ເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ຕ້ອງການແຮງງານເປັນຈໍານວນຫລາຍ ແຕ່ບໍ່ສາມາດສະໜອງໄດ້ຕາມຄວາມຕ້ອງການ

ມາຮອດປັດຈຸບັນ, ເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ສາມາດສ້າງວຽກເຮັດງານທໍາໄດ້ແລ້ວ 5.969 ຕໍາແໜ່ງງານ, ໃນນັ້ນ ເປັນແຮງງານລາວ 4.726 ຄົນ, ທີ່ເຫລືອແມ່ນແຮງງານຕ່າງປະເທດ, ຂະນະທີ່ຄວາມຕ້ອງການແຮງງານຂອງບໍລິສັດທີ່ເຂົ້າມາລົງທຶນຍັງມີເປັນຈໍານວນຫລາຍ ແຕ່ບໍ່ສາມາດສະໜອງໄດ້ຕາມຄວາມຕ້ອງການ.

ທ່ານ ທະນົງໄຊ ຄຸດໄພທູນ, ຫົວໜ້າຄະນະຄຸ້ມຄອງເຂດຖະກິດພິເສດ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ: ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ປະກອບມີເຂດເສດຖະກິດພິເສດ 5 ເຂດ ຄື: ເຂດພັດທະນາກວມລວມໄຊເຊດຖາ, ເຂດເສດຖະກິດພິເສດ ບຶງທາດຫຼວງ, ເຂດເສດຖະກິດພິເສດ ລ່ອງແທ່ງ-ວຽງຈັນ, ເຂດເສດຖະກິດພິເສດ ດົງໂພສີ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ. ຈໍານວນແຮງງານທີ່ເຮັດວຽກຢູ່ເຂດທັງໝົດນີ້, ກວມອັດຕາສ່ວນຫລາຍກວ່າມໝູ່ແມ່ນເຮັດຢູ່ເຂດພັດທະນາກວມລວມໄຊເຊດຖາ ມີ 3.375 ຄົນ, ໃນນີ້ ມີແຮງງານລາວ 2.737 ຄົນ, ເຫລືອນັ້ນແມ່ນແຮງງານຕ່າງປະເທດ. ສໍາລັບແຮງງານຕ່າງປະເທດນີ້ ສ່ວນໃຫຍ່ແມ່ນເຮັດວຽກໃນລະດັບທີ່ຕ້ອງໃຊ້ເຕັກໂນໂລຊີລະດັບສູງ ຫລື ວຽກທີ່ແຮງງານລາວເຮັດໄດ້ຍາກ ເພື່ອມາຖ່າຍທອດຄວາມຮູ້ ແລະ ທັກສະຝີມືໃຫ້ແກ່ແຮງງານລາວ. ສໍາລັບການສົ່ງເສີມວຽກເຮັດງານທໍາພາຍໃນເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ທາງເຂດໄດ້ສົມທົບກັບຫລາຍພາກສ່ວນ ແລະ ເມື່ອບໍ່ດົນມານີ້ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ, ສູນກາງຊາວໜຸ່ມ, ຮ່ວມມືກັບພະແນກແຮງງານ ແລະ ສະຫວັດດີການສັງຄົມນະຄອນຫລວງວຽງຈັນ, ບັນດາສູນເຝິກອົບຮົມແຮງງານ ແລະ ບໍລິສັດຈັດຫາງານ ເພື່ອສະໜອງແຮງງານໃຫ້.

ຢ່າງໃດກໍຕາມ, ປັດຈຸບັນ ການສະໜອງແຮງງານໃຫ້ເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ຍັງພົບຄວາມຫຍຸ້ງຍາກ ແລະ ບໍ່ພຽງພໍ ເນື່ອງຈາກມີຄວາມຕ້ອງການເປັນຈໍານວນຫລາຍ ແຕ່ສາມາດສະໜອງໄດ້ໜ້ອຍ. ຕົວ ຢ່າງ: ບໍລິສັດເປເຕີ໋ ທີ່ຜະລິດເຄື່ອງນຸ່ງຮົມສົ່ງອອກໄປເອີລົບ ມີຄວາມຕ້ອງການແຮງງານ 2.000 ຄົນ, ໃນນີ້ສະເພາະປີນີ້ ຕ້ອງການ 1.000 ຄົນ, ແຕ່ສາມາດສະໜອງໄດ້ພຽງ 300 ກວ່າຄົນ, ບໍລິສັດ ໂຮຢາ ຕ້ອງການແຮງງານ ໃນໄລຍະທີ 2 ຈໍານວນ 4.000 ຄົນ, ແຕ່ສະໜອງໄດ້ພຽງ 2.000 ຄົນ ແລະ ອື່ນໆ.

ທ່ານ ທະນົງໄຊ ຄຸດໄພທູນ ໃຫ້ຮູ້ຕື່ມວ່າ: ການຈ້າງງານຢູ່ເຂດເສດຖະກິດພິເສດ ນະຄອນຫລວງວຽງ ຈະນັບມື້ເພີ່ມຂຶ້ນ, ໃນນີ້ ສະເພາະປີ 2022 ມີຄວາມຕ້ອງການອີກ 6.000 ຄົນ ແລະ ປີ 2023 ຕ້ອງການ 10.000 ຄົນ ເຊີ່ງຈະເປັນເງື່ອນໄຂອັນດີໃນການສົ່ງເສີມການສ້າງວຽກເຮັດງານທໍາໃຫ້ແຮງງານລາວນັບມື້ຫລາຍຂຶ້ນໃນຕໍ່ໜ້າ.

ສໍາລັບ 5 ເຂດເສດຖະກິດພິເສດທີ່ນອນຢູ່ໃນ ເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ມີເນື້ອທີ່ທັງໝົດຕາມສັນຍາສຳປະທານ 2.360 ເຮັກຕາ. ປັດຈຸບັນ ມີບໍລິສັດທີ່ເຂົ້າມາຈົດທະບຽນລົງທຶນທັງໝົດ 178 ບໍລິສັດ, ມີທຶນຈົດທະບຽນ 686 ລ້ານໂດລາສະຫະລັດ, ແຜນລົງທຶນທັງໝົດປະມານ 6 ຕື້ໂດລາສະຫະລັດ, ມີມູນຄ່າລົງທຶນຕົວຈິງ 2,8 ຕື້ໂດລາສະຫະລັດ, ປະຕິບັດພັນທະໃຫ້ແກ່ລັດຖະບານ ໄດ້ທັງໝົດ 186 ຕື້ກີບ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment