Land Rover Defender 130 ລຸ້ນໃໝ່ ລ່າສຸດ ມຸ່ງເນັ້ນເຖິງວິໄສທັດແບບດັ້ງເດີມທີ່ເໝາະກັບການເດີນທາງແບບປະຈົນໄພ

Land Rover ມຸ່ງເນັ້ນເຖິງວິໄສທັດແບບດັ້ງເດີມສຳລັບລົດໃນຕະກຸນຂອງ Defender ດ້ວຍການເປີດໂຕ Defender 130, ທີ່ເໝາະກັບການເດີນທາງແບບປະຈົນໄພ ເຊິ່ງສາມາດບັນຈຸຜູ້ໂດຍສານໄດ້ຫຼາຍເຖິງ 8 ຄົນ

• ການປະຈົນໄພທີ່ເຫມາະກັບທຸກຄົນ: Defender 130 ລຸ້ນໃໝ່ ໄດ້ຂະຫຍາຍພື້ນທີ່ທາງດ້ານໃນໃຫ້ກວ້າງກວ່າເກົ່າເພື່ອໃຫ້ເໝາະແກ່ການເດີນທາງແບບຄອບຄົວໃນທຸກສະພາບພູມິປະເທດ, ພ້ອມມອບຄວາມສະດວກສະບາຍໃນຂະນະຂັບຂີ່ຢ່າງເຫນືອລະດັບ ແລະ ຮອງຮັບໄດ້ເຖິງ 8 ຄົນ.

• ຄວາມສາມາດຂອງ Defender: ດ້ວຍຂະໜາດຄວາມຍາວຂອງໂຕລົດທີ່ເພີ່ມຂຶ້ນນັ້ນ, ຍັງຄົງບໍ່ສາມາດຢຸດຢັ້ງປະສິດທິພາບໃນການຂັບຂີ່ແບບ off-road ໄດ້, ພ້ອມຂໍ້ຕໍ່ ແລະ ບ່ອນນັ່ງ 3 ແຖວໃນຮູບແບບ 2+3+3.

• ການອອກແບບເຄື່ອງຫມາຍການຄ້າ: ໂຄງຮ່າງຂອງ Defender ແມ່ນມີການຂະຫຍາຍ 340 ມມ ເພື່ອເພີ່ມຄວາມສະຫງ່າງາມ ແລະ ພື້ນທີ່ພາຍໃນໃຫ້ກວ້າງຂຶ້ນ, ສາມາດບັນຈຸໄດ້ສູງສຸດເຖິງ 2,516 ລິດ ແລະ ເບາະນັ່ງແບບເຕັມຂະໜາດ 3 ແຖວ.

• ນັກສໍາຫຼວດທີ່ຊານສະຫຼາດ: ສີ Sedona Red ແບບໃໝ່ສຸດພິເສດ ແລະ ລະບົບຄວບຄຸມອຸນຫະພູມແບບ 4 ໂຊນທີ່ມີສະເພາະໃນ Defender 130, ມາພ້ອມກັບລະບົບກັນສະເທືອນແບບຖົງລົມມາດຕະຖານ ເພື່ອຄວາມສະດວກສະບາຍຍິ່ງຂຶ້ນ.

• Extended Bright Pack (ຊຸດເພີ່ມຄວາມສະຫວ່າງ): ຊຸດຕົວເລືອກພາຍນອກທີ່ໂດດເດັ່ນ, ເຮັດໃຫ້ Defender 130 ລຸ້ນໃຫມ່ມີລັກສະນະທີ່ເປັນເອກະລັກພິເສດ, ດ້ວຍສີ Ceres Silver Satin ທີ່ຫຸ້ມຫໍ່ພາກສ່ວນດ້ານລຸ່ມຂອງໂຕລົດຮອບຄັນ.

• ພາຍໃນອະເນກປະສົງ: ຫ້ອງສໍາລັບຜູ້ໂດຍສານສູງສຸດ 8 ຄົນ ເພື່ອການເດີນທາງທີ່ມີຄວາມສະດວກສະບາຍກັບບ່ອນນັ່ງທີ່ມີ 3 ແຖວ, ລວມທັງມີຄວາມກວ້າງຂວາງ, ຄວາມຍືດຫຍຸ່ນຂອງພື້ນທີ່ເກັບເຄື່ອງ ແລະ ອຸກອນປະເສີມຂອງ Defender ທີ່ມີຄວາມຫຼາກຫຼາຍ.

• ເຕັກໂນໂລຊີຂັ້ນສູງ: Defender 130 ລຸ້ນໃຫມ່, ໄດ້ຕິດຕັ້ງໜ້າຈໍສໍາຜັດ Pivi Pro ຂະໜາດ 11.4 ນີ້ວທີ່ໃຫຍ່ກວ່າເກົ່າເປັນມາດຕະຖານ, ໃນຂະນະທີ່ຜູ້ໂດຍສານສາມາດຮັບອາກາດທີ່ບໍລິສຸດໄດ້ດີຍິ່ງຂຶ້ນດ້ວຍ Cabin Air Purification Plus ຂັ້ນສູງທີ່ເປັນອຸປະກອນມາດຕະຖານ.

• ການນໍາທາງດ້ວຍ what3words: Defender 130 ລຸ້ນໃໝ່, ສາມາດຄົ້ນຫາ ແລະ ນໍາທາງໄປຍັງຂອບເຂດວົງລັດສະຫມີ 3 ແມັດຈາກໜ້າດິນ, ໂດຍບໍ່ຕ້ອງໃຊ້ສັນຍານໂທລະສັບ, ມີການນໍາໃຊ້ລະບົບ Pivi Pro infotainment ທີ່ມີຄວາມກ້າວໜ້າສູງ.

• ບັນຍາກາດທີ່ເປັນເອກະລັກ: ພາຍໃນມີຄວາມຫຼູຫຼາດ້ວຍໜັງ Light Oyster ແລະ ແຜ່ນໄມ້ Natural Light Oak ແບບໃໝ່, ມາພ້ອມກັບ Cross Car Beam ທີ່ເປັນໂລຫະເຄືອບຜົງສີຂາວ ແລະ ການເພີ່ມລາຍລະອຽດຂອງ extended Chrome.

• First Edition: ລຸ້ນທໍາອິດທີ່ໄດ້ຮັບການຄັດສັນມາເປັນຢ່າງດີ ເພື່ອນໍາສະເໜີສິ່ງທີ່ດີທີ່ສຸດຂອງ Defender 130 ລຸ້ນໃໝ່ ແລະ ມີໃຫ້ເລືອກໃຊ້ງານ 3 ແບບທີ່ມີສະເປັກທີ່ສູງ, ໂດຍແຕ່ລະແບບແມ່ນມີການອອກແບບທີ່ມີຈຸດເດັ່ນແຕກຕ່າງກັນ.

• ການສະເຫຼີມສະຫຼອງ Commission: Land Rover ສະເຫຼີມສະຫຼອງປີ Platinum Jubilee ຂອງສົມເດັດພະຣາຊີນີດ້ວຍການມອບ Defender 130 ເປັນຂອງຂວັນໃຫ້ແກ່ຣາຊີນີ, ທີ່ນໍາໃຊ້ໂດຍອົງການກາແດງປະເທດອັງກິດ.
ຊ່ອງທາງການສັ່ງຈອງ: ທ່ານສາມາດສັ່ງຈອງ Defender 130 ລຸ້ນໃໝ່ ລ່ວງຫນ້າໄດ້ແລ້ວ. ຂໍ້ມູນເພີ່ມເຕີມ: www.landroverlaos.com/vehicles-defender. ໂທ: +85620 58888197.

• ການປັບປຸງ Hard Top: ລົດຕະກຸນ Defender Hard Top 90 ແລະ 110 ທີ່ແຂງແກ່ນທີ່ສຸດ, ເສີມຂະຫຍາຍດ້ວຍ X-Dynamic ແລະ X specifications ມີຈໍາໜ່າຍແລ້ວຕອນນີ້

ໃນວັນທີ 31 ພຶດສະພາ 2022, ທີ່ Gaydon, ສະຫະຣາຊະອານະຈັກ - ຄຽງຄູ່ກັນກັບ Defender 90 ແລະ Defender 110 ທີ່ໄດ້ຮັບຄວາມນິຍົມຊົມຊອບ, Defender 130 ໄດ້ເພີ່ມມິຕິໃໝ່ໃຫ້ກັບຕະກຸນລົດທີ່ມີຄວາມສາມາດພິຊິດໄປໃນທຸກພື້ນທີ່, ພ້ອມກັບໂອກາດໃນການປະຈົນໄພສໍາລັບຜູ້ໂດຍສານສູງສຸດເຖິງ 8 ຄົນ ໃນບ່ອນນັ່ງເຕັມຂະໜາດເຊີ່ງມີທັງໝົດ 3 ແຖວ.

ເຊັ່ນດຽວກັນກັບ Defender 90 ແລະ 110 ມາພ້ອມການອອກແບບໂຕຖັງ 130 ແບບໃຫມ່ ໂດຍໄດ້ມີການຢືມຊື່ມາຈາກຕະກຸນ Defender ລຸ້ນດັ້ງເດີມ, ເຊິ່ງໄດ້ຮັບແຮງບັນດານໃຈມາຈາກລຸ້ນທີ່ຍາວທີ່ສຸດໃນກຸ່ມຜະລິດຕະພັນທີ່ຊ່ວຍໃຫ້ລູກຄ້າສາມາດບັນຈຸຜູ້ໂດຍສານໄດ້ເຖິງ 8 ຄົນໄປທົ່ວທຸກທີີ່ ແລະ ຍັງເປັນການສະແດງເຖິງຄວາມສາມາດອັນກວ້າງຂວາງຂອງ Defender ຢ່າງແທ້ຈິງ.

ການປັບປຸງ ແລະ ເຕັກໂນໂລຢີດ້ານການອອກແບບທັງພາຍໃນ ແລະ ພາຍນອກທີ່ຫຼາກຫຼາຍໄດ້ເຮັດໃຫ້ Defender 130 ລຸ້ນໃໝ່ມີຄວາມໂດດເດັ່ນ, ມີຄວາມສະດວກສະບາຍທີ່ສົມດຸນກັບຄວາມທົນທານ ແລະ ຄວາມສາມາດຂອງ Defender.

ເພື່ອເປັນການສະເຫຼີມສະຫຼອງ Platinum Jubilee ຂອງສົມເດັດພະຣາຊີນີ, Land Rover ຈຶ່ງໄດ້ມອບຂອງຂວັນໃຫ້ແກ່ສົມເດັດພະຣາຊີນີ ແລະ ອົງການກາແດງຂອງປະເທດອັງກິດ ກໍຄືລົດ Defender 130 ລຸ້ນໃໝ່ລ່າສຸດ ເພື່ອສະໜັບສະໜູນການດໍາເນີນງານໃນສະຫະຣາຊາອານາຈັກ. ນັກວິສະວະກອນຂອງ Land Rover ຈະເຮັດວຽກຮ່ວມກັບຕົວແທນທີ່ມາຈາກອົງກອນການກຸສົນ ເຊິ່ງສົມເດັດພະຣາຊີນີໄດ້ໃຫ້ການອຸປະຖໍາ, ເພື່ອດັດແປງ Defender 130 ກ່ອນທີ່ຈະໃຫ້ບໍລິການໃນທ້າຍປີນີ້.

Land Rover ໄດ້ສະໜັບສະໜູນອົງການກາແດງ ແລະ ສະພາສ້ຽວວົງເດືອນສາກົນ ຫຼື International Federation of Red Cross and Red Crescent Societies (IFRC) ຕັ້ງແຕ່ປີ 1954 ແລະ ພູມໃຈທີ່ຈະຮັກສາສາຍສໍາພັນກັບອົງການມະນຸດສະທໍາທີ່ໃຫຍ່ທີ່ສຸດຂອງໂລກ. ຜູ້ຊ່ຽວຊານຢູ່ທີ່ຖານກອງທັບເຮືອທົ່ວໂລກຂອງ IFRC ໃນ Dubai ໄດ້ເຂົ້າຮ່ວມໃນໂຄງການທົດລອງລະດັບໂລກຂອງ Defender ກ່ອນການເປີດໂຕຄັ້ງທໍາອິດຂອງໂລກໃນປີ 2019.

Nick Collins, ຜູ້ອໍານວຍການຝ່າຍບໍລິຫານ, ໂຄງການຍານພາຫະນະຂອງ Land Rover ໄດ້ກ່າວວ່າ “Defender 130 ໄດ້ນໍາເອົາມິຕິໃໝ່ຂອງຄວາມສາມາດມາສູ່ຕະກຸນລົດໃຫ້ມີຄວາມທົນທານ ແລະ ແຂງແກ່ນທີ່ສຸດຂອງພວກເຮົາ. ພາຍໃນກວ້າງຂວາງ, ສາມາດຮອງຮັບ ແລະ ຂົນສົ່ງຜູ້ໂດຍສານໄດ້ເຖິງ 8 ຄົນ ດ້ວຍຄວາມສະດວກສະບາຍຂັ້ນສູງສຸດ, ໄດ້ສ້າງໂອກາດໃນການປະຈົນໄພທີ່ຫນ້າຕື່ນເຕັ້ນບໍ່ຄືໃຜແບບຄອບຄົວ ດ້ວຍການອອກແບບທີ່ເປັນເອກະລັກສະເພາະ ເພື່ອສ້າງປະສົບການຂອງ Defender ລຸ້ນໃໝ່ໃຫ້ແຕກຕ່າງອອກໄປ.”

Defender 130 ມີໂທນສີທີ່ໂດດເດັ່ນສະເພາະຕົວ, ໂດຍມີຕົວເລືອກສີ Sedona Red ທີ່ອອກໃໝ່ ເຊິ່ງຮັບປະກັນໄດ້ວ່າ ລົດລຸ້ນ 130 ມີຄວາມໂດດເດັ່ນຫຼາຍໃນກຸ່ມຜະລິດຕະພັນ. ຮູບຊົງພາຍນອກແມ່ນໄດ້ຮັບການເສີມແຕ່ງດ້ວຍ Extended Bright Pack- ນອກເໜືອຈາກ Bright Pack ທີ່ມີຢູ່ແລ້ວ- ເຊິ່ງສະໜອງການອອກແບບທາງພາຍນອກທີ່ໂດດເດັ່ນດ້ວຍພື້ນຜິວ Ceres Silver Satin ອ້ອມຮອບສ່ວນດ້ານລຸ່ມຂອງໂຕລົດ ແລະ ແຜ່ນກັນກະທົບທາງດ້ານໜ້າ ແລະ ດ້ານຫຼັງໃນ Noble Chrome.

ພາຍໃນຫ້ອງໂດຍສານມີພື້້ນທີ່ເກັບເຄື່ອງສຳພາລະ ແລະ ພ້ອມການປັບປຸງແກ້ໄຂເພື່ອມອບຄວາມສະດວກສະບາຍໃຫ້ແກ່ຜູ້ໂດຍສານໃນທຸກບ່ອນນັ່ງທັງໝົດ 3 ແຖວ. ສິ່ງນີ້ເຮັດໃຫ້ Defender 130 ຮອງຮັບຜູ້ໂດຍສານໃນທຸກບ່ອນນັ່ງ ໂດຍສາມາດເຂົ້າເຖິງແຖວທີ 3 ໄດ້ກວ້າງຂວາງແບບ 3 ແຖວໃນຫ້ອງໂດຍສານທີ່ມີຄວາມປອດໂປ່ງ ແລະ ນັ່ງໄດ້ສະບາຍຕະຫຼອດການເດີນທາງ.

ການອອກແບບພາຍໃນມີສີ ແລະ ຕົວເລືອກຂອງວັດສະດຸໃໝ່ໆ, ໃຫ້ປະສົບການທີ່ດີໃນທຸກພື້ນທີ່. ເຕັກໂນໂລຢີເຊື່ອມຕໍ່ລ່າສຸດ ແລະ ລະບົບ Chassis- ລວມທັງໜ້າຈໍສໍາພັດ Pivi Pro ລຸ້ນໃໝ່ຂະໜາດ 11.4 ນິ້ວທີ່ໃຫ່ຍຂື້ນ, ລະບົບກັນສັ່ນສະເທືອນ Electronic Air Suspension ແບບມາດຕະຖານ ແລະ ລະບົບຟອກອາກາດ Cabin Air Purification Plus ໄດ້ຕອບສະໜອງ ແລະ ມອບຄວາມສະດວກສະບາຍສູງສຸດສໍາລັບການເດີນທາງແບບ off-road ທີ່ທັນສະໄໝ.

Defender 130 ໄດ້ວາງຈໍາໜ່າຍແລ້ວ. ນອກຈາກລຸ້ນ First Edition, ຍັງມີລຸ້ນ SE, HSE, X-Dynamic ແລະ X. ສໍາລັບລຸ້ນ First Edition ແມ່ນມີໃຫ້ເລືອກຢູ່ 3 ແບບ ເຊິ່ງອອກແບບໂດຍນັກອອກແບບຢ່າງພິຖີພິຖັນ, ແຕ່ລະແບບມີສີ ແລະ ຮູບແບບການອອກແບບທີ່ແຕກຕ່າງກັນອອກໄປ.

• ສີ Fuji White ພ້ອມ Extended Bright Pack ກັບການຕົກແຕ່ງພາຍໃນດ້ວຍຫນັງ Light Oyster Full Windsor ແລະ ແຜ່ນໄມ້ Natural Light Oak

• ສີ Sedona Red ພ້ອມເບາະຫນັງ Ebony Full Windsor ແລະ Smoked Oak Veneer

• ສີ Carpathian Grey ພ້ອມກັບໜັງ Vintage Tan Full Windsor ແລະ Rough-Cut Walnut Veneer

ລຸ້ນ First Edition ສ້າງຂຶ້ນຈາກລາຍລະອຽດຂໍ້ມູນຂອງ HSE ພ້ອມກັບລາຍການອຸປະກອນທີ່ຫຼາກຫຼາຍ ລວມທັງໄຟໜ້າແບບ Matrix LED, ເບາະນັ່ງແຖວທີ 2 ແລະ ແຖວທີ 3 ທີ່ປັບຄວາມອຸ່ນໄດ້, ລະບົບຄວບຄຸມອຸນຫະພູມ 4 ໂຊນ, ລະບົບສຽງ Meridian, ຊຸດຊ່ວຍຄົນຂັບ (Driver Assist Pack) ແລະ ແກ້ວກະຈົກກັ້ນທີ່ໃຫ້ຄວາມເປັນສ່ວນຕົວ. ລໍ້ລົດ alloy ຂະຫນາດ 20 ນິ້ວເປັນມາດຕະຖານ, ໂດຍມີຕົວເລືອກລະຫວ່າງຈັກແອັດຊັງແບບ P400 ຫຼື ຈັກກະຊວນແບບ D300 Ingenium ລະບົບສົ່ງກໍາລັງແບບ 6 ສູບ.

ໃຫ້ການປະຈົນໄພເລີ່ມຕົ້ນ ແລະ ສິ້ນສຸດການເດີນທາງໄດ້ຢ່າງງ່າຍດາຍ, ປະຈຸບັນນີ້ ຜູ້ຂັບຂີ່ Defender ທັງໝົດທີ່ມີກະແຈແບບ Keyless Entry- ລວມທັງ Defender 130 ມີຄຸນລັກສະນະການປົດລັອກແບບ Approach Unlock ແລະ ການລັອກແບບ Automated Walkaway Lock. ເມື່ອໃດທີ່ກະແຈຢູ່ໃກ້ລົດ, ມັນຈະປົດລັອກໂດຍອັດຕະໂນມັດໃນໄລຍະ 1.5 ແມັດ. ລະບົບລັອກ ຈະລັອກລົດເອງໂດຍອັດຕະໂນມັດ ເມື່ອກະແຈອອກຫ່າງຈາກລົດຫຼາຍກວ່າ 1.5 ແມັດ.

ການອອກແບບພາຍນອກຂອງໂຕລົດ

Iconic silhouette ຖືວ່າເປັນເອກະລັກສະເພາະຂອງ Defender ທີ່ດ້ານຫຼັງມີການຂະຫຍາຍອອກ 340ມມ, ເພື່ອເພີ່ມພື້ນທີ່ພາຍໃນຫ້ອງໂດຍສານທັງ 3 ແຖວ ໂດຍບໍ່ຈໍາເປັນຕ້ອງຫຼຸດຄວາມສາມາດໃນການເດີນທາງໄປໃນແຕ່ລະພື້ນທີ່. ດ້ວຍຄວາມຄ້າຍຄືກັນຂອງຕະກຸນ Defender 130 ຈຶ່ງມີການຂະຫຍາຍດ້ານຫຼັງອອກໄປ ຊຶ່ງເຮັດໃຫ້ມີພື້ນທີ່ພາຍໃນຫ້ອງໂດຍສານທີ່ກ້ວາງຂວາງຂຶ້ນ ໂດຍສະເພາະແມ່ນຊ່ວງເບາະນັ່ງແຖວທີ 3 ແລະ ພື້ນທີ່ບັນຈຸສຳພາລະ.

ຮູບຊົງທີ່ຫຼູຫຼາໄດ້ຮັບການປັບປຸງຂຶ້ນດ້ວຍສີແດງເຊໂດນາ (Sedona Red) ທີ່ເປັນສີພິເສດສະເພາະ Defender 130 ເທົ່ານັ້ນ, ພ້ອມນັ້ນຍັງໄດ້ເພີ່ມລາຍລະອຽດ ແລະ ຄວາມຊັບຊ້ອນຂອງການອອກແບບໃຫ້ໂດດເດັ່ນຍິ່ງຂຶ້ນ. ໃນຂະນະດຽວກັນ, ທຸກລຸ້ນແມ່ນມີຊັນຣູບ (ກະຈົກຫຼັງຄາ) ແບບພາໂນຣາມິກເປັນມາດຕະຖານ ຊຶ່ງ Defender 130 ທຸກລຸ້ນຈະມີຊັນຣູບທີ 2 ຢູ່ເທິງເພດານຂອງເບາະນັ່ງແຖວທີ 3.


ເພື່ອຮັກສາການອອກແບບດ້ານທ້າຍທີ່ໂດດເດັ່ນຂອງ Defender, ນັກວິສະວະກອນຂອງ Land Rover ໄດ້ອອກແບບດ້ານທ້າຍໂດຍການຍົກໂຕແບບຫາງເຮືອທີ່ມີຄວາມລະອຽດອ່ອນ ແລະ ຊ່ວຍເພີ່ມຄວາມສາມາດຂອງໂຕລົດໃນທຸກສະພາບພູມິປະເທດຢ່າງເຫນືອລະດັບ ໂດຍຈະເຮັດໃຫ້ລົດອອກໂຕໃນມຸມ 28.5 ອົງສາ, ຊຶ່ງຄຸນສົມບັດດັ່ງກ່າວເປັນສິ່ງທີ່ລູກຄ້າຄາດຫວັງຈາກ Defender. ບໍລິເວນໄຟ LED ດ້ານຫຼັງໄດ້ຮັບການອອກແບບໃໝ່ໂດຍຍັງຄົງຮັກສາເສັ້ນແບ່ງ 3 ເສັ້ນທີ່ຊັດເຈນເປັນຕົວກຳນົດຮູບຊົງທາງດ້ານຂ້າງຂອງ Defender ໃນຂະນະທີ່ມັນຍົກໂຕຂຶ້ນເລັກນ້ອຍໄປທາງດ້ານຫຼັັງ.

ການຮັກສາພື້ນທີ່ເກັບເຄື່ອງສຳພາລະທີ່ກວ້າງຂວາງ ພ້ອມດ້ວຍຝາປິດລໍ້ອະໄຫຼ່ທີ່ເປັນວັດສະດຸແໜ້ນໜາສີດຽວກັນກັບລົດ, ໄດ້ສະແດງໃຫ້ເຫັນວ່າ Defender 130 ເປັນລຸ້ນທີ່ດີທີ່ສຸດໃນກຸ່ມ Defender. ພ້ອມກັນນັ້ນ, ກໍຍັງມີຮາວຫຼັງຄາ Narvik Black ທີ່ໄດ້ຮັບການຕິດຕັ້ງເປັນອຸປະກອນມາດຕະຖານ ແລະ ຍັງມີອຸປະກອນຕົກແຕ່ງພາຍນອກຢ່າງເຕັມຮູບແບບອີກຫຼາກຫຼາຍເຊັ່ນ: ຊຸດ Explorer, Adventure, Country ແລະ Urban ກໍມີວາງຈໍາຫນ່າຍແລ້ວເຊັ່ນກັນ. ສັດສ່ວນທີ່ປານີດຂອງ Defender 130 ໄດ້ຮັບການປັບປຸງໃໝ່ດ້ວຍ Extended Bright Pack. ໃນໂມເດວນີ້, ດ້ານລຸ່ມທັງໝົດແມ່ນເຮັດມາຈາກ Ceres Silver Satin ເພື່ອເຮັດໃຫ້ພື້ນຜິວທີ່ໂດດເດັ່ນສໍາລັບໂຕຖັງລົດດ້ວຍສີ Hakuba Silver, Fuji White ແລະ Yulong White. ມີການໃສ່ລາຍລະອຽດດ້ວຍສີ Ceres Silver ໃນຝາກະໂປງໜ້າ ແລະ ບັງຕົມດ້ານຫຼັງຂອງ Defender 130 ທຸກລຸ້ນ ແລະ ເສີມດ້ວຍລໍ້ອັນລອຍລູນາ (Luna) ຂະໜາດ 20 ນິ້ວ ຊຶ່ງມີຈຳໜ່າຍໃນສີ Bright Silver.

ການຕົບແຕ່ງພາຍນອກເປັນສ່ວນເພີ່ມຂອງຊຸດແຕ່ງສີສົດໃສ (Bright Pack) ຊຶ່ງມີແຜ່ນກັນກະແທກທາງດ້ານໜ້າ ແລະ ດ້ານຫຼັງເປັນສີ Noble Chrome ຄຸນນະພາບສູງ, ເສີມດ້ວຍກັນຊົນດ້ານລຸ່ມສີ Gloss Black ແລະ ສ່ວນຕໍ່ຂະຫຍາຍຊຸ້ມລໍ້. Defender 130 ມີຮູບຊົງການຕົກແຕ່ງພາຍນອກທີ່ໂດດເດັ່ນ ແລະ ຊັບຊ້ອນ 2 ທາງເລືອກໃຫ້ແກ່ລູກຄ້າ.

ພື້ນທີ່ພາຍໃນທີ່ກວ້າງຂວາງ

ສຳລັບ Defender 130, ແລນໂຣເວີໄດ້ນຳສະເໜີຕົວເລືອກສີ ແລະ ວັດສະດຸທີ່ໄດ້ຮັບການປັບປຸງ ເພື່ອໃຫ້ລູກຄ້າໄດ້ສຳຜັດກັບປະສົບການທີ່ພິເສດຍິ່ງຂຶ້ນ ຊຶ່ງມີຄວາມສົມດຸນກັບຄວາມແຂງແກ່ນ, ທົນທານ ແລະ ມີພື້ນທີ່ພາຍໃນກວ້າງກວ່າທີ່ຜ່ານມາ.

ນັກວິສະວະກອນຂອງແລນໂຣເວີໄດ້ອອກແບບພື້ນທີ່ພາຍໃນທີ່ໜ້າປະທັບໃຈ ດ້ວຍການຈັດພື້ນທີ່ເກັບເຄື່ອງພາຍໃນຕົວລົດຢ່າງມີປະສິດທິພາບ ເພື່ອເພີ່ມພື້ນທີ່ພາຍໃນໃຫ້ສາມາດໃຊ້ງານໄດ້ສູງສຸດໂດຍບໍ່ຈຳເປັນຕ້ອງນຳໃຊ້ພື້ນທີ່ຂະໜາດໃຫຍ່ໃນທ້ອງຖະໜົນ.

ໃນສ່ວນດ້ານຫຼັງທີ່ຍື່ນອອກມາຢ່າງຫຼູຫຼາຊ່ວຍໃຫ້ການນັ່ງຢູ່ເບາະແຖວທີ 3 ສະດວກສະບາຍທີ່ສຸດ, ໂດຍມີຄວາມກ້ວາງພຽງພໍສຳລັບຜູ້ໃຫຍ່ຈຳນວນ 3 ທ່ານນັ່ງໄດ້ຢ່າງສະບາຍ. ພ້ອມກັນນັ້ນ, Defender ໂດຍທົ່ວໄປຈະມີຄວາມສູງຂອງລະດັບເພດານທີ່ສາມາດຮັບປະກັນເຖິງຄວາມສະດວກຂອງຜູ້ໂດຍສານທັງ 3 ແຖວໄດ້ຢ່າງແນ່ນອນ. ນອກນັ້ນ, ໃນເບາະນັ່ງແຖວທີ 3 ຍັງມີຟັງຊັ່ນອື່ນໆທີ່ຊ່ວຍຍົກລະດັບຄວາມປະທັບໃຈຂອງຜູ້ໂດຍສານເຊັ່ນ: ເບາະນັ່ງສາມາດປັບອຸນຫະພູມ, ພົມປູພື້ນທີ່ນຸ້ມນວນ, ພື້ນທີ່ຈັດເກັບຮອບຕົວ ແລະ ຊອ່ງຫົວສຽບ USB-C ເພື່ອສາກອຸປະກອນຕ່າງໆໃນຂະນະເດີນທາງ. ໃນນັ້ນ, ຍັງໄດ້ຕິດຜ້າພົມທົ່ວລົດເພື່ອໃຫ້ເຂົ້າກັບລັກສະນະສະເພາະຂອງໂຕລົດ Defender 130.

ປະຕູປ່ອງຢ້ຽມບານໃຫຍ່ຊ່ວຍໃຫ້ເບິ່ງເຫັນໄດ້ຢ່າງຊັດເຈນສຳລັບທຸກບ່ອນນັ່ງທັງ 3 ແຖວ, ໃນຂະນະທີ່ກະຈົກຊັນຣູບແບບພາໂນຣາມິກຂະຫນາດມາດຕະຖານທີ 2 ໄດ້ຖືກເພີ່ມດ້ານເທິງໃຫ້ແກ່ເບາະນັ່ງແຖວທີ 3, ຊ່ວຍໃຫ້ທຸກບ່ອນນັ່ງພາຍໃນລົດໄດ້ຮັບແສງ ແລະ ອາກາດໂປ່ງສະບາຍ. ພ້ອມນັ້ນ, ຍັງໄດ້ມີຄວາມສະດວກສະບາຍເພີ່ມເຕີມຈາກຊ່ອງລະບາຍອາກາດໃນທຸກແຖວ ພ້ອມດ້ວຍທໍ່ສົ່ງຄວາມອຸ່ນ-ເຢັo ແລະ ຄວາມສາມາດໃນການປັບອາກາດຜ່ານລະບົບການຄວບຄຸມອາກາດໃນ 4 ຈຸດ (Four Zone Climate Control) ຊຶ່ງເປັນຟັງຊັ່ນພິເສດສະເພາະຂອງ Defender 130.

ຜູ້ໂດຍສານໃນເບາະນັ່ງແຖວທີ 2 ແລະ 3 ຍັງຈະໄດ້ຮັບຜົນປະໂຫຍດຈາກການຍົກລະດັບພື້ນລົດຂຶ້ນເລັກນ້ອຍດ້ວຍມຸມມອງທີ່ກວ້າງຂວາງຂຶ້ນ. ການເຂົ້ານັ່ງໃນເບາະນັ່ງແຖວທີ 3 ແມ່ນງ່າຍດາຍ, ເນື່ອງຈາກສາມາດເລື່ອນ ແລະ ພັບເບາະນັ່ງແຖວທີ 2 ໄປດ້ານໜ້າເພື່ອໃຫ້ສາມາດເຂົ້າເຖິງຂ້າງໃນໄດ້ຢ່າງກວ້າງຂວາງ. ຈາກປະຕູດ້ານຫຼັງ, ລູກຄ້າສາມາດປັບໃຫ້ລະບົບກັນສະເທືອນແບບ Electronic Air Suspension ຕໍ່າລົງໄດ້ຢ່າງງ່າຍດາຍ ດ້ວຍປຸ່ມພາຍໃນພື້ນທີ່ບັນຈຸເພື່ອຊ່ວຍໃນການຂົນເຄື່ອງຂຶ້ນ-ລົງທ້າຍລົດ.

Defender 130 ມີພື້ນທີ່ເກັບເຄື່ອງທີ່ກ້ວາງຂວາງ ແລະ ໃຊ້ງານໄດ້ຈິງ ຊຶ່ງສາມາດບັນຈຸເຄື່ອງໄດ້ຫຼາຍກວ່າ 389 ລິດ, ເຖິງແມ່ນວ່າຈະມີເບາະນັ່ງໃນດ້ານທ້າຍກໍຕາມ. ເມື່ອບໍ່ໄດ້ນຳໃຊ້ເບາະນັ່ງດັ່ງກ່າວ, ສາມາດພັບລົງເພື່ອຂະຫຍາຍພື້ນທີ່ເກັບສຳພາລະໄດ້ ເພື່ອເປັນການເປີດໂອກາດໃຫ້ລູກຄ້າສາມາດກຳນົດພື້ນທີ່ການຈັດວາງພາຍໃນທີ່ແທດເໝາະກັບຄວາມຈຳເປັນຂອງຕົນໃຫ້ໄດ້ຫຼາຍທີ່ສຸດ. ພື້ນທີ່ໄດ້ແບ່ງອອກເປັນສັດສ່ວນ 40:20:40 ເພື່ອໃຫ້ມີຄວາມສະດວກສະບາຍເພີ່ມຕື່ມ.

ສຳລັບການໃຊ້ງານແບບຄອບຄົວ, ຈະມີອຸປະກອນ ISOFIX ຍຶດເກາະເບາະນັ່ງສໍາລັບເດັກນ້ອຍໃນເບາະນັ່ງຂອງຜູ້ໂດຍສານໄດ້ສູງສຸດ 5 ເບາະນັ່ງ, ໃນດ້ານນນອກຂອງແຖວທີ 2 ແລະ 3 ເຊັ່ນດຽວກັນກັບບ່ອນນັ່ງຜູ້ໂດຍສານທາງດ້ານຫນ້າ. ສໍາລັບ Defender 130 ລຸ້ນ 5 ບ່ອນນັ່ງຈະມີພື້ນທີ່ບັນຈຸທີ່ກວ້າງຂວາງເຖິງ 2,516 ລິດ, ເມື່ອພັບແຖວທີ 2.

ຕົວເລືອກໃນການຕົກແຕ່ງພາຍໃນແບບໃໝ່ ແລະ ການໃສ່ໃຈໃນລາຍລະອຽດ ຊ່ວຍໃຫ້ສະພາບແວດລ້ອມໃນຫ້ອງໂດຍສານມີຄວາມທັນສະໄຫມ. ການໃສ່ໃຈໃນລາຍລະອຽດຂອງ Noble Chrome ພົບໄດ້ທີ່ປຸ່ມຄວບຄຸມຊ່ອງລະບາຍອາກາດ ແລະ ປຸ່ມປັບເບາະນັ່ງແບບເອເລັກໂຕຣນິກ, ສ່ວນລຳໂພງແມ່ນໄດ້ຮັບການຕົກແຕ່ງດ້ວຍສີ Ceres Silver ທີ່ສະຫວ່າງສົດໃສ ແລະ ບ່ອນວາງແຂນແມ່ນເຮັດຂຶ້ນໃນແບບ Atlas ຜະສົມຜະສານລວມເຂົ້າກັບຄຸນສົມບັດພາຍນອກ Extended Bright Pack.

ພື້ນຜິວວັດສະດຸໃໝ່ - ແຜ່ນໄມ້ Natural Light Oak - ໄດ້ຮັບແຮງບັນດານໃຈຈາກໄມ້ລະແນງ ຊຶ່ງໃຫ້ຮູບຊົງ ແລະ ຄວາມຮູ້ສຶກທີ່ເປັນທຳມະຊາດ ແລະ ທັນສະໃໝ ພ້ອມທີ່ຈະເສີມສ້າງຄວາມຫຼູຫຼາໃຫ້ກັບເບາະນັ່ງທີ່ຫຸ້ມຫນັງ Light Oyster Perforated Windsor. ດ້ວຍຕົວເລືອກເບາະນັ່ງນີ້, ແຖບມ້ວນທາງດ້ານເທິງ ແລະ ແຜງໜ້າປັດແມ່ນເຮັດຂຶ້ນໃນຮູບແບບ Luna - ໂດຍຕິດຕັ້ງກັບອົງປະກອບ Cross Car Beam ທີ່ໃຫ້ຄວາມເລິກ ແລະ ເພີ່ມຄວາມແຕກຕ່າງ. Defender ທຸກລຸ້ນແມ່ນຕົກແຕ່ງດ້ວຍໜັງ Perforated Windsor ສີແທນ, ສຳລັບລຸ້ນ X-Dynamic ແມ່ນສາມາດລະບຸເອົາຜ້າ Robustec ເປັນແບບໂທນຄູ່ (Duo Tone)ໄດ້.

ດ້ານໜ້າຂອງ Defender 130 ມີຈຳສຳພັດ Pivi Pro ຂະໜາດ 11.4 ນິ້ວທີ່ໃຫ່ຍຂື້ນເປັນມາດຕະຖານຫຼັງຈາກທີ່ໄດ້ເປີດໂຕ Defender 90 ແລະ 110 v8 ຊ່ວຍໃຫ້ຄວບຄຸມບັນດາຟັງຊັ່ນການໃຊ້ງານຫຼັກໆໃນໂຕລົດໄດ້ຢ່າງຄົບຖ້ວນຜ່ານຈໍສະແດງຜົນທີ່ຄົມຊັດ ແລະ ໃຊ້ງານງ່າຍ. Interface ກະຈົກໂຄ້ງ ຊ່ວຍໃຫ້ຟັງຊັ່ນການໃຊ້ງານສາມາດໃຊ້ງານໄດ້ຢ່າງວ່ອງໄວ, ລ້ຳສະໄໝ ແລະ ຕອບສະໜອງທັນທີພາຍຫຼັງຕິດຈັກລົດ. ດ້ວຍໂຄງສ້າງເມນູທີ່ງ່າຍດາຍ ແລະ ຂີດຄວາມສາມາດຂອງ Software Over The Air, ດັ່ງນັ້ນຈຶ່ງເປັນການອັບເດດຂໍ້ມູນລ່າສຸດຢູ່ສະເໝີ.

ຜູ້ຂັບຂີ່ສາມາດປັບແຕ່ງຈໍສະແດງໄດ້ 3 ສ່ວນ ເພື່ອໃຫ້ແທດເໝາະກັບຕົນເອງ ແລະ ເລືອກນຳໃຊ້ຟັງຊັ່ນທີ່ມັກໃຊ້ງານຕະຫຼອດ. ລະບົບອັດສະລິຍະມີຄວາມສາມາດຮຽນຮູ້ພຶດຕິກຳຂອງຜູ້ທີ່ໃຊ້ງານ ແລະ ສາມາດປັບແຕ່ງຕາມພຶດຕິກຳດັ່ງກ່າວເຊັ່ນ: ການແນະນຳເສັ້ນທາງເມື່ອເລີ່ມຕົ້ນການເດີນທາງທີ່ເປັນທີ່ຮູ້ຈັກ, ພ້ອມດຽວກັນນັ້ນກໍໄດ້ຫຼຸດຜ່ອນຈຳນວນຄຳສັ່ງສຽງຜ່ານ Smart Voice Guidance ໃນສະພາບແວດລ້ອມທີ່ຄຸ້ນເຄີຍ.

Defender 130 ໃໝ່ໄດ້ເຊື່ອມໂຍງກັບ what3words ທີ່ເປັນແພັດຟອມລະບຸທີ່ຕັ້ງລະດັບໂລກ ທີ່ສາມາດນຳທາງລູກຄ້າໄດ້ຢ່າງຊັດເຈນ ແລະ ຮັດກຸມ, ເຖິງແມ່ນວ່າຈະຢູ່ໃນພື້ນທີ່ຫ່າງໄກອອກໄປ. what3words ເປັນບໍລິສັດເຕັກໂນໂລຢີຂອງອັງກິດທີ່ໄດ້ແບ່ງໂລກອອກເປັນຕາຫນ່າງທີ່ມີພື້ນທີ່ 57 ພັນຕື້ ຂະໜາດ 3x3 ແມັດ. ແຕ່ລະຈຸດຈະມີທີ່ຢູ່ເປັນ 3 ຄຳທີ່ບໍ່ຊ້ຳກັນ ແລະ ຈື່ງ່າຍ.

ເຕັກໂນໂລຢີທີ່ເຊື່ອມໂຍງກັນເຮັດໃຫ້ການປ້ອນທີ່ຢູ່ what3words ໄດ້ໂດຍຕົງທີ່ຊ່ອງນຳທາງໃນໜ້າຈໍ Pivi Pro Infotainment ໄດ້ເລີຍ ຫຼື ຜ່ານແອັບທີ່ເຊື່ອມຕໍ່ກັບລົດ ທີ່ສາມາດດໍາເນີນການຄຽງຄູ່ກັບຊອບແວນໍາທາງ ແລະ ແຜນທີ່ທີ່ເຊື່ອມຕໍ່ HERE ທີ່ມີຢູ່.

ລູກຄ້າສາມາດໃຊ້ນຳທາງໄປຍັງທຸກສະຖານທີ່ທຸກຕຳແຫນ່ງຕ່າງໆໃນໂລກຢ່າງແນ່ນອນ, ວ່ອງໄວ ແລະ ສະດວກສະບາຍຂຶ້ນກວ່າທີ່ເຄີຍດ້ວຍການນຳໃຊ້ພຽງ 3 ຄຳ - ບໍ່ວ່າຈະເປັນການຊອກຫາສະຖານທີ່ນອກເສັ້ນທາງ, ຈຸດຈອດລົດສ່ວນຕົວ ຫຼື ລະບຸເສັ້ນທາງເຂົ້າສະຖານທີ່ໃດໜຶ່ງ.

ຄຸນນະພາບຂອງອາກາດໃນຫ້ອງໂດຍສານສຳລັບທຸກໆການເດີນທາງຈະໄດ້ຮັບການຍົກລະດັບດ້ວຍເຄື່ອງຟອກອາກາດ Cabin Air Purification Plus ຊຶ່ງເຮັດໃຫ້ Defender 130 ລຸ້ນໃໝ່ມີຄວາມໂດດເດັ່ນ. ເຕັກໂນໂລຢີນີ້ໄດ້ຕິດຕັ້ງໃນ Defender ລຸ້ນທີ່ໃຫ່ຍທີ່ສຸດໃນສາຍການຜະລິດ ແລະ ໄດ້ລວມເອົາເຕັກໂນໂລຢີນາໂນເອັກ (nanoeTMX) ທີ່ຊ່ວຍຫຼຸດຜ່ອນສານກໍ່ພູມແພ້ ແລະ ການກໍາຈັດເຊື້ອໂລກ ຊຶ່ງຊ່ວຍຫຼຸດກິ່ນ ແລະ ໄວຣັສໄດ້ເປັນຢ່າງດີ. ນອກຈາກນີ້, ການຈັດການ CO2 ແລະ ເຄື່ອງກອງຝຸ່ນ PM 2.5 ໃນຫ້ອງໂດຍສານ (CO2 Management and PM2.5 Cabin Air Filtration) ຊ່ວຍຍົກລະດັບສະພາບແວດລ້ອມຂອງຫ້ອງໂດຍສານໃຫ້ດີຂຶ້ນ ໂດຍການກວດສອບອາກາດທັງພາຍໃນ ແລະ ພາຍນອກໃຫ້ເໝາະສົມ ເພື່ອໃຫ້ສາມາດຮັບປະກັນໄດ້ວ່າຜູ້ໂດຍສານຈະໄດ້ຮັບອາກາດທີ່ດີທີ່ສຸດ.

ນາໂນເອັກ (nanoeTMX) ເຕັກໂນໂລຢີຂັ້ນສູງໄດ້ຮັບການພິສູດທາງດ້ານວິທະຍາສາດແລ້ວວ່າສາມາດຊ່ວຍຫຼຸດໄວຣັສ ແລະ ແບັດທີເຣຍ ໄດ້ຫຼາຍ ແລະ ຟັງຊັ່ນ Purge ຍັງຊ່ວຍໃຫ້ລູກຄ້າສາມາດກະກຽມຫ້ອງໂດຍສານກ່ອນອອກເດີນທາງໄປນອກສະຖານທີ່ດ້ວຍສະມາດໂຟນ ເພື່ອຮັບປະກັນຄຸນນະພາບຂອງອາກາດທີ່ເຫມາະສົມທີ່ສຸດຕັ້ງແຕ່ເລີ່ມຕົ້ນອອກເດີນທາງຈົນຮອດເປົ້າໝາຍ.

ລະບົບສົ່ງກຳລັງທີ່ມີປະສິດທິພາບ

Defender 130 ແມ່ນມີຕົວລືອກທັງແບບທີມີກໍາລັງສູງ ແລະ ທາງເລືອກແບບປະຢັດດ້ວຍການສົ່ງກໍາລັງດ້ວຍໄຟຟ້າເຊັ່ນ: ເຄື່ອງຈັກ P300 ແລະ P400 Ingenium ແອັດຊັງ 6 ສູບ ໄຮບຣິດ ແລະ D250 ແລະ D300 Ingenium ກາຊວນ 6 ສູບ.

ເຕັກໂນໂລຢີ Mild-Hybrid Electric Vehicle – MHEV ທີ່ສະໜັບສະໜູນເຄື່ອງຈັກ Ingenium 6 ສູບຂອງ Land Rover ໃຫ້ການຕອບສະໜອງທີ່ທັນໃຈ ພ້ອມທັງປະຢັດນ້ຳມັນເພີ່ມຂຶ້ນ. ເຄື່ອງຈັກດັ່ງກ່າວນໍາໃຊ້ເຄື່ອງກໍາເນີດໄຟຟ້າແບບສາຍພານຂະໜາດ 48 V (BiSG) ທີ່ຈະເກັບພະລັງງານທີ່ສູນເສຍໄປເວລາຢຽບເບກ ແລະ ຜ່ອນຄັນເລັ່ງແລ້ວເກັບໄວ້ໃນແບັດເຕີລີ ແລ້ວໃຊ້ງານຕໍ່ໄປໃນການເດີນທາງ, ພ້ອມນັ້ນກໍຍັງຊ່ວຍໃຫ້ລະບົບປິດ-ເປີດເຄື່ອງຈັກມີຄວາມວ່ອງໄວ ແລະ ມີປະສິດທິພາບເພີ່ມຂຶ້ນ.

ກາຊວນ:

o ເຄື່ອງຈັກ P300 – ຂະໜາດ 3.0-ລິດ 6-ສູບ, MHEV, 300PS, ແຮງບິດ 470Nm ທີ່ 1,500-4,250 rpm

o ເຄື່ອງຈັກ P400 – ຂະໜາດ 3.0-ລິດ 6-ສູບ, MHEV, 400PS, ແຮງບິດ 550Nm ທີ່ 2,000-5,000 rpm

ແອັດຊັງ:

o ເຄື່ອງຈັກ D250 – ຂະໜາດ 3.0-ລິດ 6-ສູບ, 250PS, ແຮງບິດ 600Nm ທີ່ 1,250-2,250 rpm

o ເຄື່ອງຈັກ D300 – ຂະໜາດ 3.0-ລິດ 6-ສູບ, MHEV, ແຮງບິດ 300PS, 650Nm ທີ່ 1,500-2,500 rpm

ເຄື່ອງຈັກ P300 ສະຫນອງກຳລັງໄດ້ຢ່າງງ່າຍດາຍ ແລະ ມອບປະສິດທິພາບອັນຊົງພະລັງຈາກເຄື່ອງຈັກ Ingenium 6-ສູບ ຂະໜາດ 3.0-ລິດ ຊຶ່ງສາມາດເພີ່ມຄວາມໄວຈາກ 0-100 ກິໂລແມັດ/ຊົ່ວໂມງ, ໄດ້ພາຍໃນເວລາ 8 ວິນາທີ (0-60 /ຊົ່ວໂມງ ພຽງ 7.5 ວິນາທີ). ເຄື່ອງຈັກ P400 ສາມາດເພີ່ມຄວາມໄວຈາກ 0-100 ກິໂລແມັດ/ຊົ່ວໂມງ, ໄດ້ພາຍໃນເວລາ 6.6 ວິນາທີ (0-60 ມາຍ/ຊົ່ວໂມງ ພຽງ 6.3 ວິນາທີ), ດ້ວຍກຳລັງທີ່ພຽງພໍ ແລະ ການປັບປຸງເພີ່ມຂຶ້ນ.

ເຄື່ອງຈັກກາຊວນ Ingenium ໃຫ້ການສົ່ງແຮງບິດທີ່ເພີ່ມຂຶ້ນ, ການຕອບສະໜອງທີ່ນຸ້ມນວນ ແລະ ການປະຢັດນໍ້າມັນທີ່ໜ້າປະທັບໃຈ, ຄຽງຄູ່ກັບອັດຕາເລັ່ງຄວາມໄວຈາກ 0-100 ກິໂລແມັດ/ຊົ່ວໂມງ, ພາຍໃນເວລາ 7.5 ວິນາທີ (ຈາກ0-60 ໄມຕໍ່ຊົ່ວໂມງ, ໃນເວລາ 7.1 ວິນາທີ) ສໍາລັບເຄື່ອງຈັກ D300. ສ່ວນເຄື່ອງຈັກ D250 ແມ່ນໃຫ້ປະສິດທິພາບທີ່ງ່າຍດາຍ ດ້ວຍກໍາລັງ 250 ແຮງມ້າ (PS) ແລະ ແຮງບິດ 600 ນິວຕັນແມັດ (Nm) ດ້ວຍລະບົບສົ່ງກໍາລັງ 6 ສູບ ແລະ ອັດຕາເລັ່ງຄວາມໄວຈາກ 0-100 ກິໂລແມັດ/ຊົ່ວໂມງ, ພາຍໃນເວລາ 8.9 ວິນາທີ (0-60 ໄມຕໍ່ຊົ່ວໂມງ ໃນເວລາ 8.4 ວິນາທີ).

ຄວາມສາມາດທີ່ບໍ່ຢຸດຢັ້ງ

Defender 130 ທຸກຄັນຕິດຕັ້ງລະບົບ Intelligent All-Wheel Drive (iAWD) ຂອງ Land Rover ແລະ ລະບົບເກຍແບບອັດຕະໂນມັດ 8-speed ZF ເປັນອຸປະກອນມາດຕະຖານ. ເຕັກໂນໂລຢີ iAWD ຈັດການລະບົບສົ່ງກໍາລັງ ແລະ ລະບົບກະຈາຍກໍາລັງລະຫວ່າງເພົາໜ້າ ແລະ ເພົາຫຼັງຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຊ່ວຍເພີ່ມປະສິດທິພາບໃນການຂັບຂີ່ໃນທ້ອງຖະໜົນ ແລະ ຄວາມສາມາດໃນການເດີນທາງທຸກພື້ນທີ່ຕາມຄວາມຈໍາເປັນ.

Defender 130 ທຸກຄັນໄດ້ຮັບຕິດຕັ້ງລະບົບກັນສະເທືອນ Electronic Air Suspension ພ້ອມກັບ Adaptive Dynamics ແລະ ລະບົບ Terrain Response® ທີ່ກ້າວໜ້າຂອງ Land Rover ເພື່ອຄວາມສາມາດໃນການເດີນທາງໄປໃນທຸກສະພາບພູມິປະເທດຢ່າງເຫນືອລະດັບ ແລະ ເພີ່ມຄວາມໝັ້ນໃຈໃຫ້ຜູ້ຂັບຂີ່ໃນທຸກສະພາບແວດລ້ອມ. ການປະສົມປະສານຂອງລະບົບຂັ້ນສູງຊ່ວຍຮັບປະກັນເຖິງຄວາມສະດວກສະບາຍ ແລະ ຄວາມກ້າວໜ້າຂອງການຂັບຂີ່ໃນທຸກເສັ້ນທາງທີ່ທຸລະກັນດານ, ໃຫ້ປະສິດທິພາບທີ່ຄ່ອງຕົວ.

ລະບົບກັນສະເທືອນແບບອີເລັກໂຕນິກຍັງຊ່ວຍໃຫ້ສາມາດປັບລະດັບຂໍ້ຕໍ່ໂຊກອັບໄດ້ສູງສຸດ 430 ມມ, ພ້ອມກັບການຍົກຄວາມສູງດ້ານໜ້າເພີ່ມຂຶ້ນເຖິງ 71.5ມມ (73.5 ມມ ສໍາລັບດ້ານຫຼັງ) ໃນລະດັບຄວາມສູງແບບ off-road ເພື່ອກໍາຈັດສິ່ງກີດຂວາງຕ່າງໆ ແລະ ຊ່ວຍໃນເວລາທີ່ຕ້ອງໄດ້ລຸຍນໍ້າ- Defender 130 ສາມາດລຸຍນໍ້າໄດ້ເລິກສູງສຸດເຖິງ 900 ມມ. ຄວາມສາມາດໃນການຂັບຂີ່ແບບ off-road ຂອງ Defender ດ້ວຍລະບົບ Terrain Response® ຂອງ Land Rover ເຊິ່ງເຮັດໃຫ້ຜູ້ຂັບຂີ່ສາມາດປັບປ່ຽນປະສົບການໃນການຂັບຂີ່ໃນພື້ນທີ່ຕ່າງໆຜ່ານໜ້າຈໍ Pivi Pro ໄດ້.

ພື້ນຖານສຳລັບຄວາມສາມາດໃນການຂັບຂີີ່ໄປໄດ້ໃນທຸກພື້ນທີ່ຂອງ Defender ນັ້ນ, ອີງໃສ່ສະຖາປັດຕະຍະກໍາແບບ aluminium-intensive monocoque D7x ຂອງ Land Rover. ດ້ວຍຄວາມແຂງແກ່ນຂອງແຮງບິດທີ່ 25 kNm/Degree, Defender ລຸ້ນໃໝ່ລ່າສຸດນີ້, ຈຶ່ງມີຄວາມແຂງແກ່ນກວ່າການອອກແບບລົດລຸ້ນເກົ່າເຖິງ 3 ເທົ່າ ແລະ ມີຄຸນສົມບັດຂັ້ນພື້ນຖານສໍາລັບລະບົບຖົງລົມກັນກະທົບ, ກ່ອງສົ່ງກໍາລັງ 2 speed ແລະ ລະບົບຂັບເຄື່ອນ 4 ລໍ້ທີ່ອັດສະລິຍະ.

Defender 130 ມີຄວາມສາມາດໃນການລາກຈູງໄດ້ເຖິງ 3,000 ກິໂລກຼາມ4, ໃນຂະນະທີ່ສາມາດເຮັດໃຫ້ການລາກງ່າຍຂຶ້້ນກວ່າເກົ່າດ້ວຍລະບົບ Electronic Air Supension- ຄວບຄຸມໂດຍການຜ່ານແຜງ switch panel ພາຍໃນປະຕູທ້າຍລົດ. ການອອກແບບອຸປະກອນລາກຈູງ (towbar) ແບບຖອດໄດ້ ແລະ ປັບຄວາມສູງໄດ້ຫຼາຍລະດັບເພື່ອການລາກຈູງທີ່ງ່າຍດາຍ.

ການປັບແຕ່ງ Hard Top

Land Rover ໄດ້ເສີມຄວາມແຂງແກ່ນ, ທົນທານ ທີ່ຫນ້າດຶງດູດໃຈໃຫ້ແກ່ລົດຍົນ 4x4 ໃນດ້ານການຄ້າຢ່າງບໍ່ຢຸດຢັ້ງ, ດ້ວຍການເປີດຕົວລາຍລະອຽດຂອງຄວາມສາມາດ ແລະ ເຕັກໂນໂລຢີຂອງ X-Dynamic ແລະ X ທີ່ໄດ້ຮັບການປັບປຸງໃຫມ່ສໍາລັບ Defender Hard Top 90 ແລະ 110, ເຊິ່ງເຮັດໃຫ້ເປັນອົງປະກອບທີ່ແຂງແກ່ນ ແລະ ທົນທານທີ່ສຸດຂອງຕະກຸນລົດ Defender ທີ່ຫນ້າດຶງດູດໃຈຍິ່ງຂື້ນສໍາລັບລູກຄ້າ. ໂດຍທັງສອງລຸ້ນຄື: ໄດ້ຕິດຕັ້ງດ້ວຍເຄື່ອງຈັກກາຊວນ Ingenium ແບບ 6 ສູບທີ່ຊົງພະລັງ ແລະ ມີປະສິດທິພາບຂອງ Land Rover: D300 ໃນ X-Dynamic ຫຼື X ໃນລາຊະອານາຈັກອັງກິດ (UK), D250 ສໍາລັບ X-Dynamic (ໄດນາມິກ) ພຽງແຕ່ຢູ່ໃນເອີຣົບ EU. ນອກຈາກນີ້, ລະບົບກັນສະເທືອນແບບຖົງລົມຍັງມີໃຫ້ເລືອກໃນລຸ້ນ Defender 90 Hard Top ທຸກລຸ້ນ.

ສຳຫຼວດຂໍ້ມູນຂໍ້ມູນເພີ່ມເຕີມໄດ້ທີ່ເວັບໄຊ້: www.landroverlaos.com/vehicles-defender

ທ່ານສາມາດສັ່ງຈອງ New Defender 130 ໄດ້ແລ້ວມື້ນີ້ທີ່ບໍລິສັດ ຈາກົວ ແລນໂຣເວີ ລາວ.

ສະຖານທີ່ຕັ້ງຢູ່: ຖະໜົນກຳແພງເມືອງ, ບ້ານ ໂພນທັນ, ເມືອງ ໄຊເຊດຖາ, ນະຄອນຫຼວງວຽງຈັນ.

ສອບຖາມຂໍ້ມູນເພີ່ມເຕີມໂທ: +85620 58888197.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment