ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ຊ່ວຍແກ້ໄຂບັນຫາຜູ້ປະກອບການດ້ານປ້າຍທີ່ບໍ່ຖືກຕ້ອງຕາມລະບຽບການ

ສະມາຄົມປ້າຍລາວ ຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ ຊ່ວຍແກ້ໄຂບັນຫາຜູ້ປະກອບດ້ານປ້າຍໂຄສະນາບໍ່ຖືກຕ້ອງ ເພາະສົ່ງຜົນກະທົບໂດຍກົງຕໍ່ຜູ້ປະກອບການທີ່ມີໃບອະນຸຍາດດໍາເນີນກິດຈະການຢ່າງຖືກຕ້ອງຕາມລະບຽບການ ແລະ ເພື່ອເຮັດໃຫ້ລັດຖະບານ ໄດ້ຮັບຜົນປະໂຫຍດນໍາຜູ້ປະກອບການເຫລົ່ານີ້ໃຫ້ໄດ້ຫລາຍເທົ່າທີ່ຈະຫລາຍໄດ້.

ທ່ານ ວົງນໍາ ວົງວິໄລ, ປະທານສະມາຄົມປ້າຍລາວ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ປັດຈຸບັນ ຜູ້ປະກອບການ ດ້ານປ້າຍໂຄສະນາ ມີຫລາຍ ແລະ ກະແຈກກະຈາຍໃນທົ່ວປະເທດ, ມີທັງຈົດທະບຽນຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມລະບຽບການ ເຮັດໃຫ້ເກີດມີຫລາຍບັນຫາຕາມມາ ເປັນຕົ້ນ: ຜູ້ປະກອບການບໍ່ຖືກຕ້ອງ ຍາດແຍ່ງເອົາວຽກອອກປ້າຍນໍາພາກສ່ວນຕ່າງໆ ແລ້ວໄປເຮັດເອງຢູ່ເຮືອນຂອງຕົນ ເຮັດໃຫ້ລັດຖະບານບໍ່ມີລາຍຮັບຫຍັງນໍາເຂົາເຈົ້າ ຍ້ອນບໍ່ໄດ້ເສຍພາສີອາກອນຫຍັງ. ແຕ່ບັນຫາສໍາຄັນ ມີຄົນຕ່າງປະເທດເຂົ້າມາຍາດແຍ່ງຫາກິນດ້ານນີ້ຢູ່ລາວ ດ້ວຍການມານໍາບັນດາໂຄງການໃຫຍ່, ເຂົ້າມາແລ້ວຕັ້ງບໍລິສັດເຮັດປ້າຍຂຶ້ນນໍາໂຄງການ ພໍແລ້ວໂຄງການກໍນໍາເງິນກັບຄືປະເທດເຂົາເຈົ້າຈໍານວນຫລວງ ຫລາຍໃນແຕ່ລະປີ ເຮັດໃຫ້ຜູ້ປະກອບການດ້ານປ້າຍຢູ່ລາວ ທັງເປັນສະມາຊິກ ແລະ ບໍ່ແມ່ນສະມາຊິກຂອງສະມາຄົມ ບໍ່ສາມາດເຂົ້າເຖີງບັນດາໂຄງການໃຫຍ່. ນອກຈາກນີ້ ຈໍານວນໜຶ່ງທີ່ມີໃບອະນຸຍາດດໍາເນີນທຸລະກິດອອກຊື່ຄົນລາວ ແຕ່ໃຫ້ຄົນຕ່າງປະເທດດໍາເນີນກິດຈະການ ແລະ ມີບາງຈໍານວນເປີດຂາຍອຸປະກອນການຜະລິດປ້າຍໄປພ້ອມ ເຮັດໃຫ້ຕົ້ນທຶນການຜະລິດປ້າຍຂອງເຂົາເຈົ້າຖືກກວ່າທີ່ຜູ້ປະກອບການຂອງລາວຜະລິດ, ເຖີງວ່າທີ່ເຂົາເຈົ້າຜະລິດບໍ່ໄດ້ຄຸນນະພາບ ຍ້ອນຊ້ຕົ້ນທຶນຕໍ່າ ແຕ່ສັງຄົມມີຄວາມຕ້ອງການຍ້ອນມີລາຄາຖືກ ຈິ່ງເຮັດໃຫ້ມີຜົນກະທົບໂດຍກົງຕໍ່ການຢູ່ລອດຂອງບາງຜູ້ປະກອບການດ້ານປ້າຍຢູ່ລາວທີ່ມີງົບປະມານຈໍາກັດ.

ທ່ານ ວົງນໍາ ວົງວິໄລ ໃຫ້ຮູ້ຕື່ມວ່າ: ຕໍ່ບັນຫາທີ່ເກີດຂຶ້ນ, ສະມາຄົມປ້າຍລາວ ໄດ້ສະເໜີນໃນກອງປະຊຸມວຽກງານຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ປະຈໍາປີ 2021 ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້ ເພື່ອໃຫ້ແຕ່ງຕັ້ງຄະນະຮັບຜິດຊອບເຄື່ອນໄຫວກວດກາບັນດາຜູ້ປະກອບການດ້ານປ້າຍໂຄສະນາຢູ່ທົ່ວປະເທດ ເພື່ອເຮັດໃຫ້ຜູ້ປະກອບການໄດ້ມີໃບທະບຽນອະນຸຍາດດໍາເນີນທຸລະກິດຢ່າງຖືກຕ້ອງ, ພ້ອມທັງຊ່ວຍປຸກລະດົມໃຫ້ຜູ້ປະກອບການເຂົ້າມາຮ່ວມເປັນສະມາຊິກຂອງສະມາຄົມປ້າຍລາວ ເພື່ອສະດວກໃນການຄຸ້ມຄອງ ແລະ ເຮັດໃຫ້ລັດຖະບານໄດ້ຮັບຜົນປະໂຫຍດນໍາ. ນອກຈາກນີ້ ສະມາຄົມປ້າຍລາວ ຈະສືບຕໍ່ສະເໜີລັດຖະບານໃຫ້ກໍານົດເອົາທຸລະກິດດ້ານປ້າຍ ເປັນອາຊີບສະຫງວນໄວ້ໃຫ້ຄົນລາວ ເພາະສີມືການຜະລິດປ້າຍໂຄສະນາຂອງຄົນລາວໃນປັດຈຸບັນ ແມ່ນບໍ່ນ້ອຍໜ້າສີຂອງຄົນຕ່າງປະເທດ, ທັງນີ້ ເພື່ອແນໃສ່ເຮັດໃຫ້ຄົນລາວໄດ້ມີວຽກເຮັດງານທໍາໃນດ້ານນີ້ ແລະ ເຮັດໃຫ້ລັດຖະບານໄດ້ມີລາຍຮັບໃນດ້ານນີ້ນັບມື້ຫລາຍຂຶ້ນກວ່າເກົ່າ.

ສໍາລັບສະມາຄົມປ້າຍລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 20 ກຸມພາ 2020. ມາຮອດປັດຈຸບັນ ມີສະມາ ຊິກທັງໝົດ 40 ຮ້ານໃນທົ່ວປະເທດ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment