ຊີ້ແຈງກ່ຽວກັບການປ່ອຍນໍ້າຂອງເຂື່ອນໄຟຟ້ານໍ້າລີກ 1/2

ຫລັງຈາກທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການດ່ວນ, ສະບັບເລກທີ 1661/ພບ, ລົງວັນທີ 16 ສິງຫາ 2022 ກ່ຽວກັບການກະກຽມຮັບມືເນື່ອງຈາກເຂື່ອນໄຟຟ້ານໍ້າລີກ 1/2 ຈະເປີດປະຕູນໍ້ານອງໃນວັນທີ 18 ສິງຫາ 2022 ແລະ ຂໍໃຫ້ປະຊາຊົນທີ່ອາໃສຢູ່ບັນດາບ້ານເຂດລຸ່ມເຂື່ອນດັ່ງກ່າວພາຍໃນເມືອງເຟືອງ, ແຂວງວຽງຈັນ ຍົກຍ້າຍສິ່ງຂອງທີ່ຈໍາເປັນ ເພື່ອຮັບປະກັນບໍ່ໃຫ້ມີຄວາມເສຍຫາຍ, ລວມເຖີງໃຫ້ກິດຈະການເຮືອນແພ ແລະ ກິດຈະການທ່ອງທ່ຽວຕ່າງໆ ຢຸດເຊົາຮັບນັກທ່ອງທ່ຽວຊົ່ວຄາວຈົນກວ່າຈະມີແຈ້ງການສະບັບໃໝ່ອອກມາ.

ຕໍ່ບັນຫານີ້, ທ່ານ ສົມເມກ ເມກສຸວັນ, ຫົວໜ້າຮັບຜິດຊອບການຜະລິດເຂື່ອນໄຟຟ້ານໍ້າລີກ 1/2 ໄດ້ອະທິບາຍໃຫ້ຮູ້ຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນຕອນແລງວັນທີ 17 ສິງຫາ 2022 ວ່າ: ໃນວັນທີ 31 ສິງຫາ 2022 ເຂື່ອນໄຟຟ້ານໍ້າລີກ 1/2 ຈະຮັກສາລະດັບນໍ້າໃນໜ້າເຂື່ອນໃຫ້ຢູ່ໃນລະດັບ 300 ແມັດຖ້າທຽບໃສ່ລະດັບໜ້ານໍ້າທະເລ (300 masl), ຈາກນັ້ນນັບແຕ່ວັນທີ 1-15 ກັນຍາ ຈະຮັກສານໍ້າໃນລະດັບ 303 masl ແລະ ຫລັງຈາກນັ້ນຈົນຮອດຕົ້ນເດືອນຕຸລາ 2022 ຈະຮັກສານໍ້າໃຫ້ຢູ່ໃນລະດັບ 305 masl ຕາມລະດັບນໍ້າທີ່ເຕັມຄວາມສາມາດບັນຈຸຂອງອ່າງໜ້າເຂື່ອນ, ເຊີ່ງມາຮອດປັດຈຸບັນ ລະດັບນໍ້າໃນໜ້າເຂື່ອນແມ່ນຢູ່ໃນລະດັບ 300 masl ແລ້ວ ເຮັດໃຫ້ມີຄວາມຈໍາເປັນຕ້ອງປ່ອຍນໍ້າອອກ ເພື່ອກະກຽມຮອງຮັບປະລິມານນໍ້າຝົນທີ່ຈະໄຫລເຂົ້າມາໜ້າອ່າງໃນຮອບໃໝ່ ເຊີ່ງກ່ອນຈະປ່ອຍລະບາຍນໍ້າອອກໃນຄັ້ງນີ້ ທາງຄະນະບໍລິຫານເຂື່ອນໄດ້ມີການຄິດໄລ່ ແລະ ຄາດຄະເນປະລິມານນໍ້າຝົນທີ່ຈະໄຫລເຂົ້າອ່າງໜ້າເຂື່ອນໃນຕໍ່ໜ້າຢ່າງລະອຽດແລ້ວ ແລະ ໄດ້ເຮັດເອກະສານລາຍງານຕໍ່ກະຊວງພະລັງງານ ແລະ ບໍ່ແຮ່ເພື່ອອອກໃບອະນຸມັດການລະບາຍນໍ້າ, ຫລັງຈາກໄດ້ຮັບການອະນຸມັດຮຽບຮ້ອຍແລ້ວ ໄດ້ນໍາໄປແຈ້ງຕໍ່ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ, ລວມເຖີງບັນດາຫົວໜ່ວຍທຸລະກິດທ່ອງທ່ຽວທີ່ຢູ່ຕາມແຄມນໍ້າເຂດລຸ່ມເຂື່ອນເພື່ອກະກຽມຮັບມືໃຫ້ທັນການ ແລະ ຮັບປະກັນຄວາມປອດໄພ.

ທ່ານກ່າວຕື່ມວ່າ: ການປ່ອຍນໍ້າໃນຄັ້ງນີ້ ແມ່ນຈະເລີ່ມຕົ້ນໃນເວລາ 8 ໂມງເຊົ້າຂອງວັນທີ 18 ສິງຫາ 22 ໂດຍປ່ອຍໃນລະດັບ 400 ແມັດກ້ອນ ເຊີ່ງນໍ້າຈະບໍ່ນໍ້າຖ້ວມອອກຝັ່ງ ແລະ ຈະບໍ່ມີຜົນກະທົບຫລາຍ ແຕ່ອາດຈະກະທົບຕໍ່ບັນດາເຮືອນແພຂອງຫົວໜ່ວຍບໍລິການທ່ອງທ່ຽວທີ່ຢູ່ແຄມນໍ້າເຂດລຸ່ມເຂື່ອນ ຍ້ອນວ່າຈະມີອັດຕາການໄຫລຂອງນໍ້າທີ່ແຮງກວ່າເກົ່າ, ດັ່ງນັ້ນ ຈິ່ງໄດ້ໃຫ້ຜູ້ປະກອບການຢຸດເຊົາຮັບແຂກຊົ່ວຄາວໄວ້ກ່ອນ. ສໍາລັບການປ່ອຍນໍ້າ ແມ່ນຈະສືບຕໍ່ປ່ອຍຈົນກວ່ານໍ້າຈະຢູ່ໃນລະດັບທີ່ກໍານົດໄວ້. ຢ່າງໃດກໍຕາມ ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນ ກໍຄື ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວທີ່ຢູ່ເຂດລຸ່ມເຂື່ອນເອົາໃຈໃສ່ປະຕິບັດຕາມແຈ້ງການຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ກໍານົດອອກຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມປອດໄພທັງຊີວິດ ແລະ ຊັບສິນຕ່າງໆ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment