ຄົນຮ້າຍທີ່ລັດຍິງລົດຢູ່ທາງດ່ວນວຽງຈັນ-ວັງວຽງ ຖືກຈັບແລ້ວ

ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແຂວງວຽງຈັນ ຢືນຢັນວ່າ: ສາມາດຈັບຜູ້ກໍ່ເຫດ ແລະ ກຸ່ມແກ້ງທີ່ລັດຍິງລົດຢູ່ທາງດ່ວນວຽງຈັນ-ວັງວຽງ ໄດ້ຮຽບຮ້ອຍແລ້ວ. ປັດຈຸບັນ ພວມເລັ່ງສືບສວນ-ສອບສວນເພື່ອຂະຫຍາຍຜົນການກໍ່ເກດໃນຄັ້ງນີ້, ຄາດວ່າພາກສ່ວນທີ່ກ່ຽວຂ້ອງຈະຖະແຫລງຂ່າວ ເພື່ອໃຫ້ສັງຄົມໄດ້ຮັບຮູ້ຢ່າງເປັນທາງການໃນໄວໆ ນີ້. ພັທ ບົວທອງ ບໍລິບານ, ຫົວໜ້າຫ້ອງຕໍາຫລວດ, ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງວຽງຈັນ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 10 ມິຖຸນາ 2022 ວ່າ: ພາຍຫລັງເກີດເຫດກຸ່ມຄົນຮ້າຍລັດຍິງລົດຢູ່ທາງດ່ວນວຽງຈັນ-ວັງວຽງ ໃນວັນທີ 5 ມິຖຸນານີ້, ເຈົ້າໜ້າທີ່ຕໍາຫລວດປ້ອງກັນຄວາມສະຫງົບແຂວງ ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງຈາກສູນກາງ ເພື່ອແກ້ໄຂບັນຫາຢ່າງຮີບດ່ວນ, ມາຮອດ ວັນທີ 7 ມິຖຸນານີ້ ເຈົ້າໜ້າທີ່ຕໍາຫລວດສາມາດຈັບຕົວຜູ້ກໍ່ເຫດ ແລະກຸ່ມແກ້ງໄດ້ຢູ່ເມືອງວັງວຽງ ເຊີ່ງມີຈໍານວນ 7 ຄົນ, ຍິງ 3 ຄົນ ເພື່ອນໍາເອົາພວກກ່ຽວມາລົງໂທດຕາມລະບຽບກົດໝາຍ ຊື່ງຜ່ານການກວດກາພາຫະນະທີ່ພວກກ່ຽວນໍາໃຊ້ເຂົ້າໃນການກໍ່ເຫດຄັ້ງນີ້ ນອກຈາກພົບເຫັນອາວຸດປືນຈໍານວນໜຶ່ງ ຍັງພົບເຫັນຢາບ້າຈໍານວນ 21 ເມັດ. ປັດຈຸບັນນີ້ ເຈົ້າໜ້າທີ່ກ່ຽວຂ້ອງພວມເລັ່ງສືບສວນ-ສອບສວນເພື່ອໃຫ້ໄດ້ຂໍ້ມູນຢ່າງລະອຽດ ແລະ ຄາດວ່າໃນອີກບໍ່ດົນນີ້ ຈະມີການຖະແຫລງຂ່າວເພື່ອໃຫ້ສັງຄົມຮັບຮູ້ຂໍ້ມູນທີ່ຖືກຕ້ອງ ແລະ ລະອຽດຊັດເຈນຢ່າງເປັນທາງການ. ໃນໂອກາດນີ້, ພັທ ບົວທອງ ບໍລິບານ ຍັງໄດ້ຝາກເຖິງຜູ້ໃຊ້ລົດໃຊ້ຖະຫນົນ ກໍຄື ຜູ້ນໍາໃຊ້ເສັ້ນທາງດ່ວນວຽງຈັນ- ວັງວຽງ ບໍ່ໃຫ້ແຕກຕື່ນຕາມທີ່ສື່ສັງຄົມອອນລາຍເຜີຍແຜ່ຂ່າວຈົນເກີນໄປ ແລະມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ ເນື່ອງຈາກປັດຈຸບັນ ມີກຸ່ມຄົນບໍ່ດີຈໍານວນໜື່ງອອກຂ່າວບິດເບືອນຄວາມເປັນຈິງເພື່ອສ້າງຄວາມບໍ່ສະຫງົບໃນສັງຄົມລາວ, ພ້ອມນີ້ ທ່ານໄດ້ຢືນຢັນວ່າ: ປັດຈຸບັນ ເສັ້ນທາງດ່ວນວຽງຈັນ-ວັງວຽງ ມີຄວາມສະຫງົບ, ປອດໄພດີ ແລະ ເປີດການນໍາໃຊ້ເປັນປົກກະຕິຄືໄລຍະຜ່ານມາ. ຂະນະທີ່ ກໍາລັງ ປກຊ-ປກສ ແຂວງວຽງຈັນ ໄດ້ສືບຕໍ່ປະສານສົມທົບກັບເຈົ້າໜ້າທີ່ທາງດ່ວນ ແລະ ພາກສ່ວນກ່ຽວຂ້ອງ ແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ ເພື່ອກວດກາລາດຕະເວນຕາມເສັ້ນທາງດ່ວນວຽງຈັນ-ວັງວຽງ ຢ່າງເປັນປົກກະຕິ ເພື່ອແນໃສ່ເຮັດໃຫ້ຜູ້ສັນຈອນໄປ-ມາ ຕາມທາງດ່ວນດັ່ງກ່າວ ມີຄວາມອຸ່ນໃຈ ແລະຮັບປະກັນຄວາມປອດໄພດີ.
Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment