ກະຊວງການເງິນ ພວມເລັ່ງແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນກົງຈັກການເກັບລາຍຮັບ

ໃນໂອກາດຂຶ້ນຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 15 ມິ ຖຸນາ 2022 ນີ້. ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີ ກະຊວງການເງິນ ໄດ້ຊີ້ແຈງຫລາຍບັນຫາສໍາຄັນ, ເຊີ່ງໜຶ່ງໃນນັ້ນແມ່ນມາດຕະການແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນກົງຈັກການເກັບລາຍຮັບ ເພາະເປັນບັນຫາໜຶ່ງທີ່ສະ ມາຊິກສະພາແຫ່ງຊາດຫລາຍທ່ານຕັ້ງຂໍ້ຊັກຖາມຕໍ່ ກະຊວງການເງິນ ເພື່ອໃຫ້ເລັ່ງແກ້ໄຂເພາະເປັນການອັດຊ່ອງວ່າງການຮົ່ວໄຫລໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ. ທ່ານໄດ້ຊີ້ແຈງວ່າ: ລັດຖະບານ ກໍຄື ສະພາແຫ່ງຊາດແຕ່ລະຊຸດ ໄດ້ຍົກຂຶ້ນມາເປັນປະຈໍາກ່ຽວກັບບັນຫາ ເປັນຫຍັງປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຂົງເຂດກົງຈັກເກັບລາຍຮັບຈິ່ງແກ້ໄຂບໍ່ຕົກຈັກເທື່ອ. ຄວາມຈິງແລ້ວບັນຫານີ້ບໍ່ໄດ້ເກີດຂຶ້ນສະເພາະໃນໄລຍະມໍ່ໆ ມານີ້, ແຕ່ມັນເກີດຂຶ້ນມາແຕ່ດົນນານແລ້ວ ແລະ ບໍ່ຕ່າງຫຍັງກັບໜີ້ສາທາລະນະທີ່ສະສົມມາເປັນເວລາຍາວນານ. ຜ່ານການປະເມີນເບິ່ງໝົດລະບົບແລ້ວເຫັນວ່າ ມັນເກີດຂຶ້ນຕັ້ງແຕ່ເລີ່ມຕົ້ນຮັບເອົາລດຖະກອນໃໝ່ ໂດຍສະເພາະໃນໄລຍະນັບແຕ່ປີ 2008 ຫາ 2012, ເວລານັ້ນໂຄຕ້າຮັບລັດຖະກອນໃໝ່ໃນຂະແໜງການເງິນປີໜຶ່ງ 400-500 ຄົນ ແລະ ເຂົ້າມາໂດຍບໍ່ໄດ້ຜ່ານການສອບເສັງແຕ່ຢ່າງໃດ ເຮັດໃຫ້ມີບັນຫາຄົນເຈົ້າຄົນຂ້ອຍ, ເອົາລູກຕົນເອງເຂົ້າເຮັດວຽກແລ້ວ ຍັງເອົາລູກເຂີຍ, ລູກໄພ້ ຫລື ຍາດພີ່ນ້ອງ ເຂົ້າມາເຮັດວຽກເປັນລະບົບຄືແນວນັ້ນ, ຖ້າຫາກຈະໃຊ້ເວລາແກ້ໄຂໃຫ້ໄດ້ໂດຍໄວແມ່ນເປັນໄປໄດ້ຍາກ. ອີກດ້ານໜຶ່ງ ຢູ່ລາວເຮົາຍັງບໍ່ມີໂຮງຮຽນພາສີ-ອາກອນ ແຕ່ຜູ້ທີ່ເຂົ້າມາເຮັດວຽກໃນຂະແໜງການເງິນ ແມ່ນຮຽນຈົບມາເກືອບທຸກສາຂາ ເປັນຕົ້ນ: ບໍລິຫານ, ກົດໝາຍ, ໄຟຟ້າ, ແພດ, ໂຍທາ ແລະ ອື່ນໆ ຍ້ອນເວລານັ້ນບໍ່ໄດ້ຜ່ານການສອບເສັງຄັດເລືອກມີແຕ່ຝາກກັນເຂົ້າມາເຮັດວຽກ.
ມາຮອດປັດຈຸບັນ ພາຍຫລັງທີ່ ກະຊວງ ການເງິນ ຫັນເຂົ້າສູ່ວິຊາຊີບເພື່ອສ້າງຈັດຍາບັນ-ຈັນຍາທໍາ, ຄວາມຊື່ ສັດບໍລິສຸດ ແລະ ຄວາມຈົງຮັກພັກດີຕໍ່ປະເທດຊາດ ຈິ່ງມີຄວາມຫຍຸ້ງຍາກເພາະຄົນທີ່ເຂົ້າມາເຮັດວຽກໃນເບື້ອງຕົ້ນຈໍານວນໜຶ່ງມີເຈດຕະນາທີ່ບໍ່ດີແອບແຝງຢູ່ແລ້ວ. ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ກະຊວງການເງິນ ຈິ່ງຕັດສິນໃຈອອກລະ ບຽບການ ເຊີ່ງປັດຈຸບັນໄດ້ອອກມາດຕະຖານຕໍາແໜ່ງງານ ລວມມີ 3 ຂົງເຂດ, ໃນນີ້ ສະເພາະຂົງເຂດພາສີ-ອາກອນ ທີ່ເປັນຂົງເຂດຫລໍ່ແຫລມກວ່າໝູ່ ໄດ້ກໍານົດວ່າ ຜູ້ທີ່ຈະເປັນຫົວໜ້າ-ຮອງຫົວໜ້າດ່ານພາສີສາກົນ ແລະ ເຈົ້າໜ້າທີ່ກວດ ກາສິນຄ້າທີ່ໃຜໆ ກໍຢາກຢູ່ ແລະ ມີການສວຍໃຊ້ໜ້າທີ່ຢູ່ໃນຕໍາແໜ່ງນີ້ ໄດ້ກໍານົດມາດຕະຖານ ຄື: 1). ຕ້ອງເປັນຜູ້ທີ່ມີຄວາມຮູ້ກ່ຽວກັບກົດໝາຍ ວ່າດ້ວຍພາສີ ແລະ ກົດໝາຍວ່າດ້ວຍອາກອນ, ເຂົ້າເຝິກອົບຮົມ ແລະ ສອບເສັງ ໄດ້ຄະ ແນນ 80% ຂຶ້ນໄປ. 2). ຮູ້ພາສາຕ່າງປະເທດໃດໜຶ່ງ. ແລະ 3). ຮູ້ນໍາໃຊ້ເຄື່ອງມືທັນສະໄໝ ເຊີ່ງມີ 5 ມາດຕະຖານ ຖ້າສອບເສັງໃນ 5 ມາດຕະຖານບໍ່ໄດ້ເກດ A ຂຶ້ນໄປຈະບໍ່ໄດ້ເປັນ, ເຊີ່ງປັດຈຸບັນ ພວມເອົາພະນັກງານທີ່ຢູ່ໃນເປົ້າໝາຍມາເຝິກອົບຮົມເປັນເວລາ 3 ເດືອນຢູ່ສະຖາບັນການເງິນ-ການບັັນຊີດົງຄໍາຊ້າງ ແລະ ຈະມີການສອບເສັງທົດສອບໃນທ້າຍເດືອນມິຖຸນານີ້, ຖ້າສອບເສັງບໍ່ຜ່ານຈະບໍ່ໄດ້ເປັນຫົວໜ້າດ່ານ, ຖືກລູກໃຜຫລານໃຜກໍ່ຕ້ອງໄດ້ໄປຮຽນຄືນໃໝ່ໝົດທຸກຄົນ. ພ້ອມນີ້ ທ່ານໄດ້ຂໍໃຫ້ສະພາແຫ່ງຊາດ ຊ່ວຍຕິດຕາມໃນການຈັດຕັ້ງປະຕິບັດວຽກງານນີ້ ເພາະເປັນການທົດລອງເທື່ອທໍາອິດຂອງ ກະຊວງ ການເງິນ. ນອກຈາກນີ້, ລັດຖະມົນຕີ ກະຊວງ ການເງິນ ຍັງໄດ້ຊີ້ແຈງກ່ຽວກັບການລົງວິໄນພະນັກງານໃນຂະແໜງການເງິນທີ່ເຮັດຜິດລະບຽບ ເຊີ່ງສະມາຊິກສະພາແຫ່ງຊາດຫລາຍທ່ານຕັ້ງຄໍາຖາມວ່າ ຂາດຄວາມເປັນເອກະພາບກັນລະ ຫວ່າງ ກະຊວງການເງິນ ກັບ ຄະນະພັກ-ອົງການປົກຄອງທ້ອງຖິ່ນ. ທ່ານຊີ້ແຈງ ແລະ ຍົກຕົວຢ່າງວ່າ ຜ່ານມາມີບາງແຂວງທີ່ມີການຍັກຍອກຊັບ 50 ລ້ານ ແມ່ນຢູ່ໃນຂັ້ນຕັກເຕືອນ, ແຕ່ມີບາງແຂວງເຖີງຂັ້ນໄລ່ອອກ ເຮັດໃຫ້ບໍ່ເປັນເອກະພາບກັນ. ສະນັ້ນ ທາງກະຊວງຈະໄດ້ຄົ້ນຄວ້າອອກຂໍ້ກໍານົດວົງເງິນໃຫ້ຈະແຈ້ງເພື່ອກໍານົດມາດຕະການລົງໂທດ ໂດຍຈະແບ່ງເປັນແຕ່ລະລະດັບ ຄື: 5 ລ້ານກີບ-20 ລ້ານກີບ, 20 ລ້ານກີບ-50 ລ້ານກີບ, 50 ລ້ານກີບ-100 ລ້ານກີບ ແລະ ຫລາຍກວ່າ 100 ລ້ານກີບ ແມ່ນຕ້ອງເຂົ້າສູ່ຂະບວນການຍຸຕິທໍາ ເພື່ອເປັນບ່ອນອີງໃຫ້ຄະນະລົງວິໄນຢູ່ແຕ່ລະທ້ອງຖິ່ນໃນການຈັດຕັ້ງປະຕິບັດ ເຊີ່ງເຊື່ອວ່າຈະເປັນມາດຕະການໜຶ່ງທີ່ເຕືອນສະຕິບໍ່ໃຫ້ເຈົ້າໜ້າທີ່ໃນຂະແໜງການເງິນກ້າສວຍໃຊ້ໜ້າທີ່ເພື່ອຫາຜົນປະໂຫຍດສ່ວນຕົວຕໍ່ໄປອີກ.
Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment