ລັດຖະບານ ພວມເລັ່ງແກ້ໄຂລັດວິສາຫະກິດທີ່ຂາດທຶນຕໍ່ເນື່ອງ

ໃນໂອກາດລາຍງານກ່ຽວກັບຄວາມຄືບໜ້າ ແລະ ທິດທາງການປະຕິຮູບລັດວິສາຫະກິດຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 22 ມິຖຸນານີ້ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີ ກະຊວງການເງິນ ໄດ້ໃຫ້ຮູ້ກ່ຽວກັບການແກ້ໄຂລັດວິສາຫະກິດທີ່ຂາດທຶນຕໍ່ເນື່ອງ ໂດຍເລີ່ມຈາກສອງທະນາຄານຂອງລັດ ຄື: ທະນາຄານພັດທະນາລາວ (ທພລ) ແລະ ທະນາຄານສົ່ງເສີມກະສິກໍາ (ທສກ) ໄດ້ຫັນໄປສູ່ຮູບການຮ່ວມທຶນກັບພາກເອກະຊົນພາຍໃນ ໂດຍລັດຂາຍຮຸ້ນອອກ 70% (ລັດຮັກສາໄວ້ 30%) ແລະ ໄດ້ດຳເນີນການໂອນຮຸ້ນຕາມຂັ້ນຕອນກົດໝາຍ ແລະ ລະບຽບການ, ເຊິ່ງລັດຖະບານໄດ້ແຕ່ງຕັ້ງຄະນະກໍາມະການຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ແລະ ດຳເນີນການວ່າຈ້າງບໍລິສັດທີ່ປຶກສາມືອາຊີບ ( PWC ເຊິ່ງແມ່ນໜຶ່ງໃນ 4 ບໍລິສັດຍັກໃຫຍ່ຂອງສາກົນ) ເພື່ອມາປະເມີນມູນຄ່າຊັບສິນ ແລະ ມູນຄ່າຮຸ້ນ. ທະນາຄານພັດທະນາລາວ: ພາຍຫຼັງການຮ່ວມທຶນ ໄດ້ມີການປັບໂຄງສ້າງທຸລະກິດ ແລະ ຜູ້ບໍລິຫານ, ບຸກຄະລາກອນ ໂດຍສະເພາະປະທານສະພາບໍລິຫານແມ່ນຜູ້ຮ່ວມທຶນເປັນປະທານ 1 ທ່ານ, ຮອງປະທານແມ່ນຈາກ ກະຊວງການເງິນ 1 ທ່ານ ແລະ ກໍາມະການສະພາບໍລິຫານຈາກທະນາຄານ ແຫ່ງ ສປປ ລາວ 1 ທ່ານ. ຜ່ານການປັບໂຄງສ້າງຂອງທະນາຄານດັ່ງກ່າວນັບແຕ່ ເດືອນຕຸລາ 2021 ຜົນການດໍາເນີນທຸລະກິດຮອດ ເດືອນທັນວາ 2021 ມີກໍາໄລຈໍານວນ 87,91 ຕື້ກີບ ແລະ ມອບພັນທະໃຫ້ລັດທັງໝົດ ຈໍານວນ 58,85 ຕື້ກີບ.
ທະນາຄານສົ່ງເສີມກະສິກໍາ: ພາຍຫຼັງການຮ່ວມທຶນ ໄດ້ມີການປັບໂຄງສ້າງທຸລະກິດ ແລະ ຜູ້ບໍລິຫານ, ບຸກຄະລາກອນ ໂດຍສະເພາະ ປະທານສະພາບໍລິຫານແມ່ນຜູ້ຮ່ວມທຶນ ເປັນປະທານ 1 ທ່ານ, ຮອງປະທານແມ່ນຈາກຝ່າຍ ລັດກະຊວງການເງິນ 1 ທ່ານ, ກໍາມະການສະພາບໍລິຫານ ຈາກທະນາຄານແຫ່ງ ສປປ ລາວ 1 ທ່ານ. ຜົນການດໍາເນີນທຸ ລະກິດຍັງສືບຕໍ່ຫຍຸ້ງຍາກ ເນື່ອງຈາກມີການຮ່ວມທືນຊັກຊ້າກວ່າທະນາຄານພັດທະນາລາວ ແລະ ຊັກຊ້າໃນການແກ້ໄຂ ພະນັກງານທີ່ຕິດພັນກັບການຍັກຍອກເງິນທະນາຄານ ຈໍານວນທັງໝົດ 308 ທ່ານ ຈາກ 07 ສາຂາ ເຊີ່ງສ້າງຄວາມເສຍຫາຍ ລວມມູນຄ່າທັງໝົດ 260,46 ຕື້ກີບ, ເຊິ່ງຫາກໍ່ໄດ້ເລີ່ມແກ້ໄຂ ດັ່ງນີ້: - ຈໍານວນ 558 ບັນຊີ ມູນຄ່າ 87,66 ຕື້ກີບ ຕິດພັນກັບ 137 ທ່ານ ແມ່ນສະເໜີຄະນະພັກຮາກຖານ ທສກ ດໍາເນີນການປະຕິບັດມາດຕະການທາງດ້ານບໍລິຫານ. - ຈໍານວນ 304 ບັນຊີ ມູນຄ່າ 167,46 ຕື້ກີບ ຕິດພັນກັບ 171 ທ່ານ ແມ່ນສະເໜີອົງການກວດກາແຫ່ງລັດ ສືບຕໍ່ລົງເລີກກວດກາ ແລະ ດໍາເນີນການສືບສວນ-ສອບສວນ. ຈົນຮອດເດືອນພຶດສະພາ 2022 ຈຶ່ງເລີ່ມມີຜົນກໍາໄລຈໍານວນ 7,56 ຕື້ກີບ ແລະ ຍັງຈະສືບຕໍ່ດຳເນີນການແກ້ໄຂ ເພື່ອໃຫ້ມີການດຳເນີນທຸລະກິດເພີ່ມຂຶ້ນ. ລັດຖະມົນຕີ ກະຊວງການເງິນ ໃຫ້ຮູ້ຕື່ມວ່າ: ສໍາລັບລັດວິສາຫະກິດທີ່ຫຼູບທຶນຕໍ່ເນື່ອງທີ່ລັດຖະບານຕົກລົງຂາຍຮຸ້ນອອກມີຈໍານວນ 3 ຫົວໜ່ວຍ ຄື: ລັດວິສາຫະກິດ ໄປສະນີລາວ ໄດ້ສຳເລັດການຂາຍຮຸ້ນອອກ ຈໍານວນ 51%, ລັດວິສາຫະກິດ ບໍລິການສິນຄ້າຜ່ານແດນ (ລລບສ) ພວມດໍາເນີນການຂາຍຮຸ້ນ ຈໍານວນ 49% ແລະ ບໍລິສັດ ເອັມເອສໄອຈີ ປະກັນ ໄພ (ລາວ) ຈໍາກັດ ພວມດໍາເນີນການຂາຍຮຸ້ນ ຈໍານວນ 49%. ສ່ວນລັດວິສະຫະກິດທີ່ຂາດທຶນ ບໍ່ສາມາດດຳເນີນປັບປຸງໄດ້ ແມ່ນຈະໄດ້ຍຸບເລີກ ມີ 3 ຫົວໜ່ວຍ ຄື: ບໍລິສັດ ທ່ອງທ່ຽວລາວອິນເຕີ ຈໍາກັດ (ໄດ້ສຳເລັດ), ລັດວິສາຫະກິດ ຕາຟີ (ມີ 8 ຫົວ ຫນ່ວຍ ທີ່ບໍ່ໄດ້ເຄື່ອນ ໄຫວ ຄື: ຂົນສົ່ງນໍ້າມັນເຊື້ອໄຟນະຄອນຫຼວງ, ບໍລິສັດປູກປ່າຂາອອກ-ຂາເຂົ້າ, ບໍລິສັດນໍ້າມັນດາຟີ, ໂຮງງານປຸງແຕ່ງໄມ້ພຽງດີ, ໂຮງງານໄມ້ສຳເລັດຮູບ ແຂວງຈໍາປາສັກ, ທ່ອງທ່ຽວດາສີ, ໂຮງງານຫີນກຣານິດ, ໂຮງງານໄມ້ຫຼັກ 28 ແຂວງສະຫວັນນະເຂດ) (ບໍລິສັດນໍ້າມັນດາຟີ, ໂຮງງານປຸງແຕ່ງໄມ້ພຽງດີ, ໂຮງງານໄມ້ສຳເລັດຮູບ ແຂວງຈໍາ ປາສັກ, ໂຮງງານຫີນກຣານິດ, ໂຮງງານໄມ້ຫຼັກ 28 ແຂວງສະຫວັນນະເຂດ) ແລະ ລັດວິສາຫະກິດ ຝ້າຍລ າວ (ພວມດໍາເນີນຂັ້ນຕອນການຫັນເປັນຫົວໜ່ວຍວິຊາການຂຶ້ນກັບສູນກາງສະຫະພັນແມ່ຍິງລາວ). ສັງລວມແລ້ວຈາກການຂາຍຮຸ້ນຂອງ ບັນດາລັດວິສາຫະກິດທັງໝົດນີ້ ສາມາດສ້າງລາຍຮັບເຂົ້າງົບປະມານທັງໝົດ 1.037,1 ຕື້ກີບ.
Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment