ທ່າບົກທ່ານາແລ້ງ ຂົນສົ່ງສິນຄ້າຜ່ານລົດໄຟລາວ-ຈີນ ແລ້ວ 11.000 ຕູ້

ມາຮອດເດືອນເມສາ 2022 ຜ່ານມານີ້, ທ່າບົກທ່ານາແລ້ງ ຢູ່ນະຄອນຫລວງວຽງຈັນ ໄດ້ບໍລິການຂົນສົ່ງສິນຄ້າຜ່ານລົດໄຟລາວ-ຈີນ ແລ້ວຫລາຍກວ່າ 11.000 ຕູ້ ພາຍຫລັງເປີດບໍລິການຢ່າງເປັນທາງການໃນວັນທີ 4 ທັນວາ 2021ແລະ ພາຍໃນທ້າຍເດືອນມິຖຸນາ ປີນີ້ ຈະເປີດການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ ເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າໃຫ້ດີຂຶ້ນກວ່າເກົ່າ.
ທ່ານ ສາຄອນ ພິລາງາມ, ຜູ້ອໍານວຍການໃຫຍ່ ບໍລິສັດທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທິ 23 ພຶດສະພາ 2022 ວ່າ: ໃນຈໍານວນສິນຄ້າ 11.000 ຕູ້, 80% ແມ່ນເປັນສິນຄ້າຜ່ານແດນ ເຊີ່ງເປັນສິນຄ້າຈາກ ສປ ຈີນ ຜ່ານລາວໄປໄທ, ມຽນມາ, ກໍາປູເຈຍ, ຫວຽດນາມ ແລະ ມາເລເຊຍ. ໃນນີ້, ສ່ວນໃຫຍ່ແມ່ນສິນຄ້າອຸດສາຫະກໍາ ເປັນຕົ້ນ: ເຄື່ອງອຸປະກອບອີເລັກໂຕຣນິກ, ປຸ໋ຍ, ຊີ້ນສ່ວນປະກອບເຄື່ອງໃຊ້ໄຟຟ້າ, ສິນຄ້າຕັດ ຫຍິບ ແລະ ແຜ່ນແພ. ສ່ວນທີ່ເຫລືອແມ່ນການບໍລິການຂົນສົ່ງສິນຄ້າຈາກລາວ ແລະ ໄທ ໄປຈີນ, ໃນນີ້ ສະເພາະສິນຄ້າຈາກລາວສ່ວນໃຫຍ່ແມ່ນສົ່ງອອກແຮ່ເຫລັກ, ແປ້ງມັນຕົ້ນ, ຢາງພາລາ, ໝາກໄມ້ ແລະ ແຮ່ທາດອື່ນໆ, ສ່ວນສິນຄ້າຈາກໄທ ສ່ວນໃຫຍ່ແມ່ນການສົ່ງອອກເຂົ້າ, ໝາກໄມ້ ແລະ ຢາງພາລາ.
ທ່ານໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການຂົນສົ່ງສິນຄ້າມີຄວາມສະດວກສະບາຍກວ່າເກົ່າ, ບໍລິສັດ ທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ໄດ້ລົງທຶນດ້ວຍຕົນເອງໃນການກໍ່ສ້າງທາງລົດໄຟຈາກສະຖານີລາວໄທ ຫາ ທ່າບົກທ່ານາແລ້ງ ໄລຍະທາງ 1,2 ກິໂລແມັດ ແລະ ບໍລິສັດລົດໄຟ ລາວ-ຈີນ ໄດ້ລົງທຶນກໍ່ສ້າງທາງລົດໄຟຈາກສະຖານີວຽງຈັນໃຕ້ ຫາ ທ່າບົກທ່ານາແລ້ງໄລຍະທາງ 2,8 ກິໂລແມັດ. ທັງສອງເສັ້ນທາງລົດໄຟ ຕາມແຜນການທີ່ກໍານົດໄວ້ ແມ່ນໃຫ້ຈະສໍາເລັດ ແລະ ເປີດການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ ໃນວັນທີ 26 ມິຖຸນາ 2022 ເຊີ່ງຈະກາຍເປັນຈຸດຄ່ຽນຖ່າຍສິນຄ້າຢູ່ທ່າບົກທ່ານາແລ້ງທີ່ມີຂະໜາດຄວາມກວ້າງຂອງລາງແຕກຕ່າງກັນຢູ່ທ່າບົດທ່ານາແລ້ງ ເພາະລົດໄຟລາວ-ຈີນ ມີຄວາມກວ້າງຂອງລາງ 1,435 ແມັດ, ສ່ວນລົດໄຟໄທ ມີຄວາມກວ້າງຂອງລາງ 1 ແມັດ.
ຢ່າງດກໍຕາມ, ການເຊື່ອມຕໍ່ທາງລົດໄຟດັ່ງກ່າວ ແມ່ນໃຊ້ສະເພາະຂົນສົ່ງສິນຄ້າເທົ່ານັ້ນ ເພາະໄລຍະຜ່ານມາ ລົດໄຟລາວ-ຈີນ ແມ່ນສິ້ນສຸດຢູ່ສະຖານີວຽງຈັນໃຕ້ ຈາກນັ້ນ ໄດ້ໃຊ້ລົດບັນທຸກຂົນສົ່ງສິນຄ້າໄປຫາທ່າບົກທ່ານາແລ້ງ ເພື່ອຂົນສົ່ງຕໍ່ໄປໄທ ແລະ ປະເທດອື່ນໆ ດັ່ງນັ້ນ, ເມື່ອເຊື່ອມທາງລົດໄຟດັ່ງກ່າວສໍາເລັດ ຈະເຮັດໃຫ້ການຂົນສົ່ງສິນຄ້າຜ່ານທ່າບົກທ່ານາງແລ້ງຈາກຈີນໄປໄທ, ຈາກໄທໄປຈີນ ຫລື ຈາກຈີນໄປປະເທດອື່ນ ແລະ ຈາກປະເທດອື່ນໄປຈີນ ມີຄວາມສະດວກສະບາຍ ແລະ ວ່ອງໄວຂຶ້ນກວ່າເກົ່າ.
ສໍາລັບ ທ່າບົກທ່ານາແລ້ງ ມີເນື້ອທີ່ທັງໝົກ 55 ເຮັກຕາ ຖືເປັນຈຸດເຊື່ອມຕໍ່ຫຼາຍຮູບແບບຂອງພາກພື້ນ ແລະ ເປັນສະຖານນີລົດໄຟສາຍອາຊີ ເພາະສິນຄ້າຈາກ ສປ ຈີນ ຈະໄປໄທ, ຫວຽດນາມ, ກໍາປູເຈຍ, ມາເລເຊຍ ແລະ ມຽນມາ ໂດຍຜ່ານລົດໄຟລາວ-ຈີນ ຈະຕ້ອງມາຜ່ານທ່າບົກທ່ານາແລ້ງ ທີ່ມິກິດຈະການພັກລົດ, ຄ່ຽນຖ່າຍສິນຄ້າ, ເປັນສູນກາງເຕົ້າໂຮມສິນຄ້າໃນການແພກເຄື່ອງຄືນໃໝ່ ແລະ ອື່ນໆ.
Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment