ຊົມເຊີຍ! ພຽງ 5 ເດືອນ ແຂວງໄຊຍະບູລີ ສົ່ງອອກສິນຄ້າບັນລຸເກີນຄາດປີທີ່ວາງໄວ້

ໃນໄລຍະ 5 ເດືອນຕົ້ນປີ 2022 ຄື: ນັບແຕ່ເດືອນມັງກອນ ຫາ ເດືອນພຶດສະພາ ຜ່ານມານີ້, ແຂວງໄຊຍະບູລີ ສາມາດສົ່ງອອກສິນຄ້າ ບັນລຸແລ້ວ 75 ລ້ານກວ່າໂດລາສະຫະລັດ, ເທົ່າກັບ 165% ຂອງແຜນການປີທີ່ວາງໄວ້ (ແຜນການປີທີ່ວາງໄວ້ແມ່ນ 46 ລ້ານໂດລາສະຫະລັດ), ທຽບໃສ່ໄລຍະດຽວກັນຂອງປີ 2021 ຜ່ານມາ ເພີ່ມຂຶ້ນ 43% ຄາດວ່າໝົດປີນີ້ ການສົ່ງອອກສິນຄ້າຈະເພີ່ມຂຶ້ນອີກເປັນຈໍານວນຫລາຍ.
ທ່ານ ສອນສະຫວັນ ຈັນທະວົງ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 8 ມິຖຸນາ 2022 ວ່າ: ສິນຄ້າທີ່ ແຂວງໄຊຍະບູລີ ສົ່ງອອກ ຕົ້ນຕໍແມ່ນສິນຄ້າກະສິກໍາທີ່ຜ່ານການປຸງແຕ່ງແລ້ວ ຄື: ມັນຕົ້ນທີ່ສົ່ງອອກໃນ 2 ຮູບບແບບ ຄື: ແປຮູບເປັນແປ້ງມັນຕົ້ນ ເນື່ອງຈາກມີໂຮງງານຜະລິດແປ້ງມັນຕົ້ນຕັ້ງຢູ່ ເມືອງປາກລາຍ ທີ່ນອນຢູ່ໃນ 4 ເມືອງໃຕ້ ແລະ ອີກຮູບແບບໜຶ່ງ ແມ່ນມັນຕົ້ນຝານຕາກແຫ້ງ. ນອກຈາກນີ້ ແມ່ນການສົ່ງອອກສາລີອົບແຫ້ງ, ເຊີ່ງມູນຄ່າການສົ່ງອອກມັນຕົ້ນ ແລະ ສາລີ ລວມກັນກວມເອົາປະມານ 98% ຂອງມູນຄ່າການສົ່ງອອກສິນຄ້າທັງໝົດໃນໄລຍະ 5 ເດືອນຜ່ານມາ, ສ່ວນອີກທີ່ເຫລືອແມ່ນການສົ່ງອອກເຄື່ອງປ່າຂອງດົງ, ມູນຄ່າ 465.000 ໂດລາສະຫະລັດ ແລະ ຫີນຂົບຈາກ 4 ເມືອງເໝືອ, ມູນຄ່າ 3 ແສນກວ່າໂດລາສະຫະລັດ ໂດຍປຸງແຕ່ງເປັນຫີນຂົບຂະໜາດນ້ອຍແລ້ວສົ່ງອອກ. ສ່ວນຕະຫລາດສົ່ງອອກສິນຄ້າ ປະມານ 60% ແມ່ນສົ່ງອອກໄປ ສປ ຈີນ ໂດຍຜ່ານລົດໄຟລາວ-ຈີນ ແລະ ອີກ 40% ແມ່ນສົ່ງອອກໄປປະເທດໄທ ເນື່ອງຈາກ ແຂວງໄຊຍະບູລີ ມີດ່ານກັບ ໄທ ເຖີງ 4 ດ່ານ ເຮັດໃຫ້ມີຄວາມສະດວກສະບາຍໃນການສົ່ງອອກສິນຄ້າ.
ທ່ານໃຫ້ຮູ້ຕື່ມວ່າ: ສາເຫດທີ່ເຮັດໃຫ້ ແຂວງໄຊຍະບູລີ ສົ່ງອອກສິນຄ້າໄດ້ຫລາຍໃນປີນີ້ ຍ້ອນ ສປ ຈີນ ມີຄວາມຕ້ອງການສິນຄ້າປະເພດມັນຕົ້ນ ແລະ ສາລີ ເປັນຈໍານວນຫລາຍ ຈິ່ງເປັນເງື່ອນໄຂໃຫ້ປະຊາຊົນພາຍໃນ ແຂວງໄຊຍະບູລີ ຫັນມາປູກພືດທັງສອງຊະນິດນີ້ຢ່າງເປັນຂະບວນກວ້າງຂວາງ, ບວກກັບອົງການປົກຄອງແຂວງຊຸກຍູ້ສົ່ງເສີມການແປຮູບສິນຄ້າກະສິກໍາກ່ອນສົ່ງອອກເຮັດໃຫ້ໄດ້ລາຄາດີ. ຂະນະດຽວກັນ ການເກັບຊື້ມັນຕົ້ນ ແລະ ສາລີຂອງບໍລິສັດທີ່ມາເກັບຊື້ ແມ່ນມີຫລາຍຮູບແບບແຕ່ຢູ່ໃນລາຄາທີ່ເໝາະສົມ ແລະ ປະຊາຊົນມີຄວາມພໍໃຈ. ພ້ອມນີ້ ທ່ານຍັງຢືນຢັນວ່າ: ຖ້າຫາກສະພາບຄວາມຕ້ອງການຂອງຕະຫລາດ ກໍຄື ສະພາບການຜະລິດພາຍໃນແຂວງຍັງສືບຕໍ່ເອື້ອຍອໍານວຍຄືໄລຍະ 5 ເດືອນຜ່ານມາ ການສົ່ງອອກສິນຄ້າຂອງ ແຂວງໄຊຍະບູລີ ໝົດປີນີ້ ຈະສືບຕໍ່ເພີ່ມຂຶ້ນອີກຢ່າງຫລວງຫລາຍ.
Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment