ສາທາລະນະສຸກ ເຕືອນປີນີ້ອາດຈະເກີດການລະບາດຮ້າຍແຮງຂອງພະຍາດໄຂ້ເລືອດອອກ

ນັບແຕ່ຕົ້ນປີ 2022 ມາຮອດວັນທີ 1 ມິຖຸນາຜ່ານມານີ້, ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກ ຫລື ໄຂ້ຍຸງລາຍແລ້ວ ຈໍານວນ 1.175 ຄົນ, ໃນນີ້ ເສຍຊີວິດ 1 ຄົນ ຢູ່ແຂວງສາລະວັນ, ສ່ວນແຂວງທີ່ມີຜູ້ຕິດເຊື້ອຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນ ມີ ຈໍານວນ 571 ຄົນ. ທ່ານ ດຣ ບົວລໍາ ຄໍາລ້ອມ, ຄະນະສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້, ກະຊວງສາທາລະນະສຸກ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸແຫ່ງຊາດໃນວັນທີ 2 ມິຖຸນາ 202 ວ່າ: ຈໍານວນຜູ້ຕິດເຊື້ອໄຂ້ ເລືອດອອກດັ່ງກ່າວ ເພີ່ມຂຶ້ນຫລາຍສົມຄວນເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ມີຄວາມສ່ຽງສູງທີ່ຈະເກີດການລະບາດຮ້າຍແຮງຂຶ້ນກວ່ານີ້ ເພາະປີນີ້ມີຝົນຕົກດີນັບແຕ່ຫົວປີ, ບວກໃສ່ກັບເປັນປີຄົບຮອບການລະບາດໃຫຍ່ຂອງໄຂ້ເລືອດອອກ ເພາະ 2-3 ປີໃດມັກມີການລະບາດໃຫຍ່ຂອງພະຍາດດັ່ງກ່າວເກີດຂຶ້ນ, ເຊີ່ງໄລຍະທີ່ມີການຕິດເຊື້ອສ່ວນໃຫຍ່ແມ່ນນັບແຕ່ທ້າຍປີໃໝ່ລາວ ຫລື ທ້າຍເດືອນເມສາ ຫາ ເດືອນຕຸລາ ເພາະເປັນໄລຍະລະດູຝົນ ຫລັງຈາກນັ້ນອັດຕາການຕິດເຊື້ອຈະຄ່ອຍໆ ຫລຸດລົງ.
ທ່ານໃຫ້ຮູ້ຕື່ມວ່າ: ສະເພາະຢູ່ນະຄອນຫລວງວຽງຈັນ ທີມງານຂອງສູນໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງນະຄອນຫລວງວຽງຈັນ ເຄື່ອນໄວກວດກາແລ້ວພົບວ່າ ເມືອງທີ່ມີຜູ້ຕິດເຊື້ອຫລາຍ ແລະ ມີໜອນນໍ້າຍຸງລາຍກວ່າໝູ່ໃນປີນີ້ ປະກອບມີ: ສີໂຄດຕະບອງ, ໄຊເສດຖາ, ຈັນທະບູລີ ແລະ ຫາດຊາຍຟອງ. ເພື່ອປ້ອງກັນພະຍາດດັ່ງກ່າວໃຫ້ໄດ້ຮັບຜົນດີທີ່ສຸດ, ຮອງຫົວໜ້າສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ແນະນໍາວ່າ: ທຸກຄອບຄົວຕ້ອງເປັນເຈົ້າການປະຕິບັດຕາມຫລັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກ ເຊີ່ງປະ¬ກອບມີ: ປິດ: ຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່. ປ່ຽນ: ນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ. ປ່ອຍ: ປາຫາງນົກຍຸງເພື່ອກິນໜອນນ້ຳ. ປັບປຸງ: ການອະນາໄມ ສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ ແລະ ປະຕິບັດ: ໃຫ້ເປັນນິໄສ ປະຈຳທຸກໆອາທິດ ຢ່າງເຂັ້ມງວດ ກໍຈະສາ¬ມາດຫຼຸດ¬ຜ່ອນ ແລະ ປ້ອງກັນການເຈັບ ເປັນຈາກພະ¬ຍາດດັ່ງ¬ກ່າວໄດ້. ຢ່າງໃດກໍຕາມ ທ່ານກ່າວຢໍ້າວ່າ: ຖ້າປະຊາຊົນຖືເບົາ ແລະ ບໍ່ໃສ່ໃຈປະຕິບັດຕາມຫລັກການ 5 ປ ຈະເຮັດໃຫ້ມີທ່າອ່ຽງສູງທີ່ພະຍາດໄຂ້ເລືອດອອກຈະລະບາດຮ້າຍແຮງ ເຊີ່ງຈະນໍາໄປສູ່ການຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດດັ່ງກ່າວ ເປັນຈໍານວນຫລາຍຄືຫລາຍປີຜ່ານມາ.
Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment