“ພະລັງຂອງຄຳວ່າ ບໍ່” – ການປະກວດຮູບຖ່າຍລະດັບສາກົນດ້ວຍຄວາມຄິດໃໝ່ເພື່ອເປັນການສະເຫຼີມສະຫຼອງ ຜູ້ຊະນະການຕໍ່ສູ້ກັບບັນຫາການດື່ມແລ້ວຂັບ ໃນລາວ

 

“ພະລັງຂອງຄຳວ່າ ບໍ່” – ການປະກວດຮູບຖ່າຍລະດັບສາກົນດ້ວຍຄວາມຄິດໃໝ່ເພື່ອເປັນການສະເຫຼີມສະຫຼອງ ຜູ້ຊະນະການຕໍ່ສູ້ກັບບັນຫາການດື່ມແລ້ວຂັບ ໃນລາວ 

ການຮ່ວມມື ຫຼາຍພາກສ່ວນທີ່ມາຈາກບັນດາອົງກອນຊຸມຊົນ, ທຸລະກິດ, ສະມາຄົມ ແລະ ລັດຖະບານຈຳນວນ 28 ແຫ່ງໃນທົ່ວອາຊີຕາເວັນອອກສຽງໃຕ້ ກໍາລັງໝູນໃຊ້ພະລັງແຫ່ງການຮ່ວມມື ເພື່ອຮັບມືກັບບັນຫາການດື່ມແລ້ວຂັບໃນກຸ່ມເຍົາວະຊົນຊາວໜຸ່ມ

 ໃນວັນທີ XX ທັນວາ 2022 – ທີ່ ນະຄອນຫຼວງວຽງຈັນ – ມີເຍົາວະຊົນຊາວໜຸ່ມຈຳນວນຫຼາຍຮ້ອຍຄົນໃນທົ່ວອາຊີຕາເວັນອອກສຽງໃຕ້ ໄດ້ເຂົ້າປະກວດຮູບຖ່າຍລະດັບສາກົນ ທີ່ເນັ້ນໃສ່ຫົວຂໍ້ “ໝູ່ບໍ່ປ່ອຍໃຫ້ໝູ່ເມົາແລ້ວຂັບ” ເຊິ່ງເປັນສ່ວນໜຶ່ງຂອງແຄມເປນ “ພະລັງຂອງຄຳວ່າ ບໍ່” ໃນການຕ້ານການດື່ມແລ້ວຂັບ. ໃນມື້ດຽວກັນນີ້, ມີບັນດາຄູ່ຮ່ວມມືຫຼາຍພາກສ່ວນຈຳນວນ 28 ແຫ່ງຈະພ້ອມພຽງກັນມາເຕົ້າໂຮມກັນ ເພື່ອສະເຫຼີມສະຫຼອງຄວາມຄິດສ້າງສັນ, ພະລັງ ແລະ ຄວາມມຸ່ງໝັ້ນຂອງເດັກໄວໜຸ່ມທີ່ຈະເວົ້າວ່າ "ບໍ່" ຕໍ່ການດື່ມແລ້ວຂັບ. ໜ່ວຍກູ້ໄພນະຄອນຫຼວງວຽງຈັນ 1623 ແລະ ບໍລິສັດ ອາດີເຄ ກຣຸບ ໂດຍໄດ້ຮັບການສະໜັບສະໜູນຈາກສະຖານທູດອັງກິດປະຈຳນະຄອນຫຼວງວຽງຈັນ ແລະ ຄູ່ຮ່ວມມືໃນການຈັດຕັ້ງປະຕິບັດຂອງຕົນ ກໍຄື ສະມາຄົມລົດຍົນແຫ່ງ ສສ ຫວຽດນາມ (AAV) ໄດ້ມາເຕົ້າໂຮມກັນ ເພື່ອສຶກສາອົບຮົມບັນດາຊາວໜຸ່ມເຍົາວະຊົນ ກ່ຽວກັບໄພອັນຕະລາຍທີ່ອາດເກີດຈາກການດື່ມແລ້ວຂັບ.  ໄດ້ຮ່ວມເປັນທີມດຽວກັນກັບບັນດາຄູ່ຮ່ວມມືລະດັບສາກົນ. ແຄມເປນດັ່ງກ່າວໄດ້ຮັບການສະໜັບສະໜູນຈາກ ພັນທະມິດຜູ້ຄ້າເຫຼົ້າ ແລະ ເຫຼົ້າແວງສາກົນໃນພາກພື້ນອາຊີ-ປາຊີຟິກ (APISWA) ແລະ ໜ່ວຍງານສ້າງສັນ Orès ໂດຍໄດ້ຮັບການຮັບຮອງຈາກສະຖາບັນການຝຶກອົບຮົມ ແລະ ການຄົ້ນຄວ້າຂອງສະຫະປະຊາຊາດ (UNITAR), ສະພາທຸລະກິດສະຫະລັດ-ອາຊຽນ (US-ABC) ແລະ EU - ສະພາທຸລະກິດອີຢູ-ອາຊຽນ (EU-ABC). 

ພວກເຮົາກໍາລັງສູນເສຍຄົນລຸ້ນຕໍ່ໄປຂອງພວກເຮົາໃນອັດຕາທີ່ໜ້າເປັນຫ່ວງ. 

ໃນ​ປັດ​ຈຸ​ບັນນີ້ ການ​ບາດ​ເຈັບຈາກການ​ຈະ​ລາ​ຈອນ​ຕາມ​ທ້ອງຖະໜົນ​​ແມ່ນ​ເປັນ​ສາ​ເຫດ​ອັນ​ດັບ​ຕົ້ນໆ​ຂອງ​ການ​ເສຍ​ຊີ​ວິດໃນກຸ່ມເຍົາວະຊົນຊາວໜຸ່ມທີ່ມີ​ອາ​ຍຸ​ຕໍ່າ​ກວ່າ 30 ປີ ໃນ​ທົ່ວ​ໂລກ​. ໃນອາຊີຕາ​ເວັນ​ອອກ​ສຽງສຽງ​ໃຕ້, ອຸປະຕິ​ເຫດ​ຕາມທ້ອງ ​ຖະໜົນໄດ້ພາກ​ຊີວິດຂອງຜູ້ຄົນຈຳນວນ 2,000 ຄົນ​ໃນ​ແຕ່​ລະ​ວັນ. ຢູ່ປະເທດລາວ, 22% ຂອງການບາດເຈັບຈາກອຸປະຕິເຫດຕາມທ້ອງຖະໜົນຂອງກຸ່ມຜູ້ຊາຍ ແລະ 32% ຂອງການບາດເຈັບຈາກອຸປະຕິເຫດຕາມທ້ອງຖະໜົນຂອງກຸ່ມຜູ້ຍິງແມ່ນມີຄວາມກ່ຽວຂ້ອງກັບເຫຼົ້າ. ນອກຈາກນັ້ນ ອີງຕາມຂໍ້ມູນຈາກອົງການອະນາໄມໂລກ, 50% ຂອງການເສຍຊີວິດຈາກການຈະລາຈອນຕາມທ້ອງຖະໜົນຂອງປະເທດລາວແມ່ນມີຄວາມກ່ຽວຂ້ອງກັບເຫຼົ້າ. ຜູ້ທີ່ມີຄວາມສ່ຽງສູງທີ່ສຸດແມ່ນກຸ່ມເຍົາວະຊົນຊາວໜຸ່ມໃນໄວອາຍຸ 20 ປີ - ເຊິ່ງກຳລັງເປັນບຸກຄົນທີ່ມີຄວາມກະຕືລືລົ້ນ ແລະ ມີຄວາມສົດໃສ ທີ່ຫາກໍເລີ່ມຕົ້ນສ້າງອະນາຄົດຂອງເຂົາເຈົ້າ. 

ຄວາມປອດໄພຕາມທ້ອງຖະໜົນ ແມ່ນຄວາມຮັບຜິດຊອບຮ່ວມກັນຂອງພວກເຮົາ. ພາກລັດ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນລ້ວນແຕ່ຕ້ອງມີບົດບາດໃນການຫຼຸດຜ່ອນການເສຍຊີວິດ ແລະ ການບາດເຈັບເຫຼົ່ານີ້ ເພື່ອບັນລຸ ເປົ້າໝາຍການພັດທະນາແບບຍືນຍົງທີ 3 ຂອງອົງການສະຫະປະຊາຊາດ, ເຊິ່ງມີເປົ້າໝາຍທີ່ຈະຫຼຸດຈຳນວນຜູ້ເສຍຊີວິດ ແລະ ບາດເຈັບຈາກອຸປະຕິເຫດຕາມ ທ້ອງຖະໜົນໃຫ້ໄດ້ເຄິ່ງໜຶ່ງພາຍໃນປີ 2030. 

ສ້າງຄວາມເຂັ້ມແຂງໃຫ້ແກ່ເຍົາວະຊົນຊາວໜຸ່ມເພື່ອປົກປ້ອງບັນດາໝູ່ເພື່ອນ ແລະ ຕົວເຂົາເຈົ້າເອງ. 

ແຄມເປນປູກຈິດສຳນຶກໃຫ້ແກ່ສາທາລະນະ ພາຍໃຕ້ຫົວຂໍ້ “ພະລັງຂອງຄຳວ່າ ບໍ່” ​ແມ່ນ​ຄວາມ​ພະຍາຍາມ​ຂອງ​ພາກ​ພື້ນ ​ທີ່​ແນ​ໃສ່ການ​ຍົກລະດັບຈິດສຳນຶກໃຫ້​ແກ່​ບັນດາຊາວ​ໜຸ່ມ​ທີ່ຢູ່ໃນໄວ​ດື່ມ​ເຫຼົ້າ (ອາຍຸ 18-30 ປີ) ກ່ຽວ​ກັບ​ຜົນ​ຕາມມາ​ອັນ​ຮ້າຍແຮງຂອງ​ການ​ດື່ມ​ແລ້ວຂັບ. ແຄມເປນນີ້​ໄດ້​ເສີມ​ຂະຫຍາຍ​ຂໍ້​ຄວາມ​ໃນກຸ່ມຊາວ​ໜຸ່ມ​ທີ່ວ່າ ການ​​ດື່ມ​ແລ້ວຂັບແມ່ນ​ສິ່ງທີ່ບໍ່​ສາມາດ​ເປັນທີ່ຍອມຮັບ​ໄດ້​ໃນ​ສັງຄົມ, ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ການ​ເລືອກ​ແບບ​ມີ​ຂໍ້​ມູນ​ທີ່​ດີ​ຂຶ້ນກວ່າເກົ່າ ​ແລະ ​ໃນ​ທີ່​ສຸດກໍຄື ສາມາດຮັກສາ​ຊີວິດຄົນໄດ້. ຂໍ້​ລິ​ເລີ່ມ​ໃນການນຳໃຊ້ສື່​ສັງ​ຄົມອອນລາຍ​ທີ່​ມີ​ຄວາມ​ສ້າງສັນ ​ໄດ້​ເຂົ້າເຖິງບັນດາຊາວ​ໜຸ່ມ​ໃນໄວ​ອາຍຸດື່ມ​ເຫຼົ້າ​ຖືກ​ກົດ​ໝາຍ​ກວ່າ 30 ລ້ານ​ຄົນ​ ນັບ​ແຕ່​ໄດ້​ເປີດຕົວ​ໃນ​ຕົ້ນ​ປີ 2022 ຢູ່​ປະເທດລາວ ໂດຍ​ມີ​ການເຂົ້າເຖິງລະດັບພາກ​ພື້ນ​ໄປຍັງກຳ​ປູ​ເຈຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ໄທ ແລະ ຫວຽດນາມ. 

ແຄມເປນນີ້ ໄດ້ເປີດຕົວການປະກວດຮູບຖ່າຍໃນລະດັບສາກົນ ໃນລະດູໃບໄມ້ລົ່ນນີ້ພາຍໃຕ້ຫົວຂໍ້ “ໝູ່​ບໍ່ປ່ອຍ​ໃຫ້​ໝູ່​ເມົາ​ແລ້ວຂັບ.” ໂດຍຜ່ານຍຸດທະສາດການນຳໃຊ້ສື່ສັງຄົມອອນລາຍເຂົ້າຫາກຸ່ມເປົ້າໝາຍ ແລະ ການຕະຫຼາດໂດຍໃຊ້ຜູ້ທີ່ມີອິດທິພົນ, ການແຂ່ງຂັນ ໄດ້ເຂົ້າເຖິງບັນດາໄວໜຸ່ມຫຼາຍກວ່າ 7 ລ້ານຄົນ ພ້ອມດ້ວຍ ຍອດກົດຖືກໃຈ, ຄຳຄິດເຫັນ ແລະ ແບ່ງປັນຫຼາຍກວ່າ 450,000 ຄັ້ງ ໃນເວລາສອງເດືອນທົ່ວທັງ Facebook, Instagram, Tik Tok ແລະ PartiPost. ການປະກວດ ຕັ້ງຄຳຖາມວ່າ: ທ່ານຮູ້ບໍວ່າ ໝູ່ຄົນນັ້ນມັກເມົາແລ້ວຂັບກັບບ້ານຢູ່ສະເໝີ? ແບ່ງປັນເຄັດລັບທີ່ດີທີ່ສຸດຂອງທ່ານໃຫ້ແກ່ພວກເຮົາ ເພື່ອປ້ອງກັນບໍ່ໃຫ້ເຂົາເຈົ້າຂັບລົດ ແລະ ໄດ້ຮັບລາງວັນທີ່ສຸດຍອດ. ຜູ້ເຂົ້າປະກວດໄດ້ສົ່ງຮູບພາບທີ່ສະແດງໃຫ້ເຫັນເຖິງຄວາມຄິດສ້າງສັນຂອງພວກເຂົາໃນການຫ້າມໝູ່ບໍ່ໃຫ້ເມົາແລ້ວຂັບ. 

ບັນດາຜູ້ເຂົ້າປະກວດໄດ້ຮັບການຊຸກຍູ້ໃຫ້ແບ່ງປັນຮູບພາບທີ່ເຂົາເຈົ້າສົ່ງເຂົ້າຮ່ວມການປະກວດຈາກເພດຈ໌ Facebook ຂອງແຄມເປນດັ່ງກ່າວ, ເນື່ອງຈາກວ່າຮູບພາບທີ່ໄດ້ຮັບຍອດກົດຖືກໃຈ, ຄໍາຄິດເຫັນ ແລະ ການແບ່ງປັນທີ່ບໍ່ຜ່ານການຍິງໂຄສະນາຫຼາຍທີ່ສຸດຈະໄດ້ຮັບລາງວັນ "ການໂຫວດຈາກປະຊາຊົນ" ເຊິ່ງເປັນ iPhone 13ເຄື່ອງໃໝ່. ນອກຈາກນັ້ນ, ບັນດາຮູບພາບກໍຍັງຈະໄດ້ຮັບການກວດສອບໂດຍ ບັນດາຄະນະກຳມະການທີ່ມາຈາກບັນດາຜູ້ຊ່ຽວຊານ ແລະ ຜູ້ສະໜັບສະໜູນດ້ານຄວາມປອດໄພຕາມທ້ອງຖະໜົນລະດັບສາກົນ, ເຊິ່ງຈະເປັນຜູ້ໃຫ້ລາງວັນທີ່ປະກອບດ້ວຍ Apple Watch Series 7 ໃໝ່, ລໍາໂພງໄຮ້ສາຍ Amazon Echo Dot ແລະ ບັດຂອງຂວັນ ທີ່ໃຊ້ໄດ້ກັບກັບແອັບຮຽກລົດບໍລິການໂດຍສານ. ແຕ່​ລະ​ປະ​ເທດ​ທີ່ເຂົ້າຮ່ວມແຄມເປນ​ຈະໄດ້​ຮັບ 6 ລາງ​ວັນ​, ລວມ​ຜູ້ຊະນະການປະກວດທັງ​ໝົດ 30 ຄົນ. 

ເພື່ອ​ໃຫ້​ຄະ​ແນນແກ່ຜົນງານ​ການ​ປະ​ກວດ​, ຜູ້​ຊ່ຽວ​ຊານ​ດ້ານການ​ຖ່າຍ​ຮູບ ທ່ານ Jason Rolan  ໄດ້​ຮັບ​ໜ້າທີ່ເປັນຄະນະກຳມະການຊ່ຽວຊານນຳ​. ທ່ານ Rolan ແມ່ນຄູ່ຮ່ວມມືອາວຸໂສກຂອງກຸ່ມບໍລິສັດ RDK ປະຈຳລາວ. ທ່ານ Rolan ໄດ້ອອກຈາກບ້ານເກີດເມືອງນອນຂອງຕົນຢູ່ລັດ Texas ໄດ້ເກືອບສອງທົດສະວັດ ແລ້ວ ເພື່ອເຮັດວຽກໃນດ້ານການທ່ອງທ່ຽວຢູ່ປະເທດໄທ. ໃນທີ່ສຸດ ກໍໄດ້ຍ້າຍຖິ່ນຖານມາຕັ້ງຫຼັກຢູ່ປະເທດລາວ, ທ່ານໄດ້ສຳຫຼວດ ແລະ ຖ່າຍຮູບຂອງປະເທດລາວ ແລະ ປະເທດອື່ນໆໃນອາຊີຕາເວັນອອກສຽງໃຕ້ຢູ່ເລື້ອຍໆ. ດ້ວຍຄວາມສາມາດໃນການເວົ້າພາສາໄທ ແລະ ພາສາລາວໄດ້ຢ່າງຄ່ອງແຄ້ວ, ທ່ານຈຶ່ງໄດ້ເປັນທັງຫົວໜ້າບັນນາທິການຂອງວາລະສານຈຳປາເມືອງລາວ, ເຊິ່ງເປັນວາລະສານປະຈຳຖ້ຽວບິນຂອງສາຍການບິນລາວ. ນອກຈາກນັ້ນ, ບັນດາຄະນະ​ກຳມະການກໍຍັງ​ໄດ້​ລວມ ເອົາ​ທັດສະນະ​ຕ່າງໆລະດັບ​ສາກົນ ​ຈາກ​ປະເທດຝຣັ່ງ, ສະຫະ​ລັດອາຣັບ​ເອມີ​ເຣດ, ສິງກະ​ໂປ, ກຳປູ​ເຈຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ​ໄທ ​ແລະ ຫວຽດນາມ ອີກດ້ວຍ. ຮຽນ​ຮູ້​ເພີ່ມ​ຕື່ມກ່ຽວກັບບັນດາ​ສະ​ມາ​ຊິກ​ຄະ​ນະກຳມະການທີ່​ໜ້ານັບຖືທັງຫຼາຍຢູ່ຂ້າງ​ລຸ່ມ​ນີ້​. 

ຮູບ​ພາບ​ທີ່​ໄດ້​ຮັບ ການໂຫວດຈາກປະຊາຊົນ ທີ່ໄດ້ຮັບຄະແນນ​ນິ​ຍົມ​ຫຼາຍ​ທີ່​ສຸດ​ໃນ​ປະ​ເທດ​ລາວແມ່ນມາ​ຈາກ ດາລຸນີ ຈະເລີນຜົນ (Daruni Charoenphon), ​ທີ່ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ​ຜູ້ກ່ຽວຈະ​ຮັກສາ ມີ​ສະຕິໄວ້ ​ແລະ​ ຂັບ​ລົດ​ໄປສົ່ງໝູ່ກັບ​ບ້ານ​ຫຼັງ​ຈາກທີ່ໝູ່​ເມົາ​ຫຼາຍເກີນໄປແລ້ວ. ໂພສຂອງຜູ້ກ່ຽວໄດ້ຮັບຍອດກົດຖືກໃຈ 350 ຄັ້ງ, ຄຳຄິດເຫັນ 48 ຄັ້ງ ແລະ ແບ່ງປັນ 123 ຄັ້ງ, ເຮັດໃຫ້ຜູ້ກ່ຽວໄດ້ຮັບ Apple iPhone 13 ເຄື່ອງໃໝ່ເປັນລາງວັນ. ຮູບ​ພາບ​ທີ່​ໄດ້​ຮັບ​ລາງວັນ​ທີໜຶ່ງ ແມ່ນ​ສົ່ງ​ເຂົ້າປະກວດໂດຍ ທ. ສະເຫຼີມສັກ ກຸນອາວົງ (Th. Saleumsak Kunavong), ທີ່​ທຳ​ທ່າ​ລັກ​ເອົາ​ກະ​ແຈລົດ​ຂອງໝູ່​ໄປ ແລະ ​ດັກໄວ້ຢູ່​ຫຼັງ​ປະ​ຕູ ເພື່ອ​ໃຫ້ໝູ່ບໍ່ສາມາດຂັບ​ລົດ​ເມືອຕອນເມົາ​ໄດ້. ແນວຄວາມຄິດຮູບພາບອື່ນໆທີ່ຊະນະ ໃນການຫ້າມໝູ່ຈາກການດື່ມແລ້ວຂັບປະກອບດ້ວຍ: ການລ໋ອກທາງອອກດ້ວຍກະແຈໂລຫະ, ການພາໝູ່ຍ່າງກັບບ້ານ ແລະ ຊຸກລໍ້ພາເພື່ອນກັບບ້ານດ້ວຍລໍ້ຊື້ເຄື່ອງ. ຂໍສະແດງຄວາມຍິນດີກັບບັນດາຜູ້ຊະນະທັງໝົດ! 

ການປ່ຽນພຶດຕິກໍາ, ຊ່ວຍຮັກສາຊີວິດໄວ້ໄດ້. 

ການປະກວດຮູບພາບໄດ້ປະສົບຜົນສຳເລັດ ໃນການກະຕຸ້ນໃຫ້ ບັນດາຊາວໜຸ່ມໄດ້ຮຽນຮູ້ເພີ່ມຕື່ມກ່ຽວກັບວິທີການອອກລິດເຮັດວຽກຂອງທາດເຫຼົ້າໃນຮ່າງກາຍ, ພັນທະທາງດ້ານກົດໝາຍ ແລະ ຄຳແນະນຳທີ່ເປັນປະໂຫຍດເພື່ອຫຼີກເວັ້ນການດື່ມແລ້ວຂັບ. ຈາກການ​ເຂົ້າ​ຮ່ວມ​ການ​ປະກວດ, ຈະເຮັດໃຫ້ບັນດາຊາວ​ໜຸ່ມ​ໄດ້​ຖືກ​ບັງຄັບ​ໃຫ້ໃຊ້ວິຈາລະນະຍານຕໍ່ ​ການ​ກະທຳ​ຂອງ​ຕົນ​ເອງ ​ແລະ ຄວາມ​ສຳພັນ​ກັບ​ການ​ດື່ມແລ້ວຂັບ, ​ໄດ້​ຮັບ​ຮູ້ໂດຍຈິດໃຕ້ສຳນຶກຕໍ່ ການຮັບຂໍ້​ຄວາມ​ຊ້ຳ​ແລ້ວ​ຊ້ຳ​ອີກ​ ເປັນ​ເວລາ​ດົນ​ນານ ​ແລະ ໄດ້ຮັບການຈູງໃຈໃຫ້ບອກຕໍ່​​ແກ່​ໝູ່​ເພື່ອນຂອງເຂົາເຈົ້າ. ການມີສ່ວນຮ່ວມ ແລະ ການເຂົ້າຮ່ວມໃນລະດັບສູງຂອງແຄມເປນໄດ້ເສີມສ້າງໃຫ້ບັນດາຊາວໜຸ່ມເປີດໃຈຕໍ່ການຮຽນຮູ້ກ່ຽວກັບການດື່ມຢ່າງມີຄວາມຮັບຜິດຊອບ ແລະ ການປ່ຽນແປງພຶດຕິກໍາຂອງເຂົາເຈົ້າໃນການດື່ມແລ້ວຂັບ. 

ແຄມເປນ “ພະລັງຂອງຄຳວ່າ ບໍ່” ເປັນຕົວແທນໃຫ້ແກ່ພັນທະມິດທີ່ເປັນເອກະລັກຂອງບັນດາຄູ່ຮ່ວມມືຈຳນວນ 28 ແຫ່ງທີ່ເປັນຕົວແທນມາຈາກບັນດາອົງການຈັດຕັ້ງຫຼາຍຝ່າຍ, ອົງກອນບໍ່ຫວັງຜົນກໍາໄລໃນຊຸມຊົນ, ພາກເອກະຊົນ, ພາກລັດ ແລະ ອົງການຈັດຕັ້ງສັງຄົມ. ການຮ່ວມມືຄັ້ງນີ້ອາດຈະເປັນແບບຢ່າງສໍາລັບໂຄງການການບໍລິການຂອງພາກລັດ ໃນອະນາຄົດດ້ວຍການສ້າງອິດທິພົນໃນລະດັບພາກພື້ນ ພ້ອມທັງຮັບປະກັນໄດ້ວ່າແຄມເປນແມ່ນມີຄວາມເໝາະສົມກັບຊຸມຊົນ ແລະ ສະພາບການໃນທ້ອງຖິ່ນ. 

ທ່ານ Na Huong Hoang, CEO ຂອງສະມຄົມລົດຍົນແຫ່ງ ສສ ຫວຽດນາມ ໄດ້ກ່າວວ່າ: “ການອ່ານກ່ຽວກັບຄວາມສ່ຽງຈາກການດື່ມແລ້ວຂັບ ແລະ ການປະຕິບັດຕົວຈິງແມ່ນຄົນລະເລື່ອງເລີຍ – ເພື່ອກ້າວຂຶ້ນ ແລະ ເຂົ້າຮ່ວມຂະບວນການການເຄື່ອນໄຫວຮຽກຮ້ອງຄວາມເອົາໃຈໃສ່ເຖິງໄພອັນຕະລາຍຂອງການດື່ມທີ່ຂາດຄວາມຮັບຜິດຊອບ”. “ພວກເຮົາພູມໃຈໃນບັນດາຊາວໜຸ່ມໃນທົ່ວຊຸມຊົນຂອງພວກເຮົາໃນອາຊີຕາເວັນອອກສຽງໃຕ້ສໍາລັບການອອກສຽງຂອງຕົນກ່ຽວກັບບັນຫາທີ່ສໍາຄັນນີ້.” ທ່ານ John O'Keeffe, Asia Pacific & Global Travel ສຳລັບ Diageo ແລະ ປະທານ APISWA ໃນປັດຈຸບັນນີ້ ໄດ້ກ່າວວ່າ: “ພວກເຮົາມີຄວາມຕື່ນເຕັ້ນຫຼາຍທີ່ຈະສືບຕໍ່ຮ່ວມມືກັບສະມາຄົມລົດຍົນແຫ່ງ ສສ ຫວຽດນາມ ແລະ ບັນດາຄູ່ຮ່ວມມືທັງໝົດຂອງພວກເຮົາເພື່ອສົ່ງຂໍ້ຄວາມກ່ຽວກັບການດື່ມຢ່າງມີຄວາມຮັບຜິດຊອບໃຫ້ແກ່ບັນດາຊາວໜຸ່ມທີ່ມີອາຍຸ ໃນເກນການດື່ມທີ່ຖືກກົດໝາຍຢູ່ອາຊີຕາເວັນອອກ ສຽງໃຕ້”. “ການປ່ຽນພຶດຕິກຳ ແລະ ການໃຫ້ກຸ່ມຊາວໜຸ່ມເລືອກຢ່າງມີ ຂໍ້ມູນແມ່ນມີຄວາມສຳຄັນໃນການຊ່ວຍຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນທີ່ກ່ຽວຂ້ອງກັບເຫຼົ້າໃຫ້ໜ້ອຍລົງ”.

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment