ເລັ່ງຟື້ນຟູຟາມລ້ຽງໝູທີ່ຢຸດເຊົາໄປແລ້ວໃຫ້ກັບຄືນມາລ້ຽງໝູຄືນໃໝ່ ເພື່ອແກ້ໄຂບັນຫາລາຄາຊີ້ນໝູແພງ

ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ພວມເຄື່ອນໄຫວຊຸກຍູ້ສົ່ງເສີມຊາວກະສິກອນ ກໍຄື ບັນ ດາຟາມລ້ຽງໝູໃນນະຄອນຫລວງວຽງຈັນ ທີ່ຢຸດເຊົາໄປແລ້ວໃຫ້ກັບຄືນມາລ້ຽງໝູຄືນໃໝ່. ຂະນະດຽວກັນ ໄດ້ຮຽກ ຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຮ່ວມກັນແກ້ໄຂຢ່າງຈິງຈັງກ່ຽວກັບລາຄາຊີ້ນໝູທີ່ເໜັງຕີງເພີ່ມຂຶ້ນ.

ທ່ານ ແສງເພັດ ຈັນທະເສນ, ຮອງຫົວໜ້າຂະແໜງລ້ຽງສັດ, ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ໂທລະພາບນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້ວ່າ: ນະຄອນຫລວງວຽງຈັນ ມີຟາມລ້ຽງໝູ ທັງໝົດ 188 ຟາມ, ໃນນີ້ ມີຫລາຍຟາມໄດ້ຢຸດເຊົາໄປແລ້ວ ຍ້ອນການລະບາດຂອງພະຍາດໂຄວິດ-19 ແລະ ການລະບາດຂອງພະຍາດໝູອາຟຼິກກາ ເຮັດໃຫ້ການສະໜອງໝູບໍ່ພຽງພໍກັບການບໍລິໂພກ ເນື່ອງຈາກລັດຖະບານມີມາດຕະການຜ່ອນ ຜັນໃນການປ້ອງກັນພະຍາດໂຄວິດ-19 ເຮັດໃຫ້ບັນດາໂຮງແຮມ ແລະ ຮ້ານອາຫານ ກັບມາເປີດບໍລິການຄືນໃໝ່ຈິ່ງມີຄວາມຕ້ອງການຊີ້ນໝູເພີ່ມຂຶ້ນ. ປັດຈຸບັນ ຂະແໜງລ້ຽງສັດ ພວມພະຍາຍາມຊຸກຍູ້ບັນດາຟາມທີ່ໄດ້ຢຸດເຊົາໄປແລ້ວໃຫ້ກັບຄືນມາລ້ຽງໝູຄືນໃໝ່ ໂດຍຈະນໍາໃຊ້ມາດຕະຖານຄວບຄຸມການລ້ຽງໃຫ້ໄດ້ຄຸນນະພາບ ເພື່ອເຮັດໃຫ້ການຜະລິດໝູໃນປີ 2022 ພຽງພໍກັບຄວາມຕ້ອງການ.

ທ່ານຍັງໃຫ້ຮູ້ກ່ຽວກັບການກໍານົດລາຄາຊີ້ນໝູໃນແຕ່ລໄລຍະ ແມ່ນຂຶ້ນກັບຫລາຍປັດໃຈ ເປັນຕົ້ນ: ອັດຕາການແລກປ່ຽນເງິນຕາ, ລາຄາອາຫານໝູ ແລະ ແນວພັນ ເຊີ່ງບາງສ່ວນນໍາເຂົ້າຈາກຕ່າງປະເທດ ເຮັດໃຫ້ຕົ້ນທຶນການຜະລິດສູງຂຶ້ນ, ຖ້າຕ້ອງການໃຫ້ລາຄາຊີ້ນໝູຫລຸດລົງ ຫລາຍພາກສ່ວນທີ່ກ່ຽວຂ້ອງຕ້ອງຫັນໜ້າມາເອົາໃຈໃສແກ້ໄຂຮ່ວມກັນຢ່າງຈິງຈັງກວ່າເກົ່າ, ພ້ອມທັງຫັນມານໍາໃຊ້ອາຫານສັດທີ່ຜະລິດພາຍໃນປະເທດ ແລະ ຊຸກຍູ້ສົ່ງເສີມການປູກພືດທີ່ເປັນອາຫານສັດ ໂດຍສະເພາະສາລີ ແລະ ຖົ່ວເຫລືອງໃຫ້ຫລາຍຂຶ້ນ ເພື່ອໃຫ້ຕົ້ນທຶນການຜະລິດຫລຸດລົງ ຫລື ຄົງທີ່. ປັດຈຸບັນຢູ່ນະຄອນຫລວງວຽງຈັນ ມີໂຮງງານຜະລິດອາຫານສັດທີ່ໃຫຍ່ 3 ແຫ່ງ, ສາມາດຜະລິດໄດ້ສູງສຸດ 300.000-400.000 ໂຕນ/ປີ, ເຊີ່ງຂະແໜງລ້ຽງສັດໄດ້ປະສານກັບທັງ 3 ໂຮງງານເພື່ອເພີ່ມກຳລັງການຜະລິດຂຶ້ນອີກ, ພ້ອມທັງຊຸກຍູ້ຜູ້ປູກພືດທີ່ເປັນວັດຖຸດິບປ້ອນໂຮງງານໃຫ້ພຽງພໍ ເພື່ອຫລຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ເພາະຫົວອາຫານສັດທີ່ຜະລິດໃນລາວແມ່ນໄດ້ຄຸນນະພາບດີ ເນື່ອງຈາກຜ່ານການກວດກາຈາກເຈົ້າໜ້າທີ່ກ່ຽວຂ້ອງມາແລ້ວ.

ອີງຕາມຂໍ້ມູນຈາກການໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວຂອງ ທ່ານ ຫລ້າສາຍ ນວນທາສິງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ໃນກ່ອນໜ້າເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ໃນຈໍານວນຟາມລ້ຽງໝູຢູ່ນະຄອນຫລວງວຽງຈັນ 188 ຟາມ ໄດ້ຢຸດເຊົາການລ້ຽງໄປແລ້ວ 33 ຟາມ ເຮັດໃຫ້ມີ 155 ຟາມທີ່ຍັງສືບ ຕໍ່ລ້ຽງ, ມີໝູທັງໝົດ 126.084 ໂຕ. ຢ່າງໃດກໍຕາມ ເພື່ອແກ້ໄຂບັນຫາຊີ້ນໝູແພງ, ຄຽງຄູ່ກັບການຊຸກຍູ້ໃຫ້ບັນດາຟາມທີ່ໄດ້ຢຸດເຊົາໄປກັບຄືນມາລ້ຽງໝູຄືນໃໝ່, ລັດຖະບານຕ້ອງມີນະໂຍບາຍໃຫ້ເຂົາເຈົ້າສະເພາະ, ພ້ອມນີ້ ຕ້ອງມີການແບ່ງພື້ນທີ່ການຕະຫຼາດໃຫ້ຄົນລາວ 2/3 ໃນນະຄອນຫຼວງວຽງຈັນ, ການສ້າງຕັ້ງກຸ່ມຜູ້ລ້ຽງ ແລະ ສະຫນອງຊີ້ນ ເພື່ອສະ ດວກໃນການຈັດການຈັດຮອບວຽນ, ແບ່ງສັດສ່ວນ ແລະ ເອກະພາບກັນໃນການຜະລິດ, ການສະຫນອງ ແລະ ລາຄາການຈໍາຫນ່າຍ, ເພີ່ມການລ້ຽງຫມູແມ່ພັນເພີ່ມຂຶ້ນ 3.000 ແມ່ ແລະ ອື່ນໆ.

ສໍາລັບຢູ່ນະຄອນຫລວງວຽງຈັນ, ໃນປີ 2021 ຜ່ານມາ ຄວາມຕ້ອງການຊີ້ນຫມູ ແມ່ນ 18.478 ໂຕນ ຫລື 284.276 ໂຕ ແຕ່ສາມາດສະຫນອງໄດ້ 15.802 ໂຕນ ຫລື 243.107 ໂຕ. ສ່ວນປີ 2022 ຄາດວ່າຄວາມຕ້ອງການຊີ້ນຫມູ ປະມານ 19.088 ໂຕນ ຫລື 293.661 ໂຕ ແຕ່ຈະສາມາດສະຫນອງໄດ້ປະມານ 15.892 ໂຕນ ຫລື 244.492 ໂຕ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment