ຄບຕ ເລັ່ງປັບປຸງນິຕິກໍາຄືນໃໝ່ ເພື່ອເຮັດໃຫ້ການເກັບມ້ຽນຂີ້ເຫຍື້ອຢູ່ນະຄອນຫລວງວຽງຈັນ ດີຂຶ້ນກວ່າເກົ່າ

ປັດຈຸບັນ, ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ກໍາລັງປັບປຸງນິຕິກໍາກ່ຽວກັບການເກັບມ້ຽນຂີ້ເຫຍື້ອໃນນະຄອນຫລວງວຽງຈັນ ຄືນໃໝ່ ເພື່ອນໍາໄປຜ່ານກອງປະຊຸມສະພາປະຊາຊົນນະຄອນຫລວງວຽງຈັນ ໃນອີກບໍ່ດົນນີ້, ແນໃສ່ເຮັດໃຫ້ການເກັບມ້ຽນຂີ້ເຫຍື້ອດີຂຶ້ນກວ່າເກົ່າ ແລະ ແກ້ໄຂໃຫ້ໄດ້ຫາງສຽງຈົ່ມວ່າຈາກສັງຄົມ.

ທ່ານ ບຸນຈັນ ແກ້ວສີທໍາມະ, ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໃຫ້ສໍາພາດວ່າ: ໄລ ຍະຜ່ານມາ ມີຫາງສຽງຈໍານວນໜຶ່ງເກີດຂຶ້ນໃນສັງຄົມກ່ຽວກັບບັນຫາລົດບໍ່ໄປເກັບເອົາຂີ້ເຫຍື້ອຢູ່ບັນດາຄອບຄົວທີ່ມີສັນ ຍາກັນໄວ້, ເຊີ່ງຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງ ຄບຕ ໄດ້ກວດກາຢ່າງລະອຽດເຫັນວ່າ ມີຄົນຂັບລົດ ແລະ ແອັດລົດເກັບມ້ຽນຂີ້ເຫຍື້ອຈໍານວນໜຶ່ງສວຍຊ່ອງວ່າງຫາຜົນປະໂຫຍດສ່ວນຕົວ ດ້ວຍການລັກເຮັດສັນຍາເກັບມ້ຽນຂີ້ເຫຍື້ອກັບປະຊາຊົນໂດຍທີ່ ຄບຕ ບໍ່ຮູ້ເລື່ອງນໍາ. ນອກຈາກນີ້ ໄດ້ສວຍໂອກາດເກັບເງິນນໍາບາງຄອບຄົວທີ່ໄດ້ເຮັດສັນຍາເກັບມ້ຽນຂີ້ເຫຍື້ອ ແຕ່ມີຂີ້ເຫຍື້ອເກີນກໍານົດ ເນື່ອງຈາກຕາມສັນຍາທີ່ເຮັດໄວ້ກັັບ ຄບຕ ຄອບຄົວໜຶ່ງແມ່ນອະນຸຍາດໃຫ້ມີຂີ້ເຫຍື້ອ 1 ເຄັ່ງ ຫລື 1 ເປົາຕໍ່ອາທິດ (ອາທິດໜຶ່ງມີລົດໄປເກັບເອົາຂີ້ເຫຍື້ອ 1 ຄັ້ງ), ລວມ 1 ເດືອນ ລົດຕ້ອງໄປເກັບມ້ຽນຂີ້ເຫຍື້ອທັງໝົດ 4 ຄັ້ງ ໃນລາຄາ 40.000 ກີບ/ເດືອນ, ແຕ່ບາງຄອບຄົວມີຂີ້ເຫຍື້ອເກີນກໍານົດ ເຮັດໃຫ້ຄົນຂັບລົດ ແລະ ແອັດລົດ ສວຍໂອກາດຂໍເງິນເພີ່ມແຕ່ເອົາເຂົ້າຖົງຕົວເອງ, ຖ້າຄອບຄົວໃດຈ່າຍກໍເກັບມ້ຽນຂີ້ເຫຍື້ອໄປ ແຕ່ຄອບຄົວໃດບໍ່ຈ່າຍກໍປະຖີ້ມຂີ້ເຫຍື້ອທີ່ເກີນກໍານົດນັ້ນໄວ້ແລ້ວໜີໄປ ເຮັດໃຫ້ຂີ້ເຫຍື້ອທີ່ປະໄວ້ເຮ່ຍຊະຊາຍ ເມື່ອຄົນມາເຫັນຈິ່ງຕີລາຄາວ່າລົດບໍ່ໄປເກັບມ້ຽນຂີ້ເຫຍື້ອແລ້ວເກີນມາຫາງສຽງຂຶ້ນ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ທາງ ຄບຕ ໄດ້ຮຽກຄົນຂັບລົດ ແລະ ແອັດລົດທີ່ກະທໍາຜິດມາສຶກສາອົບຮົມກ່າວເຕືອນແລ້ວ, ຖ້າມີການກະທໍາຜິດອີກຈະຖືກໄລ່ອອກທັນທີ. ນອກຈາກນີ້, ປັດຈຸບັນ ຄບຕ ກໍາລັງປັບປຸງນິຕິກໍາກ່ຽວກັບການເກັບມ້ຽນຂີ້ເຫຍື້ອຄືນໃໝ່ໃຫ້ເຂັ້ມງວດ ເພື່ອໃຫ້ແຕ່ລະຄອບຄົວໄດ້ຈ່າຍຄ່າຂີ້ເຫຍື້ອຕາມຕົວຈິງທີ່ມີໃນຄອບຄົວ ແລະ ຮັບປະກັນບໍ່ໃຫ້ມີການສວຍໃຊ້ຊ່ອງວ່າງຫາຜົນປະໂຫຍດສ່ວນຕົວເກີດຂຶ້ນ ແລະ ຮັບປະກັນບໍ່ໃຫ້ມີລາຍຮັບຕົກເຮ່ຍເສຍຫາຍເກີດຂຶ້ນ ເພາະນີ້ຖືເປັນມາດຕະການໜຶ່ງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງລັດຖະບານ, ເຊີ່ງຄາດວ່າການປັບປຸງຈະສໍາເລັດໃນອີກບໍ່ດົນນີ້ ເພື່ອໃຫ້ກອງປະຊຸມສະພາປະຊາຊົນນະຄອນຫລວງວຽງຈັນ ພິຈາລະນາ ແລະ ຮັບຮອງເອົາໃນຕໍ່ໜ້າ.

ນອກຈາກນີ້ ທ່ານຍັງໃຫ້ຮູ້ກ່ຽວກັບຄວາມຫຍຸ້ງຍາກໃນການເກັບມ້ຽນຂີ້ເຫຍື້ອໃນນະຄອນຫລວງວຽງຈັນ ວ່າ: ຍັງມີປະຊາຊົນຈໍານວນໜຶ່ງບໍ່ເຮັດສັນຍາເກັບມ້ຽນຂີ້ເຫຍື້ອຍ້ອນບໍໍ່ຢາກຈ່າຍເງິນ ເຮັດໃຫ້ເກີດມີການລັກເອົາຂີ້ເຫຍື້ອໄປ ຖີ້ມໃສ່ເນື້ອທີ່ດິນເປົ່າຫວ່າງຕ່າງໆ, ຂະນະດຽວກັນ ບາງຄອບຄົວທີ່ເຮັດສັນຍາແລ້ວເອົາຂີ້ເຫຍື້ອອອກມາປະໄວ້ໜ້າເຮືອນກ່ອນມື້ລົດຈະໄປເກັບເອົາ ເຮັດໃຫ້ມີສັດ ແລະ ບຸກຄົນຈໍານວນໜຶ່ງທີ່ເລາະເກັບເອົາຕຸກເປົ່າໄປຂາຍ ຄົ້ນຮື້ ຈົນເປົາຂາດ ຫລື ເຄັ່ງລົ້ມ ຂີ້ເຫຍື້ອຈິ່ງຕົກເຮ່ຍຊະຊາຍໄປບ່ອນອື່ນ. ນອກນີ້ ມີບາງບ່ອນເປັນທາງຮ່ອມແຄັບເຮັດໃຫ້ລົດເກັບມ້ຽນຂີ້ເຫຍື້ອເຂົ້າເຖີງບໍ່ໄດ້ ແລະ ອື່ນໆ. ດັ່ງນັ້ນ ທ່ານໄດ້ຮຽກຮ້ອງໃຫ້ທຸກຄອບຄົວຈົ່ງເຮັດສັນຍາເກັບມ້ຽນຂີ້ເຫຍື້ອນໍາ ຄບຕ ເພື່ອບໍ່ໃຫ້ມີການຖີ້ມຂີ້ເຫຍື້ອຊະຊາຍເກີດຂຶ້ນ, ທັງເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດ ສ. ສະອາດຂອງນະຄອນຫລວງວຽງຈັນ ຕື່ມອີກ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment