ຫວຽດນນາມ ຈັດຢູ່ອັນດັບທີ 3 ໃນການລົງທຶນຢູ່ລາວ. ຂະນະທີ່ໂຄງການສະໜາມບິນໜອງຄ້າງ ສອງຝ່າຍ ຈະຊຸກຍູ້ໃຫ້ສໍາເລັດ ໃນໄຕມາດທີ III ຂອງປີນີ້

ໃນວັນທີ 13 ພຶດສະພາ 2022, ທີ່ນະຄອນຫລວງວຽງຈັນ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ 2022. ທ່ານໃຫ້ຮູ້ກ່ຽວກັບໝາກຜົນຫລາຍຢ່າງໃນການຮ່ວມມືລາວ-ຫວຽດນາມ, ໃນນີ້ ສະເພາະການຮ່ວມມືດ້ານເສດຖະກິດ, ມາຮອດປັດຈຸບັນ ວິສາຫະກິດຫວຽດນາມທີ່ມາລົງທຶນຢູ່ມີທັງໝົດ 417 ໂຄງການ, ມູນຄ່າການລົງທຶນທັງໝົດ 4,3 ຕື້ໂດລາສະຫະລັດ. ຈັດຢູ່ໃນອັນດັບ 3 ໃນຈໍານວນ 54 ປະເທດ ແລະ ເຂດແຄ້ວນທີ່ມີການລົງ ທຶນ ຢູ່ລາວ. ໃນນີ້ ສະເພາະປີ 2021, ລັດຖະບານລາວ ໄດ້ອະນຸຍາດການລົງທຶນໃຫ້ແກ່ວິສາຫະກິດຂອງຫວຽດນາມ 3 ໂຄງການ, ໃນນີ້ ມີຂະແໜງບໍ່ແຮ່ 2 ໂຄງການ ແລະ ທະນາຄານ 1 ໂຄງການ, ສ່ວນມູນຄ່າການຄ້າສອງປະເທດໃນປີ 2021 ຜ່ານມາ ບັນລຸ 1,37 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 33,3% ເມື່ອທຽບໃສ່ປີ 2020. ສ່ວນປີ 2022, ສອງຝ່າຍ ຈະສູ້ຊົນຊຸກຍູ້ມູນຄ່າການຄ້າໃຫ້ເພີ່ມຂຶ້ນ 10-15% ຕາມທີ່ສອງຝ່າຍໄດ້ຕົກລົງກັນໃນໄລຍະ 2021-2025.

ທ່ານໃຫ້ຮູ້ຕື່ມວ່າ: ສອງຝ່າຍໄດ້ປະສານສົມທົບສຶກສາຄົ້ນຄວ້າ ແລະ ຊຸກຍູ້ຊອກຫາແຫຼ່ງທຶນເພື່ອຜັນຂະຫຍາຍບັນດາໂຄງການທີ່ສຳຄັນ ເຊັ່ນ: ໂຄງການກໍ່ສ້າງເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ ສອງຝ່າຍເຫັນດີ ເປັນເອກະພາບ ຈະນໍາໃຊ້ທຶນຊ່ວຍເຫຼືອຂອງຍີປຸ່ນ 200 ລ້ານໂດລາສະຫະລັດ ເພື່ອຍົກລະດັບເສັ້ນທາງເລກ 8 ຢູ່ເບື້ອງລາວ; ຝ່າຍຫວຽດນາມ ເຫັນດີດ້ານຫລັກການ ພິຈາລະນາຕັດເສັ້ນທາງໄປຫາທ່າເຮືອຫວຸງອາງ ເປັນຈຸດສຸດທ້າຍ, ສ່ວນໂຄງການເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ ແມ່ນສືບຕໍ່ສະຫງວນໄວ້ເພື່ອຊອກຫາແຫຼ່ງທຶນອື່ນມາຈັດຕັ້ງປະຕິບັດ. ສໍາລັບການເຈາລະຈາໂອນຮຸ້ນໃຫ້ຝ່າຍລາວຄຸ້ມຄອງຈາກ 20% ຂຶ້ນເປັນ 60% ຂອງທ່າເຮືອຫວຸງອ້າງ 1, 2 ແລະ 3 ແມ່ນພວມສືບຕໍ່ປຶກສາຫາລືໃນການໂອນຮຸ້ນ ຄາດຄະເນສາມາດເຂົ້າໄປພັດທະນາທ່າເຮືອດັ່ງກ່າວໄດ້ໃນອັນໄວໆນີ້; ແຕ່ຕ້ອງໄດ້ສ້າງເງື່ອນໄຂ ແລະ ຊຸກຍູ້ຢ່າງແຂງແຮງຈາກພາກສ່ວນກ່ຽວຂ້ອງຂອງລັດຂອງທັງສອງຝ່າຍ. ສ່ວນເສັ້ນທາງລົດໄຟລາວ-ຫວຽດນາມ: ໃນເດືອນມີນາ 2022, ກຸ່ມບໍລິສັດ FLC ຂອງຫວຽດນາມ ໄດ້ເຂົ້າມາລາວ ເພື່ອພົບປະປຶກ ສາຫາລືກັບ ບໍລິສັດ ປີໂຕຼເທຮດ ເຊິ່ງສອງຝ່າຍໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືພັດທະນາໂຄງການເສັ້ນທາງລົດໄຟດັ່ງກ່າວ ຊຶ່ງຂະແໜງການກ່ຽວຂ້ອງຂອງທັງສອງຝ່າຍຈະຕ້ອງໄດ້ສືບຕໍ່ຕິດຕາມຊຸກຍູ້ຕື່ມອີກ. ນອກຈາກນີ້ ໂຄງການສະໜາມບິນໜອງຄ້າງ ທີ່ສັງຄົມສົນໃຈ, ສອງຝ່າຍ ພວມຊຸກຍູ້ແກ່ບໍລິສັດຜູ້ປະຕິບັດຕົວຈິງ ແລະຄາດວ່າຈະໃຫ້ສຳເລັດໃນໄຕມາດທີ III ຂອງປີນີ້.

ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ຕື່ມວ່າ: ສໍາລັບການຮ່ວມມືດ້ານອຸດສະຫະກຳ, ພະລັງງານ-ບໍ່ແຮ່: ມາຮອດປັດຈຸບັນ ຝ່າຍລາວໄດ້ເຊັນສັນຍາຊື້-ຂາຍໄຟຟ້າ (PPA) ກັບ ລັດວິສາຫະກິດໄຟຟ້າຫວຽດນາມ (EVN) ທັງໝົດມີ 18 ສັນຍາ (25 ໂຄງການ) ລວມກໍາລັງຕິດຕັ້ງ 2.180 MW. ໃນນັ້ນ, ໂຄງການທີ່ໄດ້ຂາຍໄຟໄປຍັງຫວຽດນາມແລ້ວ ມີກໍາລັງຕິດຕັ້ງ 572 MW ຄື: ເຊຂະໝານ 1, ເຊຂະໝານຊານໄຊ, ປັດຈຸບັນ ພວມສ້ອມແປງ ໂຄງການເຊຂະໆານ 3 ເຊິ່ງຄາດກວ່າຈະສໍາເລັດ ແລະ ສາມາດດໍາເນີນການຜະລິດກະແສໄຟຟ້າ ໃນໄຕມາດທີ II ຂອງປີນີ້. ສ່ວນການຮ່ວມມືດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ: ປັດຈຸບັນ ນັກສຶກສາລາວທີ່ກໍາລັງສຶກສາຢູ່ຫວຽດນາມ ມີໜ້າຕົວຈິງປະມານ 14.000 ຄົນ; ສໍາລັບປີ 2022, ລັດຖະບານຫວຽດນາມ ໄດ້ໃຫ້ທຶນການສຶກສາແກ່ລາວ ຈຳນວນ 1.100 ທຶນ ແລະ ລັດຖະບານລາວ ມອບທຶນການສຶກສາ ໃຫ້ພະນັກງານ, ນັກສຶກສາ ຫວຽດນາມ ມາຮຽນ ຢູ່ລາວ ຈຳນວນ 60 ທຶນ ທັງສອງຝ່າຍຍັງໄດ້ລົງນາມໃນອະນຸສັນຍາວ່າດ້ວຍການຮ່ວມມືບຳລຸງສ້າງບຸກຄະລາກອນ ໄລຍະ 2022-2027 ພ້ອມນີ້ ຈະໄດ້ຮ່ວມກັນຊຸກຍູ້ການຮ່ວມມືດ້ານການບຳລຸງສ້າງວິຊາຊີບທຸກຂັ້ນ, ແຕ່ສູນກາງຮອດຂັ້ນທ້ອງຖິ່ນ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment