ໃນສະພາບທີ່ລາຄານໍ້າມັນແພງ ການຫັນມາຊົມໃຊ້ລົດເມສາທາລະນະອາດເປັນທາງເລືອກທີ່ດີກວ່າ

ປັດຈຸບັນ, ລັດວິສາຫະກິດລົດເມນະຄອນຫລວງວຽງຈັນ ພວມຢູ່ໃນໄລຍະທົດລອງນໍາໃຊ້ລົດເມໄຟຟ້າ EV Bus ເພື່ອຮັບໃຊ້ຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ ໂດຍບໍ່ເສຍຄ່າ ໃນ 3 ເສັ້ນທາງ ຄື:

+ ສາຍ 35: ຈາກສະຖານີລົດເມຂົວດິນ-ສູນການຄ້າທາດຫຼວງພລາຊາ-ຕະຫຼາດຫົວຂົວ-ສະຖານີລົດໄຟລາວ-ຈີນ ໄລຍະທາງ 17 ກິໂລແມັດ ລາຄາ 5.000 ກີບຕໍ່ຄົນ.

+ ສາຍ 22: ຈາກສະຖານີ ລົດເມຂົວດິນ-ຕະຫຼາດທາດຫຼວງ-ສໍານັກງານປົກຄອງເມືອງໄຊເສດຖາ-ສູນການຄ້າລາວ-ໄອເຕັກ-ເຂດເສດຖະກິດພິເສດບຶງທາດຫຼວງ-ສະຖານີລົດໄຟລາວ-ໄທ-ຕະຫຼາດໄຮຄຳ-ເຂດເສດຖະກິດກວມລວມໄຊເສດຖາ (ຫຼັກ 21 )-ສະຖານີລົດໄຟລາວ-ຈີນ ໄລຍະທາງ 26 ກິໂລແມັດ, ຄ່າໂດຍສານ 8.000 ກີບຕໍ່ຄົນ.

+ ສາຍ 48: ຈາກສະຖານີລົດເມຂົວດິນ-ດົງນາໂຊກ-ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ-ສີເກີດ ໄລຍະທາງ 15 ກິໂລແມັດ ຄ່າໂດຍສານ 5.000 ກີບຕໍ່ຄົນ.

ທັງ 3 ເສັ້ນທາງດັ່ງກ່າວ ທີ່ພວມທົດລອງນໍາໃຊ້ລົດເມໄຟຟ້າ EV Bus ເພື່ອຮັບໃຊ້ຂົນສົ່ງສາທາລະນະ ແມ່ນບໍ່ໄດ້ເສຍຄ່າບໍລິການແຕ່ຢ່າງໃດໃນລະຫວ່າງວັນທີ 23 ມີນາ-13 ເມສາ 2022.

ທ່ານ ແກ້ວວັນພອນ ວອນທິວົງສີ, ຜູ້ອໍານວຍການລັດວິສາຫະກິດລົດເມ ນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ປັດຈຸບັນແມ່ນຢູ່ໃນໄລຍະທົດລອງນໍາໃຊ້ລົດເມໄຟຟ້າ EV Bus ເພື່ອຮັບໃຊ້ຂົນສົ່ງສາທາລະນະ ຫລັງຈາກນັ້ນຈະໄດ້ບໍລິການຕົວຈິງ ແລະ ຈະຂະຫຍາຍໄປອີກຫລາຍເສັ້ນທາງ ໂດຍສະເພາະເສັ້ນທາງທີ່ມີຊຸມຊົນຈໍານວນຫລາຍ ຖ້າຫາກລັດຖະບານສືບຕໍ່ມີມາດຕະການຜ່ອນຜັນໃນການປ້ອງກັນພະຍາດໂຄວິດ-19 ເພື່ອຮັບໃຊສັງຄົມຕາມເປົ້າໝາຍຂອງພັກ ແລະ ລັດຖະບານ ແນ່ໃສ່ຫລຸດຜ່ອນການນໍາໃຊ້ລົດສ່ວນຕົວ ແລະ ຫັນນມາຊົມໃຊ້ລົດເມສາທາລະນະໃຫ້ນັບມື້ຫລາຍຂຶ້ນ ໂດຍສະເພາະໃນສະພາບທີ່ລາຄານໍ້າມັນແພງໃນປັດຈຸບັນນີ້ ແມ່ນເໝາະສົມທີ່ສຸດໃນການນໍາໃຊ້ລົດເມສາ ທາລະນະ ເພາະນອກຈາກຊ່ວຍປະຢັດງົບປະມານ ຍັງຊ່ວຍຫລຸດຜ່ອນອຸບັດຕິເຫດ ແລະ ມົນລະພິດທາງສິ່ງແວດລ້ອມເນື່ອງຈາກລົດເມໄຟຟ້າປ່ອນກາກບອນຕໍ່າເມື່ອທຽບໃສ່ລົດເມທີ່ແລ່ນດ້ວຍນໍ້າມັນ.

ທ່ານໃຫ້ຮູ້ຕື່ມວ່າ: ລົດເມໄຟຟ້າໃຊ້ເວລາສາກ 2 ຊົ່ວໂມງ, ເສຍເງິນຄ່າໄຟຟ້າ 158.000 ກີບ ສາມາດຂີ່ໄດ້ ຕາມມາດຕະຖານຕົວຈິງແມ່ນ 400 ກິໂລແມັດ, ແຕ່ຕ້ອງຈົ່ງໄຟໄວ້ 30% ເພື່ອສາກໃໝ່ ຈິ່ງສາມາດຂີ່ໄດ້ 300 ກິໂລ ແມັດແລ້ວສາກໄຟໃໝ່ ເຮັດໃຫ້ປະຢັດງົບປະມານກວ່າການນໍາໃຊ້ລົດເມທີ່ແລ່ນດ້ວຍນໍ້າມັນ 25%. ຂະນະທີ່ໝໍ້ໄຟສາມາດນໍາໃຊ້ໄດ້ 8 ປີ ໃນມູນຄ່າ 50.000 ໂດລາສະຫະລັດ. ລົດເມໄຟຟ້າ ເປັນລົດເມທີ່ຕ້ອງຮັກສາໃຫ້ມີຄວາມສະ ອາດຢູ່ສະເໝີ ແລະ ມີແອທີ່ເຢັນ. ສະນັ້ນ, ພະນັກງານຂອງລັດວິສາຫະກິດລົດເມນະຄອນຫລວງວຽງຈັັນ ທີ່ບໍລິການຢູ່ເທີງລົດດັ່ງກ່າວ ແມ່ນຄັດເລືອກມາເປັນພິເສດ ເພື່ອໃຫ້ການບໍລິການໄດ້ຄຸນນະພາບເທົົ່າທີ່ຄວນ. ດັ່ງນັ້ນ, ຈິ່ງຮຽກຮ້ອງມາຍັງມວນຊົນ ກໍຄື ພະນັກງານ, ທະຫານ, ຕໍາຫລວ, ຊາວຄ້າຂາຍ ແລະ ປະຊາຊົນທົ່ວໄປທີ່ອາໃສຢູ່ນະຄອນຫລວງວຽງຈັນ ຫັນມາຊົມໃຊ້ລົດເມສາທາລະນະໃຫ້ຫລາຍຂຶ້ນກວ່າເກົ່າ ເພື່ອປະຢັດງົບປະມານໃນສະພາບທີ່ລາຄາສິນຄ້າເພີ່ມສູງຂຶ້ນ, ທັງມີຄວາມປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ນອກຈາກນີ້ ຍັງເປັນການປະກອບສ່ວນປະຕິບັດຄໍາຂັວນ 6 ສໍ ທີ່ນະຄອນຫລວງວຽງຈັນ ໄດ້ວາງໄວ້ຕື່ມອີກ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment