ເຊັນສັນຍາສະໜອງທຶນໃຫ້ກັບສະຖາບັນການເງິນ ເພື່ອນໍາໄປປ່ອຍກູ້ໃຫ້ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ

ໃນວັນທີ 21 ມິຖຸນາ 2022, ທີ່ ໂຮງແຮມ ລາວພາຊາ, ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາສະໜອງທຶນ ລະຫວ່າງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກັບສະຖາບັນການເງິນ ເພື່ອນໍາໄປປ່ອຍກູ້ໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ) ໃນ 03 ບ້ວງທຶນ ຄື: 1. ບ້ວງເງິນກໍ່ຕັ້ງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ທີ່ໄດ້ຮ່ວມມືກັບ ທະນາຄານພັດທະນາລາວ ຊຶ່ງການເຊັນສັນຍາຄັ້ງນີ້ ແມ່ນເປັນການສືບຕໍ່ໃຫ້ທະນາຄານນໍາໃຊ້ທຶນ ຈຳນວນ 16 ຕື້ກີບ ນໍາໄປປ່ອຍກູ້ໃຫ້ ຈວນກ.
2. ບ້ວງເງິນສະສົມ ຂອງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຈໍານວນ 4,2 ຕື້ກີບ ຊຶ່ງເປັນການເພີ່ມທຶນໃຫ້ 4 ສະຖາບັນການເງິນ ຄື: ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄຳ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເນັກ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ໄຊອຸດົມ ແລະ ເພີ່ມຄູ່ຮ່ວມມືໃໝ່ ອີກ 1 ສະຖາບັນ ຄື: ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ປາກຊັນ. 3. ບ້ວງເງິນປະກອບທຶນຂອງ ລັດຖະບານ ໃຫ້ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ 6 ເດືອນຕົ້ນປີ 2022 ຈໍານວນ 97 ຕື້ກີບ ຊຶ່ງເປັນການເພີ່ມທຶນ ໃຫ້ 3 ທະນາຄານທຸລະກິດ ຄື: ທະນາຄານພັດທະນາລາວ, ທະນາຄານ ຮ່ວມທຸລະກິດລາວ-ຫວຽດ, ທະນາຄານ ມາຣູຮານເຈແປນ ລາວ ແລະ ເພີ່ມຄູ່ຮ່ວມມືໃໝ່ອີກ 1 ທະ ນາຄານຄື: ທະນາຄານ ຫວຽດຕິນ ລາວ.
ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໃນພິທີເຊັນສັນຍາຄັ້ງນີ້ ແມ່ນ ທ່ານ ສຸລິວັດ ສຸວັນນະຈູມຄຳ, ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ, ກະຊວງການເງິນ, ຮອງປະທານສະພາບໍລິຫານກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ພ້ອມດ້ວຍແຂກທີ່ຖືກເຊີນຈາກທັງພາກລັດ ແລະ ພາກທຸລະກິດ ເຂົ້າຮ່ວມຈໍານວນ 80 ກວ່າທ່ານ.
Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment