ມູນລະນິທິ ພຣູເດັນສ໌ເຊັນບົດບັນທຶກຄວາມເຂົ້າໃຈກັບ ອົງການ ຊາຍຟັນ ເພື່ອເພີ່ມຂະຫຍາຍຄວາມຮັບຮູ້ທາງດ້ານການເງິນໃຫ້ເດັກນ້ອຍໃນ ສປປ ລາວ



ຫຼັກສູດການສອນທີ່ມີຈຸດປະສົງໃຫ້ຄວາມຮູ້ເດັກນ້ອຍກ່ຽວກັບຄວາມຮູ້ທາງດ້ານການເງິນ ແລະ ວິທີຮັບມືກັບສະຖານະການສຸກເສີນ ຫຼື ໃນສະຖານະການໄພພິບັດ.

ວຽງຈັນ, ລາວ ວັນທີ 26 ຕຸລາ 2022 ມູນລະນິທິ ພຣູເດັນສ໌ ເຊິ່ງເປັນໜ່ວຍງານລົງທຶນດ້ານຊ່ວຍເຫຼືອຊຸມຊົນຂອງກຸ່ມ ບໍລິສັດ ພຣູເດັນໂຊລ໌ ໃນອາຊີ ເເລະ ອາຟຣິກາ, ພ້ອມກັບ ອົງການ ຊາຍຟັນ ປະຈຳ ສປປ ລາວ ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ຄະນະກຳມະທິການເເຫ່ງຊາດເພື່ອຄວາມກ້າວໜ້າຂອງເເມ່ຍິງ, ແມ່ ແລະ ເດັກ (ຄຊກມດ).

ພາຍໃຕ້ບົດບັນທຶກສັນຍານີ້, ມູນລະນິທິ ພຣູເດັນສ໌ ຈະໄດ້ໃຫ້ການສະໜັບສະໜູນທຶນໃຫ້ກັບໂຄງການເພື່ອຂະຫຍາຍຄວາມຮັບຮູ້ທາງດ້ານການເງິນ ແລະ ທັກສະການເອົາໂຕລອດຂອງເດັກນ້ອຍ (ໂຄງການ Cha-Ching ແລະ SAFE STEPs Kids) ເຊິ່ງຈະຖືກຈັດຢູ່ພາຍໃຕ້ໂຄງການສ້າງຄວາມເຂັ້ມເເຂງທາງດ້ານທັກສະຊີວິດໃຫ້ເເກ່ເດັກ. ໂຄງການຮັບຮູ້ທາງດ້ານການເງິນ ແລະ ທັກສະການເອົາໂຕລອດຂອງເດັກນ້ອຍນີ້ຈະຖືກຈັດຕັ້ງປະຕິບັດໃນ 100 ໂຮງຮຽນໃນນະຄອນຫຼວງວຽງຈັນ, ແຂວງຫົວພັນ, ແລະ ແຂວງຊຽງຂວາງ ຈົນເຖິງ ທ້າຍປີ 2024.



ທ່ານ ນາງ ນິໂຄ ເເງວ, ຜູ້ອຳນວຍການ ມູນລະນິທິ ພຣູເດັນສ໌ໄດ້ກ່າວວ່າ: “ທີ່ ມູນລະນິທິ ພຣູເດັນສ໌, ພວກເຮົາມີເປົ້າໝາຍໃນການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນຜ່ານໂຄງການລິເລີ່ມໄລຍະຍາວ ທີ່ສຸມໃສ່ການສຶກສາ, ສຸຂະພາບ ແລະ ຄວາມປອດໄພ. ຂ້າພະເຈົ້າຄິດວ່າ ການເງິນສາມາດມີຜົນກະທົບໃຫ້ກັບທຸກໆຄົນໃນໂລກນີ້ ແລະ ເດັກນ້ອຍນັ້ນກໍ່ມີຄວາມສ່ຽງຫຼາຍໃນສະຖານະການສຸກເສີນ ຫຼື ເຫດການໄພພິບັດ. ຜ່ານຫຼັກສູດຄວາມຮູ້ທາງດ້ານການເງິນ (Cha-Ching) ແລະ ໂຄງການທັກສະການເອົາໂຕລອດສຳລັບເດັກນ້ອຍ (SAFE STEPS Kids), ພວກເຮົາມີຈຸດປະສົງໃນການສ້າງຄວາມເຂັ້ມເເຂງໃຫ້ເດັກນ້ອຍໃນ ສປປ ລາວ ດ້ວຍຄວາມຮູ້ທາງດ້ານການເງິນ ແລະ ທັກສະຊີວິດທີ່ສຳຄັນໃນການໃຊ້ຊີວິດເພື່ອຕອບສະໜອງກັບຄວາມທ້າທາຍ, ຄວາມສ່ຽງ ແລະໂອກາດຕ່າງໆໃນອະນາຄົດຂອງພວກເຂົາ. ”



ທ່ານ ວິລະໄຊ ທຳມະວົງ, ຮັກສາການຜູ້ອຳນວຍການອົງການຊາຍຟັນປະຈຳ ສປປ ລາວ ໄດ້ກ່າວວ່າ: “ພວກເຮົາ ທີມງານ ຊາຍຟັນປະຈຳ ສປປ ລາວ ມີຄວາມພາກພູມໃຈ ແລະ ຫວັງຢ່າງຍິ່ງວ່າຈະສືບຕໍ່ການຮ່ວມມືກັບບັນດາຄູ່ຮ່ວມງານພາກລັດຖະບານລາວທັງໃນລະດັບຊາດ ແລະ ທ້ອງຖິ່ນ. ການຈັດຕັ້ງປະຕິບັດກິດຈະກຳໃນໂຄງການນີ້ ແມ່ນໄດ້ຮັບການສະໜັບສະໜູນທາງດ້ານງົບປະມານ ແລະ ທາງດ້ານວິຊາການ ຈາກ ມູນລະນິທິ ພຣູເດັນສ໌ ເພື່ອຂະຫຍາຍວຽກງານເສີມສ້າງຄວາມເຂັ້ມເເຂງໃນເດັກ ແລະ ໄວໜຸ່ມ ແລະ ການພັດທະນາທັກສະຊີວິດ ເຊິ່ງລວມມີຄວາມຮູ້ທາງດ້ານການເງິນໃນ ຫຼັກສູດຂອງ ຊາ-ຊິງ ແລະ ໂຄງການທັກສະການເອົາໂຕລອດໃນເດັກ ຫຼື SAFE STEPS Kids”.

“ທັງ 2 ໂຄງການນີ້, ຈະຖືກຈັດຕັ້ງປະຕິບັດໂດຍອົງການຊາຍຟັນ ປະຈຳ ສປປ ລາວ ຮ່ວມມືກັບ ບັນດາຄູ່ຮ່ວມງານທີ່ສຳຄັນຂອງລັດຖະບານ ຈາກຂັ້ນລະດັບຊາດຈົນເຖິງຂັ້ນທ້ອງຖິ່ນ ເຊິ່ງລວມມີ ຄະນະກຳມະທິການເເຫ່ງຊາດເພື່ອຄວາມກ້າວໜ້າຂອງເເມ່ຍິງ, ເເມ່ ແລະ ເດັກ ແລະ ກະຊວງສຶກສາ ແລະ ກິລາ ໃນ 100 ໂຮງຮຽນເປົ້າໝາຍ ເຊິ່ງລວມມີ 60 ໂຮງຮຽນໃນນະຄອນຫຼວງ, 20 ໂຮງຮຽນໃນແຂວງຫົວພັນ, ແລະ 20 ໂຮງຮຽນໃນເເຂວງຊຽງຂວາງ, ສປປ ລາວ. ການຈັດຕັ້ງຕິບັດໂຄງການດັ່ງກ່າວນີ້, ຈະມີຜົນຕັ້ງເເຕ່ມື້ນີ້ຈົນເຖິງ ເດືອນທັນວາ 2024. ພວກເຮົາຮູ້ສຶກຕື່ນເຕັ້ນທີ່ຈະເຮັດວຽກຮ່ວມກັບບັນດາພາກສ່ວນກ່ຽວຂ້ອງລວມທັງຄູ, ເດັກ ແລະ ໄວໜຸ່ມ ເພື່ອຂະຫຍາຍວຽກງານດັ່ງກ່າວນີ້ໃນ ສປປ ລາວ ໃຫ້ບັນລຸເຖິງເປົ້າໝາຍຈຳນວນຜູ້ທີ່ໄດ້ຮັບຜົນປະໂຫຍດຢ່າງໜ້ອຍ 20,000 ຄົນໃນໂຄງການນີ້.”



ຫຼັກສູດ ຊາ-ຊີງ ແມ່ນຖືກພັດທະນາໂດຍມູນລະນິທິ ພຣູເດັນສ໌ ຮ່ວມມືກັບ Cartoon Network Asia ແລະ ທ່ານ ນາງ ດຣ ອາລິສ ໄວເດີ, ຜູ້ຊ່ຽວຊານດ້ານການສຶກສາສຳລັບເດັກທີ່ໄດ້ຮັບລາງວັນ Emmy Award. ຫຼັກສູດນີ້ຖືກພັດທະນາຂຶ້ນເພື່ອເຮັດໃຫ້ເດັກທີ່ມີອາຍຸລະຫວ່າງ 7 – 12 ປີ ມີຄວາມຮູ້, ເຄື່ອງມື, ແລະ ທັກສະການເງິນທີ່ສະຫຼາດເພື່ອກຽມພ້ອມ ສຳລັບເປົ້າໝາຍໃນອະນາຄົດຂອງພວກເຂົາ. ຈຸດປະສົງຫຼັກທີ່ເຮັດໃຫ້ຫຼັກສູດຄວາມຮູ້ທາງດ້ານການເງິນໄດ້ຮັບລາງວັນນີ້ ແມ່ນການຳໃຊ້ເເນວທາງສຶກສາແບບປະສົມປະສານເຂົ້າໃນຫຼັກສູດ ຊາ-ຊິງ ໂດຍການນຳໃຊ້ ຕົວສະເເດງກາຕູນ ຫຼາກຫຼາຍຕອນເຂົ້າກັນເພື່ອສ້າງຫຼັກສູດທີ່ ມີສ່ວນຮ່ວມນີ້ໃຫ້ຄູ ເຊິ່ງກວມເອົາ 4 ເເນວຄິດການບໍລິຫານຈັດການການເງິນເຊັ່ນ: ການຫາເງິນ, ທ້ອນເງິນ, ໃຊ້ຈ່າຍເງິນ, ແລະ ການບໍລິຈາກ. ມາຮອດປະຈຸບັນ, ມີຄູສອນຫຼາຍກວ່າ 23.000 ຄົນໄດ້ຮັບການຝຶກອົບຮົມ ແລະ ໄດ້ຮັບຜົນສຳເລັດໃນການສອນຫຼັກສູດ ຊາ-ຊິງໃຫ້ເເກ່ນັກຮຽນປະຖົມຫຼາຍກວ່າ 870.000ຄົນໃນທົ່າອາຊີ ແລະ ອາຟຣິກາ.

ໂຄງການທັກສະການເອົາໂຕລອດຂອງເດັກນ້ອຍແມ່ນໂຄງການບໍລິການສາທາລະນະຫຼາຍຮູບເເບທີ່ຖືກສ້າງຂຶ້ນໂດຍ ມູນລະນິທິ ພຣູເດັນສ໌ ຮ່ວມກັບ ສະຫະພັນກາເເດງ ແລະ ຊີກວົງເດືອນເເດງສາກົນ (ອົງການກາເເດງສາກົນ) ແລະ Cartoon Network. ໂຄງການທັກສະການເອົາໂຕລອດຂອງເດັກນ້ອຍແມ່ນນຳໃຊ້ຕົວລະຄອນຈາກກາຕູນທີ່ມີຊື່ສຽງຈາກຊ່ອງ Cartoon Network ເພື່ອສ້າງຈິດສຳນຶກ ແລະ ໃຫ້ຂໍ້ມູນທີ່ຈຳເປັນຕໍ່ການເອົາຊີວິດລອດໃຫ້ເດັກນ້ອຍໂດຍການນຳໃຊ້ວິດີໂອກາຕູນ, ຮູບພາບ, ຂໍ້ມູນໃນເວັບໄຊ້, ແລະ ສື່ສິ່ງພິມຕ່າງໆທີ່ສາມາດເເບ່ງປັນຜ່ານກິດຈະກຳຊຸມຊົນ ແລະ ການຮ່ວມມື. ໂຄງການທັກສະການເອົາໂຕລອດນີ້ຈະຖືກຖ່າຍທອດຜ່ານວິດີໂອເພື່ອການສຶກສາກ່ຽວກັບບໍລິການສາທາລະນະ ເປັນເວລາ 50 ວິນາທີ ທີ່ຖືກຜະລິດໂດຍມູນລະນິທິ ພຣູເດັນສ໌ ເເລະ Cartoon Network ເຊິ່ງຂໍ້ຄວາມທັງໝົດເເມ່ນຖືກອະນຸມັດໂດຍ ອົງການກາເເດງສາກົນ.



ກ່ຽວກັບ ກຸ່ມບໍລິສັດ ພຣູເດັນໂຊລ໌

ກຸ່ມບໍລິສັດ ພຣູເດັນໂຊລ໌ ໃຫ້ການບໍລິການປະກັນໄພຊີວິດ ແລະ ສຸຂະພາບ ແລະ ການຄຸ້ມຄອງຊັບສິນ, ໃນ 23 ປະເທດໃນຂົງເຂດອາຊີ ແລະ ອາຟຣິກາ. ບໍລິສັດ ພຣູເດັນໂຊລ໌ ຊ່ວຍໃຫ້ຜູ້ຄົນໄດ້ຮັບສິ່ງທີ່ດີສຸດໃນຊີວິດ, ໂດຍເຮັດໃຫ້ການຮັກສາສຸຂະພາບ ເປັນທີ່ສາມາດເຂົ້າເຖິງໄດ້ ໂດຍການສົ່ງເສີມ ການບໍລິການທາງດ້ານການເງິນ. ບໍລິສັດ ພຣູເດັນໂຊລ໌ ປົກປ້ອງຄວາມໝັ້ນ ຄົງທາງດ້ານຊັບສິນຂອງຜູ້ຄົນ, ຊ່ວຍພວກເຂົາເພີ່ມພູນຊັບສິນ, ແລະ ສົງເສີມການອອມເພື່ອອອມສຳລັບເປົ້າໝາຍຂອງພວກເຂົາໄດ້. ບໍລິສັດ ພຣູເດັນໂຊລ໌ ມີລູກຄ້າຫຼາຍກວ່າ 19 ລ້ານຄົນ ແລະ ຖືກຈັດຢູ່ໃນຕະຫຼາດຫຼັກຊັບ ຮົງກົງ (2378), ແລະ ຕະຫຼາດຫຼັກຊັບຂອງ ລອນດອນ (PRU). ນອກຈາກຍັງຢູ່ໃນລາຍຊື່ສຳຮອງໃນຕະຫຼາດຫຼັກຊັບສິງກະໂປ(K6S) ແລະ ລາຍຢູ່ໃນຕະຫຼາດຫຼັກຊັບຂອງລັດ ນີວຢອກ (PUK) ໃນຮູບການຝາກເງິນໃນສະຫະລັດອາເມລິກາ ແລະ ຍັງເປັນສ່ວນປະກອບຮຸ້ນດັດຊີ Hang Seng.

ກຸ່ມບໍລິສັດ ພຣູເດັນໂຊລ໌ ບໍ່ໄດ້ມີສ່ວນກ່ຽວຂ້ອງໃນລັກສະນະໃດ ກັບບໍລິສັດ Prudential Financial, Inc., ບໍລິສັດ ທີ່ມີການດຳເນີນທຸລະກິດຫຼັກຢູ່ໃນສະຫະລັດອາເມລິກາ ຫຼື ກັບບໍລິສັດ Prudential Assurance Company Limited, ບໍລິສັດຍ່ອຍຂອງ M&G plc, ເຊິ່ງເປັນບໍລິສັດທີ່ຈັດຕັ້ງຂຶ້ນໃນລາດຊະອານາຈັກ. ລາຍລະອຽດເພີ່ມຕື່ມໄດ້ທີ່: www.prudentialplc.com

ກ່ຽວກັບ ມູນລະນິທິ ພຣູເດັນສ໌

ມູນລະນິທິ ພຣູເດັນສ໌ ເຊິ່ງເປັນໜ່ວຍງານລົງທຶນດ້ານຊ່ວຍເຫຼືອຊຸມຊົນຂອງກຸ່ມ ບໍລິສັດ ພຣູເດັນໂຊລ໌. ພາລະກິດຂອງ ມູນລະນິທິ ພຣູເດັນສ໌ ແມ່ນຮັບປະກັນອະນາຄົດຂອງຊຸມຊົນໃນ ອາຊີ ແລະ ອາຟຣິກາ ໂດຍການເສີມຂະຫຍາຍການສຶກສາ, ສຸຂະພາບ ແລະ ຄວາມປອດໄພ. ມູນລະນິທີນີ້ດຳເນີນໂຄງການໃນລະດັບພາກພື້ນ ແລະ ທ້ອງຖິ່ນຮ່ວມກັບອົງການສາກົນທີ່ບໍ່ຂຶ້ນກັບລັດຖະບານ, ລັດຖະບານ, ແລະ ພາກສ່ວນເອກະຊົນ ເພື່ອສ້າງຜົນກະທົບສູງສຸດ. ດ້ວຍການນຳໃຊ້ຜົນປະໂຫຍດຈາກເເນວຄວາມຄິດໄລຍະຍາວ ແລະ ຂະໜາດທາງພູມສາດ, ມູນລະນິທິ ພຣູເດັນສ໌ ມີຄວາມຕັ້ງໃຈໃນການສ້າງຊຸມຊົນທີ່ມີຄວາມປອດໄພ, ໝັ້ນຄົງ ແລະ ມີຄວາມຢືດຢຸ່ນ ແລະ ເໝາະສົມກັບທຸກສະພາຍການໃນສັງຄົມ.



ກ່ຽວກັບ ອົງການຊາຍຟັນ ໃນລາວ

ອົງການຊາຍຟັນໃນລາວ ແມ່ນຫ້ອງການຕົວແທນຂອງ ຊາຍຟັນໃນອົດສຕາລີ - ເປັນອົງການພັດທະນາສາກົນເອກະລາດທີ່ເຮັດວຽກເພື່ອຫຼຸດຜ່ອນຄວາມທຸກຍາກສໍາລັບເດັກນ້ອຍໃນຊຸມຊົນທີ່ກໍາລັງພັດທະນາ.

ອົງການຊາຍຟັນ ເລີ່ມເຮັດວຽກຢູ່ໃນປະເທດລາວ ປີ 2010, ເຮັດວຽກຮ່ວມກັນເພື່ອສ້າງຊຸມຊົນ ແລະ ການປ່ຽນແປງລະບົບທີ່ເຮັດໃຫ້ເດັກນ້ອຍ ແລະ ໄວຫນຸ່ມທີ່ມີຄວາມສ່ຽງ ຕໍ່ຄວາມຫຼາກຫຼາຍ ສາມາດຢືນຢັນ ແລະ ຮັບຮູ້ເຖິງສິດທິຂອງພວກເຂົາ. ໂຄງການຕ່າງໆແມ່ນໄດ້ຮັບການຈັດຕັ້ງປະຕິບັດຢູ່ນະຄອນຫຼວງວຽງຈັນ, ແຂວງຫົວພັນ ແລະ ແຂວງຊຽງຂວາງ ເຊິ່ງເປັນໜຶ່ງໃນເຂດທີ່ທຸກຍາກທີ່ສຸດຂອງປະເທດ ທີ່ມີການປົນເປື້ອນລະເບີດບໍ່ທັນແຕກຢ່າງຫຼວງຫຼາຍ.

ໂດຍການເນັ້ນໜັກໃສ່ການສົ່ງເສີມສິດທິເດັກ ແລະ ການປັບປຸງການເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ອົງການ ຊາຍຟັນ ໃນລາວ ຍັງໃຫ້ບຸລິມະສິດກັບບັນດາໂຄງການທີ່ເນັ້ນໃສ່ດ້ານໂພຊະນາການເດັກ, ສຸຂະພາບຈະເລີນພັນທາງເພດ ແລະ ສິດທິ, ຄວາມຮູ້ທາງດ້ານສື່ ແລະ ຄວາມພ້ອມດ້ານວຽກເຮັດງານທຳ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment