ທະນາຄານທຸລະກິດ ກໍຄື ລະບົບ Money gram ຍັງສືບຕໍ່ບໍລິການໃຫ້ປະຊາຊົນສາມາດຖອນເງິນໄດ້ຕາມປົກກະຕິ

ທ່ານ ນ. ຂັນແກ້ວ ຫຼ້າມະນີເງົາ, ຫົວໜ້າກົມນະໂຍບາຍເງິນຕາ, ທະນາຄານ ແຫ່ງ ສປປ ລາວ (ທຫລ ) ໄດ້ຖະ ແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການຖອນເງິນທີ່ໂອນຜ່ານລະບົບບໍລິການຮັບເງິນດ່ວນ Money gram ໃນຕອນບ່າຍວັນທີ 15 ມິຖຸນາ 2022 ນີ້ ທີ່ ທຫລ, ນະຄອນຫລວງວຽງຈັນ. ທ່ານໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ ມີການຮັບຮູ້ ແລະ ເຂົ້າໃຈຄາດເຄື່ອນກ່ຽວກັບແຈ້ງການ ສະບັບວັນທີ 9 ແລະ ວັນທີ 13 ມິຖຸນາ 2022 ຂອງທະນາຄານການຄ້າຕ່າງ ປະເທດລາວມະຫາຊົນ (ທຄຕລ) ກ່ຽວກັບການຖອນເງິນທີ່ໂອນຜ່ານລະບົບບໍລິການຮັບເງິນດ່ວນ Money gram. ດັ່ງນັ້ນ ໃນນາມກົມນະໂຍບາຍເງິນຕາ, ຕາງໜ້າໃຫ້ທະນາຄານແຫ່ງ ສປປ ລາວ ຂໍປະຊາສໍາພັນມາຍັງບັນດາທ່ານໃຫ້ເຂົ້າ ໃຈເປັນເອກະພາບວ່າ: ປັດຈຸບັນ ທະນາຄານທຸລະກິດ ກໍຄື ລະບົບ Money gram ຍັງສືບຕໍ່ບໍລິການໃຫ້ພໍ່ແມ່ປະຊາ ຊົນ ສາມາດຖອນເງິນໄດ້ຕາມປົກກະຕິຄືໄລຍະຜ່ານມາ, ຂໍແຈ້ງມາຍັງບັນດາທ່ານຊາບ ແລະ ໝັ້ນໃຈໃນຄວາມປອດໄພ ຂອງຊັບສິນ ກໍຄື ເງິນຝາກຂອງທ່ານຢູ່ນຳລະບົບທະນາຄານ ແຫ່ງ ສປປ ລາວ.
ທ່ານໃຫ້ຮູ້ຕື່ມວ່າ: ຕິດພັນກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ, ທະນາຄານທຸລະກິດ ແລະ ບັນດາຂະແໜງການກ່ຽວຂ້ອງ ໄດ້ຈັດຕັ້ງປະຕິບັດໜ້າທີ່ຕາມບົດບາດຂອງໃຜລາວ ພາຍໃຕ້ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ສະບັບເລກທີ 55/ສພຊ ລົງວັນທີ 22 ທັນວາ 2015, ໃນນັ້ນ ມາດຕາ 15 ໄດ້ກຳນົດກ່ຽວກັບການເປີດບັຮຊີ ແລະ ການນຳໃຊ້ເງິນຕາ ໃນບັນຊີເງິນຝາກ ຢູ່ ສປປ ລາວ ຄື: ຜູ້ມີພູມລຳເນົາ ຢູ່ ສປປ ລາວ ສາມາດນຳເງິນກີບ ແລະ ເງິນຕາຕ່າງປະເທດ ທີ່ມີແຫຼ່ງທີ່ມາຖືກຕ້ອງຝາກເຂົ້າບັນຊີຂອງຕົນ ທີ່ເປີດໄວ້ນຳທະນາຄານທຸລະກິດ ຢູ່ ສປປ ລາວ ແລະ ເງິນໃນບັນຊີດັ່ງກ່າວ ສາມາດຖອນ ແລະ ຮັບດອກເບ້ຍ ຕາມປະເພດບັນຊີເງິນຝາກຂອງຕົນນຳທະນາຄານທຸລະກິດ. ສະນັ້ນ, ອີງໃສ່ນິຕິກຳດັ່ງກ່າວ ທະນາຄານແຫ່ງ ສປປ ລາວ ຢັ້ງຢືນວ່າບັນດາທ່ານທີ່ມີເງິນຕາຕ່າງປະເທດຢູ່ໃນຄອບຄອງ ຍັງສາມາດເປີດບັນຊີເງິນຝາກ, ສາມາດຖອນ , ໂອນ ຕາມປະເພດບັນຊີ ແລະ ສະກຸນເງິນ ທີ່ຕົນຄອບຄອງໄດ້ຕາມປົກກະຕິ. ພ້ອມດຽວກັນນີ້, ລັດຖະບານ ພວມກະກຽມຈະນຳສະເໜີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງ ຕໍ່ກອງປະຊຸມສະພາແຫ່ງຊາດ ສະໄຫມສາມັນ ເທື່ອທີ 3 ຊຸດທີ IX ໃນອີກບໍ່ພໍເທົ່າໃດວັນຂ້າງໜ້າ ຊຶ່ງຮ່າງກົດໝາຍດັ່ງກ່າວ ຍັງຄົງຮັກສາສິດໃນການຖືຄອງ ແລະ ນຳໃຊ້ເງິນຕາຕ່າງປະເທດ ຄືກັບສະບັບປັດຈຸບັນ ໝາຍຄວາມວ່າ ສາມາດຖືຄອງໃນຮູບແບບເງິນສົດ ເງິນຝາກ ໄດ້, ແຕ່ການນຳໃຊ້ຊໍາລະຄ່າສິນຄ້າ ແລະ ບໍລິການຕ່າງໆ ຢູ່ພາຍໃນປະເທດໃຫ້ແລກປ່ຽນເປັນເງິນກີບສາກ່ອນ. ໃນໂອກາດນີ້, ຫົວໜ້າກົມນະໂຍບາຍເງິນຕາ ຍັງໄດ້ຮຽກຮ້ອງໃຫ້ ພໍ່ແມ່ປະຊາຊົນລາວທີ່ເປັນລູກຄ້າຂອງທະນາຄານທຸລະກິດ ມີຄວາມເຊື່ອໝັ້ນ ຕໍ່ການເຄື່ອນໄຫວຂອງລະບົບທະນາຄານ, ບໍ່ຫລົງເຊື່ອຕໍ່ກະແສຂ່າວທີ່ບໍ່ເປັນທາງການ ຫຼື ມີຂໍ້ສົງໄສປະການໃດ ຂໍໃຫ້ປະສານຫາພາກສ່ວນກ່ຽວຂ້ອງ ໃຫ້ຄວາມກະຈ່າງແຈ້ງ ເພື່ອເຂົ້າໃຈໃຫ້ຖືກຕ້ອງປະ ກອບສ່ວນເຂົ້າໃນການປັບປຸງແກ້ໄຂວຽກງານຄຸ້ມຄອງມະຫາພາກຂອງລັດ ກໍຄືການເຄື່ອນໄຫວທຸລະກິດ ແລະ ເພື່ອຜົນປະໂຫຍດລວມຂອງປະຊາຊົນລາວບັນດາເຜົ່າ ໃຫ້ມີຊີວິດການເປັນຢູ່ ກັບເຂົ້າສູ່ສະພາບປົກກະຕິ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ. ໃນກໍລະນີຫາກທ່ານມີຄຳເຫັນ, ມີຄຳຕໍານິຕິຊົມ ຫຼື ຕ້ອງການສົນໃຈຮູ້ບັນຫາໃດສະເພາະ ສາມາດສົ່ງຄຳເຫັນໃນນາມສ່ວນຕົວ ຫຼື ໃນນາມການຈັດຕັ້ງມາຍັງຫ້ອງການທະນາຄານ ແຫ່ງ ສປປລາວ ຫຼື ກ່ອງຮັບຄຳເຫັນຕໍ່ໜ້າສຳນັກງານ ທຫລ ພວກເຮົາຍິນດີຮັບຟັງ ແລະ ພ້ອມທີ່ຈະອະທິບາຍຊີ້ແຈງໃນໂອກາດຕໍ່ໄປ.
Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment