ປ່າສະຫງວນແຫ່ງຊາດຢູ່ເມືອງລະຄອນເພັງ ຖືກບຸກລຸກແລ້ວຫລາຍກວ່າ 600 ເຮັກຕາ

ການບຸກລຸກປ່າສະຫງວນແຫ່ງຊາດຢູ່ພາຍໃນເມືອງລະຄອນເພັງ, ແຂວງສາລະວັນ ຍັງປະກົດໃຫ້ເຫັນຢ່າງຕໍ່ເນື່ອງ, ໃນນີ້ ສະເພາະ 2022 ມີການບຸກລຸກໄປແລ້ວຫລາຍກວ່າ 10 ເຮັກຕາ, ມີ 16 ຄອບຄົວທີ່ເຂົ້າໄປບຸກລຸກ ເພື່ອຂະຫຍາຍເນື້ອທີ່ປູກມັນຕົ້ນ ເນື່ອງຈາກເປັນທີ່ຕ້ອງການຂອງຕະຫລາດເປັນຈໍານວນຫລວງຫລາຍ.

ທ່ານ ຄໍາກອນ ວິໄລສັກ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງລະຄອນເພັງ ໃຫ້ສໍາພາດວ່າ: ເມືອງລະ ຄອນເພັງ ມີເນື້ອທີ່ທັງໝົດ 139.000 ເຮັກຕາ, ເຊີ່ງເນື້ອທີ່ສອງຝາກຂ້າງຂອງເມືອງເປັນປ່າສະຫງວນແຫ່ງຊາດ ຄື: ປ່າສະຫງວນແຫ່ງຊາດເຊບັງນວນ ແລະ ປ່າສະຫງວນແຫ່ງຊາດພູຊຽງທອງ. ປັດຈຸບັນ ຍ້ອນຂະບວນການຜະລິດຂອງປະ ຊາຊົນນັບມື້ຂະຫຍາຍຕົວ ໂດຍສະເພາະການປູກມັນຕົ້ນ ເນື່ອງຈາກມີຕະຫລາດຮອງຮັບຢ່າງຫລວງຫລາຍ ເຮັດໃຫ້ປະ ຊາຊົນມີຄວາມຕ້ອງການຂະຫຍາຍເນື້ອທີ່ການຜະລິດເພີ່ມຂຶ້ນ ຈິ່ງມີການບຸກລຸກເນື້ອທີ່ປ່າສະຫງວນທັງ 2 ແຫ່ງພາຍໃນເມືອງ, ໃນນີ້ ສະເພາະ ປີ 2022, ເຈົ້າໜ້າທີ່ກ່ຽວຂ້ອງໄດ້ລົງກວດກາພົບເຫັນການບຸກລຸກໄປແລ້ວ ຫລາຍກວ່າ 10 ເຮັກຕາ, ມີ 16 ຄອບຄົວທີ່ເຂົ້າໄປບຸກລຸກ, ຈໍານວນເນື້ອທີ່ດັ່ງກ່າວ ເມື່ອບວກໃສ່ເນື້ອທີ່ທີ່ເຄີຍຖືກບຸກລຸກໄປແລ້ວໃນໄລຍະຜ່ານມາ ເຮັດໃຫ້ມາຮອດປັດຈຸບັນປ່າສະຫງວນແຫ່ງຊາດພາຍໃນເມືອງລະຄອນເພັງ ຖືກປະຊາຊົນບຸກລຸກໄປແລ້ວຫລາຍກວ່າ 600 ເຮັກຕາ, ມີຫລາຍກວ່າ 600 ຄອບຄົວທີ່ເຂົ້າໄປບຸກລຸກ.

ທ່ານ ຄໍາກອນ ວິໄລສັກ ໃຫ້ຮູ້ຕື່ມວ່າ: ປະຊາຊົນທີ່ເຂົ້າໄປບຸກລຸກປ່າສະຫງວນແຫ່ງຊາດທັງ 2 ແຫ່ງ, ສ່ວນໃຫຍ່ແມ່ນປະຊາຊົນພາຍໃນ ເມືອງລະຄອນເພັງ ແລະ ສ່ວນໜຶ່ງແມ່ນປະຊາຊົນທີ່ໄປຈາກເມືອງອື່ນທີ່ຢູ່ໃກ້ຄຽງ ຍ້ອນຄວາມຈໍາເປັນຂອງຄອບຄົວ. ປັດຈຸບັນ ເຖີງວ່າສະພາບການບຸກລຸກປ່າດັ່ງກ່າວຍັງປະກົດໃຫ້ເຫັນ ແຕ່ເປັນຈໍານວນທີ່ຫລຸດລົງຢ່າງຕໍ່ເນື່ອງ ເມື່ອທຽບໃສ່ໄລຍະຜ່ານມາ. ສໍາລັບມາດຕະການຄຸ້ມຄອງປ່າສະຫງວນແຫ່ງຊາດພາຍໃນເມືອງລະຄອນເພັງ ທີ່ປະຕິບັດໃນໄລຍະຜ່ານມາ ກໍຄື ປັດຈຸບັນ, ນອກຈາກອີງໃສ່ກົດໝາຍທີ່ກ່ຽວຂ້ອງຂອງລັດຖະບານ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ອົງການປົກຄອງ ເມືອງລະຄອນເພັງ ໄດ້ອອກແຈ້ງການຕ່າງໆ ທີ່ກ່ຽວຂ້ອງ ຢ່າງຕໍ່ເນື່ອງ, ໃນນີ້ ສະເພາະປີ 2022, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ອອກແຈ້ງການໄປແລ້ວ 2 ສະບັບ ແລະ ອົງການປົກຄອງເມືອງອອກແຈ້ງການແລ້ວ 1 ສະບັບ, ພ້ອມນີ້ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂອງເມືອງສົມທົບກັບຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງແຂວງ ລົງກວດກາສະພາບການບຸກລຸກປ່າສະຫງວນແຫ່ງຊາດພາຍໃນເມືອງເປັນປະຈໍາ ແລະ ມີມາດຕະການຕໍ່ຜູ້ບຸກລຸກຢ່າງເໝາະສົມຕາມລະບຽບການທີ່ກໍານົດໄວ້.

ສ່ວນການຟື້ນຟູປ່າສະຫງວນແຫ່ງຊາດທີ່ຖືກບຸກລຸກໄປແລ້ວ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ສະໜອງເບ້ຍໄມ້ອຸດສາຫະກໍາ ແລະ ໄມ້ເປັນປ່າຈໍານວນໜຶ່ງໃຫ້ຜູ້ທີ່ບຸກລົກປ່າສະຫງວນເພື່ອປູກມັນຕົ້ນໄປແລ້ວ ປູກສັບວ່າງໃນໄລຍະ 3 ປີ ເມື່ອໄມ້ດັ່ງກ່າວໃຫຍ່ຂຶ້ນແລ້ວໃຫ້ຢຸດເຊົາ ແລະ ບໍ່ໃຫ້ປູກມັນຕົ້ນອີກຕໍ່ໄປ ເພື່ອໃຫ້ໄມ້ທີ່ໄດ້ປູກໄປໃຫຍ່ກາຍເປັນປ່າຄືນໃໝ່ໃນອະນາຄົດ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment