VENI, VIDI, VICI - MITCH EVANS ພິຊິດກຸງໂຣມ ສໍາລັບການແຂ່ງຂັນ JAGUAR TCS

 


VENI, VIDI, VICI - MITCH EVANS ພິຊິດກຸງໂຣມ ສໍາລັບການແຂ່ງຂັນ JAGUAR TCS 
• Mitch Evans ສ້າງປະຫວັດສາດໃຫ້ກັບ Jaguar TCS Racing ໃນຖານະນັກແຂ່ງຄົນທໍາອິດທີ່ຊະນະທັງສອງລາຍການໃນການແຂ່ງຂັນ Formula E ແບບທີມທີ່ກຸງໂຣມ ໃນຊ່ວງທ້າຍອາທິດທີ່ຜ່ານມາ. 
• Sam Bird ມີການແຂ່ງຂັນທີ່ຫນ້າປະທັບໃຈ ກ່ອນທີ່ເກີດການປະທະກັນຈົນເຮັດໃຫ້ລາວຫຼຸດອອກຈາກຕຳແຫນ່ງ
• Mitch Evans ເລື່ອນໄປຢູ່ອັນດັບທີ 4 ຂອງຕາລາງນັກແຂ່ງ, ໂດຍຕາມຫຼັງຜູ້ນຳພຽງ 9 ຄະແນນ, ໃນຂະນະທີ່ Sam Bird ຢູ່ໃນອັນດັບທີ 11. 
• Jaguar TCS Racing ຢູ່ໃນອັນດັບທີ 5 ຂອງທີມ 
• ຮອບທີ 6 ຂອງການແຂ່ງຂັນ ABB FIA Formula E World Championship ປີ 2022, ຈັດຂຶ້ນຢູ່ສະຖານທີ່ເປັນສັນຍາລັກຂອງເມືອງ Monte Carlo, ປະເທດ Monaco ໃນວັນທີ 30 ເມສາ 2022. 



ກຸງໂຣມ, ປະເທດອິຕາລີ, ໃນວັນທີ 10 ເມສາ 2022 - Mitch Evans ສ້າງປະຫວັດສາດໃຫ້ກັບ Jaguar TCS Racing ໃນຖານະນັກແຂ່ງຄົນທໍາອິດທີ່ຊະນະທັງສອງການແຂ່ງຂັນແບບທີມທີ່ກຸງໂຣມ ໃນທ້າຍອາທີດທີ່ຜ່ານມາ. ລາວເປັນພຽງນັກແຂ່ງຄົນທີ 3 ໃນປະຫວັດສາດຂອງ Formula E ທີ່ຊະນະ E-Prix ໃນສອງມື້ຕິດຕໍ່ກັນ. ນະຄອນຫຼວງຂອງອີຕາລີກໍາລັງກາຍເປັນບ້ານຫຼັງທີສອງສໍາລັບ Mitch Evans ເຊິ່ງຕອນນີ້ລາວໄດ້ຮັບລາງວັນ Rome E-Prix ຄັ້ງທີ 3 ແລ້ວ. 


Mitch Evans ແລະ Sam Bird ເຂົ້າເປັນອັນດັບທີ 4 ແລະ 5 ຢູ່ໃນຕາຕະລາງຕາມລໍາດັບ, ຫຼັງຈາກຮອບຄັດເລືອກທີ່ປະສົບຜົນສໍາເລັດ ເຊິ່ງເຫັນໄດ້ວ່ານັກແຂ່ງທັງສອງ ແຂ່ງຂັນກັນໃນຮອບຮອງຊະນະເລີດ. Mitch ໄດ້ກ້າວເຂົ້າມາສູ່ຮອບຮອງຊະນະເລີດເປັນຄັ້ງທໍາອິດໃນລະດູການນີ້. 

ໃນໄລຍະ 10 ນາທີທໍາອິດຂອງການແຂ່ງຂັນ, Mitch Evans ໄດ້ເອົາຊະນະ Jake Dennis ຂາດລອຍ ເພື່ອຍ້າຍເຂົ້າໄປຢູ່ໃນຕໍາແຫນ່ງໂພດ້ຽມ. ລາວຍັງຄົງສືບຕໍ່ການແຂ່ງຂັນ, ໂດຍການເອົາຊະນະ André Lotterer ແລະ Jean-Éric Vergne ເພື່ອເປັນຜູ້ຊະນະຂອງ Rome E-Prix. ນັກແຂ່ງຊາວນິວຊີແລນຕ່າງພາກັນຍາດອັນດັບທີ 1 ກັນໃນຫຼາຍໆຮອບກ່ອນທີ່ລົດນິລະໄພຖືກປ່ອຍອອກມາໃນພາຍຫຼັງ. ກົນລະຍຸດ ATTACK MODE ທີ່ລ່າຊ້າ ແລະ ປາສະຈາກຄວາມຢ້ານກົວ ຄວບຄູ່ໄປກັບປະສິດທິພາບທີ່ດີ ເຮັດໃຫ້ Evans ສາມາດເປັນຜູ້ນຳໃນການແຂ່ງຂັນ ແລະ ຄວ້າເອົາໄຊຊະນະກັບຄືນສູ່ຖະໜົນໃນກຸງໂຣມອີກຄັ້ງ. ເພື່ອນຮ່ວມທີມຂອງ Sam Bird, ກໍມີການແຂ່ງຂັນທີ່ແຂງແກ່ນເຊັ່ນກັນ, ແລະ ຖືກວາງໃຫ້ເກັບຄະແນນໃຫ້ກັບທີມຫຼາຍຂຶ້ນ. 




Sam ໄດ້ສະແດງໃຫ້ເຫັນຄວາມສາມາດພິເສດຂອງ Jaguar I-TYPE 5 ກ່ອນທີ່ຈະມີການປະທະກັນໃນການແຂ່ງຂັນ ເພື່ອຊິງຕຳແຫນ່ງກັບ Nick Cassidy ເຮັດໃຫ້ລາວຕ້ອງໄດ້ອອກຈາກການແຂ່ງຂັນໃນຮອບສຸດທ້າຍຂອງການແຂ່ງ. 

Mitch Evans ເລື່ອນໄປຢູ່ອັນດັບທີ 4 ໃນອັນດັບຂອງນັກແຂ່ງຂັນ, ໂດຍຕາມຫຼັງຜູ້ນໍາພຽງ 9 ຄະແນນ, ໃນຂະນະທີ່ Sam Bird ຢູ່ໃນອັນດັບທີ 11. Jaguar TCS Racing ຍ້າຍເຂົ້າໄປຢູ່ອັນດັບທີ 5 ໃນອັນດັບຂອງທີມ ABB FIA Formula E World Championship. 

James Barclay, ຫົວຫນ້າທີມ Jaguar TCS Racing ກ່າວວ່າ: “ໄຊຊະນະສອງຄັ້ງສໍາລັບ Jaguar TCS Racing ໃນກຸງໂຣມ. 

ໃນວັນພັກທ້າຍອາທິດແບບນີ້ ແມ່ນເຮັດໄດ້ຍາກຢ່າງບໍ່ໜ້າເຊື່ອ ແຕ່ກໍເປັນຄວາມພະຍາຍາມອັນໃຫຍ່ຫຼວງຈາກທີມງານທັງໝົດ ໃນການເສຍສະຫຼະວັນພັກທ້າຍອາທິດຄັ້ງປະຫວັດສາດນີ້ໃຫ້ກັບ Jaguar. ກຸງໂຣມມີຄວາມເມດຕາຕໍ່ພວກເຮົາ ໂດຍການຂື້ນໂພດ້ຽມ 5 ຄັ້ງ ແລະ ມອບໄຊຊະນະ 3 ຄັ້ງໃນ 3 ປີ ແລະ ມັນເປັນເລື່ອງທີ່ດີທີ່ລະດູການຂອງພວກເຮົາກັບຄືນສູ່ເສັ້ນທາງອີກຄັ້ງ ຫຼັງຈາກຜົນງານທີ່ແຂງແກ່ນຈາກ Mitch ແລະ ທີມງານ. ພວກເຮົາຮູ້ວ່າການແຂ່ງຂັນຊິງແຊ້ມຄັ້ງນີ້ເປັນການແຂ່ງຂັນແນວໃດ, ດັ່ງນັ້ນພວກເຮົາຈະນຳຊ່ວງເວລານີ້ເປັນແຮງຜັກດັນໄປຂ້າງຫນ້າ ຈາກກຸງໂຣມ, ສືບຕໍ່ເຮັດວຽກຫນັກ ແລະ ສືບຕໍ່ສ້າງແຊ້ມຂອງພວກເຮົາໃນ Monaco ຕໍ່ໄປ." 




Mitch Evans, ນັກແຂ່ງ Jaguar TCS Racing #9: “ທ້າຍອາທິດນີ້ເປັນດັ່ງຄວາມຝັນ. ຂ້ອຍຫວັງຈະມາທີ່ກຸງໂຣມ ແລະ ໄດ້ຮັບຄະແນນນຳ, ແຕ່ການແຂ່ງຂັນຊະນະສອງເທື່ອຕິດນັ້ນແມ່ນເປັນເລື່ອງທີ່ຍາກຫຼາຍ. ມື້ວານນີ້ແມ່ນເປັນເລື່ອງທີ່ຫນ້າເຫຼືອເຊື່ອຫຼາຍ ແຕ່ຂ້ອຍຮູ້ວ່າມັນຈະເປັນການຍາກແທ້ໆສຳລັບພວກເຮົາສອງຄົນ ທີ່ຈະເຮັດມັນຊໍ້າອີກຄັ້ງໃນມື້ນີ້. Jaguar I-TYPE 5 ມີປະສິດທິພາບທີ່ສົມບູນແບບ. ນີ້ແມ່ນໄຊຊະນະຄັ້ງທີ 3 ຂອງພວກເຮົາຢູ່ທີ່ນີ້ ແລະ ຂ້ອຍຈະນຳເອົາຄວາມຮູ້ສຶກ ແລະ ຊ່ວງເວລາອັນໜ້າເຫຼືອເຊື່ອນີ້ໄປສູ່ Monaco. ມັນເຖິງເວລາແລ້ວທີ່ຈະສະຫຼອງໃຫ້ແກ່ໄຊຊະນະ!” 

Sam Bird, ນັກແຂ່ງ Jaguar TCS Racing #10: “ຊ່ວງທ້າຍອາທິດເປັນຊ່ວງທີ່ໜ້າຕື່ນເຕັ້ນສຳລັບທີມ. ການຊະນະ 2 ຄັ້ງກັບ Mitch ນັ້ນແມ່ນເລື່ອງໜ້າເຫຼືອເຊື່ອແທ້ໆ. ລົດແຂ່ງແມ່ນສຸດຍອດຫຼາຍ, ແລະ Jaguar TCS Racing ໄດ້ເຮັດວຽກສຸດຍອດໃນຊ່ວງເວລາເບຣກ ເພື່ອປ່ຽນສິ່ງທີ່ເປັນຈຸດເລີ່ມຕົ້ນທີ່ຍາກລຳບາກໃຫ້ກາຍເປັນສູດແຫ່ງໄຊຊະນະ. ຂໍສະແດງຄວາມຍິນດີກັບສະມາຊິກໃນທີມທຸກຄົນທີ່ມີສ່ວນຮ່ວມ ແລະ ພວກເຮົາຫວັງວ່າຈະໄດ້ຮັບ ໄຊຊະນະທີ່ Monaco.” ຮອບທີ 6 ຂອງການແຂ່ງຂັນ ABB FIA Formula E World Championship ປີ 2022 ຈັດຂຶ້ນທີ່ຖະໜົນທີ່ເປັນສັນຍາລັກຂອງເມືອງ Monte Carlo, Monaco ໃນວັນທີ 30 ເມສາ 2022.

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment