ປີ 2021 ຜ່ານມາ ຍອດມູນຄ່າການຄ້າ ລາວ-ຫວຽດນາມ ເພີ່ມຂຶ້ນສູງທີ່ສຸດໃນຮອບ 10 ປີ

ທ່ານ ຄໍາແພງ ໄຊສົມແພງ, ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 27 ພຶດສະພານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ-ຫວຽດນາມຄົບຮອບ 60 ປີ (ວັນທີ 5 ກັນຍາ 1962- ວັນທີ 5 ກັນຍາ 92022) ແລະ ວັນເຊັນສົນທິສັນຍາມິດຕະພາບແລະການຮ່ວມມືຄົບຮອບ 45 ປີ (ວັນທີ 18 ກໍລະກົດ 1977-ວັນທີ 18 ກໍລະກົດ 2022). ທ່ານໄດ້ຍົກໃຫ້ວ່າ: ສອງກະຊວງ ອຸດສາຫະກໍາ ແລະ ການຄ້າ ລາວ ແລະ ຫວຽດນາມ ໄດ້ເອົາໃຈໃສ່ຊຸກຍູ້ວຽກງານການຄ້າ ແລະ ການລົງທຶນສອງຝ່າຍ ເພື່ອໃຫ້ອັດຕາການຂະຫຍາຍໂຕຂອງມູນຄ່າການຄ້າສອງຝ່າຍບັນລຸຢ່າງໜ້ອຍ 10% ຕໍ່ປີ ຕາມທີ່ສອງພັກ-ສອງລັດຖະບານ ວາງອອກ. ເພື່ອໃຫ້ຄາດໝາຍສູ້ຊົນດັ່ງກ່າວ ປະກົດຜົນເປັນຈິງ,ທັງສອງຝ່າຍໄດ້ລົງນາມໃນສັນຍາການຄ້າສະບັບໃຫມ່ໃນວັນທີ 03 ມີນາ 2015 ແລະ ສັນຍາການຄ້າຊາຍແດນໃນວັນທີ 27 ມິຖຸນາ 2015; ນັບແຕ່ສອງຝ່າຍໄດ້ມີການເຊັນສັນຍາການຄ້າຊາຍແດນ ນັບແຕ່ປີ 2015 ເປັນຕົ້ນມາ, ບັນດາແຂວງທີ່ມີຊາຍແດນຂອງ ລາວ ແລະ ຫວຽດນາມ ໄດ້ນໍາເອົາເນື້ອໃນຈິດໃຈ ຂອງສັນຍາດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍ ຢ່າງມີປະສິດທິຜົນໃນລະດັບດີ ສາມາດສົ່ງເສີມວຽກງານການແລກປ່ຽນຊື້-ຂາຍ ລະຫວ່າງ ປະຊາຊົນ ແລະ ຜູ້ຄ້າຂາຍທີ່ອາໄສຢູ່ຕາມແຂວງທີ່ມີຊາຍແດນຂອງທັງສອງປະເທດ.
ທ່ານ ຄໍາແພງ ໄຊສົມແພງ ໃຫ້ຮູ້ຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດສັນຍາດັ່ງກ່າວເຫັນວ່າ ທັງສອງຝ່າຍ ແມ່ນໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ ຊຶ່ງສະແດງອອກໃນມູນຄ່າການຄ້າລະຫວ່າງ ສອງຝ່າຍ ເພີ່ມຂຶ້ນ ໃນຫຼາຍປີຜ່ານມາ. ສະເພາະປີ 2021, ເຖິງແມ່ນວ່າທັງສອງປະເທດພົບກັບບັນຫາຫຍຸ້ງຍາກໃນຫຼາຍດ້ານ ໂດຍສະເພາະການລະບາດຂອງພະຍາດໂຄວິດ-19, ແຕ່ຍ້ອນທັງສອງລັດຖະບານ ມີຄວາມ ສະດຸ້ງໄວ ແລະ ສາມາດແກ້ໄຂບັນຫາໄດ້ຢ່າງທັນການ ໂດຍນໍາໃຊ້ບັນດາມາດຕະການທີ່ມີປະສິດທິພາບໃນການແກ້ໄຂບັນຫາ, ຈຶ່ງເຮັດໃຫ້ສາມາດແກ້ໄຂບັນຫາເສດຖະກິດ-ສັງຄົມ ແລະ ຮັບປະກັນໄດ້ວຽກງານການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ສາມາດຮັກສາມູນຄ່າການຄ້າສອງຝ່າຍໃຫ້ເຕີບໂຕເປັນຢ່າງດີ. ດ້ວຍເຫດນັ້ນ, ໃນປີ 2021 ມູນຄ່າການຄ້າສອງຝ່າຍ ສາມາດບັນລຸໄດ້ຫຼາຍກວ່າ 1,37 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 33,32% ທຽບໃສ່ປີ 2020 ເຊິ່ງເປັນມູນຄ່າການຄ້າສອງຝ່າຍທີ່ສູງທີ່ສຸດໃນຮອບ 10 ປີ.
ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ອີກວ່າ: ສໍາລັບການຄ້າຊາຍແດນ ແລະ ການຄ້າສອງຝ່າຍ ລາວ-ຫວຽດນາມ ໄດ້ປະກອບສ່ວນສໍາຄັນເຂົ້າໃນການປະຕິບັດເປົ້າໝາຍການຮ່ວມມືຮອບດ້ານຂອງສອງຊາດ ໂດຍສະເພາະແມ່ນເປົ້າໝາຍການຮ່ວມມືທາງດ້ານເສດຖະກິດ ທີ່ສອງລັດຖະບານໄດ້ກຳນົດໄວ້ໃນກອງປະຊຸມ ຂອງຄະນະກໍາມະທິການຮ່ວມມືທະວິພາຄີຄັ້ງທີ 44 ທີ່ນະຄອນຫຼວງຮ່າໂນ້ຍ ໃນວັນທີ 10 ມັງກອນ 2022, ເນື້ອໃນສັນຍາການຮ່ວມມື 5 ປີ 2021-2025 ແລະ ຍຸດທະສາດການຮ່ວມມື 10 ປີ 2021-2030 ຂອງສອງລັດຖະບານ. ສ່ວນການແຈ້ງຂຶ້ນທະບຽນວິສາຫະກິດ: ຕົວເລກການແຈ້ງຂຶ້ນທະບຽນວິສາຫະກິດຂອງຫົວໜ່ວຍທຸລະກິດຫວຽດນາມຢູ່ລາວ ໃນໄລຍະແຕ່ປີ 2011-2021 ແມ່ນເປັນອັນດັບທີ 03 ຂອງການລົງທຶນຂອງຕ່າງປະເທດ, ມີ 1.272 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 23,540 ຕື້ກ່ວາ ກີບ.
Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment