ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ສະເໜີຫລາຍວິທີແກ່ລັດຖະບານ ເພື່ອແກ້ໄຂບັນຫາເສດຖະກິດ

ໃນໂອກາດດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022, ທ່ານ ນາງ ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1, ນະຄອນຫລວງວຽງຈັນ ໄດ້ປະ ກອບຄໍາເຫັນ ແລະ ສະເໜີຫລາຍວິທີແກ່ລັດຖະບານ ເພື່ອແກ້ໄຂບັນຫາເສດຖະກິດທີ່ເກີດຂຶ້ນໃນປັດຈຸບັນ, ເລີ່ມຈາກ ຕໍ່ກັບ ກະຊວງການເງິນ, ທ່ານສະເໜີວ່າ: ອີງໃສ່ບົດລາຍງານຂອງ ກະຊວງການເງິນ ສະແດງໃຫ້ເຫັນວ່າ ການສໍ້ລາດບັງຫລວງບໍ່ໄດ້ຫລຸດລົງເລີຍ ເນື່ອງຈາກການຮົ່ວໄຫລຢູ່ບັນດາຊາຍແດນຍັງເກີດຂຶ້ນຫລາຍ ແລະ ເລິກແລບແນບນຽນກວ່າເກົ່າ ເຮັດໃຫ້ເປັນອີກສາເຫດໜຶ່ງທີ່ພາຂາດເຂີນເງິນຕາໃນປະເທດ ເນື່ອງຈາກການຄ້ານອກລະບົບເຂົາເຈົ້າພາກັນໄປແລກປ່ຽນເງິນຕາຢູ່ນອກລະບົບ, ເຊີ່ງອີງໃສ່ສູນສະຖິຕິແຫ່ງຊາດໃຫ້ຮູ້ວ່າ 70% ແມ່ນເສດຖະກິດນອກລະບົບ, ສະນັ້ນ ລັດຖະບານຄວນຂຸ້ນຂ້ຽວເອົາເສດຖະກິດນອກລະບົບດັ່ງກ່າວໃຫ້ເຂົ້າສູ່ລະບົບໃຫ້ໄດ້. ນອກຈາກນີ້ ໃນກໍລະນີທີ່ບຸກຄະລາກອນກະທໍາຜິດຂໍໃຫ້ລົງໂທດ ຫລື ປົດຕໍາແໜ່ງເລີຍ ໂດຍບໍ່ມີການສຶກສາອົບຮົມຄືແຕ່ກ່ອນ ເນື່ອງຈາກຂະແໜງ ການນີ້ ເປັນຂະແໜງການທີ່ສໍາຄັນ ເພື່ອໃຫ້ການເຮັດວຽກຂອງບຸກຄະລາກອນມີຄຸນນະພາບ, ພວກເຮົາຕ້ອງແກ້ທີ່ຄົນ ເພາະຜ່ານມາສະພາແຫ່ງຊາດ ສາມາດສ້າງກົດໝາຍອອກມາຈໍານວນຫລາຍ ແຕ່ການຈັດຕັ້ງປະຕິບັດຕົວຈິງຍັງບໍ່ດີເທົ່າທີ່ຄວນ.
ສໍາລັບທະນາຄານແຫ່ງ ສປປ ລາວ ທ່ານສະເໜີວ່າ: ອີງຕາມບົດລາຍງານເຫັນວ່າ ທະນາຄານ ແຫ່ງ ສປປ ລາວກວດເຫັນໝົດບັນຫາທີ່ເກີດຂຶ້ນ ແຕ່ວ່າກວດເຫັນແລ້ວບໍ່ສາມາດແກ້ໄຂໄດ້ ຍົກຕົວຢ່າງ: ນັກລົງທຶນຕ່າງປະເທດນໍາເງິນຕາເຂົ້າມາຢ່າງຫລວງຫລາຍ ແຕ່ແຈ້ງໃນຈໍານວນໜ້ອຍ, ເມື່ອໄປກວດຕົວຈິງພົບເຫັນຫລາຍກວ່າທີ່ແຈ້ງໄວ້ 4 ເທົ່າ ແຕ່ເຮັດຫຍັງບໍ່ໄດ້ ແລະ ບໍ່ຮູ້ວ່າເງິນໄປໃສ, ເຊີ່ງນີ້ເປັນການສະແດງໃຫ້ເຫັນເຖີງຄວາມອ່ອນແອໃນການຄຸ້ມຄອງເງິນຕາຕ່າງປະເທດ ເພາະທະນາຄານ ແມ່ນໜຶ່ງໃນເສົາຄໍ້າຫລັກເສດຖະກິດມະຫາພາກ. ສະນັ້ນ ຖ້າບໍ່ຈິງໃຈປະຕິບັດຕາມກົດ ໝາຍ ລາວເຮົາຈະຕົກຢູ່ໃນສະພາບແບບນີ້ອີກຕໍ່ໄປ ຍ້ອນການຄຸ້ມຄອງເງິນຕາອ່ອນແອຫລາຍ, ເຊີ່ງບັນຫານີ້ບໍ່ແມ່ນຄວາມຜິດສະເພາະທະນາຄານພຽງຝ່າຍດຽວ ແຕ່ແມ່ນທຸກພາກສ່ວນເສດຖະກິດທີ່ກ່ຽວຂ້ອງທັງໝົດ ເນື່ອງຈາກບັນດາໂຄງການໃຫຍ່ໆ ລ້ວນແລ້ວແຕ່ໄດ້ເປັນເງິນຕາຕ່າງປະເທດ, ຜ່ານມາມີແຕ່ບອກວ່າເງິນບໍ່ເຂົ້າລະບົບແຕ່ບໍ່ຮູ້ວ່າເງິນໄປໃສ, ຕໍ່ບັນຫານີ້ຕໍ່ໄປຈະແກ້ໄຂແນວໃດ? ເພາະຖ້າຈິງໃຈແກ້ໄຂ ລາວເຮົາຈະບໍ່ຕົກຢູ່ໃນສະພາບຄືປັດຈຸບັນນີ້, ແຕ່ຖ້າບໍ່ຈິງໃຈແກ້ແທ້ໆ ມາດຕະການໃດໆ ກໍບໍ່ສາມາດຊ່ວຍໄດ້. ທ່ານ ນາງ ວາລີ ເວດສະພົງ ກ່າວຕື່ມວ່າ: ການທີ່ລັດຖະບານຈະອອກພັນທະບັດຖືເປັນສິ່ງທີ່ຫລໍ່ແຫລມຫລາຍແຕ່ເມື່ອໄດ້ເລືອກວິທີນີ້ແລ້ວ ຂໍໃຫ້ເຮັດແບບຄູ່ຂະໜານກັບການປະຕິບັດກົດໝາຍຢ່າງເຂັ້ມງວດທີ່ສຸດ ເພາະຫລາຍປີທີ່ຜ່ານມາ, ບາງໄລຍະລາວເຮົາເກີນດຸນບໍ່ແມ່ນຂາດດຸນຕະຫລອດ ແຕ່ເງິນບໍ່ເຂົ້າລະບົບ. ຢ່າາງໃດກໍຕາມ ລັດຖະບານໄດ້ເລືອກໃຊ້ວິທີອອກພັນທະບັດ, ສະນັ້ນ ຂໍໃຫ້ໂຈະບັນດາຮ້ານແລກປ່ຽນຊົ່ວຄາວກ່ອນແລ້ວກວດກາຄືນໝົດການ ເຄື່ອນໄຫວຂອງເງິນ ເຊີ່ງທະນາຄານ ແຫ່ງ ສປປ ລາວ ສາມາດກວດໄດ້ວ່າເງິນໄປໃສແດ່ ແລະ ໃຜເກນກໍາໄລແດ່. ຖ້າບໍ່ເຮັດຄູ່ຂະໜານມາດຕະການໃດກໍບໍ່ໄດ້ຜົນ ເພາະປັດຈຸບັນປະຊາຊົນລໍາບາກ ແລະ ບໍ່ຮູ້ວ່າອະນາຄົດຈະເປັນແນວໃດ, ຜູ້ປະ ກອບທຸລະກິດເຊັ່ນດຽວກັນ ນັ່ງຢູ່ລ້າກໍຂາດທຶນຍ້ອນອັດຕາແລກປ່ຽນທີ່ເໜັງຕີງເພີ່ມຂຶ້ນ.
ທ່ານກ່າວຕື່ມວ່າ: ອີກວິທີໜຶ່ງ, ພວກເຮົາຄວນມີການຄໍ້າປະກັນລາຄານໍ້າມັນລ່ວງໜ້າສອງເດືອນ ເຖີງວ່າວິທີນີ້ລາວເຮົາບໍ່ເຄີຍໃຊ້ ແຕ່ຜ່ານມາບໍລິສັດໃຫຍ່ທົ່ວໂລກໃຊ້ວິທີນີ້ ແລະ ໄດ້ຮັບຜົນສໍາເລັດມາແລ້ວ ເພາະປັດຈຸບັນ ບັນຫາບໍ່ແມ່ນນໍ້າມັນຂາດຢູ່ຕະຫລາດໂລກ, ແຕ່ພວກເຮົາຂາດເງິນຕາທີ່ຈະໄປຊື້ເພາະມີການປັ່ນປ່ວນກັນພາຍໃນ, ເຊີ່ງທ່ານຢືນຢັນວ່າ ເງິນຕາຢູ່ລາວບໍ່ໄດ້ຂາດ ແຕ່ມັນຢູ່ນອກລະບົບ, ເອົາມາເຄື່ອນໄຫວນອກລະບົບເຊີ່ງຜິດກົດໝາຍ, ສະນັ້ນ ຖ້າມີການຄໍ້າປະກັນລາຄານໍ້າມັນລ່ວງໜ້າສອງເດືອນ ທ່ານເຊື້ອໝັ້ນວ່າ ຈະເຮັດໃຫ້ລາຄານໍ້າມັນບໍ່ເໜັງຕີງ ແລະ ຈະເຮັດໃຫ້ອັດຕາແລກປ່ຽນບໍ່ເໜັງຕີງເຊັ່ນດຽວກັນ, ເຊີ່ງຖ້ານໍາໃຊ້ວິທີນີ້ຈະເຮັດໃຫ້ມີແຕ່ຢູ່ທຶນກັບກໍາໄລ, ເຊີ່ງຜ່ານມາລັດຖະບານອະນຸມັດໃຊ້ວິທີນີ້ແລ້ວ ແຕ່ການຈັດຕັ້ງປະຕິບັດຍັງຊັກຊ້າຫລາຍ. ນອກຈາກນີ້ ທ່ານ ນາງ ວາລີ ເວດສະພົງ ຍັງສະເໜີກ່ຽວກັບເລື່ອງລາຄາປີ້ລົດໄຟລາວ-ຈີນ, ລັດຖະບານຄວນເປັນຝ່າຍກໍານົດລາຄາ ບໍ່ແມ່ນໃຫ້ບໍລິສັດສໍາປະທານເປັນຜູ້ກໍານົດລາຄາເອງ ເພື່ອບໍ່ໃຫ້ເປັນການຊໍ້າຕື່ມຂະແໜງການທ່ອງທ່ຽວເຂົ້າໄປອີກ, ເພາະຈະປັບປ່ຽນລາຄາຕາມອັດຕາແລກປ່ຽນເງິນຕາບໍ່ໄດ້ ເນື່ອງຈາກມັນກະທົບເຖີງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຂະແໜງການທ່ອງທ່ຽວເອງກໍ່ບໍ່ສາມາດເຮັດຫຍັງໄດ້ເລີຍໃນເລື່ອງນີ້.
Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment