ກອງປະຊຸມ 3 ຝ່າຍ ເພື່ອປຶກສາວຽກງານການປັບຂຶ້ນຄ່າແຮງຂັ້ນຕ່

ໃນກອງປະຊຸມ 3 ຝ່າຍ ເພື່ອປຶກສາວຽກງານການປັບຂຶ້ນຄ່າແຮງຂັ້ນຕ່ຳ ໃນວັນທີ 04 ມີນາ 2022 ທີ່ຜ່ານມາ ທ່ານນາງ ໃບຄໍາ ຂັດທິຍະ ໄດ້ມີຄຳເຫັນວ່າ: ບັນຫາຜົນກະທົບຕ່າງໆ ທີ່ເກີດຂື້ນອັນເນື່ອງມາຈາກການແຜ່ລະບາດຂອງ ພະຍາດCovid-19 ທີ່ແກ່ຍາວເວລາມາແລ້ວ 3 ປີ ທາງດ້ານແຮງງານການຮັບມືກັບພະຍາດດັ່ງກ່າວໄດ້ ເຮັດໃຫ້ບັນດາຫົວໜ່ວຍການຜະລິດ, ທຸລະກິດ ແລະ ການບໍລິການ ຫຼາຍແຫ່ງຖືກປິດລົງ ຫຼື ຖືກໂຈະ ໂດຍບໍ່ມີກຳນັດເວລາ ເຮັດໃຫ້ຜູ້ອອກແຮງງານລາວ ກໍຕ້ອງໄດ້ອອກຈາກ ຫຼື ໂຈະການເຮັດວຽກ ເປັນຈຳນວນຫຼວງຫຼາຍ ເຮັດໃຫ້ອັດຕາການວ່າງງານ ເພີ່ມ ຈາກ 9,7% ມາເປັນ 21,8% ໃນທ້າຍປີ 2021.

ໃນກອງປະຊຸມປຶກສາຫາລືສາມຝ່າຍລະດັບສູງນັ້ນ ການປັບປຸງຄ່າແຮງງານຂັ້ນ ຕໍ່າສຸດໃຫ້ແກ່ຜູ້ອອກແຮງງານ ພາກວິສາຫະກິດ ເປັນບຸລິມະສິດໜຶ່ງທີ່ໄດ້ມີການຄົ້ນຄວ້າຄ່າແຮງງານຕໍ່າສຸດ, ເຊິ່ງຄະນະກຳມະການສາມຝ່າຍຂັ້ນສູນກາງ ໄດ້ດຳເນີນການຄົ້ນຄວ້າ ພິຈາລະນາການປັບປຸງຄ່າແຮງງານຂັ້ນຕ່ຳສຸດຢູ່ ສປປລາວ ໂດຍໄດ້ມອບໜ້າທີ່ໃຫ້ແຕ່ລະຝ່າຍດຳເນີນການຄົ້ນຄວ້າຄວາມເປັນໄປ ໄດ້ໃນການເພີ່ມຄ່າແຮງງານຂັ້ນຕ່ຳສຸດດັ່ງກ່າວ ຈາກ 1.1 ລ້ານກີບ ໄປເປັນ 1.5 ລ້ານກີບ, ໂດຍເບື້ອງຕົ້ນຄາດວ່າຈະປັບຂຶ້ນໃນວັນທີ 1 ພຶດສະພາ 2022 ນີ້, ແຕ່ດ້ວຍເງື່ອນໄຂ ແລະ ຄວາມພ້ອມຕ່າງໆຍັງບໍ່ອຳນວຍ ທາງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈຶ່ງສະເໜີຂໍເລື່ອນໄປເປັນວັນທີ 1 ເດືອນພຶດສະພາ 2023, ເຊິ່ງນັ້ນກໍເປັນພຽງຂໍ້ສະຫຼຸບ ທີ່ຍັງຕ້ອງສະເໜີໃຫ້ລັດຖະບານພິຈາລະນາຄືນອີກຄັ້ງໜຶ່ງ ກ່ອນຈະມີການປະກາດຢ່າງເປັນທາງການ.

(ຂ່າວສານຮສສ)

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment