ຜົນກະທົບອັນໜັກໜ່ວງ ຈາກການນຳເອົາສັດປ່າ ມາບໍລິໂພກ ຜ່ານມຸມມອງຂອງນັກທຸລະກິດ

 

ເມື່ອບໍ່ດົນມານີ້, WWF ໄດ້ເປີດຕົວໂຄງການໃໝ່ລ່າສຸດເພື່ອປຸກລະດົມການປົກປັກຮັກສາລະບົບນິເວດ, ໂດຍສະເພາະແມ່ນການປົກປ້ອງສັດປ່າຈາກການສູນພັນ ໂດຍໄພຂົ່ມຂູ່ຂອງມະນຸດ, ໃນຂະນະທີ່ສຸມໃສ່ຫຼັກສຳຄັນ 2 ປະການຄື: ຄວາມສ່ຽງຕໍ່ສຸຂະພາບຂອງມວນຊົນ ແລະ ຄວາມສ່ຽງຕໍ່ທໍາມະຊາດ,  ເພື່ອຫຼີກເວັ້ນວິກິດການ ທີ່ຄາດບໍ່ເຖິງຕ່າງໆ ທີ່ອາດເກີດຂຶ້ນໄດ້ໃນອະນາຄົດ. 

ການບໍລິໂພກຊີ້ນສັດປ່າໄດ້ກາຍເປັນທີ່ແຜ່ຫຼາຍໃນສັງຄົມລາວ ແລະ ເປັນຮາກທີ່ຝັງເລິກມາຫຼາຍທົດສະວັດແລ້ວ. ໂດຍພຶດຕິກຳດັ່ງກ່າວໄດ້ກາຍເປັນວັດທະນະທໍາທີ່ຕິດພັນກັບຄົນລາວ ທີ່ຝັງເລິກໃນຈິດວິນຍານຂອງປະຊາຊົນ ແລະ ຍາກທີ່ຈະປ່ຽນແປງໄດ້. ເຖິງຢ່າງໃດກໍ່ຕາມ, ປະຈຸບັນຄ່ານິຍົມຂອງການບໍລິໂພກຊີ້ນສັດປ່າແມ່ນມີຄວາມແຕກຕ່າງຈາກເມື່ອກ່ອນ ເນື່ອງຈາກວ່າມັນໄດ້ກາຍເປັນອາຫານທີ່ຫຼູຫຼາຊັ້ນເລີດ ແລະ ເປັນທີ່ນິຍົມໃນບັນດາກຸ່ມນັກທຸລະກິດ ທີ່ມີຖານະທາງສັງຄົມ. 

ທ່ານ ສັນທະລັກ ຈ່າສານ, ປະທານບໍລິສັດ SC Innovation ແລະ ບໍລິສັດ POW Laos ຈໍາກັດ, ທັງເປັນນັກທຸລະກິດ ທີ່ຮູ້ຈັກກັນດີໃນຊຸມຊົນທຸລະກິດທ້ອງຖິ່ນ, ໄດ້ແບ່ງປັນຄວາມຄິດເຫັນທີ່ໜັກແໜ້ນກ່ຽວກັບການບໍລິໂພກຊີ້ນສັດປ່າວ່າ: "ການບໍລິໂພກຊີ້ນສັດປ່າຍັງເປັນສິ່ງທີ່ແຜ່ຫຼາຍໃນວົງກວ້າງ, ເນື່ອງຈາກການດໍາລົງຊີວິດຂອງຄົນໃນທ້ອງຖິ່ນ ຍັງຈຳເປັນຕ້ອງອາໄສຊັບພະຍາກອນທໍາມະຊາດເປັນຫຼັກ, ໂດຍສະເພາະແມ່ນໃນພື້ນທີ່ປ່າ. ແນວໃດກໍຕາມ, ຍັງມີຄົນຈຳນວນໜຶ່ງທີ່ຖືວ່າຊີ້ນສັດປ່າເປັນອາຫານຊັ້ນເລີດ ແລະ ນິຍົມຊື້ເພື່ອນຳມາເຮັດເປັນອາຫານໃນໂອກາດສຳຄັນ, ໂດຍສະເພາະ ໃນບັນດາກຸ່ມຄົນທີ່ມີຖານະ ແລະ ອຳນາດທາງສັງຄົມ. ຍິ່ງໄປກວ່ານັ້ນ, ຊາວລາວບາງຄົນກໍເຊື່ອວ່າຊີ້ນສັດປ່າບາງຊະນິດມີສັບພະຄຸນທີ່ດີຕໍ່ສຸຂະພາບ ມັນຈຶ່ງເຮັດຊີ້ນສັດປ່າ ມີລາຄາທີ່ຂ້ອນຂ້າງສູງ.” 

ໃນຂະນະທີ່ພຶດຕິກໍາການບໍລິໂພກມີການປ່ຽນແປງ, ປະຈຸບັນຊີ້ນສັດປ່າໄດ້ກາຍເປັນອາຫານທີ່ໄດ້ຮັບຄວາມນິຍົມ ຂອງນັກທຸລະກິດໃນລາວ ແລະ ຖືວ່າເປັນຂອງຂວັນຂອງຕ້ອນທີ່ມີມູນຄ່າ ທີ່ຖືກນຳມາເຮັດເປັນອາຫານໃນໂອກາດພິເສດ ເພື່ອຕ້ອນຮັບແຂກຄົນສຳຄັນ. “ເນື່ອງຈາກວ່າຊີ້ນສັດປ່າເປັນສິ່ງທີ່ຫາຍາກ ແລະ ມີລາຄາແພງ, ຈຶ່ງບໍ່ແປກໃຈເລີຍ ທີ່ມັນຈະເປັນທີ່ນິຍົມຂອງນັກທຸລະກິດ ຫຼື ຜູ້ມີອຳນາດ, ພວກເຂົາເຊື່ອວ່າຖ້າຫາກສາມາດນຳເອົາຂອງຂວັນ ທີ່ມີລາຄາແພງ ແລະ ເໝາະສົມກັບສະຖານະຂອງແຂກມາໄດ້ນັ້ນ, ມັນຈະເປັນປະໂຫຍດຕໍ່ການເຈລະຈາ ແລະ ສາມາດບັນລຸໂອກາດທາງທຸລະກິດໄດ້. ແຕ່ໃນຄວາມເປັນຈິງ, ຂ້າພະເຈົ້າເຊື່ອວ່າມັນເປັນສິ່ງທີ່ຜິດຫຼາຍ ແລະ ສົມຄວນຖືກລົບລ້າງ. ເນື່ອງຈາກຍັງມີຄົນຈຳນວນຫຼາຍທີ່ຍັງບໍ່ຮູ້ກ່ຽວກັບຜົນເສຍຫາຍອັນມະຫາສານ ທີ່ເກີດຈາກການນໍາຊີ້ນສັດປ່າມາບໍລິໂພກ.” ທ່ານ ສັນທະລັກ ຈ່າສານ ກ່າວ. 


 ຈາກຄວາມຮ້າຍແຮງຂອງພະຍາດໂຄວິດ-19 ທີ່ແຜ່ລະບາດໃນວົງກວ້າງ ແລະ ໄດ້ທໍາລາຍລະບົບເສດຖະກິດໃນທົ່ວໂລກ, ເຊັ່ນດຽວກັນກັບປະເທດລາວ, ການບໍລິໂພກຊີ້ນສັດປ່າ ໄດ້ກໍ່ໃຫ້ເກີດຜົນກະທົບທາງລົບຢ່າງຫຼວງຫຼາຍ ຕໍ່ການດໍາລົງຊີວິດຂອງປະຊາຊົນ, ແລະ ມັນຍິ່ງເພີ່ມທະວີຄວາມໜັກໜ່ວງ ສຳລັບບັນດາທຸລະກິດ ທີ່ບໍ່ສາມາດປັບຕົວໄດ້ທັນກັບຜົນກະທົບອັນຮ້າຍແຮງນີ້ໄດ້. "ການລະບາດຂອງພະຍາດໂຄວິດ-19 ທີ່ຍາວນານ ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຫຼາຍຂະແໜງການ, ໂດຍສະເພາະ ກັບບັນດາທຸລະກິດຕ່າງໆ. ພວກເຮົາຕ້ອງໄດ້ຢຸດຊະງັກ ແລະ ບໍ່ສາມາດດຳເນີນທຸລະກິດ ແລະ ການບໍລິການຂອງພວກເຮົາໄດ້, ບາງບໍລິສັດກໍຕ້ອງປະເຊີນກັບການຕັດສິນໃຈທີ່ລຳບາກ ແລະ ຈຳເປັນຕ້ອງປົດພະນັກງານຂອງຕົນອອກ ເພື່ອຄວາມຢູ່ລອດ. ຍິ່ງໄປກວ່ານັ້ນ, ບາງທຸລະກິດກໍຈຳເປັນຕ້ອງປິດໂຕລົງ. ສິ່ງເຫຼົ່ານີ້ສົ່ງຜົນຢ່າງໜັກ ຕໍ່ເສດຖະກິດໃນປະເທດລາວທັງໝົດ, ບໍ່ແມ່ນພຽງແຕ່ທຸລະກິດຂະໜາດນ້ອຍ ແລະ ກາງເທົ່ານັ້ນ, ແຕ່ຍັງກະທົບເຖິງເສດຖະກິດລະດັບປະເທດນຳອີກ.” ທ່ານ ສັນທະລັກ ກ່າວຕື່ມອີກວ່າ:  “ຂ້າພະເຈົ້າເຊື່ອຢ່າງຍິ່ງວ່າ ສິ່ງເຫຼົ່ານີ້ຈະບໍ່ສາມາດເກີດຂຶ້ນໄດ້ເລີຍ ຖ້າພວກເຮົາບໍ່ເຂົ້າໄປຮຸກຮານແຫຼ່ງທີ່ຢູ່ອາໄສຂອງສັດປ່າ ຫຼື ລ່າເພື່ອນຳເອົາສັດປ່າເຫຼົ່ານັ້ນມາບໍລິໂພກ.” 

“ຂ້າພະເຈົ້າຂໍຂອບໃຈ WWF ທີ່ເຊີນຊວນໃຫ້ຂ້າພະເຈົ້າເຂົ້າມາມີສ່ວນຮ່ວມໃນແຄມເປນດີໆແບບນີ້. ໃນຖານະທີ່ເປັນສະມາຊິກຄົນໜຶ່ງໃນຊຸມຊົນທຸລະກິດລາວ, ຂ້າພະເຈົ້າຢາກເຊີນຊວນໃຫ້ຜູ້ປະກອບການ ແລະ ທຸກໆຄົນ ຢຸດພຶດຕິກຳທີ່ອາດກໍ່ໃຫ້ເກີດຄວາມສ່ຽງ ໂດຍສະເພາະການຊື້ຂາຍ ຫຼື ລ່າລັດປ່າເພື່ອນຳມາບໍລິໂພກ. ເພາະນອກຈາກຈະມີຄວາມຜິດທາງກົດໝາຍແລ້ວ ຍັງເປັນການທຳລາຍສຸຂະພາບຂອງພວກເຮົານຳອີກ. ບໍ່ມີໃຜຮູ້ໄດ້ເລີຍວ່າການລະບາດຂອງພະຍາດແບບນີ້ ຈະເກີດຂຶ້ນອີກເມື່ອໃດ ຫຼື ມັນອາດຈະຮ້າຍແຮງ ກວ່າການລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາກໍເປັນໄດ້. ສະນັ້ນ, ເຮົາຄວນໃຊ້ຊີວິດແບບບໍ່ປະໝາດ, ຫັນມາດູແລສຸຂະພາບຂອງທ່ານ ແລະ ຄົນທີ່ທ່ານຮັກ, ແລະ ຢ່າໃຫ້ມາດຕະຖານຂອງສັງຄົມມາຕັດສິນ ສິ່ງທີ່ທ່ານຄວນເຮັດ ຫຼື ບໍ່ຄວນເຮັດ.” ທ່ານ ສັນທະລັກ ຈ່າສານ ກ່າວ.

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment