ສະແດງຄວາມຍິນດີກັບນັກ ຮຽນເກັ່ງລະດັບຊາດ ປະຈໍາສົກຮຽນ 2021-2022

ວັນທີ 10 ພຶດສະພາ 2022 ໄດ້ມີພິທີສະຫລຸບການສອບເສັງນັກຮຽນເກັ່ງລະດັບຊາດຊັ້ນມັດທະຍົມສຶກສາ ມ4 ແລະມ7 ປະຈໍາສົກຮຽນ 2021-2022 ຢູ່ສູນໄອຊີທີ ກະຊວງສຶກສາທິການແລະກິລາ ທັງແບບເຊິ່ງຫນ້າ ແລະ ທາງໄກ ພາຍຫລັງການສອບເສັງຈັດຂຶ້ນໃນວັນທີ 28 ເມສາ 2022 ຜ່ານມາ ໂດຍມີນັກຮຽນເກັ່ງ ຊັ້ນມ4 ແລະ ມ7 ເຂົ້າຮ່ວມສອບເສັງ ທັງຫມົດ 144 ຄົນ, ຍິງ 68 ຄົນ.

ການສອບເສັງ ມີທັງຫມົດ 4 ວິຊາຄື: ວິຊາພາສາລາວ -ວັນນະຄະດີ, ວິຊາຄະນິດສາດ, ວິຊາຟີຊິກສາດ ແລະ ວິຊາເຄມີ ສາດ.

ຜ່ານການສອບເສັງ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ4 ອັນດັບທີ1: ນ.ຕາວັນ ວົງວິໄລ ຈາກ ມສ ປາດຖະໜາ, ນະຄອນຫຼວງ ໄດ້ຄະແນນ 8,35. ອັນດັບທີ 2: ນ. ຕານ້ອຍ ດວງມາລາ ຈາກ ມສ. ນາສັກ ແຂວງ ວຽງຈັນ ໄດ້ຄະແນນ 7,30. ອັນດັບທີ 3: ທ. ແອັດລີ ສັນຕິສັດ ຈາກ ມສ. ໂພນມີໄຊ, ແຂວງບໍລິຄໍາໄຊ ໄດ້ຄະແນນ 7,00.

ວິຊາຄະນິດສາດ: ອັນດັບທີ 1: ທ. ເພັດນະຄອນ ພົນທະຈັກ ຈາກ ຈາກ ມສ ປາດຖະໜາ ນະຄອນຫຼວງ ໄດ້ຄະແນນ 8,00. ອັນດັບ 2 ແລະ 3 ບໍ່ມີ ຍ້ອນຄະແນນບໍ່ຮອດເກນທີ່ຕັ້ງໄວ້ (ຕ້ອງໄດ້ 7ຂຶ້ນໄປ).

ວິຊາຟີຊິກສາດ: ອັນດັບທີ 1: ທ. ອຸດົມຄຳ ບຸນວິໄລ ຈາກ ມສ ພອນສະຫວັນຊົນເຜົ່າ ນະຄອນ ຫລວງວຽງຈັນ ໄດ້ຄະແນນ 8,10. ອັນດັບທີ 2: ທ. ສຸວັນທອງ ເຮືອງແພງອ່ອນ ຈາກ ມສ ເທດສະບານແຂວງຫລວງນໍ້າທາ, ແຂວງຫລວງນໍ້າທາ ໄດ້ຄະແນນ 7,43. ອັນດັບ 3 ບໍ່ມີ (ຄະແນນບໍ່ເຖີງເກນ).

ວິຊາເຄມີສາດ: ອັນດັບທີ 1: ນ. ຜະກາອາລີ ສິດທິຍາວົງ ຈາກ ມສ ສັນຕິພາບ ແຂວງບໍ່ແກ້ວ ໄດ້ຄະແນນ 9,00. ອັນດັບທີ 2: ທ. ວຽງພະຈັນ ມະນີວົງ, ຈາກ ມສ ພອນສະ ຫວັນຊົນເຜົ່າ, ນະຄອນຫລວງວຽງຈັນ ໄດ້ຄະແນນ 8.00. ອັນດັບ 3: ພຣະ ສີງແກ້ວ ສຸລິ ຍະວົງສາ ຈາກ ມສ ສັນຕິພາບ ແຂວງຊຽງຂວາງ ໄດ້ຄະແນນ 7,75.

ສຳລັບຊັ້ນ ມ7 ວິຊາພາສາລາວ-ວັນນະຄະດີ ອັນດັບທີ1: ທ. ທະວີຊັບ ມະນີວົງ ຈາກ ມສ ເມືອງໄຊ ແຂວງອຸດົມໄຊ ໄດ້ຄະແນນ 7,30. ອັນດັບ 2: ນ. ນໍ້າເຜີ້ງ ພອນໄຊ ຈາກ ມສ ໄຊຍະບູລີ, ແຂວງໄຊຍະບູລີ ໄດ້ຄະແນນ 7,15. ອັນດັບທີ 3: ນ. ຄໍາໄພ ຫລວງລາດ ຈາກ ມສ. ທ່າພະບາດ, ແຂວງບໍລິຄໍາໄຊ ໄດ້ຄະແນນ 7.00.

ວິຊາຄະນິດສາດ: ອັນດັບທີ 1: ທ. ເຊັງຈື່ເຮີ ຈາກ ມສ ຊໍາໃຕ້ ແຂວງຫົວພັນ ໄດ້ຄະແນນ 8,50. ອັນດັບທີ 2: ທ. ເຕລີ ລໍເບຼຍຢາວ ຈາກ ມສ ພອນສະຫວັນຊົນເຜົ່າ, ນະຄອນ ຫລວງວຽງຈັນ ໄດ້ຄະແນນ 8,25. ອັນດັບ 3 ບໍ່ມີ.

ວິຊາຟີຊິກສາດ: ອັນດັບທີ 1: ທ. ບຸນຖະໜອມ ປະທຸມພາ ມສໂພນໄຊ ແຂວງຈຳປາສັກ ໄດ້ຄະແນນ 8,50. ອັນດັບທີ 2: ນ. ພູສະຫວັນ ມຸກດາແກ້ງ ຈາກ ມສ ປາກຊັນ ແຂວງບໍລິຄໍາໄຊ ໄດ້ຄະແນນ 7,35. ອັນດັບທີ 3: ທ. ລີປໍຢາງ ເຍຍກົວ ຈາກ ມສ ວຽງຈັນ, ນະຄອນຫລວງວຽງຈັນ ໄດ້ຄະແນນ 7.00.

ວິຊາເຄມີສາດ: ອັນດັບທີ 1: ທ້າວ ທົງທໍ່ ໄຊກົວ ມສ ພອນສະຫວັນຊົນເຜົ່າ, ນະຄອນ ຫລວງວຽງຈັນ ໄດ້ຄະແນນ 8,00. ອັນດັບທີ 2 ແລະ ອັນກັບ 3 ບໍ່ມີ.

ໃຫ້ກຽດມອບລາງວັນທີ 1 ໃຫ້ນັກຮຽນເກັ່ງຄັ້ງນີ້ ແມ່ນ ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ.

ສ່ວນລາງວັນການສອບເສັງນັກຮຽນເກັ່ງປີນີ້ ອັນດັບທີ1 ໄດ້ຮັບຫຼຽນຄໍາ, ເງິນລາງວັນ 8 ລ້ານກີບ ພ້ອມໄດ້ຮັບໃບຍ້ອງຍໍຂັ້ນກະຊວງ ສຶກສາທິການ ແລະ ກິລາ, ອັນດັບທີ 2 ໄດ້ຮັບຫຼຽນເງິນ, ເງິນລາງວັນ 7 ລ້ານກີບ ພ້ອມໄດ້ຮັບໃບຍ້ອງຍໍຂັ້ນກະຊວງ ສຶກສາທິການ ແລະ ກິລາ ແລະ ອັນດັບທີ 3 ໄດ້ຮັບຫຼຽນທອງເງິນລາງວັນ 6 ລ້ານກີບ ພ້ອມໄດ້ຮັບໃບຍ້ອງຍໍຂັ້ນກະຊວງ ສຶກສາທິການ ແລະ ກິລາ.

ສ່ວນນັກຮຽນເກັ່ງທີ່ສອບ ເສັງໄດ້ລາງວັນຊົມເຊີຍມີ 22 ຄົນ ຍິງ 14 ຄົນ ໄດ້ຮັບເງິນລາງ ວັນຜູ້ລະ 1 ລ້ານກີບ ແລະ ໃບຊົມເຊີຍຂັ້ນກົມສາມັນສຶກສາ.

ພິເສດ ສຳລັບນັກຮຽນເກັ່ງລະດັບຊາດອັນດັບທີ1ທີ່ຮຽນຈົບ ມປ ທາງກະຊວງມີນະໂຍ ບາຍ ໃຫ້ເລືອກສາຍຮຽນໃດກໍ່ໄດ້ຢູ່ມະຫາວິທະຍາໄລແຫ່ງຊາດ ແລະ ຖ້ານັກຮຽນໃດຕ້ອງການຢາກຮຽນວິຊາຄູ ຈະໄດ້ຮັບທຶນໄປ ສສ ຫວຽດນາມ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment