ສາທາລະນະສຸກ ພວມຄົ້ນຄ້ວາອອກນິຕິກໍາໃໝ່ເພື່ອຄຸ້ມຄອງລາຄາຢາ

ຈາກບັນຫາລາຄານໍ້າມັນເຊື້ອໄຟ ແລະ ອັດຕາແລກປ່ຽນເງິນຕາທີ່ເພີ່ມສູງຂຶ້ນ ເຮັດໃຫ້ມີຜົນກະທົບໃນຫລາຍດ້ານຕໍ່ສັງຄົມ, ໃນນີ້ ລວມທັງລາຄາຢາທີ່ບັນດາໂຮງງານຜະລິດຢາຜະລິດອອກຈໍາໜ່າຍຮັບໃຊ້ໃນສັງຄົມຫລາຍຊະນິດມີການເໜັງຕີງເພີ່ມຂຶ້ນ ເຮັດໃຫ້ ຂະແໜງສາທາລະນະສຸກ ພວມເລັ່ງຄົ້ນຄວ້າອອກຂໍ້ຕົກລົງຂອງລັດຖະມົນຕີກະຊວງສາ ທາລະນະສຸກ ວ່າດ້ວຍການຄຸ້ມຄອງລາຄາຢາ, ຄາດວ່າຈະໃຫ້ສໍາເລັດພາຍໃນກາງປີ 2022 ນີ້.

ດຣ ບຸນຊູ ແກ້ວຫາວົງ, ຫົວໜ້າກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ໃຫ້ສໍາພາດຕໍ່ນັກຂ່າວວ່າ: ເນື່ອງຈາກລາວເຮົາໄດ້ນໍາເຂົ້າຢາສໍາເລັດຮູບຈໍານວນໜຶ່ງຈາກຕ່າງປະເທດ, ສ່ວນຢາທີ່ຜະລິດໄດ້ພາຍໃນປະເທດແມ່ນນໍາເຂົ້າວັດຖຸດິບຈາກຕ່າງປະເທດ, ດັ່ງນັ້ນ ໃນປັດຈຸບັນ ທີ່ລາຄາຂົນສົ່ງເພີ່ມຂຶ້ນ ຍ້ອນລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນ, ບວກກັບອັດຕາແລກປ່ຽນເງິນຕາທີ່ເພີ່ມສູງ ເຮັດໃຫ້ລາຄາຢາທີ່ຈໍາໜ່າຍຕາມຮ້ານຂາຍຢາທົ່ວໄປ ຫລາຍຊະນິດມີການເໜັງຕີງເພີ່ມຂຶ້ນ. ເພື່ອຄວບຄຸມລາຄາຢາບໍ່ໃຫ້ເໜັງຕີງເພີ່ມຂຶ້ນຫລາຍ, ປັດຈຸບັນ ຂະແໜງສາທາລະນະສຸກ ພວມເລັ່ງຄົ້ນຄວ້າອອກຂໍ້ຕົກລົງຂອງລັດຖະມົນຕີກະຊວງສາທາລະນະສຸກ ວ່າດ້ວຍການຄຸ້ມຄອງລາຄາຢາ ເຊີ່ງຈະກໍານົດເປັນນະໂຍບາຍແບບລວມໆ, ແຕ່ຈະບໍ່ສາມາດກໍານົດໄດ້ຢ່າງລະອຽດວ່າໃຫ້ຂາຍຢາແຕ່ລະຊະນິດເທົ່າໃດ ເພາະມີຄວາມຫຍຸ້ງຍາກຫລາຍ ແຕ່ຈະເບິ່ງຈາກຄວາມເປັນຈິງທີ່ເກີດຂຶ້ນໃນສັງຄົມ ເພື່ອເນັ້ນໜັກໃຫ້ຜູ້ປະກອບການຈໍາໜ່າຍຢາມີຈັນຍາບັນ ແລະ ບໍ່ເອົາປຽບຜູ້ບໍລິໂພກ ໂດຍສະເພາະໃນສະພາບປັດຈຸບັນທີ່ມີການລະບາດຂອງພະຍາດໂຄວິດ-19.

ທ່ານໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ, ກົມອາຫານ ແລະ ຢາ ເຄີຍເຊີນເຈົ້າຂອງໂຮງງານຜະລິດຢາ ມາປະຊຸມຮ່ວມກັນກ່ຽວກັບການກໍານົດລາຄາຈໍາໜ່າຍນໍ້າມັນເຊື້ອໄຟ ເຊີ່ງເຫດຜົນທີ່ຜູ້ປະກອບການຍົກຂຶ້ນມາລ້ວນແຕ່ມີເຫດມີຜົນ ເພາະເຂົາເຈົ້ານໍາເຂົ້າວັດຖຸດິບໃນການຜະລິດຈາກຕ່າງປະເທດ ແລະ ລາຄາວັດຖຸດິບທີ່ນໍາເຂົ້າແຕ່ລະຊະນິດມີຫລາຍລາຄາທີ່ແຕກຕ່າງກັນ. ດັ່ງນັ້ນ, ທ່ານໄດ້ຮຽກຮ້ອງມາຍັງທຸກຄົນໃນສັງຄົມກ່ອນຈະນໍາໃຊ້ຢາປິ່ນປົວພະຍາດ ໂດຍສະ ເພາະໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນນີ້, ກ່ອນທີ່ຜູ້ຕິດເຊື້ອພະຍາດດັ່ງກ່າວຈະນໍາໃຊ້ຢາແຕ່ລະຊະນິດຄວນພິຈາລະນາໃຫ້ດີ ຫລື ປຶກສາກັບແພດກ່ອນຊື້ມາກິນເອງ ເພາະພະຍາດໂຄວິດ-19 ແມ່ນປິ່ນປົວຕາມອາການ ເຊີ່ງຢາທີ່ຜະລິດໄດ້ພາຍໃນປະເທດຫລາຍຊະນິດມີສັບພະຄຸນເທົ່າທຽມກັບຢາທີ່ນໍາເຂົ້າຈາກຕ່າງປະເທດ ແລະ ລາຄາບໍ່ແພງ, ນອກຈາກນີ້ ຍັງສາມາດໃຊ້ຢາພື້ນເມືອງ ຄື: ກະຊາຍຂາວ, ລາຊາບີ ແລະ ຜັກຄາວທອງ ທີ່ກະຊວງສາທາ ລະນະສຸກ ໄດ້ທົດລອງນໍາໃຊ້ ແລະ ໄດ້ຮັບຜົນມາແລ້ວ ເຊີ່ງຈະຊ່ວຍໃຫ້ພວກເຮົາປະຢັດລາຍຈ່າຍ, ທັງເປັນການຊ່ວຍຊຸກຍູ້ສົ່ງເສີມຜະລິດຕະພັນທີ່ຜະລິດໄດ້ພາຍໃນປະເທດຕື່ມອີກ. ຂະນະດຽວກັນການໃຊ້ຢາພື້ນເມືອງເຂົ້ານໃນການປິ່ນປົວ ນອກຈາກຊ່ວຍປະຢັດລາຍຈ່າຍ ຍັງມີຄວາມປອດໄພຈາກຜົນຂ້າງຄຽງກວ່າການນໍາໃຊ້ຢາທີ່ຜະລິດຈາກເຄມີຕ່າງໆ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment