ທົດລອງເປີດຮັບນັກທ່ອງທ່ຽວຕ່າງປະເທດ ໄລຍະທີ 1 ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວນະຄອນຫລວງວຽງຈັນ 384 ຄົນ

ທ່ານ ນາງ ວິໄລວອນ ຈັນທະລາຕີ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 1 ເມສາ 2022 ທີ່ສະຖານີໂທລະພາບນະຄອນຫລວງວຽງຈັນ ວ່າ: ຜ່ານການທົດລອງເປີດຮັບນັກທ່ອງທ່ຽວຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ໄລຍະທີ 1 ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວປະເທດລາວ 505 ຄົນ ຈາກ 26 ປະເທດ 18 ບໍລິສັດທ່ອງທ່ຽວ, ໃນນີ້ ສະເພາະຢູ່ນະຄອນຫລວງວຽງຈັນ ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວ 384 ຄົນ, ຈາກ 23 ປະເທດ, 16 ບໍລິສັດ.

ທ່ານໃຫ້ຮູ້ຕື່ມວ່າ: ເນື່ອງຈາກນະຄອນຫລວງວຽງຈັນ ມີດ່ານສາກົນທີ່ລັດຖະບານອະນຸຍາດໃຫ້ນັກທ່ອງທ່ຽວຕ່າງປະເທດເຂົ້າມາ ຈິ່ງເຮັດໃຫ້ກາຍເປັນທາງຜ່ານຂອງນັກທ່ອງທ່ຽວ, ໃນນີ້ ໄດ້ກໍານົດ 7 ສະຖານທີ່ເປັນເຂດທ່ອງທ່ຽວສີຂຽວ ຄື: ພະທາດຫລວງ, ຫໍພະແກ້ວ, ປະຕູໄຊ, ວັດສີສະເກດ, ສວນວັດທະນະທໍາຊຽງຄວນ, ສວນພຶກສາ ແລະ ຮ້ານຄ້າປອດພາສີຢູ່ຂົວມິດຕະພາບລາວ-ໄທ ແຫ່ງທີ 1, ໃນນີ້ ນັກທ່ອງທ່ຽວໄປທ່ອງທ່ຽວສ່ວນຫລາຍແມ່ນພະທາດຫລວງ, ຫໍພະແກ້ວ, ວັດສີສະເກດ ແລະ ສວນວັດທະນະທໍາຊຽງຄວນ ຈາກນັ້ນໄດ້ເດີນທາງໄປແຂວງອື່ນທີ່ລັດຖະບານກໍານົດໄວ້.

ທ່ານ ນາງ ວິໄລວອນ ຈັນທະລາຕີ ໃຫ້ຮູ້ອີກວ່າ: ຜ່ານການກວດການັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ອງທ່ຽວຢູ່ນະຄອນຫລວງວຽງຈັນ ໄລຍະທີ 1 ຂອງເຈົ້າໜ້າທີ່ກ່ຽວຂ້ອງພົບເຫັນຜູ້ຕິດເຊື້ອພະຍາດໂຄວິດ-19 ພຽງ 2 ຄົນເທົ່ານັ້ນ, ເຊີ່ງທັງ 2 ຄົນບໍ່ສະແດງອາການຫຍັງ ເຮັດໃຫ້ເຈົ້າໜ້າທີ່ກ່ຽວຂ້ອງນໍາໄປປິ່ນປົວຢູ່ສະຖານທີ່ທີ່ໄດ້ກໍານົດໄວ້. ສ່ວນຂໍ້ຫຍຸ້ງຍາກທີ່ປະສົບ ແມ່ນບັນ ຫາການຈໍາກັດບໍລິເວນນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາ 48 ຊົ່ວໂມງ ເຫັນວ່າດົນເກີນໄປ ເຮັດໃຫ້ນັກທ່ອງທ່ຽວມີສຽງຈົ່ມວ່າ ແລະ ບໍ່ຢາກເດີນທາງເຂົ້າມາລາວ ເຊີ່ງບັນຫານີ້ນະຄອນຫລວງວຽງຈັນ ກໍາລັງສະເໜີພາກສ່ວນກ່ຽວຂ້ອງຂອງລັດຖະບານແກ້ໄຂໃຫ້ດີຂຶ້ນກວ່າເກົ່າ, ພ້່ອມນີ້ ທ່ານສະແດງຄວາມໝັ້ນໃຈວ່າ ໃນການທົດລອງເປີດຮັບນັກທ່ອງທ່ຽວຕ່າງປະເທດ ໄລຍະທີ 2 ຈະມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວນະຄອນຫລວງວຽງຈັນ ຫລາຍຂຶ້ນກວ່າເກົ່າ ຍ້ອນວຽກງານຫລາຍຢ່າງຈະໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ ໂດຍຜ່ານການຖອດຖອນບົດຮຽນຈາກການທົດລອງເປີດຮັບນັກທ່ອງທ່ຽວຕ່າງປະເທດໃນໄລຍະທີ 1 ຜ່ານມາ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment