ຊົມເຊີຍ! ສປ ຈີນ ຊ່ວຍເຫລືອລ້າກໍ່ສ້າງບ້ານຈັດສັນໃຫ້ປະຊາຊົນ 4 ບ້ານ ໃນ 4 ເມືອງຂອງ 3 ແຂວງຢູ່ ສປປ ລາວ

ລັດຖະບານ ແຫ່ງ ສປ ຈີນ ໄດ້ໃຫ້ການຊ່ວຍເຫລືອລ້າກໍ່ສ້າງບ້ານຈັດສັນໃຫ້ປະຊາຊົນ 4 ບ້ານທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ. ພິທີມອບ-ຮັບຢ່າງເປັນທາງການຈັດຂຶ້ນໃນຕອນບ່າຍ ວັນທີ 29 ພຶດ ສະພາ 2022 ທີ່ ບ້ານນາເຕີຍ, ເມືອງຫລວງນໍ້າທາ, ແຂວງຫລວງນໍ້າທາ. ໃຫ້ກຽດເຂົ້າຮ່ວມພິທີ ມີ ທ່ານ ສອນໄຊ ສີ ພັນດອນ, ຮອງນາຍົກລັດຖະມົນຕີ, ທ່ານ ຄໍາໄຫລ ສີປະເສີດ, ເຈົ້າແຂວງຫລວງນໍ້າທາ, ທ່ານ ຕຽວໜິງ, ຮັກສາການຫົວໜ້າກົງສຸນ ສປ ຈີນ ປະຈໍາ ແຂວງຫລວງພະບາງ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປ ຈີນ, ພ້ອມດ້ວຍບັນດາຮອງລັດ ຖະມົນຕີ ແລະ ພະນັກງານຈາກບັນດາກະຊວງ, ລວມເຖີງຕາງໜ້າແຂວງທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄຊຍະບັນດິດ ອິນສີຊຽງໃໝ່, ຮອງຫົວໜ້າຄຸ້ມຄອງໂຄງການດັ່ງກ່າວ ໄດ້ຂຶ້ນລາຍງານໃຫ້ຮູ້ວ່າ: ລັດຖະ ບານ ແຫ່ງ ສປ ຈີນ ເຫັນດີຊ່ວຍເຫລືອລ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ, ມູນຄ່າ 221,89 ລ້ານຢວນ, ໃນນັ້ນ ມູນຄ່າໂຄງການກໍ່ສ້າງ 209,94 ລ້ານຢວນ, ມູນຄ່າການປະມູນ ແລະ ຕິດຕາມການກໍ່ສ້າງ 4,92 ລ້ານຢວນ ແລະ ມູນຄ່າຄຸ້ມຄອງໂຄງການຝ່າຍຈີນ 7,03 ລ້ານຢວນ. ໃນການຈັດຕັ້ງປະຕິບັດໂຄງການບ້ານຈັດສັນທັງ 4 ແຫ່ງຢູ່ 3 ແຂວງ ຄື: ບ້ານນາເຕີຍ, ເມືອງຫລວງນໍ້າທາ, ແຂວງຫລວງນໍ້າທາ, ບ້ານນາໝໍ້ໃຕ້, ເມືອງນາໝໍ້ ແລະ ບ້ານນາຄົກ, ເມືອງງາ, ແຂວງອຸດົມໄຊ ແລະ ບ້ານບວມອໍ້, ເມືອງຊຽງເງິນ, ແຂວງຫລວງພະບາງ ເຊີ່ງເປັນບ້ານທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ລວມທັງໝົດ 349 ຫລັງຄາເຮືອນ, ປະກອບມີເຮືອນຂະໜາດນ້ອຍ, ກາງ ແລະ ໃຫຍ່, ໃນນັ້ນ ລວມທັງໂຮງຮຽນອະນຸບານ, ປະຖົມ, ສຸກສາລາ, ເດີ່ນກິດຈະກໍາຂະໜາດນ້ອຍ, ສະຖານທີ່ສາທາລະນະ, ເສັ້ນທາງເຂົ້າຫາບ້ານ, ເສັ້ນທາງພາຍໃນບ້ານ, ສະໜອງນໍ້າປະປາ, ໄຟຟ້າ, ໂທລະພາບດິຈິຕອລ ແລະ ສິ່ງອໍານວຍຄວາມສະ ດວກອື່ນໆ. ເຊີ່ງຄູ່ຮ່ວມສັນຍາ ຕາງໜ້າໃຫ້ລັດຖະບານຈີນ ແມ່ນ ກະຊວງການຄ້າ ແຫ່ງ ສປ ຈີນ ແລະ ຕາງໜ້າລັດຖະ ບານລາວ ແມ່ນ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານ ໄຊຍະບັນດິດ ອິນສີຊຽງໃໝ່ ໃຫ້ຮູ້ຕື່ມວ່າ: ການກໍ່ສ້າງບ້ານຈັດສັນທັງ 4 ແຫ່ງ ປະກອບມີ 3 ສັນຍາ ແລະ ມີ 3 ບໍລິສັດຮັບເໝົາກໍ່ສ້າງ ຄື: - ສັນຍາທີ 1: ຮັບເໝົາກໍ່ສ້າງໂດຍ ບໍລິສັດ ຊຽງໄຮກໍ່ສ້າງ ຫຸ້ນສ່ວນຈໍາກັດ, ມູນຄ່າ 96,23 ລ້ານຢວນ, ກໍ່ສ້າງຢູ່ບ້ານນາເຕີຍ ເມືອງຫລວງນໍ້າທາ, ນໍາໃຊ້ເນື້ອທີ່ 19,6 ເຮັກຕາ, ມີເຮືອນ 159 ຫລັງ, ໃນນັ້ນມີເຮືອນຂະໜາດໃຫຍ່ 76 ຫລັງ, ກາງ 45 ຫລັງ ແລະ ນ້ອຍ 38 ຫລັງ. - ສັນຍາທີ 2: ຮັບເໝົາກໍ່ສ້າງໂດຍ ບໍລິສັດ ກໍ່ສ້າງລົງທຶນ ແລະ ຖືຫຸ້ນ ແຂວງຢຸນນານ ຈໍາກັດ, ມູນຄ່າ 42,49 ລ້ານຢວນ, ມີເຮືອນ 83 ຫລັງ, ໃນນັ້ນ ກໍ່ສ້າງຢູ່ບ້ານນາໝໍ້ໃຕ້, ເມືອງນາໝໍ້ 60 ຫລັງ, ນໍາໃຊ້ເນື້ອທີ່ 12,4 ເຮັກຕາ, ມີເຮືອນຂະໜາດໃຫຍ່ 10 ຫລັງ, ກາງ 3 ຫລັງ ແລະ ນ້ອຍ 47 ຫລັງ ແລະ ຢູ່ ບ້ານນາຄົກ, ເມືອງງາ 23 ຫລັງ, ນໍາໃຊ້ເນື້ອທີ່ 8,7 ເຮັກຕາ, ມີເຮືອນຂະໜາດໃຫຍ່ 5 ຫລັງ, ກາງ 3 ຫລັງ ແລະ ນ້ອຍ 15 ຫລັງ.
- ສັນຍາທີ 3: ຮັບເໝົາກໍ່ສ້າງໂດຍ ບໍລິສັດ ໂນລີໂກຮ່ວມມືສາກົນ ຈໍາກັດ, ມູນຄ່າ 70,29 ລ້ານຢວນ, ກໍ່ສ້າງຢູ່ບ້ານ ບວມອໍ້, ເມືອງຊຽງເງິນ ມີເຮືອນ 107 ຫລັງ, ນໍາໃຊ້ເນື້ອທີ່ 23,76 ເຮັກຕາ, ມີເຮືອນຂະໜາດໃຫຍ່ 13 ຫລັງ, ກາງ 68 ຫລັງ ແລະ ນ້ອຍ 26 ຫລັງ. ການກໍ່ສ້າງບ້ານຈັດສັນທັງ 4 ແຫ່ງ ເລີ່ມລົງມືມາແຕ່ວັນທີ 17 ເມສາ 2021 ແລະ ສໍາເລັດໃນວັນທີ 30 ມີນາ 2022 ຕາມແຜນການທີ່ກໍານົດໄວ້.
Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment