7 ວັນອັນຕະລາຍ ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 312 ຄັ້ງ, ເສຍຊີວິດ 35 ຄົນ

ໄລຍະ 7 ວັນອັນຕະລາຍ ຄື: ວັນທີ 11-17 ເມສາ 2022 ເຊີ່ງແມ່ນໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ພສ 2565, ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນທັງໝົດ 312 ຄັ້ງ, ທຽບໃສ່ໄລຍະດຽວກັນຂອງປີ 2021 ຫລຸດລົງ 26 ຄັ້ງ, ມີພາຫະນະເປ່ເພ 545 ຄັນ, ຫລຸດລົງ 65 ຄັນ, ໄດ້ຮັບບາດເຈັບ 552 ຄົນ, ຫລຸດລົງ 19 ຄົນ ແລະ ເສຍຊີວິດ 35 ຄົນ, ຍິງ 5 ຄົນ, ຫລຸດລົງ 9 ຄົນ.

ອຸບັດຕິເຫດທີ່ເກີດຂຶ້ນທັງໝົດ ລວມມີ: ນະຄອນຫລວງວຽງຈັນ, ເກີດຂຶ້ນ45 ຄັ້ງ, ແຂວງວຽງຈັນ 39 ຄັ້ງ, ຈໍາປາສັກ 38 ຄັ້ງ, ບໍລິຄໍາໄຊ 36 ຄັ້ງ, ສະຫວັນນະເຂດ 21 ຄັ້ງ, ຫລວງນໍ້າ 20 ຄັ້ງ, ອຸດົມໄຊ 17 ຄັ້ງ, ໄຊຍະບູລີ, ຫລວງພະບາງ ແລະ ສາລະວັນ, ແຂວງລະ 15 ຄັ້ງ, ບໍ່ແກ້ວ 13 ຄັ້ງ, ອັດຕະປື 11 ຄັ້ງ, ຄໍາມ່ວນ 10 ຄັ້ງ, ຊຽງຂວາງ 9 ຄັ້ງ, ຜົ້ງສາລີ ແລະ ຫົວພັນ, ແຂວງລະ 5 ຄັ້ງ, ໄຊສົມບູນ ແລະ ເຊກອງ, ແຂວງລະ 4 ຄັ້ງ.

ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ, ກົມໃຫຍ່ຕໍາຫລວດ, ກະຊວງປ້ອງກັນຄວາມສະຫງົບ ຖະແຫລງຂ່າວໃນຕອນບ່າຍວັນທີ 18 ເມສາ 2022 ທີ່ນະຄອນຫລວງວຽງຈັນ ວ່າ: ແຂວງທີ່ມີຜູ້ເສຍຊີວິດຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນ, ເສຍຊີວິດ 8 ຄົນ, ຮອງລົງມາແມ່ນຈໍາປາສັກ 6 ຄົນ, ໄຊຍະບູລີ 5 ຄົນ, ຫລວງພະບາງ ແລະ ແຂວງວຽງຈັນ, ແຂວງລະ 3 ຄົນ, ສະຫວັນນະເຂດ, ບໍລິຄໍາໄຊ, ສາລະວັນ ແລະ ຊຽງຂວາງ, ແຂວງລະ 2 ຄົນ, ບໍ່ແກ້ວ ແລະ ຫົວພັນ, ແຂວງລະ 1 ຄົນ. ສ່ວນ 7 ແຂວງບໍ່ມີຜູ້ເສຍຊີວິດ ຄື: ຜົ້ງສາລີ, ອຸດົມໄຊ, ຫລວງນໍ້າທາ, ໄຊສົມບູນ, ຄໍາມ່ວນ, ເຊກອງ ແລະ ອັດຕະປື. ອຸບັດຕິເຫດທີ່ເກີດຂຶ້ນ ສ່ວນຫລາຍແມ່ນລົດຈັກຕໍາລົດຈັກ, ຮອງລົງມາແມ່ນລົດຈັກຕໍາລົດໃຫຍ່, ລົດຈັກຕໍາຄົນຍ່າງ ແລະ ລົດຈັກລົ້ມເອງ, ສໍາລັບເວລາທີ່ເກີດອຸບັດຕິເຫດຫລາຍກວ່າໝູ່ແມ່ນຕອນກາງຄືນ ແລະ ເກີດໃນເຂດເທດສະບານເປັນສ່ວນໃຫຍ່. ສ່ວນສາເຫດຂອງການເກີດອຸບັດຕິເຫດ ຫລາຍກວ່າໝູ່ແມ່ນຂັບລົດໄວ, ດື່ມສິ່ງມືນເມົາແລ້ວຂັບຂີ່ພາຫະນະ, ປ່ຽນທິດທາງບໍ່ຮັບປະກັນ, ບໍ່ປ່ອຍສິດໃຫ້ຜູ້ອື່ນ ແລະ ອື່ນໆ.

ທ່ານໃຫ້ຮູ້ຕື່ມວ່າ: ສະເພາະການສະຫລອງປີໃໝ່ໄລຍະ 3 ວັນ ຄື: ວັນທີ 14-16 ເມສາ 2022 ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນທັງໝົດ 181 ຄັ້ງ, ທຽບໃສ່ໄລຍະດຽວກັນຂອງປີ 2021 ຫລຸດລົງ 41 ຄັ້ງ, ມີພາຫະນະເປ່ເພ 326 ຄັນ, ຫລຸດລົງ 72 ຄັນ, ໄດ້ຮັບບາດເຈັບ 316 ຄົນ, ຫລຸດລົງ 71 ຄົນ ແລະ ເສຍຊີວິດ 25 ຄົນ, ຍິງ 4 ຄົນ, ຫລຸດລົງ 5 ຄົນ. ແຂວງທີ່ມີອຸບັດຕິເຫດເກີດຂຶ້ນຫລາຍແມ່ນນະຄອນຫລວງວຽງຈັນ, ເກີດຂຶ້ນ 23 ຄັ້ງ, ຮອງລົງມາແມ່ນແຂວງວຽງຈັນ ແລະ ຈໍາປາສັກ, ແຂວງລະ 20 ຄັ້ງ, ຫລວງນໍ້າທາ 16 ຄັ້ງ, ສະຫວັນນະເຂດ 13 ຄັ້ງ, ສາລະວັນ ແລະ ບໍລິຄໍາໄຊ, ແຂວງລະ 12 ຄັ້ງ, ອຸດົມໄຊ 11 ຄັ້ງ, ໄຊຍະບູລີ 10 ຄັ້ງ, ຫລວງພະບາງ ແລະ ບໍ່ແກ້ວ, ແຂວງລະ 7 ຄັ້ງ, ຄໍາມ່ວນ ແລະ ຊຽງຂວາງ, ແຂວງລະ 6 ຄັ້ງ, ອັດຕະປື 5 ຄັ້ງ, ຜົ້ງສາລີ, ຫົວພັນ ແລະ ໄຊສົມບູນ, ແຂວງລະ 4 ຄັ້ງ ແລະ ແຂວງເຊກອງ 1 ຄັ້ງ.

ສ່ວນແຂວງທີ່ມີຜູ້ເສຍຊີວິດຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນ, ເສຍຊີວິດ 7 ຄົນ, ຮອງລົງມາແມ່ນໄຊຍະບູລີ ແລະ ຈໍາປາສັກ, ແຂວງລະ 3 ຄົນ, ສາລະວັນ, ຊຽງຂວາງ, ວຽງຈັນ ແລະ ສະຫວັນນະເຂດ, ແຂວງລະ 2 ຄົນ, ບໍ່ແກ້ວ, ຫົວພັນ, ຫລວງພະບາ ແລະ ບໍລິຄໍາໄຊ, ແຂວງລະ 1 ຄົນ. ສ່ວນຜົ້ງສາລີ, ອຸດົມໄຊ, ຫລວງນໍ້າທາ, ໄຊສົມບູນ, ຄໍາມ່ວນ, ເຊກອງ ແລະ ອັດຕະປື ບໍ່ມີຜູ້ເສຍຊີວິດຈັກຄົນ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment