RANGE ROVER ແລະ RANGE ROVER SPORT ໄດ້ຮັບຄະແນນດ້ານຄວາມປອດໄພຈາກໂຄງການ Euro NCAP

 









Range Rover ແລະ Range Rover Sport ຮູບໂສມໃໝ່ ປະສົມປະສານໄປດ້ວຍຄວາມສະດວກສະບາຍແບບຫຼູຫຼາມີລະດັບ ແລະ ສະມັດຖະພາບການຂັບຂີ່ດ້ວຍຄວາມປອດໄພທີ່ເປັນເລີດ

ລະບົບຄວາມປອດໄພທີ່ໄດ້ຮັບການຍົກລະດັບຂຶ້ນ: Range Rover ແລະ Range Rover Sport ຮູບໂສມໃໝ່ ໄດ້ຮັບຄະແນນດ້ານຄວາມປອດໄພ ຈາກໂຄງການ Euro NCAP ໃນລະດັບສຸງສຸດເຖິງຫ້າດາວ 

ການປົກປ້ອງ ແລະ ຄວາມປອດໄພ: Range Rover ທີ່ຊະນະລາງວັນ ແມ່ນໄດ້ຮັບຄະແນນການປົກປ້ອງຜູ້ໂດຍສານເດັກເຖິງ 87 ສ່ວນຮ້ອຍ ແລະ Range Rover Sport ໄດ້ຮັບຄະແນນການປົກປ້ອງຜູ້ໂດຍສານເຖິງ 85 ສ່ວນຮ້ອຍ

 • ລະບົບ ADAS: ທັງສອງລຸ້ນໄດ້ຮັບຄະແນນໃນໝວດໝູ່ການຊ່ວຍເຫຼືອດ້ານຄວາມປອດໄພເຖິງ 82 ສ່ວນຮ້ອຍ ຊຶ່ງມາພ້ອມກັບຊຸດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂັ້ນສູງ (ADAS) 

ລະບົບຂັບເຄື່ອນດ້ວຍໄຟຟ້າ: Range Rover ແລະ Range Rover Sport ມາພ້ອມກັບລະບົບຂັບເຄື່ອນດ້ວຍໄຟຟ້າແບບປຣັກອິນ (Plug-in) ເພື່ອປະສິດທິພາບ ແລະ ການປັບແຕ່ງທີ່ສູງຂຶ້ນ. 

ໃນວັນທີ 16 ພະຈິກ 2022 ທີ່ເມືອງເກດອນ, ປະເທດອັງກິດ ໄດ້ມີການເປີດໂຕລົດ Range Rover ແລະ Range Rover Sport ຮູບໂສມໃໝ່ ຊຶ່ງທັງສອງລຸ້ນລ້ວນແລ້ວແຕ່ໄດ້ຮັບຄະແນນປະເມີນດ້ານຄວາມປອດໄພ ຈາກໂຄງການ Euro NCAP ໃນລະດັບສຸງສຸດເຖິງຫ້າດາວ. ລົດຍົນ SUV ທີ່ສຸດຫຼູຫຼາທັງສອງລຸ້ນໄດ້ຮັບການພັດທະນາຂຶ້ນມາຈາກຄວາມຊ່ຽວຊານທີ່ສະສົມມາກວ່າ 50 ປີ  ເພື່ອມອບເນື້ອທີ່ຢ່າງກວ້າງຂວາງ, ຄວາມປານີດ ແລະ ປອດໄພໃນທຸກສະພາບເສັ້ນທາງ. 

ລົດຍົນທັງສອງລຸ້ນຍັງມາພ້ອມກັບລະບົບປັບອາກາດ Cabin Air Purification Pro2  ຊຶ່ງເປັນລະບົບທີ່ເລີ່ມບຸກເບີກມາເພື່ອຍົກລະດັບຄຸນນະພາບຂອງອາກາດຂຶ້ນໄປອີກລະດັບ. ບໍ່ສະເພາະແຕ່ກອງຝຸ່ນ PM2.5 ແຕ່ເຕັກໂນໂລຊີນາໂນເອັກ (Nanoe™-X) ຍັງສາມາດຫຼຸດຜ່ອນກິ່ນອັບ, ເຊື້ອແບັກທີເຣຍ ແລະ ສານກໍ່ພູມແພ້ໄດ້ຢ່າງຫຼວງຫຼາຍ. ລະບົບດັ່ງກ່າວຊ່ວຍຍົກດັບຄວາມສະບາຍ ແລະ ຄວາມຕື່ນຕົວຂອງຜູ້ຂັບຂີ່ ດ້ວຍການກວດສອບລະດັບ CO₂ ຢູ່ພາຍໃນຫ້ອງໂດຍສານ ແລະ ດູດເອົາອາກາດບໍລິສຸດຈາກພາຍນອກເຂົ້າມາເມື່ອມີຄວາມຈຳເປັນ. ຄວາມເຂັ້ມຂຸ້ນຂອງ CO₂ ມີສ່ວນເຮັດໃຫ້ຜູ້ຂັບຂີ່ເກີດອາການເຫງົານອນ ດ້ວຍເຫດນັ້ນລະບົບຈຶ່ງຊ່ວຍໃຫ້ຜູ້ຂັບຂີ່ມີລະດັບຄວາມຕື່ນຕົວຢູ່ສະເໝີ. 

ສຳລັບບັນດາທ່ານທີ່ສົນໃຈ The New Range Rover ແລະ The New Range Rover Sport ສາມາດເຂົ້າມາສຳຜັດລົດຕົວຈິງ ແລະ ຈອງທົດລອງຂັບໄດ້ແລ້ວມື້ນີ້ ທີ່ຫ້ອງຂາຍ ຈາກົວ ແລນໂຣເວີ ລາວ. 

ສະຖານທີ່ຕັ້ງຢູ່: ຖະໜົນກຳແພງເມືອງ, ບ້ານ ໂພນທັນ, ເມືອງ ໄຊເຊດຖາ, ນະຄອນຫຼວງວຽງຈັນ. 

ສອບຖາມຂໍ້ມູນເພີ່ມເຕີມໂທ: +85620 58888197. 

Facebook: https://www.facebook.com/LandRoverLaos 

ສຶກສາຂໍ້ມູນລົດເພີ່ມເຕີມໄດ້ທີ່: https://www.landroverlaos.com/

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment