ຕອບຫາງສຽງສັງຄົມກ່ຽວກັບລົດແກ່ໄມ້ທ່ອນປີ້ນຢູ່ໂຄ້ງປາກກະດິງ

ຈາກກໍລະນີທີ່ມີລົດແກ່ໄມ້ທ່ອນປີ້ນຢູ່ໂຄ້ງປາກກະດິງ, ເມືອງປາກກະດິງ, ແຂວງບໍລິຄໍາໄຊ ເມື່ອບໍ່ດົນມານີ້ ແລ້ວມີຄົນຖ່າຍຮູບລົດດັ່ງກ່າວໂພສລົງສື່ສັງຄົມອອນລາຍ ເຮັດໃຫ້ມີຫາງສຽງວິພາກວິຈານຈາກສັງຄົມຈໍານວນໜຶ່ງວ່າເປັນການຜິດຕໍ່ຄໍາສັ່ງເລກທີ 15/ນຍ, ລົງວັນທີ 15 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ແລະ ການວິພາກວິຈານອື່ນໆ ໃນທາງທີ່ບໍ່ສ້າງ ສັນ.

ຕໍ່ເຫດການນີ້, ທ່ານ ພັດທະຈອນ ແກ້ວພຸດທະວົງ, ຫົວຫນ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 27 ເມສາ 2022 ວ່າ: ລົດແກ່ໄມ້ທ່ອນຄັນດັ່ງກ່າວ ແມ່ນລົດແກ່ໄມ້ທີ່ຂຸດຄົ້ນມາຈາກເຂດກໍ່ສ້າງພື້ນຖານໂຄງລ່າງເຂດໜ້າເຂື່ອນໄຟຟ້ານໍ້າເທີນ 1 ເຊີ່ງເປັນໄມ້ທີ່ບໍລິສັດໄດ້ຮັບສໍາປະທານຕາມການຕົກລົງຂອງລັດຖະບານ ແລະ ຜ່ານການເຫັນດີຈາກສະພາແຫ່ງຊາດຢ່າງຖືກຕ້ອງຕາມກົດໝາຍ ແລະ ມີເອກະສານການເຄື່ອນຍ້າຍໄມ້ເຂົ້າໂຮງງານຢ່າງຄົບຖ້ວນ. ຂະນະທີ່ບໍລິສັດທີ່ໄດ້ຮັບສໍາປະທານໄດ້ເສຍພັນທະອາກອນຕ່າງໆ ໃຫ້ລັດຖະບານຢ່າງຖືກຕ້ອງ, ແຕ່ຜ່ານການເຄື່ອນຍ້າຍໄມ້ມາຮອດຈຸດດັ່ງກ່າວລົດໄດ້ເກີດອຸບັດຕິເຫດປີ້ນ ເຮັດໃຫ້ມີຄົນທີ່ບໍ່ຮູ້ຂໍ້ມູນລະອຽດຖ່າຍຮູບແລ້ວໂພສລົງສື່ສັງຄົມອອນລາຍ ເຮັດໃຫ້ຜູ້ທີ່ບໍ່ຮູ້ຂໍ້ມູນຄວາມຈິງຈໍານວນໜຶ່ງວິພາກວິຈານໃນທາງທີ່ບໍ່ສ້າງສັນ.

ທ່ານຊີ້ແຈງຕື່ມວ່າ: ໄມ້ທີ່ຢູ່ເຂດໜ້າເຂື່ອນໄຟຟ້ານໍ້າເທີນ 1 ມີຈໍານວນ 60.000 ແມັດກ້ອນ ໂດຍແມ່ນ ບໍລິສັດ ດວງຈະເລີນ ໄດ້ຮັບສໍາປະທານໃນການຂຸດຄົ້ນ ແລະ ເລີ່ມລົງມືຂຸດຄົ້ນນັບແຕ່ປີ 2017 ເປັນຕົ້ນມາ, ແຕ່ເນື່ອງຈາກການຂຸດຄົ້ນພົບຄວາມຫຍຸ້ງຍາກຫລາຍຍ້ອນສະພາບພູຜາປ່າດົງ ຈິ່ງຈໍາເປັນຕ້ອງໄດ້ໃຊ້ເຮືອເຂົ້າຫາບ່ອນຂຸດຄົ້ນໄມ້ ແລະ ຕ້ອງໄດ້ມຸດຕັດຕົ້ນໄມ້ຢູ່ໃຕ້ນໍ້າ ເຮັດໃຫ້ມາຮອດປີ 2021 ຜ່ານມາ ສາມາດຂຸດຄົ້ນໄມ້ໄດ້ແລ້ວ 42.000 ແມັດກ້ອນ ແລະ ຍັງອີກ 18.000 ແມັດກ້ອນ ຕ້ອງໄດ້ສືບຕໍ່ຂຸດຄົ້ນໃຫ້ສໍາເລັດ, ໃນນີ້ ສະເພາະນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນ ສາມາດຂຸດຄົ້ນໄດ້ແລ້ວປະມານ 2.000 ກວ່າແມັດກ້ອນ.

ທ່ານກ່າວຢໍ້າຕື່ມວ່າ: ໄມ້ໃນເຂດກໍ່ສ້າງພື້ນຖານໂຄງລ່າງ ໂດຍສະເພາະຢູ່ເຂດໜ້າເຂື່ອນໄຟຟ້ານໍ້າເທີນ 1 ແມ່ນມີຄວາມຈໍາເປັນທີ່ຕ້ອງໄດ້ຂຸດຄົ້ນ ເພາະຖ້າຈະປະໃຫ້ນໍ້າຖ້ວມເສຍຫາຍໄປແມ່ນບໍ່ໄດ້ ແລະ ລັດຖະບານແມ່ນເຫັນດີ, ພ້ອມທັງຊີ້ນໍາວ່າ ທຸກຢ່າງທີ່ເປັນຊັບສິນມີມູນຄ່າຢູ່ເຂດໜ້າເຂື່ອນດັ່ງກ່າວ ຕ້ອງເກັບກູ້ຄືນມາໃຫ້ໝົດເພື່ອບໍ່ໃຫ້ເສຍຫາຍ, ສະນັ້ນ ບໍລິສັດດັ່ງກ່າວທີ່ໄດ້ຮັບການສໍາປະທານຈາກລັດຖະບານຢ່າງຖືກຕ້ອງຕາມກົດໝາຍໄດ້ດໍາເນີນການຂຸດໄມ້ຢູ່ໜ້າເຂື່ອນແຫ່ງນີ້ຈົນກວ່າຈະໝົດຈໍານວນ 60.000 ແມັດກ້ອນ. ດັ່ງນັ້ນ, ທ່ານຝາກມາຍັງຜູ້ໃຊ້ສື່ສັງຄົມອອນລາຍກ່ອນຈະໂພສ, ແຊ ຫລື ມີຄໍາເຫັນວິພາກວິຈານບັນຫາຕ່າງໆ ຕ້ອງສຶກສາຄວາມເປັນຈິງກ່ອນ ເພາະຖ້າຫາກຂໍ້ມູນບໍ່ຖືກຕ້ອງ ຫລື ຜິດພາດ, ນອກຈາກ ຈະກະທົບຕໍ່ພາກສ່ວນກ່ຽວຂ້ອງ ຍັງຈະສ້າງຄວາມບໍ່ສະຫງົບໃນສັງຄົມ ຕື່ມອີກ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment