ປີ 2022 ເຂື່ອນໄຟຟ້ານ້ຳອູ ສາມາດຜະລິດພະລັງງານໄຟຟ້າ ບັນລຸໄດ້ 1.000 GWh

ເມື່ອບໍ່ດົນມານີ້, ກຸ່ມບໍລິສັດ ພາວເວີ ໄຊນາ, ໂຄງການເຂື່ອນໄຟຟ້ານ້ຳອູ ສາມາດບັນລຸການຜະລິດພະລັງງານໄຟຟ້າ ໄດ້1.000 GWh ຊຶ່ງເປັນຄັ້ງທຳອິດ ທີ່ເຂື່ອນໄຟຟ້ານ້ຳອູ ສາມາດຜະລິດພະລັງງານໄດ້ສູງສຸດ ເມື່ອທຽບກັບໄລຍະດຽວກັນ ນັບຕັ້ງແຕ່ເຂື່ອນໄຟຟ້ານ້ຳອູ ເລີ່ມເປີດການຜະລິດພະລັງງານເປັນຕົ້ນມາ ດ້ວຍໝາກຜົນອັນດີເລີດດັ່ງກ່າວ ຖືວ່າເປັນການຊົມເຊີຍວັນກຳມະກອນສາກົນ ຄົບຮອບ 136 ປີ (1 ພຶດສະພາ) ແລະ ເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສອງຊາດ ລາວ-ຈີນ ຄົບຮອບ 61 ປີ.

ທັງນີ້, ເມື່ອວັນທີ 1 ຕຸລາ 2021, ເຂື່ອນໄຟຟ້ານ້ຳອູ 1, 3, 4 ແລະ ເຂື່ອນ 7 ໄດ້ເປີດດຳເນີນການຜະລິດພະລັງງານໄຟຟ້າຢ່າງເປັນທາງການ ແລະ ເຂື່ອນໄຟຟ້ານ້ຳອູ ທັງໝົດ 7 ເຂື່ອນ ໄດ້ດໍາເນີນການຜະລິດກະແສໄຟຟ້າຢ່າງເຕັມຮູບແບບ ເລີ່ມແຕ່ມື້ນັ້ນມາ. ໃນນັ້ນເຂື່ອນໄຟຟ້ານໍ້າອູ ລະດັບທີ 7 ເປັນເຂື່ຶອນທີ່ມີອ່າງເກັບນ້ຳໃຫຍ່ສຸດ ໃນບັນດາເຂື່ອນໃນສາຍນ້ຳອູ ສາມາດເກັບກັກປະລິມານນ້ຳໄດ້​ເຖິງ 1.313 MCM ແລະ ສາມາດສະໜອງນ້ຳ ເພື່ອຜະລິດພະລັງງານໄຟຟ້າ ໃຫ້ແກ່ເຂື່ອນໄຟຟ້າທັງ 7 ແຫ່ງໄດ້ຢ່າງຕໍ່ເນື່ອງ ເຮັດໃຫ້ສາມາດຜະລິດພະລັງງານໄຟຟ້າໃນລະດູແລ້ງໄດ້ຢ່າງຫຼວງຫຼາຍພ້ອມທັງສາມາດຕອບສະໜອງຄວາມຕ້ອງການກະແສໄຟຟ້າໄດ້ເປັນຢ່າງດີ. ບັນດາເຂື່ອນໄຟຟ້ານ້ຳອູ ໄດ້ນຳໃຊ້ອ່າງເກັບນ້ຳຮ່ວມກັນ ເພື່ອດຳເນີນການຜະລິດກະແສໄຟຟ້າ, ເປັນການປ່ຽນແປງຄຸນນະພາບພະລັງງານໂດຍພື້ນຖານ ແລະ ສາມາດແກ້ໄຂບັນຫາການຂາດແຄນໄຟຟ້າໃນລະດູແລ້ງ ໄດ້ຢ່າງມີປະສິດທິຜົນ.

ພ້ອມກັນນັ້ນ, ເຂື່ອນໄຟຟ້ານ້ຳອູ ຍັງມີບົດບາດສຳຄັນ ໃນການຄຸ້ມຄອງຄວາມປອດໄພ ເຮັດໃຫ້ລະບົບສາຍສົ່ງໄຟຟ້າຢູ່ພາກກາງ ແລະ ພາກເໜືອຂອງລາວ ມີສະຖຽນລະພາບ ແລະ ເປັນການຊ່ວຍໃຫ້ ສປປ ລາວ ມີລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກໄຟຟ້າ ແລະ ຍັງເປັນການສະໜອງພະລັງງານ ໃຫ້ແກ່ການເຄື່ອນໄຫວທາງລົດໄຟ ລາວ-ຈີນ ຢ່າງປອດໄພດ້ວຍຄຸນນະພາບສູງ ແລະ ໝັ້ນຄົງ; ຮັບປະກັນໃນການສະໜອງພະລັງງານໄຟຟ້າເຂົ້າໃນອຸດສາຫະກຳ ແລະ ທີ່ຢູ່ອາໄສໃນພາກກາງ ແລະ ພາກເໜືອຂອງລາວ ໂດຍພື້ນຖານ.

ໂຄງການເຂື່ອນໄຟຟ້ານ້ຳອູ ແມ່ນໂຄງການທຳອິດທີ່ກຸ່ມບໍລິສັດພາວເວີໄຊນາ ໄດ້ວາງແຜນລົງທຶນໃນການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກໃນໜຶ່ງສາຍນ້ຳ ແລະ ໃນຮູບແບບ BOT, ໂດຍມີ “1 ອ່າງ 7 ເຂື່ອນ” ແບ່ງການກໍ່ສ້າງອອກເປັນສອງໄລຍະ, ມີກໍາລັງຕິດຕັ້ງລວມ 1.272 MW ແລະ ສາມາດຜະລິດກະໄຟຕໍ່ປີໄດ້ 5.000 GWh.

ຂ່າວ-ພາບ: ບໍລິສັດ ນ້ຳອູ

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment