ບໍລິສັດ ພຣູເດັນໂຊລ໌ ລາວ ແຕ່ງຕັ້ງ ທ່ານ ມານີສ ເກີບູຊານີ ເປັນຜູ້ອຳນວຍການໃໝ່ ນະຄອນຫຼວງວຽງຈັນ, ວັນທີ 1 ສິງຫາ 2022

ນະຄອນຫຼວງວຽງຈັນ, ວັນທີ ສິງຫາ 2022 - ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ (“ພຣູເດັນໂຊລ໌ ລາວ) ໄດ້ປະກາດແຕ່ງຕັ້ງ ທ່ານ ມານີສ ເກີບູຊານິ ເປັນຜູ້ອຳນວຍການໃຫຍ່ເຊິ່ງມີຜົນບັງຄັບໃຊ້ເເຕ່ວັນທີ 1 ສິງຫາ 2022, ພາຍໃຕ້ການອະນຸມັດຈາກໜ່ວຍງານຄຸ້ມຄອງ.

ທ່ານ ມານີສ ຈະຮັບຜິດຊອບໃນການຂັບເຄື່ອນທຸລະກິດຂອງ ພຣູເດັນໂຊລ໌ ລາວ ເພື່ອເຮັດໃຫ້ ການຄຸ້ມຄອງດ້ານສຸຂະພາບ ແລະ ການເປັນຢູ່ທີ່ດີເປັນສິ່ງທີ່ສາມາດເຂົ້າເຖິງ ເເລະ ຈ່າຍໄດ້ສຳລັບທຸກຄົນ. ທ່ານ ມານິສ ຈະລາຍງານການເຮັດວຽກໂດຍກົງຫາ ທ່ານ ໂຊມາສ ອາລຕິນ, ຜູ້ອຳນວຍການບໍລິຫານ ຂອງ ກຸ່ມທຸລະກິດຍຸດທະສາດ ຂອງ ພຣູເດັນໂຊລ໌.

ທ່ານ ມານີສ ໄດ້ເຮັດວຽກກັບ ກຸ່ມບໍລິສັດ ພຣູເດັນໂຊລ໌ ມາເປັນເວລາ 11 ປີ ເຊິ່ງໄດ້ເຮັດວຽກກັບ ທຸລະກິດພຣູເດັນໂຊລ໌ ທີ່ປະເທດອິນເດຍ, ອັງກິດ ແລະ ສິງກະໂປ. ທ່ານ ມານິສ ມີປະສົບການຢ່າງກວ້າງຂວາງໃນດ້ານການໃຫ້ຄຳປຶກສາ,ຍຸດທະສາດ, ການວິເຄາະຂໍ້ມູນ, ເເນວຄິດນະວັດຕະກຳ, ແລະ ການຂະຫຍາຍຕະຫຼາດສູ່ຂົງເຂດໃໝ່.

ທ່ານ ມານີສໄດ້ອາໄສຢູ່ທີ່ປະເທດ ສິງກະໂປ ຕັ້ງເເຕ່ປີ 2018, ເຊິ່ງໄດ້ເຮັດວຽກເປັນຫົວໜ້າຝ່າຍຍຸດທະສາດຂອງ ພຣູເດັນໂຊລ໌ ສິງກະໂປ ແລະ ເປັນຫົວໜ້າພາກພື້ນຝ່າຍພັດທະນາທຸລະກິດ ແລະ ຕະຫຼາດໃໝ່ໃນເວລາຕໍ່ມາ ເຊິ່ງໄດ້ຂັບເຄື່ອນການພັດທະນາທຸລະກິດ ແລະ ການເຕີບໂຕໃນບັນດາປະເທດແນວໜ້າໃນທະວີບ ອາຊີ ແລະ ອາຟຣິກາ. ທ່ານ ມານີສ ໄດ້ເລີ່ມຕົ້ນການເຮັດວຽກກັບ ບໍລິສັດ McKinsey & Company ອິນເດຍໂດຍມຸ່ງເນັ້ນໄປທີ່ການໃຫ້ຄຳປຶກສາດ້ານການຈັດການ ແລະ ການໃຫ້ຄຳປຶກສາດ້ານກົນລະຍຸດ.

ທ່ານ ໂຊມາສ ອາລຕິນ ໄດ້ກ່າວວ່າ: “ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ໃຫ້ ທ່ານ ມານີສ ຊີ້ນຳວຽກງານທຸລະກິດໃນລາວ. ດ້ວຍປະສົບການທີ່ກວ້າງຂວາງ ແລະ ຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບຄວາມຕ້ອງການທາງດ້ານຄວາມຄຸ້ມຄອງຈາກລູກຄ້າໃນທົ່ວອາຊີ, ຂ້າພະເຈົ້າໝັ້ນໃຈວ່າ ທ່ານ ມານີສ ຈະສືບຕໍ່ຂັບເຄື່ອນການບໍລິການເເນວຄິດນະວັດຕະກຳໃໝ່ສຳລັບລູກຄ້າ ແລະ ຊຸມຊົນ ເພື່ອພັດທະນາທຸລະກິດໃນລາວໃຫ້ເຕີບໃຫຍ່.”

ຫຼັງຈາກການເເຕ່ງຕັ້ງ ທ່ານ ມານີສໄດ້ກ່າວວ່າ: “ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ຮັບການເເຕ່ງຕັ້ງເປັນ ຜູ້ອຳນວຍການໃຫຍ່ຂອງ ພຣູເດັນໂຊລ໌ ລາວ. ພຣູເດັນໂຊລ໌ ເປັນແບຣນທີ່ເປັນທີ່ຍອມຮັບໃນປະເທດ ພ້ອມກັບຄຳໝັ້ນສັນຍາ ທີ່ຈະຊ່ວຍໃຫ້ຄົນລາວໄດ້ຮັບສິ່ງທີ່ດີທີ່ສຸດໃນຊີວິດ ໂດຍເຮັດໃຫ້ ການຄຸ້ມຄອງດ້ານສຸຂະພາບ ແລະ ການປົກປ້ອງທາງດ້ານການເງິນເປັນທີ່ເຂົ້າເຖິງ ເເລະ ຈ່າຍໄດ້ສຳລັບທຸກຄົນ. ຂ້າພະເຈົ້າຫວັງວ່າຈະໄດ້ຮ່ວມເຮັດວຽກກັບທີມງານທີ່ມີຄວາມສາມາດ ເເລະ ຂັບເຄື່ອນທຸລະກິດໄປຂ້າງໜ້າ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າໃນລາວ”

ກ່ຽວກັບ ກຸ່ມບໍລິສັດ ພຣູເດັນໂຊລ໌

ກຸ່ມບໍລິສັດ ພຣູເດັນໂຊລ໌ ໃຫ້ການບໍລິການປະກັນໄພຊີວິດ ແລະ ສຸຂະພາບ ແລະ ການຄຸ້ມຄອງຊັບສິນ, ໃນຂົງເຂດອາຊີ ແລະ ອາຟຣິກາ. ບໍລິສັດ ພຣູເດັນໂຊລ໌ ຊ່ວຍໃຫ້ຜູ້ຄົນໄດ້ຮັບສິ່ງທີ່ດີສຸດໃນຊີວິດ, ໂດຍເຮັດໃຫ້ການຮັກສາສຸຂະພາບ ສາມາດເຂົ້າເຖິງໄດ້ ແລະ ສົ່ງເສີມ ທາງດ້ານການເງິນ. ບໍລິສັດ ພຣູເດັນໂຊລ໌ ປົກປ້ອງຄວາມໝັ້ນ ຄົງທາງດ້ານຊັບສິນຂອງຜູ້ຄົນ, ຊ່ວຍພວກເຂົາເພີ່ມພູນຊັບສິນ, ແລະ ສົງເສີມການອອມເພື່ອອອມສຳລັບເປົ້າໝາຍຂອງພວກເຂົາໄດ້. ບໍລິສັດ ພຣູເດັນໂຊລ໌ ມີລູກຄ້າຫຼາຍກວ່າ 18 ລ້ານຄົນ ແລະ ຢູ່ໃນຕະຫຼາດຫຼັກຊັບ ຂອງລອນດອນ (PRU), ຮົງກົງ (2378), ສິງກະໂປ (K6S) ແລະ ນິວຢອກ (PUK).

ກຸ່ມບໍລິສັດ ພຣູເດັນໂຊລ໌ ບໍ່ໄດ້ມີສ່ວນກ່ຽວຂ້ອງໃນລັກສະນະໃດ ກັບບໍລິສັດ Prudential Financial, Inc., ບໍລິສັດ ທີ່ມີການດຳເນີນທຸລະກິດຫຼັກຢູ່ໃນສະຫະລັດອາເມລິກາ ຫຼື ກັບບໍລິສັດ Prudential Assurance Company Limited, ບໍລິສັດຍ່ອຍຂອງ M&G plc, ເຊິ່ງເປັນບໍລິສັດທີ່ຈັດຕັ້ງຂຶ້ນໃນລາດຊະອານາຈັກ.

ກ່ຽວກັບ ບໍລິສັດ ພຣູເດັນໂຊລ໌ ລາວ

ພຣູເດັນໂຊລ໌ ຄໍອອບໂປເຣເຊິນ ເອເຊຍ ເປັນເຈົ້າຂອງ ພຣູເດັນໂຊລ໌ ລາວ ແຕ່ພຽງຜູ້ດຽວ. ພວກເຮົາມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນ ເມສາ 2016 ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບ ຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານ ລະບົບທະນາຄານ ທົ່ວປະເທດ, ຜ່ານລະບົບຂາຍຕົງ, ລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌ອີກດ້ວຍ.

ສຳລັບຂໍ້ມູນເພີ່ມຕື່ມ: www.prudential.la

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment