ມອບຫລຽນລາງວັນໃຫ້ນັກກິລາບານເຕະ ຢູ 23 ທີມຊາດລາວ ທີ່ໄດ້ອັນດັບ 3 ຮ່ວມ

ວັນທີ 3 ພຶດສະພາ 2022 ທີ່ສະຫະພັນບານເຕະແຫ່ງຊາດລາວ, ນະຄອນຫລວງວຽງຈັນ ໄດ້ຈັດພິທີມອບຫລຽນລາງວັນ ອັນດັບທີ 3 ໃຫ້ນັກກິລາບານເຕະຊາຍ ຮຸ່ນອາຍຸ 23 ປີ ຫລື ຢູ 23 ທີມຊາດລາວ ທີ່ໄດ້ອັນດັບ 3 ຮ່ວມໃນການແຂ່ງ ຂັນບານເຕະຊີງແຊ້ມອາຊຽນ ຮຸ່ນອາຍຸ 23 ປີ (AFF-U23 CHAMPIONSHIP 2022 ທີ່ຈັດຂຶ້ນຢູ່ນະຄອນຫລວງພະ ນົມເປັນ ແຫ່ງຣາຊອານາຈັກກຳປູເຈ່ຍ ໃນລະຫວ່າງວັນທີ 14-26 ກຸມພາ 2022 ຜ່ານມາ ໂດຍມີ ທ່ານ ວີເພັດ ສີຫາຈັກຣ, ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຄຽບ ສາເມັດ ປະທານ ສະຫະພັນບານເຕະອາຊຽນ (AFF), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກກິລາເຂົ້າຮ່ວມ.

ສໍາລັບການແຂ່ງຂັນບານເຕະຊີງແຊ໋ມອາຊຽນ ຮຸ່ນອາຍຸ 23 ປີ, ນັກກິລາບານເຕະ ຢູ 23 ທີມຊາດລາວ ສາມາດຜ່ານເຂົ້າຮອບຮອງຊະນະເລີດສໍາເລັດ ພາຍຫລັງເອົາຊະນະ ທີມຊາດມາເລເຊຍ ທັງ 2 ນັດ ໃນຮອບຄັດເລືອກ ໄດ້ເຂົ້າຮອບເປັນທີ 1 ຂອງກຸ່ມ B ແຕ່ເສຍໃຫ້ທີມຊາດໄທໃນຮອບຮອງຊະນະເລີດ ແລະ ໂຊກຮ້າຍກວ່ານັ້ນແມ່ນບໍ່ສາມາດລົງແຂ່ງຂັນຊີງອັນດັບທີ 3 ກັບ ທີມຊາດ ຕີມໍ ເລສເຕ ໄດ້ຍ້ອນວ່ານັກກິລາລາວຈຳນວນຫຼາຍຕິດເຊື້ອພະຍາດໂຄວິດ-19 ເຮັດໃຫ້ຈໍາເປັນຕ້ອງຂໍຖອນຕົວ, ແຕ່ສະຫະພັນບານເຕະອາຊຽນ (AFF) ໄດ້ຕັດສິນໃຫ້ ຢູ-23 ຂອງລາວ ແລະ ຢູ-23 ຕີມໍເລສເຕ ຄອງອັນດັບທີ 3 ຮ່ວມກັນ.

ໃນພິທີມອບຫລຽນລາງວັນໃນຄັ້ງນີ້ ທ່ານ ຄຽບ ສາເມັດ ປະທານສະຫະພັນບານເຕະອາຊຽນ ໄດ້ສະແດງຄວາມຊົມເຊີຍກັບຜົນສໍາເລັດຂອງນັກກິລາບານເຕະ ຢູ່ 23 ທີມຊາດລາວ ທີ່ສາມາດຍາດໄດ້ອັນດັບທີ 3 ເປັນຄັ້ງປະຫວັດສາດ ແລະ ສະແດງຄວາມເຊື່ອຫມັ້ນວ່າໃນກິລາຊີເກມ ຄັ້ງທີ XXXI ທີ່ຈະຈັດຂຶ້ນຢູ່ຫວຽດນາມພາຍໃນເດືອນ ພຶດສະພາ 2022 ນັກກິລາບານເຕະຂອງລາວ ຈະປະສົບຜົນສໍາເລັດ ເປັນຢ່າງດີ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment