ສະຖາບັນຂົງຈື ຈະຮັບນັກສຶກສາເພີ່ມຂຶ້ນເປັນ 1,200 ຄົນ



ຂົງ​ຈື ເປັນ​ສະ​ຖາ​ບັນ​ໜຶ່ງ​ທີ່​ກຳ­ລັງ​ໄດ້​ຮັບ​ຄວາມ​ນິ­ຍົມ​ຂອງ​ນັກ­ຮຽນ ນັກ​ສຶກ​ສາ​ຢູ່ ສປປ ລາວ ເຊິ່ງ​ສະ​ຖາ​ບັນ​ດັ່ງ­ກ່າວ ສ້າງ​ຂຶ້ນ​ປີ 2010 ຢູ່​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ພາຍ­ຫຼັງ​ສ້າງ­ຕັ້ງ ກໍ​ມີ​ນັກ​ສຶກ​ສາ​ນັບ​ມື້​ເພີ່ມ​ຂຶ້ນ ໃນ​ນີ້ ສົກ­ຮຽນ 2019-2020 (ຊຸດ​ທີ 19) ພາຍ­ຫຼັງ​ທີ່​ເປີດ​ນຳ​ໃຊ້​ອາ­ຄານ​ຮຽນ​ຫຼັງ​ໃໝ່ ມີ​ນັກ­ຮຽນ-ນັກ ສຶກ​ສາ​ຈຳ­ນວນ​ຫຼວງ­ຫຼາຍ​ເຂົ້າ​ມາ​ສະ­ໝັກ​ຮຽນ.
    ທ່ານ ຄຳ​ຮຸ່ງ ຈັນ­ທະ​ວົງ ວ່າ­ການ​ຮອງ​ອຳ­ນວຍ​ການ​ສະ​ຖາ​ບັນ​ຂົງ​ຈື ໃຫ້​ສຳ­ພາດ​ບໍ່​ດົນ​ນີ້​ວ່າ:  ເນື່ອງ​ຈາກ​ການ​ຮ່ວມ​ມື​ລະ­ຫວ່າງ​ສອງ​ພັກ ສອງ​ລັດ ສປປ ລາວ ແລະ ສປ ຈີນ ນັບ​ມື້​ເພີ່ມ​ຂຶ້ນ ຄວາມ​ຕ້ອງ­ການ​ຜູ້​ທີ່​ສາ­ມາດ​ສື່­ສານ​ດ້ວຍ​ພາ­ສາ​ຈີນ​ຂອງ​ຕະ­ຫຼາດ​ແຮງ​ງານ​ນັບ​ມື້​ສູງ ແລະ ນັກ​ສຶກ​ສາ​ລາວ​ມີ​ທ່າ​ອ່ຽງ​ຢາກ​ໄປ​ສຶກ​ສາ​ຢູ່ ສປ ຈີນ ກໍ​ນັບ​ມື້​ເພີ່ມ​ຂຶ້ນ ຈິ່ງ​ເຮັດ​ໃຫ້​ນັກ​ສຶກ​ສົນ­ໃຈ​ຮຽນ​ພາ­ສາ​ຈີນ​ຫຼາຍ​ຂຶ້ນ ພາຍ­ຫຼັງ​ທີ່​ເປີດ​ຂາຍ​ຟອມ ວັນ​ທີ 2 ກັນ 2019 ມີ​ນັກ​ສຶກ​ສາ​ຈຳ­ນວນ​ຫຼາຍ​ຮ້ອຍ​ຄົນ​ເຂົ້າ​ມາ​ຊື້ ແຕ່​ສະ​ຖາ​ບັນ​ສາ­ມາດ​ຂາຍ​ຟອມ​ໄດ້ 570 ຟອມ​ເທົ່າ​ນັ້ນ ສ່ວນ​ຜູ້​ທີ່​ບໍ່​ໄດ້​ຟອມ​ໃນ​ມື້​ນັ້ນ ແມ່ນ​ໄດ້​ລົງ­ທະ­ບຽນ​ສຳ­ຮອງ​ໄວ້ ເຊິ່ງ​ມີ​ຜູ້​ລົງ­ທະ­ບຽນ​ສຳ­ຮອງ 1.406 ຄົນ ເພື່ອ​ເອົາ​ລາຍ​ຊື່​ຈຳ­ນວນ​ດັ່ງ­ກ່າວ​ສະ­ເໜີ​ໄປ​ຍັງ​ສະ​ບັນ​ຂົງ​ຈື ສຳ­ນັກ­ງານ​ໃຫຍ່​ຢູ່ ສປ ຈີນ ເພື່ອ​ຂໍ​ຄູ-ອາ­ຈານ​ເພີ່ມ ພາຍ­ຫຼັງ​ທີ່​ໄດ້​ຄຳ​ຕອບ​ວ່າ​ຈະ​ໄດ້​ຄູ-ອາ­ຈານ​ເພີ່ມ ຈິ່ງ​ຈະ​ຈັບ​ສະ­ຫຼາກ​ເອົາ​ຊື່​ຜູ້​ທີ່​ລົງ­ທະ­ບຽນ​ສຳ­ຮອງ​ຈຳ­ນວນ​ໜຶ່ງ ເພື່ອ​ມາ​ລົງ­ທະ­ບຽນ​ຮຽນ ສາ­ເຫດ​ທີ່​ບໍ່​ສາ­ມາດ​ຮັບ​ເອົາ​ນັກ​ສຶກ​ສາ​ທີ່​ລົງ­ທະ­ບຽນ​ສຳ­ຮອງ​ໄດ້​ໝົດ ເນື່ອງ​ຈາ​ກວ່າ​ຫ້ອງ​ຮຽນ​ມີ​ຈຳ­ນວນ​ຈຳ­ກັດ ຄູ-ອາ­ຈານ​ບໍ່​ພຽງ­ພໍ ແຕ່​ການ​ຮຽນ-ການ​ສອນ​ໄດ້​ເນັ້ນ​ໃສ່​ຄຸນ​ນະ​ພາບ ຕ້ອງ​ອາ­ຈານ​ທີ່​ເປັນ​ຄົນ​ຈີນ​ມາ​ສອນ​ໂດຍ​ກົງ.
    ສົກ­ຮຽນ 2019-2020 ມີ​ນັກ​ສຶກ​ສາ​ເກືອບ 2.000 ຄົນ ໃນ​ນີ້ ນັກ​ສຶກ​ສາ​ໃໝ່ ປະ­ມານ 1.200 ຄົນ ນັກ​ສຶກ​ສາ​ເກົ່າ 780 ຄົນ ສຳ­ລັບ​ການ​ຮຽນ​ພາກ​ປົກ­ກະ­ຕິ ແມ່ນ​ວັນ​ຈັນ-ວັນ​ພະ­ຫັດ (ພາກ​ເຊົ້າ ບ່າຍ ພາກ ຄ່ຳ) ພາກ​ວັນ​ເສົາ-ວັນ​ອາ­ທິດ (ພາກ​ເຊົ້າ ແລະ ພາກ​ບ່າຍ) ໂດຍ​ເນັ້ນ​ໃສ່ 4 ທັກ​ສະ ຄື: ເວົ້າ ອ່ານ ຟັງ ແລະ ຂຽນ ນອກ​ນີ້ ຍັງ​ມີ​ກິດ­ຈະ­ກຳ​ຕ່າງໆ ແລະ ທັດ­ສະ­ນະ​ສຶກ​ສາ​ຢູ່ ສປ ຈີນ ຄ່າ​ຮຽນ​ເລີ່ມ​ແຕ່ 570.000-795.000 ກີບ ຜູ້​ທີ່​ຈະ​ເຂົ້າ​ມາ​ສຶກ​ສາ​ປີ​ທີ 1 ຈະ​ບໍ່​ມີ​ການ​ສອບ­ເສັງ ພຽງ​ແຕ່​ປະ­ກອບ​ເອ­ກະ­ສານ​ໃຫ້​ຄົບ​ຖ້ວນ ແຕ່​ຕ້ອງ​ມີ​ອາ­ຍຸ 13 ປີ​ຂຶ້ນ​ໄປ ໃນ​ນີ້ ການ​ຮຽນ​ມີ​ລະ­ດັບ 0-6.

Cr. ໜັງສືພິມ ວຽງຈັນໃໝ່ 
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment