ສະພາບນໍ້າມັນຢູ່ຕະຫລາດໂລກ ແລະ ອັດຕາແລກປ່ຽນທີ່ມີທ່າອ່ຽງສູງຂຶ້ນ, ທ່ານໄດ້ຝາກມາຍັງຜູ້ຊົມໃຊ້ນໍ້າມັນເຊື້ອໄຟ ຖ້າມີເງື່ອນໄຂຄວນຕື່ມນໍ້າມັນໃຫ້ເຕັມຖັງທຸກມື້ ເພື່ອບໍ່ໃຫ້ມີປາກົດການໄປຕໍ່ແຖວຕື່ມນໍ້າມັນຍາວໃນເວລາທີ່ມີການປັບຂຶ້ນລາຄານໍ້າມັນເຊື້ອໄຟ ເພາະເຮັດໃຫ້ເສຍເວລາ ແລະ ຖ້ານໍ້າມັນໃນຖັງເກັບຂອງປໍ້າໝົດ ຈະເສຍຄວາມຮູ້ສຶກເພາະໄດ້ເສຍເວລາລຽນແຖວລໍຖ້າຍາວ ແລະ ດົນແລ້ວ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment