ຈະສະໜອງຊີ້ນໝູໃຫ້ພຽງພໍ ແລະ ບໍ່ຂຶ້ນລາຄາໃນໄລຍະບຸນປີໃໝ່ລາວ

ຜູ້ອຳນວຍການລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ຢືນຢັນວ່າ: ໃນໄລຍະສະເຫລີມສະ ຫລອງບຸນປີໃໝ່ລາວ ປະຈໍາປີ ພສ 2564 ທີ່ຈະມາເຖີງນີ້ ຈະສະໜອງຊີ້ນໝູໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກໃນນະຄອນຫລວງວຽງຈັນ ແລະ ຈະບໍ່ຂຶ້ນລາຄາເຮັດໃຫ້ກະທົບຕໍ່ຜູ້ບໍລິໂພກ.

ທ່ານ ຄຳຫຼ້າ ແສງດາວົງ, ຜູ້ອຳນວຍການລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ, ຫົວໜ້າໂຮງ ງານຂ້າສັດທັນສະໄໝດອນດູ່ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ປັດຈຸບັນ ຍ້ອນການເໜັງຕິງຂອງລາຄາສິນຄ້າຫຼາຍປະເພດ ໂດຍສະເພາະແມ່ນຊີ້ນສັດປະເພດຕ່າງໆ, ລວມເຖິງພືດທີ່ນຳມາໃຊ້ຜະລິດເປັນຫົວອາຫານສັດເພີ່ມຂຶ້ນ, ລາຄານໍ້າມັນເຊື້ອໄຟສູງຂຶ້ນ, ບວກກັບອັດຕາແລກປ່ຽນມີການເໜັງຕິງ ເຮັດຕົ້ນທຶນການລ້ຽງສູງຂຶ້ນ, ເວົ້າລວມແມ່ນເຮັດໃຫ້ໂຄງປະກອບລາຄາຂອງການຜະລິດດັ່ງກ່າວສູງຂຶ້ນ, ດັ່ງນັ້ນ ການຂາຍອາຫານປະເພດຊີ້ນແມ່ນເໜັງຕີງຂຶ້ນຕາມໂຄງປະກອບຂອງລາຄາສິນຄ້າ ສະນັ້ນ ຜູ້ບໍລິໂພກບໍ່ຄວນເຂົ້າໃຈຜິດວ່າການຂຶ້ນລາຄາຊີ້ນໝູ ຫລື ຊີ້ນງົວ-ຄວາຍ ແມ່ນຊາວຄ້າຂາຍສວຍໂອກາດຂຶ້ນ ແຕ່ເປັນຍ້ອນທັງໝົດລະບົບໂຄງປະກອບລາຄາສິນຄ້າທີ່ເພີ່ມຂຶ້ນ ເຮັດໃຫ້ລາຄາຈໍາໜ່າຍເໜັງຕີງເພີ່ມຂຶ້ນໄປນຳ ເຊີ່ງທາງບໍລິສັດ ກໍຄື ຜູ້ປະກອບການລ້ຽງສັດພະຍາຍາມປັບ ແລະ ຫຼຸດຮອນຂັ້ນຂອດທີ່ສີ້ນເປືອງອອກເຮັດໃຫ້ໂຄງປະກອບລາຄາຖືກລົງເພື່ອຜູ້ບໍລິໂພກ.

ທ່ານໃຫ້ຮູ້ຕື່ມວ່າ: ປັດຈຸບັນນີ້ ໂຮງງານຂ້າສັດທັນສະໄໝດອນດູ່ ສະໜອງໝູ 450-460 ໂຕຕໍ່ມື້ ແລະ ຈະເພີ່ມຂຶ້ນເປັນ 500 ໂຕ ໃນໄລຍະປີໃໝ່ລາວທີ່ຈະມາເຖີງນີ້, ໃນນີ້ ຂ້າຂາຍສົ່ງຕະຫລາດ 300-320 ໂຕຕໍ່ມື້, ທີ່ເຫລືອແມ່ນຊຳແຫຼະເປັນຊີ້ນສົ່ງບັນດາຮ້ານ Pork Shop ພາຍໃນນະຄອນຫລວງວຽງຈັນ ປະມານ 48 ຮ້ານ ເຊີ່ງຊີ້ນໝູສ່ວນນີ້ມີລາຄາແພງກວ່າຈໍາໜ່າຍຢູ່ຕາມຕະຫລາດທົ່ວໄປເລັກນ້ອຍ ເນື່ອງຈາກຕ້ອງໄດ້ນໍາໃຊ້ເຄື່ອງເຢັນ ແລະ ຫ້ອງແອ, ຜູ້ບໍ ລິໂພກຄວນເຂົ້າໃຈບັນຫານີ້. ຢ່າງໃດກໍຕາມ ລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ຮ່ວມກັບບໍລິສັດ ຊີພີ ໄດ້ເນັ້ນໃຫ້ຜູ້ຈໍາໜ່າຍຊີ້ນໝູທັງໝົດຂາຍຕາມລາຄາທີ່ບໍລິສັດກໍານົດໄວ້ ແລະ ຫ້າມສວຍໂອກາດຂຶ້ນລາຄາຢ່າງເດັດ ຂາດເພາະເປັນການເອົາປຽບຜູ້ບໍລິໂພກ. ພ້ອມນີ້ ທ່ານຝາກມາຍັງສັງຄົມໃຫ້ມີຄວາມຫມັ້ນໃຈເພາະໂຮງງານໄດ້ຮັບການປັບປຸງສູ່ຄວາມທັນສະໄໝ ແລະ ຂ້າສັດໃນຈໍານວນທີ່ເພີ່ມຂຶ້ນ ເຮັດໃຫ້ໃນໄລຍະປີໃໝ່ລາວທີ່ຈະມາເຖີງນີ້ ຊີ້ນໝູຈະພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກໃນນະຄອນຫລວງວຽງຈັນແນ່ນອນ.

ປັດຈຸບັນ, ມີ 3 ພາກສ່ວນທີ່ສະໜອງໝູຢູ່ນະຄອນຫລວງວຽງຈັນ ຄື: ບໍລິສັດຊີພີລາວ ໄດ້ສະໜອງໝູ ກວມ 400 ກວ່າໂຕຕໍ່ມື້, ກວມ 50%, ບໍລິສັດເບທາໂກ ສະໜອງໝູມື້ລະ 70-100 ໂຕ ແລະ ຊາວກະສິກອນລ້ຽງເອງ ຈຳໜ່າຍເອງປະມານ 100 ໂຕ. ນອກຈາກນີ້ ແມ່ນນຳເຂົ້າມາຈາກ ແຂວງວຽງຈັນ ມື້ລະ 100 ກວ່າໂຕ. ສ່ວນລາຄາຊີ້ນໝູໃນຕໍ່ໜ້າຄາດວ່າຈະຍັັງຄົງລາຄາໃນປັດຈຸບັນໄວ້ໃນໄລຍະຍາວ ເນື່ອງຈາກມີອາຫານຕາມທໍາທະຊາດເຂົ້າມາທົດແທນຫລາຍໃນໄລຍະລະດູຝົນທີ່ຈະມາເຖີງນີ້.

ສໍາລັບລາຄາຊີ້ນໝູທີ່ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ກຳນົດຕາມປະເພດຊີ້ນຢ່າງລະ ອຽດ ຄື: ລາຄາຊີ້ນໝູຢືນໜ້າຟາມ ສູງສຸດບໍ່ໃຫ້ເກີນ 30.500 ກີບຕໍ່ກິໂລ, ລາຄາຂາຍຍົກໝູໝົດໂຕທີ່ໄດ້ຂ້າຄົວ ແລະ ຊຳແຫຼະເປັນຊີ້ນ, ລວມນາຍຮ້ອຍສົ່ງເຖິງລູກຂຽງຮອດຕະຫຼາດ ລາຄາສູງສຸດບໍ່ໃຫ້ເກີນ 36.500 ກີບຕໍ່ກິໂລ ສ່ວນລາຄາຂາຍຍ່ອຍຊີ້ນໝູປະເພດ I ສູງສຸດບໍ່ໃຫ້ເກີນ 50.000 ກີບຕໍ່ກິໂລ, ຊີ້ນໝູປະເພດ II ບໍ່ເກີນ 46.000 ກີບຕໍ່ກິໂລ. ສຳລັບຊີ້ນໝູປະເພດຍ່ອຍທີ່ວາງຂາຍຢູ່ຮ້ານຂາຍໝູຂອງບໍລິສັດ ແລະ ຮ້ານຂາຍຍ່ອຍທົ່ວໄປ ແມ່ນລາຄາສູງສຸດບໍ່ໃຫ້ເກີນ 52.000 ກີບຕໍ່ກິໂລ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment