ສະພາບເສດຖະກິດບໍ່ດີ ສົ່ງຜົນໃຫ້ນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວ ເມືອງວັງວຽງ ຫລຸດລົງ

ຈາກສະພາບເສດຖະກິດຂອງປະເທດທີ່ພວມປະສົບກັບຄວາມຫຍຸ້ງຍາກຫລາຍດ້ານ ເຮັດໃຫ້ນັກທ່ອງທ່ຽວເດີນທາງເຂົ້າໄປທ່ອງທ່ຽວພາຍໃນ ເມືອງວັງວຽງ, ແຂວງວຽງຈັນ ໃນໄລຍະນີ້ມີທ່າອ່ຽງຫລຸດລົງ ເມື່ອທຽບໃສ່ກ່ອນໜ້ານີ້ ເຖີງວ່າລັດຖະບານໄດ້ເປີດປະເທດຢ່າງເຕັມຮູບແບບແລ້ວກໍຕາມ. ທ່ານ ບຸນຈັນ ມາລາວົງ, ເຈົ້າເມືອງວັງວຽງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍ ສຽງແຫ່ງຊາດລາວ ໃນວັນທີ 6 ມິຖຸນາ 2022 ວ່າ: ພາຍຫລັງລັດຖະບານເປີດປະເທດເຕັມຮູບແບບນັບແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນມາ ມີນັກທ່ອງທ່ຽວຕ່າງປະເທດຈໍານວນໜຶ່ງທີ່ມາເປັນໝູ່ຄະນະຈາກ ສ.ເກົາຫລີ ແລະ ໄທ ມາທ່ຽວພາຍໃນເມືອງວັງວຽງ, ສ່ວນນັກທ່ອງທ່ຽວພາຍໃນປະເທດສ່ວນໃຫຍ່ຍັງມີລັກສະນະໄປທ່ອງທ່ຽວໃນຕອນເຊົ້າ ແລະ ບ່າຍແລ້ວກັບໃນຕອນແລງຍ້ອນການເດີນທາງທີ່ສະດວກສະບາຍ. ຢ່າງໃດກໍຕາມ ເຖີງວ່າຍັງບໍ່ສາມາດເກັບກໍາສະຖິຕິໄດ້ຢ່າງລະອຽດ ແຕ່ສັງເກດເຫັນວ່ານັກທ່ອງທ່ຽວທີ່ໄປທ່ຽວເມືອງວັງວຽງ ໃນໄລຍະນີ້ມີທ່າອ່ຽງຫລຸດລົງ ເມື່ອທຽບໃສ່ກ່ອນໜ້ານີ້ ໂດຍສະເພາະໄລຍະເບື້ອງຕົ້ນທີ່ເປີດນໍາໃຊ້ທາງດ່ວນ ວຽງຈັນ-ວັງວຽງ ແລະ ການເປີດນໍາໃຊ້ລົດໄຟລາວ-ຈີນ ທີ່ມີບັນຍາກາດຟົດຟື້ນມ່ວນຊື່ນຫລາຍ. ທັ້ງນີ້ ເນື່ອງຈາກຫລາຍສາເຫດ ໂດຍສະເພາະນັກທ່ອງທ່ຽວພາຍໃນປະເທດທີ່ຕ້ອງໄດ້ປະຢັດມັດທະຍັດ ເພາະເສດຖະກິດບໍ່ດີ, ບວກກັບຄວາມຫຍຸ້ງຍາກໃນການຫາຊື້ນໍ້າມັນເຊື້ອໄຟ, ລວມເຖີງສະພາບອາ ກາດທີ່ຢູ່ໃນໄລຍະລະດູຝົນເຮັດໃຫ້ບໍ່ສະດວກໃນການເດີນທາງ ແລະ ອື່ນໆ.
ທ່ານໃຫ້ຮູ້ຕື່ມວ່າ: ເພື່ອກຽມຕ້ອນຮັບນັກທ່ອງທ່ຽວ ອົງການປົກຄອງເມືອງວັງວຽງ ໄດ້ຮ່ວມກັບກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສຸມໃສ່ປັບປຸງພື້ນຖານໂຄງລ່າງຫລາຍຢ່າງພາຍໃນເມືອງໃຫ້ສວຍງາມ ແລະ ໄປມາໄດ້ຢ່າງສະດວກ ໂດຍນໍາໃຊ້ເງິນຊ່ວຍເຫລືອຈາກທະນາຄານພັດທະນາອາຊີ ຫລື ADB. ຂະນະທີ່ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວພາຍໃນເມືອງໄດ້ກັບຄືນມາເປີດກິດຈະການ ແລະ ກຽມຄວາມພ້ອມທຸກດ້ານເພື່ອຮອງຮັບນັກທ່ອງທ່ຽວ. ຢ່າງໃດກໍຕາມ ຖ້າຫາກສະພາບນັກທ່ອງທ່ຽວຍັງສືບຕໍ່ຫລຸດລົງຄືແນວນີ້ ອາດຈະເຮັດໃຫ້ຜູ້ປະກອບການປະສົບບັນຫາອີກຄັ້ງ ໂດຍສະເພາະບັນຫາການຈ້າງງານ ເນື່ອງຈາກໄດ້ຮຽກພະນັກງານທຸກຄົນກັບຄືນມາເຮັດວຽກປົກກະຕິພາຍຫລັງທີ່ຢຸດເຊົາໄປໄລຍະໜຶ່ງຍ້ອນການລະບາດຂອງພະຍາດໂຄວິດ-19. ດັ່ງນັ້ນ ທ່ານໄດ້ເຊີນຊວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າໄປທ່ຽວພາຍໃນເມືອງວັງວຽງ ຫລາຍຂຶ້ນກວ່າເກົ່າ ເພາະໄດ້ປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວຫລາຍຢ່າງໃຫ້ມີຄວາມສວຍງາມ ແລະ ສະດວກສະ ບາຍກວ່າເກົ່າ. ໃນນີ້ ສະເພາະນັກທ່ອງທ່ຽວພາຍໃນປະເທດ ນອກຈາກຈະໄດ້ສໍາຜັດກັບທໍາມະຊາດທີ່ສວຍງາມແລ້ວ ຍັງເປັນການຊ່ວຍຊຸກຍູ້ສົ່ງເສີມລາວທ່ຽວລາວ ເພື່ອບໍ່ໃຫ້ເງິນຕາໄຫລອອກນອກປະເທດ ຕື່ມອີກ.
Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment