ຈະສ້າງສູນກັກກັນພືດ ແລະ ສັດ ຢູ່ທ່າບົກທ່ານາແລ້ງ ເພື່ອເພີ່ມຄວາມສະດວກໃນການສົ່ງອອກສິນຄ້າຜ່ານລົດໄຟ ລາວ-ຈີນ ໃຫ້ສໍາເລັດພາຍໃນປີນີ້

ໃນໂອກາດໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້, ທ່ານ ສາຄອນ ພິລາງາມ, ຜູ້ອໍານວຍການໃຫຍ່ ບໍລິສັດທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ໃຫ້ຮູ້ວ່າ: ບໍລິສັດທ່າບົກທ່ານາແລ້ງ ຈະຮ່ວມມືກັບຝ່າຍຈີນ ກໍ່ສ້າງສູນກັກກັນພືດ ແລະ ສັດຢູ່ທ່າບົກທ່ານາແລ້ງ, ນະຄອນຫລວງວຽງຈັນ ໂດຍຈະມີສູນຢັ້ງຢືນຄູນນະພາບ CCIC ຂອງຈີນມາຕັ້ງຢູ່ ເຊີ່ງຈະກໍ່ສ້າງໃຫ້ສໍາເລັດພາຍໃນປີ 2022 ເພື່ອເຮັດໃຫ້ການສົ່ງອອກສິນຄ້າຈາກລາວ, ລວມທັງສິນຄ້າຈາກໄທ ໂດຍຜ່ານລົດໄຟລາວ-ຈີນ ໄປຈີນ ມີຄວາມສະດວກສະບາຍກວ່າເກົ່າ ເນື່ອງຈາກໄລຍະຜ່ານມາ ກໍຄື ປັດຈຸບັນ ການສົ່ງອອກສິນຄ້າກະສິກໍາ ໂດຍສະເພາະສິນຄ້າທີ່ຕ້ອງການການຢັ້ງຢືນມາດຕະຖານ ຍັງຊັກຊ້າຢູ່ດ່ານບໍ່ຫານຂອງຈີນ ເນື່ອງຈາກຄວາມພ້ອມຮອງຮັບເພື່ອກວດກາສິນຄ້າບໍ່ສູງ ແລະ ມີພື້ນທີ່ຮອງຮັບສິນຄ້າບໍ່ຫລາຍເທົ່າທີ່ຄວນ. ປັດຈຸບັນ ບໍລິສັດທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ໄດ້ເຊັນສັນຍາຮ່ວມມືກັບສະພາການຄ້າ ແລະ ອຸດສາຫະກໍາຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງຂອງຈີນຮຽບຮ້ອຍແລ້ວ ເພື່ອຮ່ວມກັນກໍ່ສ້າງສູນດັ່ງກ່າວຂຶ້ນທີ່ທ່າບົກທ່ານາແລ້ງ ເນື່ອງຈາກມີພື້ນທີ່ກວ້າງຂວາງເຖີງ 55 ເຮັກຕາ ເຮັດໃຫ້ສາມາດຮອງຮັບສິນຄ້າໄດ້ໃນປະລິມານທີ່ຫລາຍ ໂດຍຈະໃຊ້ເວລາໃນການອອກແບບ 1 ເດືອນ ແລະ ໃຊ້ເວລາກໍ່ສ້າງສູນ 2 ເດືອນ, ເຊີ່ງທັງ 2 ຂັ້ນຕອນຈະໃຫ້ສໍາເລັດແນ່ນອນພາຍໃນປີນີ້.
ທ່ານ ສາຄອນ ພິລາງາມ ໃຫ້ຮູ້ຕື່ມວ່າ: ດ່ານບໍ່ຫານຂອງຈີນ ຈະພ້ອມເຕັມທີ່ໃນການຮອງຮັບສິນຄ້າເພື່ອກວດກາຄຸນນະພາບໃນ ເດືອນ ກໍລະກົດ ປີ 2022, ແຕ່ເຖີງວ່າມີຄວາມພ້ອມກໍສາມາດຮອງຮັບສິນຄ້າໄດ້ພຽງ 1.500 ຕູ້ເທົ່ານັ້ນ ເນື່ອງຈາກຄວາມຈໍາກັດທາງດ້ານພື້ນທີ່, ດັ່ງນັ້ນ ຖ້າຫາກການກໍ່ສ້າງສູນກັກກັນພືດ ແລະ ສັດຢູ່ທ່າບົກທ່ານາແລ້ງສໍາເລັດ ຈະຊ່ວຍຫລຸດຜ່ອນຄວາມແອອັດຂອງສິນຄ້າທີ່ຕ້ອງການກວດກາເພື່ອຢັ້ງຢືນມາດຕະຖານຢູ່ດ່ານບໍ່ຫານຂອງຈີນໄດ້ເປັນຢ່າງດີ ລະ ຈະເປັນອີກເງື່ອນໄຂໜຶ່ງທີ່ຊ່ວຍຊຸກຍູ້ໃຫ້ການຂົນສົ່ງສິນຄ້າໄປຈີນ ໂດຍຜ່ານລົດໄຟລາວ-ຈີນ ມີຄວາມສະດວກສະບາຍ ແລະ ນັບມື້ເພີ່ມຂຶ້ນກວ່າເກົ່າ. ສໍາລັບລົດໄຟລາວ-ຈີນ ນັບແແຕ່ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ 2021 ມາຮອດ ເດືອນເມສາ 2022 ຜ່ານມາ ສາມາດຂົນສົ່ງສິນຄ້າໄດ້ແແລ້ວ 11.000 ຕູ້, ໃນນີ້ 80% ແມ່ນເປັນສິນຄ້າຜ່ານແດນ ແລະ ເປັນສິນຄ້າຈາກ ຈີນ ມາລາວ ແລະ ຜ່ານລາວໄປໄທ, ມຽນມາ, ກໍາປູເຈຍ, ຫວຽດນາມ ແລະ ມາເລເຊຍ. ສ່ວນທີ່ເຫລືອແມ່ນການຂົນສົ່ງສິນຄ້າຈາກລາວ ແລະ ໄທ ໄປຈີນ, ໃນນີ້ ສະເພາະສິນຄ້າຈາກລາວສ່ວນໃຫຍ່ແມ່ນ ແຮ່ເຫລັກ, ແປ້ງມັນຕົ້ນ, ຢາງພາລາ, ໝາກໄມ້ ແລະ ແຮ່ທາດອື່ນໆ.
Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment