ຂ່າວດີ! ໄປເຮັດວຽກຢູ່ ສ.ເກົາຫຼີ ບໍ່ມີເງິນກໍ່ສາມາດໄປໄດ້

ບໍລິສັດ ໄອຈອບ ຈຳກັດ ຮ່ວມກັບ ສະຖາບັນການເງິນຈຸລະພາກ BNK ເຊິ່ງເປັນສາຂາຂອງກຸ່ມການເງິນຊັ້ນນຳຢູ່ປະເທດເກົາຫຼີ ໄດ້ສະໜອງເງິນກູ້ຢືມໃຫ້ແກ່ແຮງງານລາວທີ່ພົບຄວາມຫຍຸ້ງຍາກດ້ານຄ່າໃຊ້ຈ່າຍທີ່ຕ້ອງການໄປເຮັດວຽກຢູ່ ສ.ເກົາຫລີ ຕາມລະດູການເປັນເວລາ 6 ເດືອນ.

ທ່ານ ບຸນທ່ຽງ ລັດຕະນະວົງ, ຜູ້ອໍານວຍການບໍລິສັດ ໄອຈອບ ຈໍາກັດ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 8 ມິຖຸນານີ້ ວ່າ: ບໍລິສັດ ໄອຈອບ ຈຳກັດ ເຊິ່ງເປັນບໍລິສັດຈັດຫາງານທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮັບອະນຸຍາດໃຫ້ທົດລອງຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການໃນຂະແໜງກະສິກໍາຢູ່ ສ.ເກົາຫຼີ ເນື່ອງຈາກມີຄວາມຕ້ອງການແຮງງານເປັນຈໍານວນຫລວງຫລາຍ. ດັ່ງນັ້ນ, ເພື່ອຊ່ວຍເຫລືອແຮງງານທີ່ພົບຄວາມຫຍຸ້ງຍາກດ້ານຄ່າໃຊ້ຈ່າຍແລ່ນເອກະສານຕ່າງໆ ໃນການເດີນທາງໄປເຮັດວຽກ, ບໍລິສັດ ໄອຈອບ ໄດ້ຮ່ວມມືກັບສະຖາບັນການເງິນຈຸລະພາກ BNK ເພື່ອສະໜອງເງິນກູ້ຢືມໃຫ້ແກ່ແຮງງານລາວດັ່ງກ່າວ ເຊີ່ງຜ່ານມາໄດ້ຈັດສົ່ງແຮງງານເຮັດວຽກຢູ່ ສ.ເກົາຫລີ ຕາມລະດູການແລ້ວ 1 ຊຸດໃນເດືອນພຶດສະພາ ຜ່ານມານີ້ ເຊີ່ງມີທັງໝົດ 58 ຄົນ, ໃນນີ້ ມີເຖີງ 56 ຄົນທີ່ໃຊ້ບໍລິການເງິນກູ້ຈາກສະຖາບັນການເງິນຈຸລະພາກ BNK. ສ່ວນອີກ 2 ຄົນແມ່ນໃຊ້ຈ່າຍເງິນຂອງຕົວເອງ.

ທ່ານໃຫ້ຮູ້ຕື່ມວ່າ: ຄ່າແລ່ນເອກະສານ, ລວມເຖີງຄ່າວິຊ່າ, ປີ້ຍົນ ແລະ ອື່ນໆ ເພື່ອເດີນທາງໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ ລວມທັງໝົດແລ້ວຜູ້ໜຶ່ງບໍ່ເກີນ 2.800 ໂດລາສະຫະລັດ, ໃນນີ້ ຖ້າແຮງງານຕ້ອງການເງິນກູ້ຢືມເງິນຈາກສະຖາບັນດັ່ງກ່າວ ຕາມລະບຽບແລ້ວຕ້ອງມີຫລັກຊັບຄໍ້າປະກັນ ແຕ່ໃນກໍລະນີບໍ່ມີຫລັກຊັບຄໍ້າປະກັນ ຕ້ອງໄດ້ຜ່ານການພິຈາລະນາດ້ານຄຸນສົມບັດຕົວຈິງຈາກຄະນະຮັບຜິດຊອບຢ່າງລະອຽດກ່ອນເພື່ອປະເມີນວ່າຜູ້ກ່ຽວມີຄວາມຕັ້ງໃຈ, ຄວາມຮັບຜິດຊອບ ແລະ ຫ້າວຫັນໃນການອອກແຮງງານແທ້ ຫລື ບໍ່ ຈິ່ງສາມາດໃຫ້ເງິນກູ້ໄດ້ ເພາະໃນຊຸດຜ່ານມາກໍເຄີຍອະນຸມັດເງິນກູ້ໃນລັກສະນະນີ້ມາແລ້ວ. ຢ່າງໃດກໍຕາມ ຖ້າຫາກແຮງງານທີ່ໄປເຮັດວຽກໄດ້ຮັບເງິນກູ້ໄປແລ້ວ ຕ້ອງຫັກທົດແທນຄືນໃຫ້ສະຖາບັນການເງິນຈຸລະພາກ BNK ເມື່ອໄດ້ເງິນເດືອນໃນແຕ່ລະເດືອນຈົນຄົບກໍານົດ, ເຊີ່ງເງິນເດືອນພື້ນຖານຂອງແຮງງານລາວທີ່ໄປອອກແຮງງານຕາມລະດູການຢູ່ ສ.ເກົາຫລີ ແມ່ນປະມານ 1.700-1.800 ໂດລາສະຫະລັດ/ຄົນ/ເດືອນ, ໃນນີ້ ສະຖາບັນການເງິນດັ່ງກ່າວຈະຫັກເອົາປະມານ 560 ໂດລາສະຫະລັດ/ຄົນ/ເດືອນ.

ຜູ້ອໍານວຍການບໍລິສັດ ໄອຈອບ ຈໍາກັດ ໃຫ້ຮູ້ອີກວ່າ: ການໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ ມີກໍານົດເວລາ 6 ເດືອນ ບໍ່ຈໍາເປັນຕ້ອງໄດ້ກຽມພາສາເກົາຫລີ ແຕ່ຢ່າງໃດ. ປັດຈຸບັນ ບໍລິສັດ ໄອຈອບ ພວມກະກຽມສົ່ງແຮງງານໄປ ສ.ເກົາຫລີ ເພື່ອເຮັດວຽກຕາມລະດູການອີກ 92 ຄົນ ແລະ ຈະສືບຕໍ່ຮັບເອົາຜູ້ທີ່ສົນໃຈໄປເຮັດວຽກດັ່ງກ່າວອີກຈໍານວນຫລາຍໃນຕໍ່ໜ້າ. ສະນັ້ນ ຜູ້ໃດມີຄວາມສົນໃຈ, ສະເພາະຢູ່ຕ່າງແຂວງໃຫ້ໄປແຈ້ງທີ່ຫ້ອງການແຮງງານ ແລະ ສະ ຫວັດດີການສັງຄົມເມືອງ ຫລື ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ທີ່ຕົນອາໃສຢູ່, ສ່ວນຜູ້ທີ່ອາໃສຢູ່ນະຄອນຫລວງວຽງຈັນ ສາມາດເຂົ້າໄປພົວພັນ ບໍລິສັດ ໄອຈອບ ເຊີ່ງສໍານັກງານຕັ້ງຢູ່ຕໍ່ໜ້າມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ໃນໂມງລັດຖະການ. ນອກຈາກນີ້ ອີກຊ່ອງທາງໜຶ່ງແມ່ນສາມາດລົງທະບຽນທາງອອນລາຍ ຕາມລິ້ງ https://play.google.com/store/apps/details...

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment