ປີນີ້ ທົ່ວປະເທດ ຈະປູກຕົ້ນໄມ້ໃຫ້ໄດ້ 37.200 ເຮັກຕາ

ປີ 2022 ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ຈະສົມທົບກັບແຕ່ລະທ້ອງຖິ່ນທົ່ວປະເທດ ປູກຕົ້ນໄມ້ໃຫ້ໄດ້ທັງໝົດ 37.200 ເຮັກຕາ, ໃນນີ້ ສະເພາະໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ, ວັນທີ 1 ມິຖຸນາ ທົ່ວປະເທດ ຈະຈັດພິທີປູກໃຫ້ໄດ້ 1.213 ເຮັກຕາ. ຂະນະທີ່ ກະຊວງກະສິກໍາ ແລະ ປ່າໄມ້ ຈະສົມທົບກັບ ນະຄອນຫລວງວຽງຈັນ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ຈັດພິທີປູກຕົ້ນໄມ້ທີ່ສວນພຶກສາສາດ, ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ທ່ານ ເພັດ ພົມພີພັກ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ຖະແຫລງຂ່າວຕໍ່ສື່ມວນຊົນໃນຕອນບ່າຍວັນທີ 28 ພຶດສະພາ 2022 ທີ່ນະຄອນຫລວງວຽງຈັນ ວ່າ: ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງຖິ່ນຕົນເອງໃຫ້ເປັນຂະບວນຟົດຟື້ນ ໂດຍມີແຜນການ ຄື: ເກັບແກ່ນ 20.000 ກິໂລກຣາມ, ກ້າເບ້ຍ 34 ລ້ານກວ່າເບ້ຍ ແລະ ປູກໄມ້ 37.200 ເຮັກຕາ, ໃນນີ້ ປູກໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມຢູ່ໃນຂອບເຂດປ່າປ້ອງກັນ, ປ່າສະຫງວນ 7.400 ເຮັກຕາ, ປູກປ່າທົດແທນເຂດໂຄງການພື້ນຖານໂຄງລ່າງ ແລະ ປູກໄມ້ອຸດສາຫະກໍາເປັນສິນຄ້າ 24.800 ເຮັກຕາ ແລະ ທີ່ເປັນດິນຂອງບຸກຄົນ ນິຕິບຸກຄົນ 5.000 ເຮັກຕາ. ສ່ວນການປູກສະເພາະໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ທົ່ວປະ ເທດ ຈະປູກຕົ້ນໄມ້ໃນເນື້ອທີ່ 1.213 ເຮັກຕາ, ນໍາໃຊ້ເບ້ຍໄມ້ 1.465.233 ກວ່າເບ້ຍ, ລວມມີ: ໄມ້ດູ່, ໄມ້ແຕ້ຄ່າ, ໄມ້ຍາງ, ໄມ້ສັກ, ໄມ້ແຄນ, ໄມ້ສົ້ມຝາດ, ໄມ້ຂະຍຸງ, ໄມ້ແຕ້ຮໍ, ໄມ້ສະຝາງ, ໄມ້ກາກະເລົາ, ໄມ້ຄູນ, ໄມ້ສາມສາ ແລະ ໄມ້ອື່ນໆ. ພ້ອມນີ້ ແຕ່ລະແຂວງໄດ້ວາງແຜນການຈັດງານວາງສະແດງເບ້ຍໄມ້ ເພື່ອສົ່ງເສີມການປູກໄມ້ ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ.
ທ່ານ ເພັດ ພົມພີພັກ ຍັງໄດ້ຮຽກຮ້ອງໃຫ້ປວງຊົນທັງຊາດ ຈົ່ງເຊີດຊູສະຕິຮັກຊາດ ແລະ ຫວງແຫນປ່າໄມ້ ປະ ກອບສ່ວນຕາມເງື່ອນໄຂຄວາມສາມາດໃນການປູກໄມ້, ຟື້ນຟູປ່າ ໄປຄຽງຄູ່ກັບການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ອັນເປັນມໍລະດົກຂອງຊາດໃຫ້ນັບມື້ນັບອຸດົມສົມບູນ ແລະ ສາມາດຕອບສະຫນອງຄວາມຮຽກຮ້ອງຕ້ອງການວັດຖຸດິບດ້ານໄມ້ ແລະ ຜະລິດຕະຜົນປ່າໄມ້ ໄດ້ຢ່າງຍືນນານບໍ່ມີວັນບົກແຫ້ງ, ເຮັດໃຫ້ຊັບພະຍາກອນປ່າໄມ້ ຊຶ່ງເປັນສ່ວນປະ ກອບອັນສໍາຄັນເຂົ້າໃນການພັດທະນາເສດຖະກິດຂອງຊາດ ແລະ ເປັນການປົກປັກຮັກສາສິ່ງແວດລ້ອມນັບມື້ນັບຂະ ຫຍາຍຕົວຂຶ້ນເລື້ອຍໆ ເພາະການປູກຕົ້ນໄມ້ ແມ່ນສາມາດປູກໄດ້ ແຕ່ດຽວນີ້ ເປັນຕົ້ນໄປ ແລະ ຕະຫຼອດຮອດລະດູຝົນ, ບ່ອນໃດມີ ເງື່ອນໄຂ ເນື້ອທີ່ ແລະ ແຫຼ່ງນໍ້າ ກໍສາມາດປູກໄດ້ຕະຫຼອດ. ປູກຜູ້ລະ 1-2 ຕົ້ນ ໃນເນື້ອທີ່ດິນເປົ່າຫວ່າງຂອງຕົນ, ໃນຮົວ, ສວນ, ທີ່ດິນປຸກສ້າງ, ເດີ່ນໂຮງຮຽນ, ສໍານັກງານອົງການ ແລະ ຕາມແຄມທາງ ເຊິ່ງສາມາດປູກໄດ້ທຸກໆ ຊະນິດໄມ້ຕາມເງື່ອນໄຂຕົວຈິງ, ດັ່ງຄໍາຂວັນ ທີ່ວ່າ: “ ຈົ່ງຊ່ວຍກັນປູກຕົ້ນໄມ້ ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ ”.
Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment