ຈະເຂັ້ມງວດຕໍ່ຜູ້ໃຊ້ລົດ-ໃຊ້ຖະໜົນ ທີ່ບໍ່ປະຕິບັດຕາມກົດລະບຽບຈະລາຈອນ ໃນໄລຍະບຸນປີໃຫມ່ລາວ ພສ 2565

ພັນເອກ ກົງສີ ສຸວັນນະຕຸ້ມ, ຫົວໜ້າກົມຕໍາຫລວດຈະລາຈອນ, ກົມໃຫຍ່ຕໍາຫລວດ, ກະຊວງປ້ອງກັນຄວາມສະຫງົບ ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 8 ເມສາ 2022 ນີ້, ທີ່ນະຄອນຫລວງວຽງຈັນ ໂດຍໃຫ້ຮູ້ກ່ຽວກັບການ ປ້ອງກັນ ແລະ ສະກັດກັ້ນອຸບັດຕິເຫດຕາມທ້ອງຖະໜົນຢູ່ທົ່ວປະເທດໃນໄລຍະສະເຫລີມສະຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃຫມ່ລາວ ພສ 2565, ເຊີ່ງທ່ານໃຫ້ຮູ້ວ່າ: ກົມຕໍາຫລວດຈະລາຈອນ ໄດ້ອອກແຈ້ງການທີ່ກໍານົດ 15 ມາດຕະການສໍາຄັນ ເປັນຕົ້ນ: ຫ້າມຜູ້ຂັບຂີ່ດື່ມສິ່ງມືນເມົາ ( ເມົາຫ້າມຂັບຂີ່ລົດ ) ຢ່າງເດັດຂາດ, ຖ້າຫາກກວດກາພົບເຫັນເຈົ້າຫນ້າ ທີ່ກ່ຽວຂ້ອງຈະໄດ້ກັກໄວ້, ເມື່ອຊ່ວງເມົາແລ້ວຈິ່ງອະນຸຍາດໃຫ້ໄປ ຫຼື ໃຫ້ຍາດພີ່ນ້ອງ, ຫມູ່ຄູ່ມາຮັບເອົາ ເພື່ອຮັບປະກັນຄວາມປອດໄພ, ຫ້າມຂັບຂີ່ລົດໄວເກີນກົດຫມາຍກໍານົດ ( ສໍາລັບລົດຂົນສົ່ງໂດຍສານ ຫ້າມແລ່ນໄວເກີນ 80 Km/h ຕາມເສັ້ນທາງຫຼວງ ສະເພາະຢູ່ເຂດນອກເມືອງ ), ສະເພາະເສັ້ນທາງດ່ວນ ການໃຊ້ຄວາມໄວສູງສຸດບໍ່ໃຫ້ເກີນ 100 km/ ຊົ່ວໂມງ ແລະ ຄວາມໄວຕໍ່ສູດບໍ່ໃຫ້ຫຼຸດ 80 km/ ຊົ່ວໂມງ ( ເຈົ້າຫນ້າທີ່ຕໍາຫຼວດຈະໄດ້ຈັບຄວາມໄວຜ່ານກ້ອງຈັບຄວາມໄວ ) ແລະ ຫ້າມຈອດລົດໃນເສັ້ນທາງດ່ວນຢ່າງເດັດຂາດ ( ຍົກເວັ້ນກໍລະນີລົດເປ່ເພ່ ). ນອກຈາກນີ້ ແມ່ນຫ້າມນໍາໃຊ້ລົດຂົນສົ່ງໂດຍສານບັນທຸກສິນຄ້າ, ບັນທຸກຜູ້ໂດຍສານເກີນກໍານົດ ແລະ ຊ່ວງຊິງເອົາຜູ້ໂດຍສານຢ່າງເດັດຂາດ ແລະ ອື່ນໆ.

ທ່ານໃຫ້ຮູ້ຕື່ມວ່າ: ກົມຕໍາຫລວດຈະລາຈອນ ໄດ້ປຶກສາຫາລື ແລະ ວາງແຜນກັບບັນດາຕໍາຫລວດຈະລາຈອນໃນທົ່ວປະເທດແລ້ວ ກ່ຽວກັບການຕັ້ງຈຸດກວດກາຍານພາຫະນະ ກໍຄື ອໍານວຍຄວາມສະດວກໃຫ້ແກ່ຜູ້ໃຊ້ລົດໃຊ້ຖະໜົນຢູ່ບັນດາເສັ້ນທາງສໍາຄັນ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພໃນການສັນຈອນ ໄປມາເປັນຕົ້ນ: ທາງເຂົ້າ-ອອກເມືອງ, ທາງເຂົ້າ-ອອກແຂວງ, ເສັ້ນທາງຫລວງແຫ່ງຊາດ 13 ເໜືອ, 13ໃຕ້ ແລະ ອື່ນໆ. ນອກ ຈາກນີ້ ຍັງໃຫ້ເຈົ້າໜ້າທີ່ຕໍາຫລວດຈາລະຈອນສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງເຄື່ອນທີ່ກວດກາພາຍໃນຕົວເມືອງເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍ ຫລື ກ່າວເຕືອນເມື່ອເຫັນຜູ້ກະທໍາຜິດລະບຽບການທີ່ວາງໄວ້.

ສໍາລັບເວລາເຂົ້າປະຈໍາທີ່ຂອງເຈົ້າໜ້າທີ່ຕໍາຫລວດຈະລາຈອນໃນໄລຍະບຸນປີໃໝ່ລາວ ພສ 2565 ຕາມແຈ້ງການຂອງກົມຕໍາຫລວດຈະລາຈອນ ແມ່ນລະຫວ່າງວັນທີ 11-17 ເມສາ 2022 ເຊີ່ງຫົວໜ້າກົມຕໍາຫລວດຈະລາຈອນ ໄດ້ຮຽກຮ້ອງມາຍັງຜູ້ທີ່ໃຊ້ລົດ - ໃຊ້ຖະຫນົນ ຈົ່ງໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການປະຕິບັດກົດລະບຽບຈະລາ ຈອນຢ່າງເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ມີອຸບັດຕິເຫດເກີດຂຶ້ນກັບຕົນເອງ.

ພັນເອກ ກົງສີ ສຸວັນນະຕຸ້ມ ຍັງໃຫ້ຮູ້ກ່ຽວກັບອຸບັດຕິເຫດທີ່ເກີດຂຶ້ນຢູ່ ສປປ ລາວ ໃນປີ 2021 ຜ່ານມາ, ມີທັງຫມົດ 5.576 ລາຍ, ພາຫະນະເປ່ເພ 9.910 ຄັນ, ຄົນໄດ້ຮັບບາດເຈັບ 8.388 ຄົນ ແລະ ເສຍຊີວິດ 831 ຄົນ, ໃນນີ້ ສະເພາະໄລຍະສະເຫລີມສະຫລອງປີໃໝ່ລາວ ພສ 2564 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 338 ຄັ້ງ, ພາ ຫະນະເປ່ເພ 610 ຄັນ, ຄົນໄດ້ຮັບບາດເຈັບ 571 ຄົນ ແລະ ເສຍຊີວິດ 44 ຄົນ, ຍິງ 5 ຄົນ, ສ້າງຜົນເສຍຫາຍທາງ ດ້ານສຸຂະພາບ, ຊີວິດ ແລະ ຊັບສີນຢ່າງຫລວງຫລາຍ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment