ເລີ່ມຂຶ້ນຢ່າງເປັນທາງການແລ້ວ ງານເທດສະການໝາກພ້າວນາໄຊ ຢູ່ແຂວງສາລະວັນ

ງານເທດສະການໝາກພ້າວນາໄຊ ຕິດພັນກັບງານປະເພນີໃຫຍ່ລະປືບ ເຜົ່າກະຕາງ ຢູ່ບ້ານາໄຊນ້ອຍ, ເມືອງສາ ລະວັນ, ແຂວງສາລະວັນ ເຊີ່ງຈັດເປັນງານໃຫຍ່ຄັ້ງທໍາອິດ ເລີ່ມຂຶ້ນແລ້ວ. ພິທີເປີດງານຢ່າງເປັນທາງການຈັດຂຶ້ນໃນຕອນເຊົ້າວັນທີ 15 ມີນາ 2022 ໂດຍມີ ທ່ານ ໂພໄຊ ໄຊຍະສອນ, ເຈົ້າແຂວງສາລະວັນ, ພ້ອມດ້ວຍບັນດາການນໍາຂອງແຂວງ, ເມືອງ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.

ຈຸດປະສົງຂອງການຈັດງານໃນຄັ້ງນີ້ ເພື່ອເປັນການຊຸກຍູ້, ສົ່ງເສີມການປູກຫມາກພ້າວ ແລະ ຂຸດຄົ້ນທ່າແຮງບົ່ງຊ້ອນຂອງທ້ອງຖິ່ນທາງດ້ານການຜະລິດ, ການບໍລິການ, ການແປຮູບຜົນຜະລິດກະສິ ກໍາ ໂດຍສະເພາະຫມາກພ້າວນາໄຊໃຫ້ມີຄວາມຫຼາກຫຼາຍເຂົ້າສູ່ຕະຫຼາດກວ້າງຂວາງຂື້ນ, ອີກດ້ານຫນຶ່ງກໍ່ເພື່ອເປັນການເສີມຂະຫຍາຍທ່າແຮງທາງດ້ານຮີດຄອງປະເພນີອັນດີງາມຂອງເຜົ່າ, ທັງເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າໄປທ່ຽວຊົມ ແຂວງສາລະວັນ ນັບມື້ນັບຫຼາຍຂື້ນໃນສະພາບເງື່ອນໄຂດໍາລົງຊີວິດປົກກະຕິແບບໃຫມ່ໃນຍຸກໂຄວິດ-19. ນອກ ຈາກນີ້ ຍັງເປັນການຈັດຕັ້ງຜັນຂະຫຍາຍສອງວາລະແຫ່ງຊາດຂອງລັດຖະບານ ຕື່ມອີກ.

ງານເທດສະການຫມາກພ້າວນາໄຊ ຄັ້ງນີ້ ຈະໄດ້ດໍາເນີນໄປເວລາ 5 ວັນ ແຕ່ວັນທີ 15-19 ມີນາ 2022 ປະ ກອບຫລາຍກິດຈະກໍາ ຄື: ເປີດນໍາໃຊ້ຫໍກວນ ເຜົ່າກະຕາງ ( ຄຸ້ມກົກພ້າວ ) ບ້ານ ນາໄຊນ້ອຍ, ທ່ຽວຊົມຕະຫຼາດນັດ ແລະ ຮ້ານວາງສະແດງສິນຄ້າ ມີທັງຫມົດ 50 ບຸດໃນນັ້ນ: ມາຈາກພະແນກການອ້ອມຂ້າງແຂວງ, ບັນດາເມືອງ, ລັດວິສະຫະກິດ, ຫົວຫນ່ວຍທຸລະກິດ, ໂອດ໊ອບຂອງເມືອງ ແລະ ຜະລິຕະພັນບ້ານ ຈໍານວນ 21 ບຸດ ນອກນັ້ນ ແມ່ນຕະຫຼາດນັດສັນຈອນ. ແຂ່ງຂັນກິລາມວນຊົນພື້ນເມືອງ ຄື: ແລ່ນກະໂປະຫມາກພ້າວ, ແກ່ກ້ານຫມາກພ້າວ, ຍິງຫນ້າເກັກ, ກິນຫມາກພ້າວແຂ່ງກັນ, ອົມນໍ້າຫມາກພ້າວ, ບານເຕະ, ບານສົ່ງ, ກະຕໍ້ ແລະ ເປຕັງ. ນອກຈາກນີ້ ທຸກໆ ຄືນມີປະກວດສິລະປະບົດພອນ, ຫມໍລໍາທົ່ວໄປ, ຮ້ອງເພງລູກກຸງບ້ານນາ ແລະ ປະກວດຮ້ອງເພງລາວ-ສາກົນ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment