ຈັດການສອບເສັງນັກຮຽນເກັ່ງລະດັບຊາດປະຈຳ ສົກຮຽນ 2021-2022

ການສອບເສັງ ນັກຮຽນເກັ່ງ ລະດັບຊາດ ຊັ້ນມັດທະຍົມສຶກສາ (ມ4 ແລະ ມ7) ປະຈຳ ສົກຮຽນ 2021-2022 ຈັດຂຶ້ນໃນວັນທີ 28 ເມສາ 2022 ໂດຍຜ່ານລະບົບອອນລາຍ. ທັງຊັ້ນ ມ.4 ແລະ ມ.7 ສອບເສັງຊັ້ນລະ 4 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ ໂດຍຄັດເລືອກເອົານັກຮຽນເກັ່ງທີ່ສອບເສັງໄດ້ອັນດັບທີ 1 ຂອງແຕ່ລະວິຊາຂອງທັງສອງຊັ້ນຮຽນ ຈາກ 17 ແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມສອບເສັງ ເພື່ອທົດສອບຄວາມຮູ້, ຄວາມສາ ມາດ, ຄວາມສະຫຼາດ ແລະ ທັກສະຂອງນັກຮຽນ¬ໃນການຮຽນ, ທັງເປັນການຊຸກຍູ້ຂະບວ¬ນການ¬ແຂ່ງຂັນທາງດ້ານ¬ການ¬ຮຽນ¬-ການ¬ສອນ¬ ແລະ ປະຕິບັດ 3 ຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ ຄື: ສອນດີ-ຮຽນເກັ່ງ , ແຂ່ງຂັນກັນຕ້ານປະກົດການຫຍໍ້ທໍ້ໃນຂະແໜງການສຶກສາ ພ້ອມທັງ ແຂ່ງຂັນສ້າງສະພາບແວດລ້ອມ ທີ່ດີໃຫ້ແກ່ ການຮ່ຳຮຽນ ແລະ ສິດສອນ. ນອກຈາກນີ້ ຍັງເປັນການສົ່ງເສີມນັກຮຽນ¬ທີ່ມີພອນ¬ສະຫວັນແລະ ຄວາມສາມາດໃຫ້ໄດ້ຮຽນ¬ໃນ¬ລະດັບສູງຂຶ້¬ນໄປ ແລະ ແນ¬ໃສ່ໃຫ້ສາມາດເລືອກໄດ້ນັກຮຽນເກັ່ງໃນລະດັບປະເທດ ແລະ ສາມາດເຂົ້າຮ່ວມການ¬ແຂ່ງ ຂັນ¬ລະດັບສູງຂຶ້ນ¬ໃນ¬ເຂດພາກພື້ນ ¬ແລະ ສາກົນ¬.

ທ່ານ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ສໍາພາດວ່າ: ກະຊວງສຶກສາ ທິການ ແລະ ກິລາ ຖືສໍາຄັນການສອບເສັງນັກຮຽນເກັ່ງລະດັບຊາດ ເພາະເປັນການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະ ເປັນການສົ່ງເສີມນັກຮຽນທີ່ມີພອນສະຫວັນ ເພື່ອໃຫ້ເຂົາເຈົ້າໄດ້ຮັບການພັດທະນາຕາມຄວາມຮູ້-ຄວາມສາມາດຂອງຕົນໃຫ້ສູງຂຶ້ນກວ່າເກົ່າ. ຢ່າງໃດກໍຕາມ, ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການສອບເສັງນັກຮຽນເກັ່ງລະດັບຊາດປີນີ້ໄດ້ປ່ຽນຮູບແບບໃໝ່ ໂດຍການສົ່ງຄະນະກໍາມະການສອບເສັງຈາກສູນກາງລົງໄປແຕ່ລະແຂວງ ແລ້ວຈັດການສອບເສັງແບບອອນລາຍ ໂດຍມີສູນກາງຄວບຄຸມການສອບເສັງຢູ່ ກະຊວງສຶກສາທິການ ແລະ ກິລາ ເຊີ່ງສາມາດຕິດຕາມໄດ້ທຸກສູນສອບເສັງທົ່ວປະເທດ ແລະ ຮັບປະກັນໄດ້ຄວາມໂປ່ງໃສໃນການສອບເສັງ.

ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບນະໂຍບາຍຂອງກະຊວງສຶກສາທິການ ແລະ ກິລາ ຕໍ່ນັກຮຽນເກັ່ງລະດັບຊາດ, ຜູ້ທີ່ສອບເສັງໄດ້ອັນດັບທີ 1 ໄດ້ຮັບທຶນການສຶກສາ ຈໍານວນ 8 ລ້ານກີບ, ອັນດັບທີ 2 ຈໍານວນ 7 ລ້ານກີບ ແລະ ອັນດັບທີ 3 ຈໍານວນ 6 ລ້ານກີບ ແລະ ລາງວັນຊົມເຊີຍ 1 ລ້ານກີບ. ພ້ອມນີ້ ແຕ່ລະແຂວງຍັງຈະມີລາງວັນສໍາລັບນັກຮຽນເກັ່ງລະດັບຊາດພາຍໃນແຂວງຂອງຕົນເອງສະເພາະ. ນອກຈາກນີ້ ຍັງມີນະໂຍບາຍໃຫ້ທຶນແກ່ນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ມາຮຽນຢູ່ໂຮງຮຽນພອນສະຫວັນ ທີ່ນະຄອນຫລວງວຽງຈັນ, ສ່ວນນັກຮຽນເກັ່ງລະດັບຊາດ ຊັ້ນ ມ.7 ແມ່ນມີນະໂຍບາຍໃຫ້ເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ, ລວມເຖີງບາງປະເທດທີ່ໃຫ້ທຶນການສຶກສາແກ່ ສປປ ລາວ ຕາມສາຂາວິຊາທີ່ນັກຮຽນມີຄວາມສົນໃຈ ຫລື ຕ້ອງການສຶກສາຕໍ່.

ສໍາລັບຜົນການສອບເສັງນັກຮຽນເກັ່ງ ລະດັບຊາດ ຊັ້ນມັດທະຍົມສຶກສາ (ມ4 ແລະ ມ7) ປະຈຳ ສົກຮຽນ 2021-2022 ໃນຄັ້ງນີ້ ຈະປະກາດຢ່າງເປັນທາງການພາຍໃນອາທິດໜ້າ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment