ປະຊາຊົນເມືອງລອງ ປະສົບບັນຫາລາຄາມັນຕົ້ນຕົກຕໍ່າ

ປະຊາຊົນເມືອງລອງ, ແຂວງຫລວງນໍ້າທາ ພົບຄວາມຫຍຸ້ງຍາກໃນການຈໍາໜ່າຍມັນຕົ້ນ ຍ້ອນລາຄາຕົກຕໍ່າ ແລະ ມີພຽງໂຮງງານດຽວພາຍໃນເມືອງທີ່ເກັບຊື້, ຂະນະດຽວທີ່ລາຄາຕົກຕໍ່າ ເມື່ອທຽບໃສ່ລາຄາມັນຕົ້ນທີ່ຈໍາໜ່າຍຢູ່ຫລາຍແຂວງໃນທົ່ວປະເທດ ເພາະມັນຕົ້ນດິບທີ່ຈໍາໜ່າຍຢູ່ເມືອງລອງ ກິໂລໜຶ່ງ 530 ກີບ ຫລື 530.000 ກີບ/ໂຕນ. ສ່ວນຢູ່ຫລາຍແຂວງລາຄາບໍ່ຕໍ່າກວ່າກິໂລລະ 800 ກີບ ຫລື ບໍ່ຕໍ່າກວ່າ 800.000/ໂຕນ.

ທ່ານ ສຸລະສິດ ດວງມະໂນ, ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງລອງ ໃຫ້ສໍໍາພາດຜ່ານລາຍ ການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 1 ມີນາ 2022 ວ່າ: ຢູ່ເມືອງລອງ ມີໂຮງ ງານຜະລິດແປ້ງມັນຕົ້ນພຽງແຫ່ງດຽວເທົ່ານັ້ນ ເຊີ່ງເປັນການລົງທຶນຂອງນັກລົງທຶນຈີນທີ່ເກັບຊື້ມັນຕົ້ນນໍາປະຊາຊົນພາຍໃນເມືອງ, ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ໂຮງງານຕ້ອງຢຸດກິດຈະການຊົ່ວຄາວ. ຂະນະທີ່ກໍາມະກອນຄົນຈີນ ໄດ້ເດີນທາງກັບຄືນເມືອຈີນ ແລະ ກັບມາລາວບໍ່ທັນ ຍ້ອນມາດຕະການປ້ອງກັນພະຍາດໂຄວິດ-19 ເຮັດໃຫ້ປະຊາຊົນພາຍໃນເມືອງ ຈໍານວນ 41 ບ້ານທີ່ປູກມັນຕົ້ນ ເຊີ່ງມີເນື້ອທີ່ລວມກັນທັງໝົດປະມານ 800 ເຮັກຕາ, ສະເລ່ຍສະມັດຕະພາບ 30-40 ໂຕນ/ເຮັກຕາ ບໍ່ມີບ່ອນຈໍາໜ່າຍ ເພາະຖ້າຈະເອົາໄປຈໍາໜ່າຍຢູ່ບ່ອນອື່ນແມ່ນມີຄວາມຫຍຸ້ງຍາກຫລາຍ ໂດຍສະເພາະດ້ານການຂົນສົ່ງເຊີ່ງຈະເຮັດໃຫ້ຕົ້ນທຶນເພີ່ມສູງຂຶ້ນ.

ຢ່າງໃດກໍຕາມ ກໍາມະກອນຂອງໂຮງງານດັ່ງກ່າວ ໄດ້ເດີນທາງກັບມາຮອດລາວໄດ້ສອງອາທິດກວ່າແລ້ວ, ເຊີ່ງປັດຈຸບັນ ພວມເລັ່ງປຸບປຸງດ້ານເຕັກນິກ, ປ່ຽນຖ່າຍລະບົບອາໄຫລ່ ແລະ ອື່ນໆ ພາຍໃນໂຮງງານ ເພື່ອກະກຽມດໍາເນີນການຜະລິດຄືນໃໝ່. ສ່ວນຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ແລະ ພາກສ່ວນກ່ຽວຂ້ອງຂອງເມືອງ ໄດ້ຫາວິທີແກ້ໄຂຊ່ວຍປະຊາຊົນ ໂດຍໄດ້ຮ່ວມກັບຕົວແທນກຸ່ມຜູ້ປູກມັນຕົ້ນພາຍໃນເມືອງ ປະຊຸມຮ່ວມກັບເຈົ້າຂອງໂຮງງານ ເພື່ອຕົກລົງລາຄາຊື້-ຂາຍມັນຕົ້ນຕາມທີ່ເຄີຍປະຕິບັດມາແຕ່ລະປີກ່ອນການເປີດໂຮງງານຄືນໃໝ່ ເຊີ່ງເຈົ້າຂອງໂຮງງານໄດ້ຕົກລົງຈະຮັບຊື້ມັນຕົ້ນຈາກປະຊາຊົນທັງໝົດໃນລາຄາສູງສຸດຂອງມັນຕົ້ນດິບຢູ່ທີ່ 530.000 ກີບ/ໂຕນ ເພີ່ມຂຶ້ນ 50.000 ກີບ ເມື່ອທຽບໃສ່ປີ 2021 ຜ່ານມາ ໂດຍຈະມີການເຊັນສັນຍາຮ່ວມກັນຢ່າງເປັນທາງການໃນມື້ເປີດໂຮງງານຜະລິດຄືນໃໝ່ໃນໄວໆ ນີ້.

ທ່ານ ສຸລະສິດ ດວງມະໂນ ກ່າວເນັ້ນຕື່ມວ່າ: ລາຄາມັນຕົ້ນດິບທີ່ໂຮງງານຜະລິດແປ້ງມັນຕົ້ນຂອງຈີນ ຕົກລົງເກັບຊື້ນໍາປະຊາຊົນພາຍໃນເມືອງລອງ ໃນປີກາຍນີ້ ແລະ ປີນີ້ ເຫັນວ່າຍັງຕໍ່າຫລາຍເມື່ອທຽບໃສ່ລາຄາມັນຕົ້ນດິບຢູ່ຫລາຍແຂວງໃນທົ່ວປະເທດ. ຢ່າງໃດກໍຕາມ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ແລະ ພາກສ່ວນກ່ຽວຂ້ອງຈະພະຍາຍາມສືບຕໍ່ເຈລະຈາກັບໂຮງງານຜະລິດແປ້ງມັນຕົ້ນແຫ່ງດຽວທີ່ມີໃນເມືອງຄືນໃໝ່ ເພື່ອເກັບຊື້ມັນຕົ້ນນໍາປະຊາຊົນໃນລາຄາເພີ່ມຂຶ້ນທຸກປີ ເພື່ອເຮັດໃຫ້ເຂົາເຈົ້າມີກໍາລັງໃຈໃນການຜະລິດ ຫລື ບໍ່ຢຸດເຊົາການປູກ ເນື່ອງຈາກ ການປູກມັນຕົ້ນຖືເປັນອີກຫນຶ່ງອາຊີບສໍາຮອງຕົ້ນຕໍຂອງປະຊາຊົນມາແຕ່ດົນນານ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment