ກົມກົງສຸນ, ກະຊວງການຕ່າງປະເທດ ເລັ່ງແກ້ໄຂບັນຫາການເຮັດຫນັງສືຜ່ານແດນຂອງພົນລະເມືອງລາວ

ໃນວັນທີ 14 ມິຖຸນາ 2022 ນີ້ ທ່ານ ສີສຸພັນ ມະນີວັນ, ຮອງຫົວໜ້າກົມກົງສຸນ, ກະຊວງການຕ່າງປະເທດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນກ່ຽວກັບສະພາບການເຮັດຫນັງສືຜ່ານແດນຂອງພົນລະເມືອງລາວ ໂດຍທ່ານໃຫ້ຮູ້ວ່າ: ໃນໄລຍະການແຜ່ລະບາດຂອງພະຍາດ Covid-19 ຕະຫລອດໄລຍະ 2 ປີກ່ວາມານີ້ ມີພົນລະເມືອງລາວ ໄດ້ ເດີນທາງກັບຄືນປະເທດມີຈຳນວນຫລວງຫລາຍ ຊຶ່ງຕາມຂໍ້ມູນຈາກຝ່າຍກ່ຽວຂ້ອງໃຫ້ຮູ້ວ່າ ໃນໄລຍະເດືອນມັງກອນ-ທັນວາ 2002 ພຽງປີດຽວ ມີຈໍານວນເຖິງ 68,494 ຄົນ ແລະ ປະມານເກີນ 80% ຂອງຈໍານວນດັ່ງກ່າວ ແມ່ນພົນລະເມືອງລາວທີ່ໄປອອກແຮງງານຢູ່ປະເທດໃກ້ຄຽງ ແຕ່ພາຍຫລັງລັດຖະບານມີແຈ້ງການເປີດປະເທດແຕ່ວັນທີ 9 ພຶດສະພາ 2022 ເປັນ ຕົ້ນມາ, ພວກເຮົາສັງເກດໄດ້ວ່າ ຈຳນວນປະຊາຊົນທີ່ມາຂໍເຮັດຫນັງສືຜ່ານແດນແມ່ນມີຈຳນວນສູງຂຶ້ນ ແລະ ບວກກັບ ຫລາຍປະເທດກໍໄດ້ລຸດຜ່ອນມາດຕະການຕ່າງໆໃນການເຂົ້າ-ອອກເມືອງຂອງປະເທດຕົນ ແລະ ຫລາຍປະເທດກໍເລີ່ມເປີດປະເທດຢ່າງເປັນປົກກະຕິ ຈຶ່ງເຮັດໃຫ້ຈຳນວນປະຊາຊົນລັ່ງໄຫລມາຂໍຫນັງສືຜ່ານແດນມີຈຳນວນເພີ່ມຂຶ້ນຫລາຍ ແລະ ມີລັກສະນະຮີບດ່ວນ ຊຶ່ງທາງກົມກົງສຸນກໍໄດ້ລົງເກັບກຳຂໍ້ມູນ ເພື່ອຊອກຮູ້ສາເຫດທີ່ເຮັດໃຫ້ມີສະພາບປະຊາຊົນມາອັ່ງອໍກັນຢູ່ກົມກົງສຸນ ຢູ່ນະຄອນຫລວງວຽງຈັນ ດັ່ງນີ້: - ປະຊາຊົນຈຳນວນຫລວງຫລາຍ ມີຄວາມຕ້ອງການນຳໃຊ້ຫນັງສືຜ່ານແດນ ເພື່ອກັບຄືນໄປອອກແຮງງານຢູ່ປະເທດໃກ້ຄຽງ. ໃນສອງສາມປີມານີ້ ນັກສຶກສາທີ່ຈົບຊັ້ນມັດທະຍົມປາຍ ມີຈໍານວນຫລາຍ ບໍ່ສາມາດເດີນທາງໄປຮຽນຕໍ່ຢູ່ຕ່າງປະເທດໄດ້ ແລະ ມາເຖິງປະຈຸບັນ ເຂົາເຈົ້າກໍຂຸ້ນຂ້ຽວຕ້ອງການຫນັງສືຜ່ານແດນ ເພື່ອປະກອບເອກະສານສະຫມັກເອົາທຶນສຶສາຕໍ່ຢູ່ຕ່າງປະເທດ. - ປະຊາຊົນຈຳນວນຫລາຍມີຄວາມເຂົ້າໃຈວ່າ ຖ້າມາຍື່ນຄໍາຮ້ອງຢູ່ນະຄອນຫລວງວຽງຈັນ ຈະໄດ້ຮັບຫນັງສື ຜ່ານແດນໄວ ຊຶ່ງຄວາມຈິງ ໂດຍປະຕິບັດຕາມກົດຫມາຍວ່າດ້ວຍການເຂົ້າ-ອອກເມືອງ ການອອກຫນັງສືຜ່ານ ແດນຢູ່ນະຄອນຫລວງວຽງຈັນ ມີກຳຫນົດເວລາ 7 ວັນລັດຖະການ ແລະ ຢູ່ຕ່າງແຂວງ ແມ່ນ 10 ວັນລັດຖະການ. - ຈາກສະພາບການທີ່ມີຄວາມຕ້ອງສູງໃນການນຳໃຊ້ຫນັງສືຜ່ານແດນ ເຮັດໃຫ້ເກີດມີກຸ່ມຄົນສວຍໂອກາດຈຳນວນຫນຶ່ງ ຫມູນໃຊ້ສະພາບການດັ່ງກ່າວນີ້ ຫາຜົນປະໂຫຍດໃຫ້ແກ່ຕົນ ໂດຍໄປໂຄສະນາໃຫ້ປະຊາຊົນຢູ່ແຂວງຕ່າງໆ ວ່າສາມາດພາໄປເຮັດຫນັງສືຜ່ານແດນຢູ່ວຽງຈັນໄດ້ໄວ ໂດຍຮຽກເກັບຄ່າລົດ ຄ່າພັກເຊົາ ແລະ ຄ່າບໍລິການພາໄປເຮັດ ແລະ ອື່ນໆອີກ. - ເກີດມີກຸ່ມຄົນຈຳນວນຫນຶ່ງ ທີ່ອ້າງຕົນເອງວ່າເປັນນາຍຫນ້າ ອາສາພາແລ່ນເອກະສານຕ່າງໆ ແລະ ຮັບຈ້າງມາຢືນລໍຖ້າຄິວ ເພື່ອເຂົ້າຍື່ນເອກະສານໃຫ້ແທນກັນ ແລະ ຮຽກເກັບເງິນນຳປະຊາຊົນ. ຈາກບັນຫາທີ່ເກີດຂຶ້ນເຖິງວ່າພວກເຮົາມີຄວາມພ້ອມດ້ານລະບົບອອກຫນັງສືຜ່ານແດນ ທີ່ທັນສະໄຫມກໍ່ຕາມ ແຕ່ບັນຫາທີ່ປະຊາຊົນຈາກທຸກແຂວງ ເປັນຈຳນວນຫລວງຫລາຍ ພ້ອມພາກັນມາຍື່ນຄໍາຮ້ອງຂໍຫນັງສືຜ່ານແດນຢູ່ກົມກົງສຸນຈຸດດຽວຊຶ່ງມີຈຳນວນທີ່ເກີນຄວາມອາດສາມາດຕົວຈິງ ທີ່ພວກເຮົາຈະສາມາດຮັບບໍລິການໄດ້ໃນແຕ່ລະວັນ ຈຶ່ງເກີດມີສະພາບແອອັດ ແລະ ຄວາມບໍ່ພໍໃຈຂອງຜູ້ມາຍື່ນຄຳຮ້ອງ ດັ່ງທີ່ປະກົດຕາມສື່ສັງຄົມອອນລາຍນັ້ນ.
ທ່ານໃຫ້ຮູ້ຕື່ມວ່າ: ຕໍ່ກັບສະພາບການດັ່ງກ່າວ, ກົມກົງສຸນ, ກະຊວງການຕ່າງປະເທດ ຮັບຮູ້ໄດ້ບັນຫາ ແລະ ບໍ່ໄດ້ເສີຍເມີຍພ້ອມທັງໄດ້ຄົ້ນຄ້ວາເພື່ອຊອກຫາວິທີ ແລະ ມາດຕະການຕ່າງໆ ເພື່ອຮອງຮັບແລະແກ້ໄຂບັນຫາທີ່ເກີດຂຶ້ນ ດັ່ງນີ້: ມາດຕະການແກ້ໄຂບັນຫາສະເພາະຫນ້າ ຫລື ໄລຍະສັ້ນ: - ໄດ້ປຸກລະດົມຈິດໃຈພະນັກງານພາຍໃນກົມກົງສຸນ ໃຫ້ມີຄວາມເສຍສະຫລະເວລາຂອງຕົນ ເພື່ອມາບໍລິການຮັບໃຊ້ແກ່ປະຊາຊົນ ໂດຍໄດ້ຈັດຕັ້ງພະນັກງານຈຳນວນຫນຶ່ງ ມາຈັດຄວາມເປັນລະບຽບ ແລະ ກວດກາເອກະສານໃຫ້ປະຊາຊົນຢູ່ພາຍໃນກົມກົງສຸນ ກ່ອນໂມງລັດຖະການ. ຫລາຍຄົນກໍຄົງເຫັນວ່າ ຫົກໂມງເຄິ່ງຫາເຈັດໂມງເຊົ້າ ມີພະນັກງານພວກເຮົາ ໄດ້ເລີ່ມວຽກງານຂອງຕົນແລ້ວ. ຫລາຍຄົນອາດຈະມີຂໍ້ສົງໄສວ່າ ເປັນຫຍັງການແຈກບັດຄິວຢູ່ສະຖານທີ່ເຮັດຫນັງສືຜ່ານແດນ ຈຶ່ງແຕກຕ່າງຈາກສະຖານທີ່ອື່ນ ຊຶ່ງໃຫ້ຜູ້ມາໃຊ້ບໍລິການກົດເອົາບັດຄິວເອງ ແຕ່ ຢູ່ກົມພວກເຮົາແມ່ນພະນັກງານເປັນຜູ້ແຈກໃຫ້. ຄຳຕອບກໍຄື ພວກເຮົາບໍ່ຢາກໃຫ້ປະຊາຊົນທີ່ມາລໍນັ່ງຖ້າຄິວເປັນການເສຍເວລາ ໃນກໍລະນີເອກະສານຂອງເຂົາເຈົ້າບໍ່ຄົບຖ້ວນ, ພະນັກງານພວກເຮົາຈະຊ່ວຍກວດກາເອກະສານໃຫ້ກ່ອນ ແລະ ເຫັນວ່າຄົບຖ້ວນ ຈຶ່ງເອົາຄິວໃຫ້ເຂົ້າໄປສຳພາດ. ອີກບັນຫາຂອງການກວດຄິວ ກໍເພື່ອຄົ້ນຫາບັນດານາຍຫນ້າທີ່ຮັບຈ້າງມາຢືນເອົາຄິວໃຫ້ກັນ ຖ້າພົບເຫັນກໍລະນີ ບໍ່ແມ່ນເຈົ້າຂອງເອກະສານ ແລະ ບໍ່ມີສ່ວນກ່ຽວຂ້ອງກັບຜູ້ມາຍື່ນຄຳຮ້ອງແທ້ ພວກເຮົາກໍຈະບໍ່ພິຈາລະນາໃຫ້ຄິວສຳພາດ. - ໄດ້ເພີ່ມຈຳນວນການຮັບເອກະສານຄຳຮ້ອງຂອງແຕ່ລະວັນຫລາຍຂຶ້ນກ່ວາເກົ່າ ເຊັ່ນຈາກສະພາບປົກກະຕິທີ່ມີຄວາມສາມາດຮັບພິຈາລະນາໄດ້ ປະມານສູງສຸດ 300 ຄົນ ກໍເພີ່ມມາເປັນ 500 ກ່ວາຄົນ ຫລື ຫລາຍກ່ວານັ້ນ ໂດຍໃຫ້ພະນັກງານພວກເຮົາດຳເນີນການສຳພາດໃຫ້ຫມົດທຸກຄົນ ເຖິງວ່າຈະກາຍໂມງເລີກວຽກລັດຖະການແລ້ວກໍຕາມ ຊຶ່ງຕົວຈິງບາງມື້ພວກເຮົາກໍ ດໍາເນີນການສໍາພາດຈົນເຖິງເວລາ 6 ໂມງແລງ ແລະ ບາງສູນຮັບຄຳຮ້ອງຂໍຫນັງສືຜ່ານແດນທີ່ຕ່າງແຂວງ ກໍອາດເລີກຄໍ່າກ່ວານັ້ນ ແລະ ຫນ່ວຍງານການຜະລິດຫນັງສືຜ່ານແດນກໍເຊັ່ນດຽວກັນ ພ້ອມກັນເສຍສະ ຫລະເວລາມາປະຕິບັດຫນ້າທີ່ທັງວັນເສົາ ແລະ ອາທິດ ໂດຍປາສະຈາກເງິນລວງເວລາ ຫລື ເງິນອຸດຫນູນນອກໂມງການໃດໆ. - ມີແຜນການນຳສົ່ງພະນັກງານສຳພາດເພີ່ມຕື່ມ ລົງໄປປະຈໍາຢູ່ແຕ່ລະສູນຮັບຄຳຮ້ອງຂໍຫນັງສືຜ່ານແດນທີ່ຕ່າງແຂວງ ເພື່ອເພີ່ມຂີດຄວາມສາມາດຮັບຄຳຮ້ອງໃນແຕ່ລະວັນໃຫ້ໄດ້ຫລາຍຂຶ້ນຕື່ມອີກ. - ເພີ່ມທະວີ ການເຜີຍແຜ່ຂໍ້ມູນກ່ຽວກັບການປະກອບເອກະສານ ແລະ ຂັ້ນຕອນການຍື່ນຄໍາຮ້ອງດ້ວຍຕົນເອງ ໃຫ້ປະຊາຊົນຮັບຮູ້ ແລະ ບໍ່ຫລົງເຊື່ອບັນດາກຸ່ມນາຍຫນ້າ ທີ່ອ້າງວ່າສາມາດຊ່ວຍແລ່ນເອກະສານໃຫ້ໄດ້. - ຕໍ່ກັບສະພາບຄວາມແອອັດ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ກີດຂວາງການສັນຈອນຢູ່ບໍລິເວນດ້ານຫນ້າກົມກົງສຸນ ຊຶ່ງມີແມ່ຄ້າມາຂາຍເຄື່ອງຕາມແຄມທາງ ແລະ ບັນດານາຍຫນ້າທັງຫລາຍມາຕັ້ງໂຕະຮັບເອກະສານຕ່າງໆ ນັ້ນ ເຫັນວ່າບໍ່ຖືກຕ້ອງຕາມລະບຽບກົດຫມາຍ ຊຶ່ງພວກເຮົາກໍໄດ້ຂຶ້ນປ້າຍຫ້າມຂາຍເຄື່ອງຢູ່ບໍລິເວນນັ້ນ ແລະ ໄດ້ລົງຕັກເຕືອນພ້ອມທັງຂໍຄວາມຮ່ວມມືນຳ ແຕ່ກໍ່ບໍ່ມີໃຜໃຫ້ການຮ່ວມມືນໍາພວກເຮົາ. ຕໍ່ກັບບັນຫານີ້ ກົມກົງສຸນ ກໍໄດ້ສົ່ງຫນັງສືໄປຍັງ ອໍານາດການປົກຄອງຂອງເມືອງຈັນທະບູລີແລ້ວ ເພື່ອສະເຫນີໃຫ້ເພິ່ນລົງມາຊ່ວຍຈັດສັນຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິເວນດ້ານຫນ້າກົມກົງສຸນ, ກະຊວງການຕ່າງປະເທດ. ມາດຕະການແກ້ໄຂບັນຫາໃນອານາຄົດ ຫລື ໄລຍະຍາວ: - ເພື່ອປັບປຸງການບໍລິການໃຫ້ໄດ້ດີຂຶ້ນກ່ວາເກົ່າໃນອານາຄົດ, ປະຈຸບັນກົມກົງສຸນ ກຳລັງຄົ້ນຄ້ວາ ແລະ ອອກແບບລະບົບແຈກບັດຄິວນັດສຳພາດໂດຍຜ່ານລະບົບອອນລາຍ. - ປະຈຸບັນ ກະຊວງການຕ່າງປະເທດ ໄດ້ສຳເລັດການຮ່າງ ກົດຫມາຍວ່າດ້ວຍຫນັງສືຜ່ານແດນແລະ ຜ່ານຂັ້ນຕອນການລົງທາບທາມຄຳເຫັນ ຢູ່ຂັ້ນສູນກາງ, ຢູ່ບັນດາແຂວງພາກເຫນືອ ແລະ ແຂວງພາກກາງແລ້ວ ແລະ ພາຍໃນອາ ທິດນີ້ກໍຈະໄດ້ລົງທາບທາມຄຳເຫັນຢູ່ບັນດາແຂວງພາກໃຕ້ ແລະຄາດວ່າຈະສົ່ງໃຫ້ສະພາແຫ່ງຊາດພິຈາລະນາໃນທ້າຍປີ 2022 ນີ້. ກົດຫມາຍສະບັບນີ້ແມ່ນມີຄວາມສໍາຄັນຫລາຍ ເພື່ອກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານຫນັງສືຜ່ານແດນຂອງປະເທດເຮົາ ແລະ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີຄວາມຖືກຕ້ອງ, ຊັດເຈນ, ວ່ອງໄວ, ທັນສະໄຫມ ແລະ ເປັນລະບົບ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງລາວ, ອໍານວຍຄວາມສະດວກໃຫ້ພົນລະເມືອງລາວໃນການເດີນທາງເຂົ້າ-ອອກປະເທດ, ພັກເຊົາ ຫລື ອາໄສຢູ່ຕ່າງປະເທດ.
- ຕາມແຜນການຂອງໂຄງການອອກຫນັງສືຜ່ານແດນໃນອານາຄົດ ໃນເມື່ອພວກເຮົາມີຄວາມພ້ອມທາງດ້ານງົບປະມານ ແລະ ດ້ານອື່ນໆ ກໍຈະໄດ້ຂະຫຍາຍສູນຮັບຄຳຮ້ອງຂໍຫນັງສືຜ່ານແດນຢູ່ຕ່າງແຂວງ ໄປຍັງບັນດາແຂວງອື່ນໆຕື່ມອີກ. ໃນໂອກາດນີ້ ທ່ານຍັງໄດ້ຕາງໜ້າກົມກົງສຸນ ສະແດງຄວາມຂໍໂທດ ແລະ ຂໍອະໄພມາຍັງປະຊາຊົນທີ່ມາໃຊ້ບໍລິການ ທີ່ພວກເຮົາບໍ່ສາມາດຕອບສະຫນອງໄດ້ຕາມຄວາມຕ້ອງການຂອງທຸກຄົນ ອັນເນື່ອງມາຈາກ ກະແສການລັ່ງໄຫລຂອງປະຊາຊົນເປັນຈຳນວນຫລວງຫລາຍມາຍື່ນຄຳຮ້ອງຢູ່ນະຄອນຫລວງວຽງຈັນ ຊຶ່ງມີປະລິມານທີ່ເກີນຂີດຄວາມສາມາດຮັບຮອງຕົວຈິງ ທາງດ້ານເຕັກນິກ ແລະ ບຸກຄະລາກອນຂອງພວກເຮົາທີ່ມີຈຳກັດ ແລະຂໍຮຽກຮ້ອງ ແລະ ຂໍຄວາມຮ່ວມມືມາຍັງທ່ານໃນບັນຫາຕ່າງໆ ດັ່ງນີ້: - ຂໍແຈ້ງໃຫ້ຊາບວ່າ ນອກຈາກຢູ່ກົມກົງສຸນ ທີ່ນະຄອນຫລວງວຽງຈັນ, ພວກເຮົາຍັງມີສູນຮັບຄໍາຮ້ອງຂໍຫນັງ ສືຜ່ານແດນຢູ່ ແຂວງອຸດົມໄຊ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ. ໃນໄລຍະນີ້ ຂໍຄວາມຮ່ວມມືມາຍັງປະຊາຊົນທີ່ຢູ່ແຂວງເຫລົ່ານີ້ ຫລືຢູ່ບັນດາແຂວງໃກ້ຄຽງ ໃຫ້ເຂົ້າໄປໃຊ້ບໍລິການຢູ່ບັນດາສູນຮັບຄຳຮ້ອງດັ່ງກ່າວ ເພື່ອເປັນການລຸດຜ່ອນຄວາມແອອັດຂອງປະຊາຊົນ ຢູ່ນະຄອນຫລວງວຽງຈັນ. ຂໍໃຫ້ມີສະຕິ ຢ່າຫລົງເຊື່ອບັນດານາຍຫນ້າ ທີ່ອ້າງຕົນວ່າຈະສາມາດພາໄປເຮັດ ຫລື ຊ່ວຍແລ່ນເອກະສານ ພ້ອມທັງເລັ່ງລັດຂັ້ນຕອນການອອກຫນັງສືຜ່ານແດນໃຫ້ຕົນໄດ້ໄວຢູ່ນະຄອນຫລວງວຽງຈັນ (ເຈົ້າຫນ້າທີ່ຈະພິຈາລະນາອຳນວຍຄວາມສະດວກອອກດ່ວນໃຫ້ສະເພາະກໍລະນີສຸກເສີນ ເຊັ່ນຄົນເຈັບ ທີ່ມີຄວາມຈໍາເປັນຕ້ອງເດີນທາງດ່ວນໄປຮັກສາປິ່ນປົວຢູ່ຕ່າງປະເທດ ໂດຍມີເອກະສານຢັ້ງຢືນຈາກໂຮງຫມໍເທົ່ານັ້ນ). - ຂໍໃຫ້ປະຊາຊົນ ມາຍື່ນຄຳຮ້ອງດ້ວຍຕົນເອງ ມີບັນຫາທາງດ້ານເອກກະສານ ກໍໃຫ້ເຂົ້າປຶກສານໍາພະນັກງານຂອງສູນບໍລິການຂອງພວກເຮົາໄດ້ ຊຶ່ງຈະເປັນຜູ້ໃຫ້ຂໍ້ມູນທີ່ຖືກຕ້ອງແກ່ບັນດາທ່ານ. ຜ່ານມາພວກເຮົາກໍສັງເຫດເຫັນວ່າ ມີຫລາຍຄົນ ໄປປຶກສານໍານາຍຫນ້າຢູ່ແຄມທາງພຸ້ນໃນການປະກອບເອກະສານຕ່າງໆ ສຸດທ້າຍກໍບໍ່ມີຄວາມຖືກຕ້ອງ ແລະ ຕ້ອງໄດ້ເຮັດຄືນອີກຫລາຍຄັ້ງຈຶ່ງຖືກຕ້ອງ, ຊຶ່ງເຫັນວ່າເປັນຊ່ອງວ່າງໃຫ້ນາຍຫນ້າຮຽກເອົາເງິນຄ່າແລ່ນເອກະສານຂອງພວກທ່ານໄປໂດຍໄຮ້ເຫດຜົນ. - ຂໍຖືໂອກາດນີ້, ຂໍຄວາມເຫັນໃຈ ຈາກປະຊາຊົນ ແລະ ທຸກພາກສ່ວນຂອງສັງຄົມ ໃຫ້ມີຄວາມເຂົ້າໃຈວ່າ ລະບົບການອອກຫນັງສືຜ່ານແດນແມ່ນມີຄວາມລະອຽດອ່ອນ ແລະ ຕິດພັນກັບບັນຫາຄວາມຫມັ້ນຄົງທັງພາຍໃນ ແລະ ຕ່າງ ປະເທດ. ທຸກຂັ້ນຕອນຕ້ອງໃຫ້ມີຄວາມຖືກຕ້ອງຕາມມາດຖານ ແລະ ເງື່ອນໄຂຂອງສາກົນ ເພື່ອນາໆປະເທດຈະໄດ້ໃຫ້ ການຍອມຮັບ, ໃຫ້ຄວາມເຊື່ອຖືຕໍ່ຫນັງສືຜ່ານແດນຂອງປະເທດເຮົາ ແລະ ເວລານໍາໃຊ້ເດີນທາງໄປຕ່າງປະເທດ ກໍຈະໄດ້ຮັບຄວາມສະດວກດີ. ສະນັ້ນ ຕໍ່ກັບຫລາຍຄໍາເຫັນຂອງສັງຄົມທີ່ວ່າ ເປັນຫຍັງບໍ່ໃຫ້ແຂວງອື່ນອອກໃຫ້ໆທົ່ວເຖິງທຸກແຂວງ ກໍ່ດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ ພວກເຮົາກໍມີແຜນທີ່ຈະຂະຫຍາຍສູນບໍລິການຮັບຄໍາຮ້ອງຂໍຫນັງສືຜ່ານແດນໄປຍັງແຂວງອື່ນໆຕື່ມອີກໃນອານາຄົດ.
Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment