ການລົບລ້າງການປູກຝິ່ນຢູ່ແຂວງຫລວງນໍ້າທາ ຍັງເຮັດໄດ້ຍາກຍ້ອນປະຊາຊົນຈຳນວນໜຶ່ງບໍ່ໃຫ້ການຮ່ວມມື

ສະພາບການລັກລອບປູກຝິ່ນຢູ່ແຂວງຫລວງນໍ້າທາ ຍັງປະກົດໃຫ້ເຫັນຢ່າງຕໍ່ເນື່ອງ. ໃນນີ້ ສະເພາະສົກປີ 2021-2022 ເມືອງສິງ ເປັນພຽງເມືອງດຽວ ໃນຈໍານວນ 5 ເມືອງພາຍໃນແຂວງທີ່ບໍ່ມີການລັກລອບປູກຝິ່ນ ເຮັດໃຫ້ມາຮອດປັັດຈຸບັນ ແຂວງຫລວງນໍ້າທາ ຍັງບໍ່ທັນສາມາດແກ້ໄຂການລັກລອບປູກຝິ່ນໄດ້ຢ່າງສິ້ນເຊີງແທ້.

ພັທ ສິງຄຳ ອຸດົມພອນ ຮອງຫົວໜ້າຫ້ອງຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫຼວງນ້ຳທາ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ແຂວງຫຼວງນ້ຳທາ ເມື່ອບໍ່ດົນມານີ້ວ່າ: ຕາມການເຄື່ອນໄຫວກວດກາຕົວຈິງຂອງເຈົ້າໜ້າທີ່ກ່ຽວຂ້ອງທຸກພາກສ່ວນ ເຫັນວ່າຍັງມີການລັກລອບປູກຝິ່ນຢູ່ແຂວງຫລວງນໍ້າທາ ເກີດຂຶ້ນຢ່າງຕໍ່ເນື່ອງ, ໃນນີ້ ສະ ເພາະສົກປີ 2021-2022 ມີປະຊາຊົນ 8 ກຸ່ມບ້ານ, ປະກອບມີ 20 ບ້ານ, ຈໍານວນ 181 ຄອບຄົວທີ່ລັກລອບປູກຝິ່ນໃນຈໍານວນ 232 ຕອນດິນ, ມີເນື້ອທີ່ລວມກັນທັງໝົດ 90,15 ເຮັກຕາ, ທຽບໃສ່ສົກປີຜ່ານມາ ຫລຸດລົງ 55,89 ເຮັກຕາ, ເຊີ່ງຝິ່ນພາຍໃນເນື້ອທີ່ທີ່ກວດພົບທັງໝົດ ເຈົ້າໜ້າທີ່ໄດ້ທໍາລາຍໝົດແລ້ວໝົດແລ້ວ 100%.

ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບສົກປີ 2021-2022, ມີ ເມືອງສິງ ພຽງເມືອງດຽວທີ່ບໍ່ມີການລັກລອບປູກຝິ່ນ, ສ່ວນອີກ 4 ເມືອງທີ່ເຫລືອແມ່ນມີການລັກລອບປິ່ນຝິ່ນ ເຊີ່ງສາມາດກວດພົບ ຄື: ເມືອງລອງ ຈໍານວນ 181 ຕອນດິນ, ເນື້ອທີ່ 53 ເຮັກຕາ, ເມືອງວຽງພູຄາ ຈໍານວນ 29 ຕອນດິນ, ເນື້ອທີ່ 29,43 ເຮັກຕາ, ເມືອງນາແລ 16 ຕອນດິນ, ເນື້ອທີ່ 7 ເຮັກຕາ ແລະ ເມືອງຫລວງນໍ້າ 6 ຕອນດິນ, ເນື້ອທີ່ເກືອບ 1 ເຮັກຕາ. ຢ່າງໃດກໍຕາມ ຜ່ານການເຄື່ອນໄຫວແກ້ໄຂການລັກລອບປູກຝິ່ນຢູ່ພາຍໃນແຂວງຫລວງນໍ້າທາ ຂອງເຈົ້າໜ້າທີ່ທຸກພາກສ່ວນທີ່ກ່ຽວຂ້ອງ ເຫັນວ່າຍັງມີຫລາຍຢ່າງທີ່ເປັນຂໍ້ຫຍຸ້ງຍາກ ເປັນຕົ້ນ: ອົງການປົກຄອງບ້ານ ບາງບ້ານບໍ່ທັນໃຫ້ການຮ່ວມມືດີເທົ່າທີ່ຄວນ, ຍັງມີການປິດບັງ ແລະ ບໍ່ລາຍງານຂໍ້ມູນສະຖານທີ່ທີ່ປະຊາຊົນພາຍໃນບ້ານຂອງຕົນລັກລອບປູກຝິ່ນ ແລະ ບາງບ້ານບໍ່ຍອມເຊັນບົດບັນ ທຶກກ່ຽວກັບເລື່ອງນີ້. ນອກຈາກນີ້ ການລົງທໍາລາຍສວນຝິ່ນຍັງມີຄວາມຊັກຊ້າເຮັດໃຫ້ເຈົ້າຂອງສວນເກັບກູ້ເອົາຝິ່ນໜີໄປກ່ອນແລ້ວ, ເນື່ອງຈາກສະຖານທີ່ປູກຝິ່ນຂອງປະຊາຊົນຢູ່ເຂດຫ່າງໄກສອກຫລີກ ເຮັດໃຫ້ການເດີນທາງເຂົ້າໄປທໍາລາຍ ມີຄວາມຫຍຸ້ງຍາກ ເພາະຕ້ອງອາໃສການຍ່າງ ເຊີ່ງບາງບ່ອນໃຊ້ເວລາ 4-5 ຊົ່ວໂມງຈິ່ງຮອດ.

ຮອງຫົວໜ້າຫ້ອງຕຳຫຼວດ. ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງນ້ຳທາ ກ່າວຢໍ້າວ່າ: ເພື່ອປະຕິ ບັດວາລະແຫ່ງຊາດຂອງລັດຖະບານ ໂດຍສະເພາະວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ພາຍໃນແຂວງຫລວງນໍ້າທາ ໄດ້ຮັບຜົນສໍາເລັດຕາມທີ່ຄາດໝາຍໄວ້ ທຸກອົງການຈັດຕັ້ງ, ລວມທັງພະນັກງານ, ທະຫານ-ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າຊາວ ແຂວງຫລວງນໍ້າທາ ຕ້ອງຮ່ວມຈິດຮ່ວມໃຈກັນແກ້ໄຂບັນຫາຢາເສບຕິດ ແລະ ຮ່ວມກັນໂຄສະນາສຶກສາອົບຮົມປະຊາຊົນໃຫ້ເຂົ້າໃຈກ່ຽວກັບຜົນຮ້າຍ ແລະ ຄວາມອັນຕະລາຍຂອງຢາເສບຕິດ ແນໃສ່ເຮັດໃຫ້ ການລັກລອບປູກປິ່ນ ກໍຄື ບັນຫາຢາເສບຕິດພາຍໃນແຂວງຫລວງນໍ້າທານັບມື້ຫລຸດລົງ ແລະ ກ້າວໄປເຖີງຢຸດຕິການປູກຝິ່ນໄດ້ຢ່າງສິ້ນເຊີງໃນຕໍ່ໜ້າ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment