ບໍລິສັດ ພຣູເດັນໂຊລ໌ ລາວ ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສະໜັບສະໜູນທຶນການສຶກສາ ຊີບເວັນນິ້ງ ໂດຍ ສະຖານທູດອັງກິດ ນະຄອນຫຼວງວຽງຈັນ, ວັນທີ 24 ສິງຫາ 2022

ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ (“ພຣູເດັນໂຊລ໌ ລາວ”) ແລະ ສະຖານທູດອັງກິດ ປະຈຳ ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສະໜັບສະໜູນທາງດ້ານການເງິນໃຫ້ກັບທຶນການສຶກສາຊີບເວັ້ນນິ້ງໃນສົກປີ 2022/2023 ໃນວັນທີ 23 ສິງຫາ 2022 ທີ່ຜ່ານມາ.

ຊີບເວັ້ນນິ້ງເເມ່ນທຶນການສຶກສາ ແລະ ໂຄງການຮ່ວມມືຂອງລັດຖະບານອັງກິດ ເຊິ່ງມີເປົ້າໝາຍໃນການພັດທະນາຜູ້ນຳໃນທົ່ວໂລກ. ໂຄງການນີ້ເເມ່ນສະໜອງທຶນການສຶກສາເຕັມໃຫ້ກັບນັກສຶກສາທີ່ຈະຮຽນຕໍ່ໃນລະດັບປະລິນຍາໂທທີ່ມະຫາວິທະຍາໄລຢູ່ປະເທດອັງກິດ.

ບົດບັນທຶກຄວາມເຂົ້າໃຈນີ້ຖືກເຊັນໂດຍທ່ານ ມານິສ ເກີບູຊານິ, ຜຸ້ອຳນວຍການໃຫຍ່ ບໍລິສັດ ພຣູເດັນໂຊລ໌ ລາວ ແລະ ພະນະທ່ານ ຈອນ ເພຍສັນ, ເອກອັກຄະຣາຊທູດອັງກິດ ປະຈຳ ສປປ ລາວ.

ທ່ານ ນາຣາເທບ ນາມຸດ, ຜຸ້ອຳນວຍຝ່າຍບໍລິການລູກຄ້າ, ຕ່າງໜ້າ ບໍລິສັດ ພຣູເດັນໂຊລ໌ ລາວໄດ້ກ່າວວ່າ: “ພຣູເດັນໂຊລ໌ມີຈຸດປະສົງໃນການຊ່ວຍໃຫ້ຜູ້ຄົນໄດ້ຮັບສິ່ງທີ່ດີທີ່ສຸດໃນຊີວິດ ເຊິ່ງໃນນີ້ລວມເຖິງການສ້າງຄວາມເຂັ້ມເເຂງໃຫ້ໄວໜຸ່ມໃນການເຮັດຕາມຄວາມຝັນຂອງພວກເຂົາ. ພວກເຮົາມີຄວາມໝຸ່ງໝັ້ນໃນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ໄວ ໜຸ່ມມືອາຊີບນີ້ດ້ວຍການສຶກສາທີ່ມີຄຸນະພາບ ແລະ ປະສົບການທີ່ສາມາດປ່ຽນເເປງຊີວິດພວກເຂົາໃຫ້ກາຍເປັນຜູ້ຊ່ຽວຊານໃນສາຂາທີ່ພວກເຂົາເລືອກໄວ້.”

ທ່ານ ຈອນ ເພຍສັນ ໄດ້ກ່າວວ່າ: “ທຶນການສຶກສາ ຊີບເວັ້ນນີ້ງແມ່ນ ຖືກສະໜັບສະໜູນຈາກ ລັດຖະບານອັງກິດ ແລະ ເປີດໂອກາດໃຫ້ກັບນັກສຶກສາມືອາຊີບໄວໜຸ່ມໄດ້ສືກສາຕໍ່ໃນລະດັບປະລິນຍາໂທທີ່ປະເທດອັງກິດ. ທຶນການສຶກສານີ້ຈະຊ່ວຍພັດທະນາທັກສະ ແລະ ເຮັດໃຫ້ພວກເຂົາສາມາດປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ເມື່ອພວກເຂົາກັບຄືນມາ. ເຖິງຢ່າງໃດກໍ່ຕາມ, ທຶນການສຶກສານີ້ຈະເກີດຂຶ້ນໄດ້ກໍ່ຕໍ່ເມື່ອມີທຶນການຊ່ວຍເຫຼືອ ເຊິ່ງພວກເຮົາມີຄວາມພາກພູມໃຈທີ່ ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ໃຫ້ການສະໜັບສະໜູນພວກເຮົາໃນການໃຫ້ທຶນນີ້ໃນປີທີ່ຜ່ານມາ. ”

ສຳລັບທຶນການສຶກສາຊີບເວັນນິ້ງໃນສົກຮຽນ 2022/2023 ຈາກ ພຣູເດັນໂຊລ໌ ລາວ ເເມ່ນຖືກມອບໃຫ້ ນາງ ເມສຸລີ ດວງມານີ ເຊິ່ງຈະສຶກສາຕໍ່ລະດັບປະລິນຍາໂທໃນສາຂາ ການປົກຄອງ, ການພັດທະນາ ແລະ ນະໂຍບາຍສາທາລະນະ ທີ່ ມະຫາວິທະຍາໄລ ຊັສເຊັກ. ໜຶ່ງໃນເປົ້າໝາຍຂອງນາງເມສຸລີເເມ່ນການກໍ່ຕັ້ງໂຄງການເພື່ອພັດທະນາທັກສະໃຫ້ກັບຜູ້ເຄາະຮ້າຍຈາກການຄ້າມະນຸດໃນປະເທດລາວ ເພື່ອທີ່ພວກເຂົາຈະສາມາດພັດທະນາທັກສະ ເເລະ ຄຸນະພາບເເຮງງານ. ໂຄງການນີ້ຍັງຈະຊ່ວຍເສີມສ້າງທັກສະເພື່ອກຽມພ້ອມໃນການຖືກຈ້າງງານ ຜ່ານການຝຶກອົບຮົມ ແລະ ການເຮັດວຽກເເບບສຸຂະພາບດີ ເເລະ ມີວິໄນສຳລັບບຸກຄົນທີ່ໄດ້ເຂົ້າຮ່ວມ. ນອກຈາກນີ້, ນາງ ເມສຸລີ ຍັງຕັ້ງເປົ້າໝາຍໃນການສ້າງຄູ່ຮ່ວມງານໃໝ່ທີ່ມີຄວາມສົນໃຈຄ້າຍຄືກັນໃນການສ້າງຄວາມປ່ຽນແປງທາງບວກໃນຊຸມຊົນ.

ກ່ຽວກັບ ບໍລິສັດ ພຣູເດັນໂຊລ໌ ລາວ

ພຣູເດັນໂຊລ໌ ຄໍອອບໂປເຣເຊິນ ເອເຊຍ ເປັນເຈົ້າຂອງ ພຣູເດັນໂຊລ໌ ລາວ ແຕ່ພຽງຜູ້ດຽວ. ພວກເຮົາມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນ ເມສາ 2016 ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບ ຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານ ລະບົບທະນາຄານ ທົ່ວປະເທດ, ຜ່ານລະບົບຂາຍຕົງ, ລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌ອີກດ້ວຍ.

ສຳລັບຂໍ້ມູນເພີ່ມຕື່ມ: www.prudential.la

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment