ການລັກລອບເດີນທາງໄປປະເທດໃກ້ຄຽງໂດຍຜ່ານ ເມືອງລະຄອນເພັງ ເລີ່ມປະກົດໃຫ້ເຫັນອີກແລ້ວ

ໃນໄລຍະ 2 ເດືອນກວ່າ ຄື: ນັບແຕ່ເດືອນມັງກອນ ຫາ ຕົ້ນເດືອນມີນາ 2022 ມີຄົນພະຍາຍາມລັກລອບເດີນ ທາງໄປປະເທດໃກ້ຄຽງ ໂດຍຜ່ານຊາຍແດນລະຫວ່າງ ເມືອງລະຄອນເພັງ, ແຂວງສາລະວັນ ກັບ ປະເທດໃກ້ຄຽງ ຈໍານວນ 40 ຄົນ ຫລັງຈາກທີ່ລັດຖະ ບານມີມາດຕະການຜ່ອນຜັນໃນການປ້ອງກັນພະຍາດໂຄວິດ-19.

ທ່ານ ທອງດີ ຈັນທະວົງ, ເຈົ້າເມືອງລະຄອນເພັງ ໃຫ້ສໍາພາດວ່າ: ໃນຈໍານວນ 40 ຄົນ, ມີຄົນສະເພາະຢູ່ພາຍໃນເມືອງລະຄອນເພັງ ພຽງ 5 ຄົນ ເທົ່ານັ້ນ, ທີ່ເຫລືອແມ່ນຄົນທີ່ເດີນທາງມາຈາກແຂວງອື່ນ ເພື່ອພະຍາຍາມລັກລອບຂ້າມໄປປະເທດໃກ້ຄຽງ ດ້ວຍການຈ້າງປະຊາຊົນບາງບ້ານທີ່ຢູ່ ເມືອງລະຄອນເພັງ ໃຊ້ເຮືອຂ້າມໄປສົ່ງ ແຕ່ຖືກເຈົ້າໜ້າທີ່ກ່ຽວຂ້ອງພົບເຫັນ ແລະ ຈັບໄດ້ກ່ອນ. ຕໍ່ກັບຜູ້ທີ່ພະຍາຍາມຈະລັກລອບ ແລະ ຜູ້ຮັບຂົນສົ່ງເຂົາເຈົ້າໄປປະ ເທດໃກ້ຄຽງທັງໝົດນີ້ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ສົມທົບກັບໄອຍະການເຂດ 2 ແກ້ໄຂບັນຫາຕາມລະບຽບກົດໝາຍທີ່ກໍານົດໄວ້.

ເຈົ້າເມືອງລະຄອນເພັງ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງຂອງເມືອງລະຄອນເພັງ ລວມມີ: ທະຫານຊາຍແດນ, ກໍາລັງກໍ່ສ້າງຮາກຖານປະຈໍາເມືອງ, ຕໍາຫລວດແຂວງ ແລະ ເມືອງ ຮ່ວມກັນເຄື່ອນໄຫວກວດກາ 9 ບ້ານຈຸດສຸມທີ່ຢູ່ລຽບຊາຍແດນກັບປະເທດໃກ້ຄຽງຢ່າງເຂັ້ມງວດ ເຮັດໃຫ້ຍາກຫລາຍທີ່ຈະສາມາດລັກລອບເຂົ້າ-ອອກ ເມືອງລະຄອນເພັງ ແບບບໍ່ຖືກຕ້ອງຕາມກົດໝາຍໄດ້. ສະນັ້ນ ທ່ານໄດ້ຮຽກຮ້ອງໃຫ້ຜູ້ທີ່ຈະເດີນທາງເຂົ້າ-ອອກປະເທດ ຕ້ອງເດີນທາງຜ່ານດ່ານສາກົນຕາມທີ່ລັດຖະບານກໍານົດ ຈິ່ງຖືກຕ້ອງຕາມລະບຽບກົດໝາຍ ແລະ ຮັບປະກັນຄວາມປອດໄພທັງຊີວິດ ແລະ ຊັບສິນ.

ສໍາລັບເມືອງລະຄອນເພັງ, ແຂວງສາລະວັນ ມີຊາຍແດນຕິດກັບປະເທດໃກ້ຄຽງ ຍາວ 75 ກິໂລແມັດ, ມີ 9 ບ້ານທີ່ຢູ່ລຽບຕາມຊາຍແດນດັ່ງກ່າວ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment