ພຣູເດັນໂຊລ໌ ລາວ ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ກະຊວງການເງິນກ່ຽວກັບ ໂຄງການທົດລອງໜ່ວຍງານຄຸ້ມຄອງ ເພື່ອເພີ່ມຂະຫຍາຍຄວາມຮັບຮູ້ທາງດ້ານການປະກັນໄພຊີວິດ ໃນ ສປປ ລາວ



ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ (ພຣູເດັນໂຊລ໌ ລາວ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ (ກົມ ປລປ), ກະຊວງການເງິນ ກ່ຽວກັບ ໂຄງການທົດລອງ ເພື່ອເພີ່ມຂະຫຍາຍຄວາມຮັບຮູ້ທາງດ້ານການປະກັນໄພຊີວິດໃນ ສປປ ລາວ. 

ໃນບົດບັນທຶກນີ້, ພຣູເດັນໂຊລ໌ ລາວຈະອຳນວຍຄວາມສະດວກໃນການຈັດກຽມ ເເລະ ສະໜັບສະໜູນທຶນໃນການຈັດຕັ້ງປະຕິບັດວຽກງານນີ້ ພາຍໃຕ້ການຊີ້ນຳຂອງ ກົມ ປລປ. ໂຄງການນີ້ຈະຖືກຈັດຕັ້ງປະຕິບັດທີ່ນະຄອນຫຼວງວຽງຈັນ ເເລະ ຂະຫຍາຍໄປທີ່່ຂັ້ນເເຂວງ ເລີ່ມຕັ້ງເເຕ່ ເດືອນມັງກອນ 2023 - ເດືອນທັນວາ 2025. ການຮ່ວມມືຄັ້ງນີ້ຈະຊ່ວຍສະໜັບສະໜູນລັດຖະບານ ສປປ ລາວໃນການເພີ່ມຂະຫຍາຍຄວາມຮັບຮູ້ ແລະ ສະໜັບສະໜູນຂະເເໜງການປະກັນໄພເຊິ່ງລວມໄປເຖິງການສົ່ງເສີມການຫຼຸດຜ່ອນພາສີໃຫ້ກັບຜູ້ຊົມໃຊ້, ພະນັກງານ, ເເລະ ຫົວໜ່ວຍທຸລະກິດຜ່ານການປະກັນໄພຊີວິດ. ນອກຈາກນີ້, ການຮ່ວມມືໃນຄັ້ງນີ້ຍັງຈະຊ່ວຍປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຜ່ານການເຊື່ອມຕໍ່ຂະເເໜງປະກັນໄພໃນ ສປປ ລາວ ກັບລະດັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ຕະຫຼາດລະດັບສາກົນໃຫ້ພົ້ນເດັ່ນຂຶ້ນ ໂດຍສະເພາະຢ່າງຍິ່ງພາຍໃຕ້ຄຳຂວັນທີ່ວ່າ “ການປະກັນໄພເເມ່ນເສົາຫຼັກຂອງເສດຖະກິດ-ສັງຄົມ” 



ທ່ານມານິສ ເກີບູຊານີ, ຜູ້ອຳນວຍການໃຫຍ່ ບໍລິສັດ ພຣູເດັນໂຊລ໌ ລາວກ່າວວ່າ: “ທີ່ບໍລິສັດ ພຣູເດັນໂຊລ໌ ລາວ, ຈຸດປະສົງຂອງພວກເຮົາເເມ່ນການຊ່ວຍໃຫ້ຜູ້ຄົນໃນ ສປປ ລາວ ໄດ້ຮັບສິ່ງທີ່ດີທີ່ສຸດໃນຊີວິດດ້ວຍການເຮັດໃຫ້ສຸຂະພາບ ເເລະ ການຄຸ້ມຄອງຖານະທາງດ້ານການເງິນເປັນທີ່ເຂົ້າເຖິງໄດ້ສຳລັບທຸກຄົນ. ພວກເຮົາເຫັນຄວາມສຳຄັນຂອງຄວາມຮູ້ທາງດ້ານການເງິນ ແລະ ສິ່ງທີ່ສາມາດເກີດຂຶ້ນໄດ້ກັບບຸກຄົນ ເເລະ ສັງຄົມ. ພວກເຮົາໄດ້ຕັ້ງເປົ້າໝາຍໃນການນຳເອົາຄວາມປອດໄພ ເເລະ ການຄຸ້ມຄອງມາສູ່ຊຸມຊົນຂອງພວກເຮົາຜ່ານການມີສ່ວນຮ່ວມໄລຍະຍາວ ທີ່ສຸມໃສ່ການສຶກສາທາງດ້ານການເງິນ, ສຸຂະພາບ, ເເລະ ຄວາມປອດໄພ.”

 “ນອກຈາກນີ້, ພວກເຮົາໄດ້ເຮັດວຽກຢ່າງໜັກ ເພື່ອສົ່ງເສີມກ່ຽວກັບຄວາມໝັ້ນຄົງຖານະທາງດ້ານການເງິນສຳລັບລູກຄ້າທຸກຮູບແບບ. ພວກເຮົາປະສົບຜົນສຳເລັດໄດ້ດ້ວຍການສະໜອງຜະລິດຕະພັນປະກັນໄພຂະໜາດນ້ອຍທີ່ເຂົ້າໃຈງ່າຍ ທີ່ທຸກຄົນສາມາດເຂົ້າເຖິງ ແລະ ເປັນເຈົ້າຂອງໄດ້. ງານເຊັນບົດບັນທຶກຄວາມເຂົ້າໃຈໃນມື້ນີ້ ສະເເດງໃຫ້ເຫັນເຖິງບາດກ້າວສຳຄັນ ສຳລັບຂະເເໜງການປະກັນໄພຊີວິດໃນ ສປປ ລາວ ພາຍໃຕ້ການນຳພາຂອງ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ, ກະຊວງການເງິນ, ພວກເຮົາໝັ້ນໃຈວ່າ ຈະສາມາດຍົກລະດັບຄວາມຮູ້ກ່ຽວກັບການປະກັນໄພຊີວິດ ແລະ ຄວາມສຳຄັນທາງດ້ານການວາງເເຜນທາງດ້ານການເງິນໃນຊຸມຊົນໃນຊຸມປີຕໍ໋ໜ້າ.” ທ່ານ ສົມພາວັນ ສີຫາປັນຍາ, ຮອງກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ, ກະຊວງການເງິນ ໄດ້ກ່າວວ່າ: “ເຖິງແມ່ນວ່າທຸລະກິດການປະກັນໄພ ໃນ ສປປ ລາວ ໄດ້ມີການຂະຫຍາຍຕົວ ແຕ່ຄວາມຮັບຮູ້ທາງດ້ານການປະກັນໄພຊີວິດ ຂອງປະຊາຊົນລາວ ຍັງມີໜ້ອຍ ເນື່ອງຈາກ ພວກເຂົາຍັງບໍ່ເຂົ້າໃຈເຖິງຄວາມສຳຄັນ ແລະ ຜົນປະໂຫຍດຂອງປະກັນໄພຊີວິດ ເຊິ່ງເປັນອຸປະສັກຕົ້ນຕໍໃນການຂະຫຍາຍອຸດສາຫະກຳນີ້”



 “ຂະເເໜງການປະກັນໄພເປັນອີກຂະເເໜງການໜຶ່ງທີ່ສຳຄັນໃນການຂັບເຄື່ອນເສດຖະກິດ ເນື່ອງຈາກຂະເເໜງການນີ້ສະໜອງ ພື້ນຖານທີ່ເຂັ້ມເເຂງໃຫ້ກັບພາກລັດຖະບານ ເເລະ ເອກະຊົນ ໃນການດຳເນີນທຸລະກິດ ແລະ ມີໂອກາດໃນການເຕີບໂຕ. ຜ່ານການຮ່ວມມືຄັ້ງນີ້ ກັບ ພຣູເດັນໂຊລ໌ ລາວ, ພວກເຮົາມີຄວາມພ້ອມໃນການປະກອບສ່ວນ ເເລະ ສົ່ງເສີມອຸດສາຫະກຳປະກັນໄພຊີວິດ ເພື່ອໃຫ້ການປົກປ້ອງ ເເລະ ຄຸ້ມຄອງປະຊາຊົນໃນ ສປປ ລາວ.” 

ໂຄງການທົດລອງໜ່ວຍງານຄຸ້ມຄອງ ໝາຍເຖິງການໃຫ້ພື້ນທີ່ທົດລອງໂຄງການສຳລັບບໍລິສັດເພື່ອທົດລອງເເນວຄິດທຸລະກິດ, ຜະລິດຕະພັນ ແລະ ການໃຫ້ບໍລິການຄຸ້ມຄອງຖານະທາງດ້ານການເງິນ, ແລະ ເເນວຄິດນະວັດຕະກຳ ພາຍໃຕ້ການນຳພາຂອງໜ່ວຍງານຄຸ້ມຄອງ. ໂຄງການທົດລອງໜ່ວຍງານຄຸ້ມຄອງ ອະນຸຍາດໃຫ້ໜ່ວຍງານຄຸ້ມຄອງ ຕອບສະໜອງ  ຕໍ່ກັບເເນວຄິດນະວັດຕະກຳ ໂດຍອີງໃສ່ໝາກຜົນຫຼັງຈາກການທົດລອງນັ້ນ. 

ໂຄງການນີ້ຈະຊ່ວຍໃຫ້ໜ່ວຍງານຄຸ້ມຄອງສາມາດຕັດສິນໃຈໄດ້ທັນເວລາ ແລະ ດີກວ່າ ເພື່ອຍົກສູງລະບຽບການຄຸ້ມຄອງ ແລະ ເພື່ອສົ່ງເສີມນະວັດຕະກຳໃໝ່. ນອກຈາກນີ້, ໂຄງການທົດລອງໜ່ວຍງານຄຸ້ມຄອງສາມາດຊ່ວຍເສີມສ້າງຄວາມສາມາດໃຫ້ກັບໜ່ວຍງານຄຸ້ມຄອງ ໂດຍການອຳນວຍຄວາມສະດວກ  ແລະ ເປີດກວ້າງຕໍ່ການສົນທະນາກັບ ບໍລິສັດ ແລະ ເເນວຄິດນະວັດຕະກຳ ແລະ ໂຄງການນນີ້ຍັງຈະຊ່ວຍເຮັດໃຫ້ຂັ້ນຕອນການອານຸມັດຂອງຜູ້ຄຸ້ມຄອງມີປະສິດທິພາບຍິ່ງຂື້ນ   ເພື່ອງສົ່ງເສີມ ລູກຄ້າໃຫ້ເຂົ້າເຖິງການຄຸ້ມຄອງຖານະທາງດ້ານການເງິນຫຼາຍຂື້ນ

 ຫຼັງຈາກຜົນສຳເລັດຂອງໂຄງການທົດລອງໜ່ວຍງານຄຸ້ມຄອງຄັ້ງທຳອິດທີ່ໄດ້ເປີດໂຕທີ່ປະເທດອັງກິດໃນປີ 2015, ໜ່ວຍງານຄຸ້ມຄອງ ແລະ ນັກນະວັດຕະກຳທົ່ວໂລກ ລວມທັງ ປະເທດມາເລເຊຍ,ສິງກະໂປ, ເເລະ ປະເທດໄທ ໄດ້ພັດທະນາໂຄງການທົດລອງໜ່ວຍງານຄຸ້ມຄອງ ເພື່ອສ້າງນະວັດຕະກຳ ແລະ ການບໍລິການໃຫ້ເໝາະສົມກັບພາກພື້ນ. ສຳລັບໂຄງການ ທົດລອງໜ່ວຍງານຄຸ້ມຄອງ ຄັ້ງທຳອິດໃນ ສປປ ລາວ ນີ້ ຈະຊ່ວຍເພີ່ມໂອກາດໃນການລົງທຶນສຳລັບທະນາຄານ, ບໍລິສັດ ເອກະຊົນ, ແລະ ກອງທຶນຮ່ວມລົງທຶນ ເພື່ອສະໜັບສະໜຸນນະວັດຕະກຳທີ່ສາມາດຂັບເຄື່ອນເສດຖະກິດໃນ ສປປ ລາວ. 

ກ່ຽວກັບ ກຸ່ມບໍລິສັດ ພຣູເດັນໂຊລ໌ 

ກຸ່ມບໍລິສັດ ພຣູເດັນໂຊລ໌ ໃຫ້ການບໍລິການປະກັນໄພຊີວິດ ແລະ ສຸຂະພາບ ແລະ ການຄຸ້ມຄອງຊັບສິນ, ໃນ 23 ປະເທດໃນຂົງເຂດອາຊີ ແລະ ອາຟຣິກາ. ບໍລິສັດ ພຣູເດັນໂຊລ໌ ຊ່ວຍໃຫ້ຜູ້ຄົນໄດ້ຮັບສິ່ງທີ່ດີສຸດໃນຊີວິດ, ໂດຍເຮັດໃຫ້ການຮັກສາສຸຂະພາບ ເປັນທີ່ສາມາດເຂົ້າເຖິງໄດ້ ໂດຍການສົ່ງເສີມ ການບໍລິການທາງດ້ານການເງິນ. ບໍລິສັດ ພຣູເດັນໂຊລ໌ ປົກປ້ອງຄວາມໝັ້ນ ຄົງທາງດ້ານຊັບສິນຂອງຜູ້ຄົນ, ຊ່ວຍພວກເຂົາເພີ່ມພູນຊັບສິນ, ແລະ ສົງເສີມການອອມເພື່ອອອມສຳລັບເປົ້າໝາຍຂອງພວກເຂົາໄດ້. ບໍລິສັດ ພຣູເດັນໂຊລ໌ ມີລູກຄ້າຫຼາຍກວ່າ 19 ລ້ານຄົນ ແລະ ຖືກຈັດຢູ່ໃນຕະຫຼາດຫຼັກຊັບ ຮົງກົງ (2378), ແລະ ຕະຫຼາດຫຼັກຊັບຂອງ ລອນດອນ  (PRU).  ນອກຈາກຍັງຢູ່ໃນລາຍຊື່ສຳຮອງໃນຕະຫຼາດຫຼັກຊັບສິງກະໂປ(K6S) ແລະ ລາຍຢູ່ໃນຕະຫຼາດຫຼັກຊັບຂອງລັດ ນີວຢອກ (PUK) ໃນຮູບການຝາກເງິນໃນສະຫະລັດອາເມລິກາ ແລະ ຍັງເປັນສ່ວນປະກອບຮຸ້ນດັດຊີ Hang Seng. ກຸ່ມບໍລິສັດ ພຣູເດັນໂຊລ໌ ບໍ່ໄດ້ມີສ່ວນກ່ຽວຂ້ອງໃນລັກສະນະໃດ ກັບບໍລິສັດ Prudential Financial, Inc., ບໍລິສັດ ທີ່ມີການດຳເນີນທຸລະກິດຫຼັກຢູ່ໃນສະຫະລັດອາເມລິກາ ຫຼື ກັບບໍລິສັດ Prudential Assurance Company Limited, ບໍລິສັດຍ່ອຍຂອງ M&G plc, ເຊິ່ງເປັນບໍລິສັດທີ່ຈັດຕັ້ງຂຶ້ນໃນລາດຊະອານາຈັກ. 

ລາຍລະອຽດເພີ່ມຕື່ມໄດ້ທີ່: https://www.prudentialplc.com/

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment